ຂ່າວສານຊີອາໄອລາຍງານ ເມື່ອບໍ່ດົນມານີ້, ກະຊວງວັດທະນະທຳແລະທ່ອງທ່ຽວແຫ່ງ ສປ ຈີນໄດ້ແຈ້ງສະພາບການຕະຫຼາດວັດທະນະທຳ ແລະ ທ່ອງທ່ຽວໃນໄລຍະພັກບຸນປີໃໝ່ສາກົນ 2024. ໂດຍອີງຕາມຜົນຄຳນວນຂອງສູນໂຕເລກຂໍ້ມູນກະຊວງວັດທະນະທຳແລະທ່ອງທ່ຽວໃຫ້ຮູ້ວ່າ: ໃນໄລຍະພັກບຸນປີໃໝ່ສາກົນ 3 ວັນ, ມີນັກທ່ອງທ່ຽວຈີນ 135 ລ້ານເທື່ອຄົນໄດ້ອອກໄປທ່ຽວຢູ່ພາຍໃນປະເທດ, ເພີ່ມຂຶ້ນ 155,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ ແລະ ເພີ່ມຂຶ້ນ 9,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019; ສ້າງລາຍຮັບການທ່ອງທ່ຽວພາຍໃນປະເທດໄດ້ 79,73 ຕື້ຢວນ ເພີ່ມຂຶ້ນ 200,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ ແລະ ເພີ່ມຂຶ້ນ 5,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ຕະຫຼາດວັດທະນະທຳແລະທ່ອງທ່ຽວທົ່ວປະເທດໃນໄລຍະພັກບຸນປີໃໝ່ສາກົນໄດ້ພັດທະນາກ້າວໄປຢ່າງໜັກແໜ້ນ ແລະ ເປັນລະບຽບຮຽບຮ້ອຍດີ.
ໃນໄລຍະພັກບຸນປີໃໝ່ສາກົນ, ກຸ່ມຄົນອາຍຸປານກາງແລະອາຍຸສູງ, ປະຊາຊົນເຂດຊົນນະບົດ ແລະ ປະຊາຊົນທີ່ຢູ່ໃນເຂດຕົວເມືອງທີ່ມີຂະໜາດກາງແລະນ້ອຍ ໄດ້ມີສ່ວນຮ່ວມສູງຂຶ້ນ ແລະ ເປັນທ່ວງທ່າຂະຫຍາຍຕົວຂອງຕະຫຼາດການທ່ອງທ່ຽວໃນໄລຍະມື້ບຸນດັ່ງກ່າວ. ຖານຂໍ້ມູນຂອງສູນໂຕເລກຂໍ້ມູນກະຊວງວັດທະນະທຳແລະທ່ອງທ່ຽວສະແດງໃຫ້ເຫັນວ່າ: ໃນວັນທີ 30 ແລະ 31 ທັນວາຜ່ານມາ, ອັດຕາການອອກເດີນທາງໄປທ່ອງທ່ຽວຂອງປະຊາຊົນເຂດຊົນນະບົດໄດ້ບັນລຸເຖິງ 4,2%, ຈຳນວນນັກທ່ອງທ່ຽວເຂດຊົນນະບົດໄດ້ກວມ 20% ຂອງຍອດຈຳນວນນັກທ່ອງທ່ຽວພາຍໃນປະເທດໃນໄລຍະດັ່ງກ່າວ ຊຶ່ງໄດ້ສ້າງສະຖິຕິສູງສຸດນັບແຕ່ມີການຕິດຕາມຈຳນວນນັກທ່ອງທ່ຽວໃນໄລຍະພັກບຸນປີໃໝ່ສາກົນເປັນຕົ້ນມາ.
ເຫີເຟີຍ ແຂວງອານຮຸຍ ສປ ຈີນ ເມືອງອຸດສະຫະກໍາຊັ້ນນໍໍາ
ແຂວງອານຮຸຍ ຕັ້ງຢູ່ພາກຕາເວັນອອກຂອງ ສປ ຈີນ ມີເນື້ອທີ່ທັງໝົດ 140,100 ຕາລາງກິໂລແມັດ ແລະ ມີປະຊາກອນ 61.21 ລ້ານຄົນ. ແຂວງອານຮຸຍ ມີທ່າແຮງໃນການຜະລິດຖ່ານຫີນ ແລະ ໄຟຟ້າ, ເຫຼັກ ແລະ ເຫຼັກກ້າ, ໂລຫະບໍ່ແມ່ນເຫຼັກ, ວັດຖຸກໍ່ສ້າງ, ອຸດສາຫະກຳເຄມີ ແລະ ເສັ້ນດ້າຍ. ສ່ວນອຸດສາຫະກຳໃໝ່ທີ່ສຳຄັນໄດ້ແກ່: ພາຫະນະພະລັງງານ ໃໝ່, ພະລັງງານແສງອາທິດທີ່ລໍ້າໜ້າ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຍຸກໃໝ່, ປັນຍາປະດິດ, ອຸປະກອນທີ່ລ້ຳໜ້າ, ສຸຂະພາບ ແລະ ຊີວິດ, ອາຫານສີຂຽວຄຸນນະພາບສູງ, ວັດຖຸດິບໃໝ່ ແລະ ຄວາມຄິດສ້າງສັນດີຈີຕອນ.
ຄໍາເຫັນ