ນໍ້າກັດຢໍລະປາ ມີຫຼາຍກິດຈະກໍາທີ່ໜ້າໃຈ

ນໍ້າກັດຢໍລະປາ ມີຫຼາຍກິດຈະກໍາທີ່ໜ້າໃຈ ພ້ອມສໍາຜັດອາກາດໜາວເຢັນ

ນໍ້າກັດຢໍລະປາ ມີຫຼາຍກິດຈະກໍາທີ່ໜ້າໃຈ ພ້ອມສໍາຜັດອາກາດໜາວເຢັນ
ໂດຍ: ວັນເພັງ ສະຖານທີ່ທ່ອງທ່ຽວນໍ້າກັດຢໍລະປາ ເປັນໜຶ່ງສະຖານທີ່ທ່ອງທ່ຽວທໍາມະຊາດທີ່ສວຍງາມ ແລະ ມີຊື່ສຽງ ຂອງເມືອງໄຊ ແຂວງອຸດົມໄຊ ຊຶ່ງຫ່າງຈາກສະຖານີລົດໄຟລາວ-ຈີນ ປະມານ 18 ກິໂລແມັດ, ມີເສັ້ນທາງລົດໄປຮອດຢ່າງສະດວກສະບາຍບໍ່ວ່າທ່ານຈະເດີນທາງດ້ວຍລົດສ່ວນຕົວ ຫຼື ລົດໃຫ້ບໍລິການ ກໍໃຊ້ເວລາພຽງແຕ່ 30 ນາທີ ກໍຮອດແລ້ວ.

