![]() |
ໂຮງງານນໍ້າດື່ມໂອວີ້ສ້າງຕັ້ງໃນປີ 2017 ເປັນຕົ້ນມາ, ເລີ່ມຕົ້ນຜະລິດນໍ້າຕຸກໃຫຍ່ພຽງຢ່າງດຽວ ເຫັນວ່າລູກຄ້າມີຄວາມຕ້ອງການ ແລະ ໄດ້ແນະນໍາໃຫ້ຜະລິດນໍ້າຕຸກນ້ອຍ, ນໍ້າກ້ອນ ຈຶ່ງລິເລີ່ມຜະລິດຫຼາຍຜະລິດຕະພັນ ໂດຍໃສ່ຊື້ວ່າ: ໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນໂອວີ້. ພາຍຫຼັງ ຜະລິດນໍ້າກ້ອນມາໄດ້ 5 ປີ ເສດຖະກິດມີການເໜັງຕີງ, ຄ່າໃຊ້ຈ່າຍເລີ່ມສູງຂຶ້ນ ຍ້ອນການຜະລິດນໍ້າກ້ອນຕ້ອງໃຊ້ໄຟຫຼາຍ, ຕົ້ນທຶນສູງຂຶ້ນຫຼາຍ ຈຶ່ງເຊົາຜະລິດນໍ້າກ້ອນອະນາໄມ. ປັດຈຸບັນໄດ້ຜະລິດພຽງນໍ້າດື່ມແລ້ວໃສ່ຊື່ວ່າ: ໂຮງງານນໍ້າດື່ມໂອວີ້ ຈົນເຖິງປັດຈຸບັນ. ນໍ້າດື່ມໂອວີ້ໄດ້ຜະລິດມີ 4 ຂະ ໜາດຄື: ຂະໜາດ 1,500 ມີລີລິດ (ml) ລາຄາ 30,000 ກີບ/ແພັກ, 600 ml ລາຄາ 30,000 ກີບ/ແພັກ, 350 ml ລາຄາ 50,000 ກີບ/ແພັກ, 250 ml ລາຄາ 40,000 ກີບ/ແພັກ ຕົ້ນຕໍແມ່ນຜະລິດໃຫ້ຕົວແທນ, ບໍລິສັດໄຟຟ້ລາວ ແລະ ພາກສ່ວນອື່ນໆທົ່ວໄປ. ໂຮງງານນໍ້າດື່ມໂອວີ້ ເປັນໂຮງງານນ້ອຍແບບ SME ໂດຍການຜະລິດແມ່ນທຶນໂຕເອງ, ປັດຈຸບັນມີແຮງງານການຜະລິດ 12 ຄົນ, ຄຸນນະພາບຂອງໂຮງງານແມ່ນໄດ້ມາດຕະຖານ, ມີຂັ້ນຕອນການຜະລິດ ທີ່ມີຄຸນນະພາບມາດຕະຖານ ແລະ ສະອາດ ຈຶ່ງເຮັດໃຫ້ໂຮງງານໄດ້ຮັບກາໝາຍຫຼັກການ ການຜະລິດທີ່ດີ (GMP). ໂຮງງານນໍ້າດື່ມໂອວີ້ຕັ້ງຢູ່ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫຼວວຽງຈັນ ຕ້ອງການນໍ້າດື່ມສາມາດຕິດຕໍ່ໄດ້ທີ່ເບີ 020 5552 0498.

ຄໍາເຫັນ