ຂ່າວສານກຽວໂດ ລາຍງານວ່າ: ຍີ່ປຸ່ນໄດ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ສໍາຄັນ ຍ້ອນຄວາມນິຍົມທາງດ້ານວັດທະນະທໍາເຊັ່ນ: ອານິເມະ ແລະ ເງິນເຢນ ທີ່ອ່ອນແອ.
NTO ລະບຸວ່າ: ເມື່ອພິຈາລະນາຕາມປະເທດ ແລະ ພາກພື້ນ ພົບວ່າ, ນັກທ່ອງທ່ຽວຈີນເດີນທາງມາຢ້ຽມຢາມຍີ່ປຸ່ນຫຼາຍທີ່ສຸດ ດ້ວຍຈຳນວນ 974.500 ຄົນ, ເພີ່ມຂຶ້ນ 25.5% ເມື່ອທຽບໃສ່ປີກາຍ. ສ ເກົາຫຼີ ເປັນປະເທດໃຫຍ່ອັນດັບສອງ ມີ 678,600 ຄົນ, ຫຼຸດລົງ 10.4%. ພ້ອມກັນນັ້ນ, ນັກທ່ອງທ່ຽວຈາກ ສະຫະລັດ ອາເມລິກາ, ຝຣັ່ງ, ແລະ ອິນໂດເນເຊຍ ກໍ່ສ້າງສະຖິຕິໃໝ່ໃນເດືອນກໍລະກົດເຊັ່ນດຽວກັນ.
JNTO ລະບຸໃນຖະແຫຼງການວ່າ: ຈະດຳເນີນການສົ່ງເສີມການທ່ອງທ່ຽວຂາເຂົ້າຢ່າງມີຍຸດທະສາດ ຄຽງຄູ່ກັບການວິເຄາະທ່າອ່ຽງຂອງຕະຫຼາດຢ່າງໃກ້ຊິດ, ເນື່ອງວ່າລັດຖະບານໄດ້ວາງເປົ້າໝາຍສໍາລັບການໃຊ້ຈ່າຍດ້ານເດີນທາງ ແລະ ການພັກຄ້າງຄືນໃນພາກພື້ນໄວ້ແລ້ວ.
ຄໍາເຫັນ