ພ້ອມນັ້ນ,ຍັງມີເດີ່ນຈອດລົດທີ່ກວ້າງຂວາງ, ສິ່ງສໍາຄັນສະຖານທີ່ທ່ອງທ່ຽວທໍາມະຊາດນໍ້າກັດຢໍລະປາ ແມ່ນມີຫຼາກຫຼາຍກິດຈະກໍາທີ່ໜ້າສົນໃຈ ແລະ ໜ້າສໍາຜັດໂດຍສະເພາະໄລຍະນີ້ທ່ານຈະໄດ້ສໍາຜັດກັບອາກາດໜາວເຢັນຕື່ມອີກ.
ທ່ານ ສິງໄຊ ທອງເງິນງາມ ພະນັກງານຮັບຜິດຊອບກ່ຽວກັບກິດຈະກໍາຕ່າງໆຢູ່ສະຖານທີ່ທ່ອງທ່ຽວທໍາມະຊາດນໍ້າກັນຢໍລະປາ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມ ປະຊາຊົນເມື່ອບໍ່ດົນມານີ້ວ່າ: ປັດຈຸບັນ ສະຖານທີ່ທ່ອງທ່ຽວທໍາມະຊາດນໍ້າກັດຢໍລະປາ ແມ່ນໄດ້ຮັບການພັດທະນາຂຶ້ນເປັນລໍາດັບ, ມີຫຼາກຫຼາຍກິດຈະກໍາທີ່ໜ້າສົນໃຈ, ສໍາຜັດ ແລະ ມີອັນໃໝ່ໆໃຫ້ຜູ້ມາທ່ຽວໄດ້ທ່ຽວຊົມ ໂດຍສະເພາະຈະມີຫຼາກຫຼາຍກິດຈະກໍາ ເໝາະສໍາລັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ມັກຮັກໃນການພະຈົນໄພ ແລະ ມັກກັບສິ່ງທ້າທາຍໄດ້ລອງສໍາຜັດເປັນຕົ້ນກິດຈະກໍາຂີ່ລົດຂຽວຊົມນໍ້າຕົກຕາດນໍ້າກັດຢໍລະປາ, ຂີ່ສະລິງ 11 ເສັ້ນ, 4 ເສັ້ນ, ສະລິງກາເຟ, ມີຕາໜ່າງແມງມຸມ, ຍ່າງເລາະຊົມຕົ້ນໄມ້ໃຫຍ່, ຍ່າງປ່າ 6 ຊົ່ວໂມງ, ຍ່າງປ່າຊົມດອກໄມ້ 3 ຊົ່ວໂມງ ແລະ ກິດຈະກໍາຕັ້ງແຄມປິງ ເພື່ອນອນແຮມຄືນສໍາຜັດອາກາດໜາວເຢັນໃນຍາມລາຕຣີ ແລະ ອື່ນໆ. ພ້ອມນັ້ນ, ຍັງມີກິດຈະກໍາ ເອົາໃຈຜູ້ທີ່ມັກຮັກໃນການຍ່າງປ່າ ຂຶ້ນພູຍາຄາຊົມທໍາມະຊາດຫຼາຍຊົ່ວໂມງ ແລະ ນອນແຮມຄືນ ມີກິດຈະກໍານອນ 1 ຄືນ ກັບ 2 ວັນ ແລະ 2 ຄືນ ກັບ 3 ວັນ. ໃນການຍ່າງຂຶ້ນພູຍາຄາຈະໃຊ້ເວລາ 7 ຊົ່ວໂມງ ແລະ ເວລາກັບປະມານ 3-4 ຊົ່ວໂມງ.ສ່ວນລາຄາແຕ່ລະກິດຈະກໍາ, ເວລາໃຫ້ບໍລິການແມ່ນຈະມີຄວາມແຕກຕ່າງກັນໄປ, ທີ່ສໍາຄັນລາຄາບໍ່ແພງ ແຕ່ກໍກຸ້ມຄ່າທີ່ສຸດ. ໃນນັ້ນ, ສະຖານທີ່ແຫ່ງນີ້ຍັງມີຫໍພິພິທະພັນຊີວະນານາພັນ, ອ່າງປາຄາບ ໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະທດ ໄດ້ເຂົ້າທ່ຽວຊົມໂດຍບໍ່ເສຍຄ່າ. ເຫັນໄດ້ວ່າປີ 2024 ນີ້ ມີນັກທ່ອງທ່ຽວເຂົ້າມາທ່ຽວສໍາຜັດກັບກິດຈະກໍາຕ່່າງໆ ຢູ່ສະຖານທີ່ແຫ່ງນີ້ ເປັນຈໍານວນຫຼາຍ ແລະ ຫຼາຍກວ່າທຸກໆປີ ໂດຍສະເພາະໃນໄລຍະບຸນເທດສະການວັນສໍາຄັນຕ່າງໆ, ວັນເສົາ-ອາທິດ ຈະມີນັກທ່ອງທ່ຽວລາວ, ນັກທ່ອງທ່ຽວຈີນ ແລະ ອື່ນໆເຂົ້າມາທ່ຽວຫຼາຍທີ່ສຸດ.
ທ່ານ ສິງໄຊ ທອງເງິນງາມ ຍັງຝາກເຖິງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຖ້າໄດ້ເຂົ້າມາທ່ຽວ ຫຼື ຢ້ຽມຢາມເມືອງໄຊ ແຂວງອຸດົມໄຊ ກໍຢ່າລືມ-ຢ່າພາດໃນການມາທ່ຽວສະຖານທີ່ທ່ອງທ່ຽວທໍາມະຊາດນໍ້າກັດຢໍລະປາ ເພາະສະຖານທີ່ແຫ່ງນີ້ ຍັງມີຫຼາກຫຼາຍກິດຈະກໍາທີ່ໜ້າສົນໃຈ, ທ້າທາຍລໍໃຫ້ທ່ານໄປສໍາຜັດດ້ວຍຕົວເອງ. ລາວທ່ຽວລາວສົ່ງເສີມລາວ ສົ່ງເສີມເງິນກີບລາວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫ້ອງການ ຄຄອຊ ມອບອຸປະກອນຄອມພິວເຕີ ໃຫ້ ຄະນະໂຄສະນາອົບຮົມສູນກາງພັກ

ຫ້ອງການ ຄຄອຊ ມອບອຸປະກອນຄອມພິວເຕີ ໃຫ້ ຄະນະໂຄສະນາອົບຮົມສູນກາງພັກ

ຫ້ອງການກອງເລຂາ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ(ຄຄອຊ) ໄດ້ນຳເອົາອຸປະກອນຄອມພິວເຕີ ຈຳນວນ 4 ຊຸດໃນນັ້ນ, ເຄື່ອງອຸປະກອນ Laptop 2 ຊຸດ ແລະ ເຄື່ອງອຸປະກອນຄອມພິວເຕີ ຈຳນວນ 2 ເຄື່ອງ ຊຶ່ງລວມມີມູນຄ່າທັງໝົດ 84,680,000 ກີບ ມາມອບໃຫ້ແກ່ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ).
ບໍລິສັດ ຊີເຄພາວເວີຈໍາກັດ ແລະ ບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ມອບຄອມພິວເຕີໃຫ້ເມືອງແກ່ນທ້າວ.

