ນະຄອນປາກເຊ ແຂວງຈໍາປາສັກ ໄດ້ຈັດພິທີເຊັນສັນຍາຮ່ວມມືວ່າດ້ວຍການເກັບຂົນ, ກຳຈັດຂີ້ເຫື່ຍອ ແລະ ອະນາໄມຕົວເມືອງ ໃນຂອບເຂດເທດສະບານ ນະຄອນປາກເຊ ລະຫວ່າງ ຫ້ອງການຄຸ້ມຄອງ ແລະ ບໍລິການສາທາລະນະ (ຄບນ) ນະຄອນ ກັບ ກຸ່ມບໍລິສັດ ຈຳປາຄຳ ຈຳກັດຜູ້ດຽວ ຂຶ້ນໃນວັນທີ 26 ມີນາ ຜ່ານມາ ທີ່ຫ້ອງວ່າການນະຄອນ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໃນພິທີ ທ່ານ ສີສະຫງ່າ ບົວປະເສີດ ຫົວໜ້າ ຫ້ອງວ່າການ ນະຄອນປາກເຊ ໄດ້ຜ່ານສັນຍາການຮ່ວມມືວ່າດ້ວຍການເກັບຂົນ, ກຳຈັດຂື້ເຫຍື່ອ ພາກສະໜາມ ແລະ ອະນາໄມຕົວເມືອງໃນຂອບເຂດເທດສະບານ ນະຄອນປາກເຊ. ສັນຍາສະບັບນີ້, ມີຈຸດປະສົງ ເພື່ອເປັນການຮ່ວມມືໃຫ້ການບໍລິການເກັບຂົນ, ກໍາຈັດຂີ້ເຫຍື່ອ ພາກສະໜາມ ແລະ ອະນາໄມຕົວເມືອງໃນຂອບເຂດເທດສະບານ ນະຄອນປາກເຊ ແລະ ການບໍລິຫານຈັດການສະໜາມຂີ້ເຫຍື່ອຫຼັກ 17. ມີອາຍຸສັນຍາ 15 ປີ ໂດຍເລີ່ມແຕ່ວັນທີ່ໄດ້້ເຊັນຍາເປັນຕົ້ນໄປ, ສາມາດຕໍ່ໄດ້ບົນພື້ນຖານການປະເມນີຜົນການຈັດຕັ້ງປະຕິບັດຕົວຈິງ ແລະ ເຫັນດີເປັນເອກະພາບຂອງທັງສອງຝ່າຍ. ຈາກນັ້ນ, ທັງສອງຝ່າຍໄດ້ລົງນາມເຊັນສັນຍາການຮ່ວມມືການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເພື່ອເຮັດໃຫ້ນະຄອນປາກເຊ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະອາດສວຍງານ
(ພາບ,ຂ່າວ: ຈັນທອນ ກົມໄຊຊະນະ)

ຄໍາເຫັນ