ບໍລິສັດ ຊີເຄພາວເວີຈໍາກັດ ແລະ ບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ມອບຄອມພິວເຕີໃຫ້ເມືອງແກ່ນທ້າວ.

ໃນວັນທີ 9 ຕຸລານີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງແກ່ນ ທ້າວແຂວງໄຊຍະລີ, ບໍລິສັດ ຊີເຄພາວເວີຈໍາກັດ (ມະຫາຊົນ) ແລະ ບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ໄດ້ມອບຄອມພິວເຕີສະໜັບສະໜູນການສຶກສາເມືອງ ແກ່ນທ້າວ ຈໍານວນ 10 ເຄື່ອງ. ເປັນກຽດມອບໂດຍທ່ານ ພະລາກອນ ລົດເວດສະນັນ ຜູ້ອໍານວຍການອາວຸໂສຝ່າຍຈັດຊື້-ຈັດຈ້າງ ຫົວໜ້າບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ພ້ອມດ້ວຍທີມງານ ແລະ ໃຫ້ກຽດຮັບໂດຍທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ, ມີພາກສ່ວນກ່ຽວຂ້ອງ ຂອງເມືອງເຂົ້າຮ່ວມ.
ຄໍາມ່ວນ ຖອດຖອນບົດຮຽນການກະກຽມ ແລະ ດຳເນີນກອງຜູ້ແທນອົງຄະນະພັກແຂວງ

ຄໍາມ່ວນ ຖອດຖອນບົດຮຽນການກະກຽມ ແລະ ດຳເນີນກອງຜູ້ແທນອົງຄະນະພັກແຂວງ

ໃນວັນທີ 8 ຕຸລາຜ່ານມາ ຢູ່ທີ່ເຮືອນພັກ ເລກ 1 ແຂວງຄໍາມ່ວນ ໄດ້ມີກອງປະຊຸມສະຫຼຸບຖອດຖອນບົດຮຽນການກະກຽມ ແລະ ດຳເນີນກອງປະຊຸມໃຫ່ຍ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI ພາຍໃຕ້ການເປັນປະທານ ຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີບັນດາການນຳແຂວງ, ຂັ້ນເມືອງ ແລະ ບັນດາອະນຸກໍາມະການດຳເນີນກອງປະຊູມເຂົ້າຮ່ວມ.
ການທູດວັດທະນະທໍາ ປະກອບສ່ວນຍົກສູງບົດບາດ ແລະ ພາບພົດທີ່ດີ  ຂອງ ສປປ ລາວ ໃນເວທີສາກົນ  (ເນື່ອງໃນໂອກາດ ຄົບຮອບ 80 ປີ ວັນການທູດລາວ: 12/10/1945-12/10/2025)

ການທູດວັດທະນະທໍາ ປະກອບສ່ວນຍົກສູງບົດບາດ ແລະ ພາບພົດທີ່ດີ ຂອງ ສປປ ລາວ ໃນເວທີສາກົນ (ເນື່ອງໃນໂອກາດ ຄົບຮອບ 80 ປີ ວັນການທູດລາວ: 12/10/1945-12/10/2025)

ສປປ ລາວ ໄດ້ໃຫ້ຄວາມສຳຄັນດ້ານການທູດວັດທະນະທຳ (Cultural Diplomacy) ໂດຍຮັບຮູ້ວ່າແມ່ນການນຳໃຊ້ຊັບພະຍາກອນທາງດ້ານວັດທະນະທຳ ເຊັ່ນ: ພາສາ, ສິລະປະ, ດົນຕີ, ວັນນະຄະດີ, ຮີດຄອງປະເພນີອັນດີງາມ, ຄວາມເຊື່ອ, ແນວຄວາມຄິດ, ຄ່ານິຍົມ, ການແຕ່ງກາຍ ລວມທັງ ອາຫານການກິນຢູ່ດໍາລົງຊີວິດທີ່ເປັນເອກະລັກຂອງລັດໃດໜຶ່ງ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ເສີມສ້າງສາຍພົວພັນທີ່ດີຊຶ່ງກັນ ແລະ ກັນ ລະຫວ່າງ ລັດກັບລັດ, ປະຊາຄົມກັບປະຊາຄົມ ກໍຄື ລະຫວ່າງ ອົງການຈັດຕັ້ງດ້ວຍກັນ ຊຶ່ງເປັນການສ້າງພື້ນຖານອັນສຳຄັນໃຫ້ການຮ່ວມມືໃນຂົງເຂດອື່ນໆ ເຊັ່ນ: ການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນກັບປະຊາຊົນ, ວິທະຍາສາດ, ເຕັກໂນໂລຊີ ແລະ ອື່ນໆ. ນອກຈາກນັ້ນ, ການທູດວັດທະນະທໍາ ຍັງແມ່ນເຄື່ອງມືທີ່ມີພະລັງອໍານາດແບບນິ້ມນວນ (Soft Power) ຂອງຊາດໃດໜຶ່ງທີ່ສາມາດນຳໃຊ້ເຂົ້າໃນການສົ່ງເສີມຜົນປະໂຫຍດແຫ່ງຊາດຂອງຕົນໃນເວທີສາກົນ ກໍຄື ເພື່ອເປັນການຍົກສູງບົດບາດ, ອິດທິພົນ ແລະ ພາບພົດທີ່ດີຂອງປະເທດຕົນໃນເວທີສາກົນ ຜ່ານການສະແດງ ແລະ ນຳສະເໜີວັດທະນະທຳຂອງປະເທດຕົນໃຫ້ສາກົນຮັບຮູ້.
ປວງຊົນລາວຮັກສາໄດ້ຮີດຄອງປະເພນີອັນດີງາມໃນງານບຸນອອກພັນສາ ແລະ ຊ່ວງເຮືອທີ່ທ່າວັດຈັນ

ປວງຊົນລາວຮັກສາໄດ້ຮີດຄອງປະເພນີອັນດີງາມໃນງານບຸນອອກພັນສາ ແລະ ຊ່ວງເຮືອທີ່ທ່າວັດຈັນ

ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີປະຈຳປີ 2025 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ຖືເປັນປາງບຸນໃຫຍ່ຂອງປະຊາຊົນບັນດາເຜົ່າຈັດຂຶ້ນທຸກໆປີ ນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ ປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່ເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລາ ປວງຊົນລາວຮັກສາໄດ້ຮີດຄອງປະເພນີອັນດີງາມ ຄວາມສາມັກຄີ ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພເປັນຢ່າງດີ.
ເມືອງບໍ່ແຕນ ຈັດ​ງານ​ບຸນປະເພນີແຂ່ງຂັນຊ່ວງ​ເຮືອ​ປະຈຳ​ປີ 2025

ເມືອງບໍ່ແຕນ ຈັດ​ງານ​ບຸນປະເພນີແຂ່ງຂັນຊ່ວງ​ເຮືອ​ປະຈຳ​ປີ 2025

ງານ​ບຸນປະເພນີແຂ່ງຂັນຊ່ວງ​ເຮືອ​ປະຈຳ​ປີ 2025 ຢູ່ເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນ​ທີ 7 ຕຸລາຜ່ານມານີ້ ​ຢູ່ທີອ່າງນ້ຳຮຳ ​ເຂດ​ບ້ານ​ເມືອງຮຳ ​ໂດຍການເຂົ້າຮ່ວມຂອງທ່ານ ຄຳສີ ແພງສະຫວັນ ປະທານແນວລາວສ້າງຊາດແຂວງ, ມີແຂກ​ຖືກ​ເຊີນ​ທັງ​ພາຍ​ໃນ ແລະ ຕ່າງແຂວງ, ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ​ ​ແລະ ຕ່າງປະ​ເທດ ພ້ອມ​ດ້ວຍ​ມວນ​ຊົນ​ຊາວ​ເມືອງ​ບໍ່ແຕນ​ ເຂົ້າ​ທ່ຽວ​ຊົມ​ຢ່າງຫຼວງຫຼາຍ.
ເມືອງຂວາ ເປີດການນໍາໃຊ້ສວນສາທາລະນະ ໜໍ່ໄມ້ຈໍາລອງ

ເມືອງຂວາ ເປີດການນໍາໃຊ້ສວນສາທາລະນະ ໜໍ່ໄມ້ຈໍາລອງ

ໃນວັນທີ 7 ຕຸລາຜ່ານມາ ເມືອງຂວາ ແຂວງຜົ້ງສາລີ ໄດ້ຈັດພິທີເປີດການນໍາໃຊ້ສວນສາທາລະນະ, ໜໍ່ໄມ້ຈໍາລອງຂຶ້ນ, ໂດຍການເຂົ້າຮ່ວມຂອງທ່ານ ພົນຕີ ສົມພອນ ມິດຕະພອນ ເຈົ້າແຂວງຜົ້ງສາລີ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເຮືອທະນາຄານ JDB ຄອງເຈົ້າທ່າບຸນຊ່ວງເຮືອປະເພນີທ່າວັດຈັນ ປະຈໍາປີ 2025

ເຮືອທະນາຄານ JDB ຄອງເຈົ້າທ່າບຸນຊ່ວງເຮືອປະເພນີທ່າວັດຈັນ ປະຈໍາປີ 2025

ພິທີເປີດການ​ແຂ່ງ​ຂັນຊ່ວງເຮືອປະເພນີ ປະຈຳປີ 2025 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ເປັນກຽດເຂົ້າຮ່ວມຂອງທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກນະຄອນຫຼວງວຽງຈັນ ມີບັນດາທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນທ່ານເລຂາຄະນະພັກເມືອງຈັນທະບູລີພ້ອມດ້ວຍການນໍາ ນວ ເມືອງ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍລະນາ ຢູ່ນະຄອນ ຫຼວງພະບາງ

ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍລະນາ ຢູ່ນະຄອນ ຫຼວງພະບາງ

ງານປະກວດເຮືອໄຟງາມ ໃນບຸນອອກພັນສາປະວໍລະນາ ຢູ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ປີນີ້ ຈັດຂຶ້ນໃນຕອນຄໍ່າ ຂອງວັນທີ 8 ຕຸລານີ້ ມີການຂອງແຂວງຫຼວງພະບາງ, ຄະນະກຳມະການ, ແຂກຮັບເຊີນ ຕະຫຼອດຮອດມວນຊົນ, ແຂກທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ເຈົ້າແຂວງຈຳປາສັກ ຕ້ອນຮັບຫຼາຍພາກສ່ວນ ທີ່ມາຮ່ວມງານບຸນປະວໍຣະນາ ອອກພັນສາ-ຊ່ວງເຮືອປະເພນີ ປະຈໍາປີ

ເຈົ້າແຂວງຈຳປາສັກ ຕ້ອນຮັບຫຼາຍພາກສ່ວນ ທີ່ມາຮ່ວມງານບຸນປະວໍຣະນາ ອອກພັນສາ-ຊ່ວງເຮືອປະເພນີ ປະຈໍາປີ

ໃນລະຫວ່າງວັນທີ 7-8 ຕຸລານີ້, ທີ່ຫ້ອງວ່າການແຂວງຈຳປາສັກ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ບັນດາທ່ານກົງສູນໃຫຍ່ ແລະ ແຂກຜູ້ຕາງໜ້າ ຈາກຫຼາຍປະເທດ ໃນໂອກາດ ທີ່ມາຮ່ວມງານບຸນອອກພັນສາ ປະວໍຣະນາ ແລະ ຊ່ວງເຮືອປະເພນີ ປະຈໍາປີ ພສ 2568, ຄສ 2025 ທີ່ແຂວງຈໍາປາສັກ. ຊຶ່ງປະກອບມີບັນດາທ່ານດັ່ງນີ້: ທ່ານ ຊຳນານ ຊື່ນຕາ ຜູ້ວ່າຣາຊະການຈັງຫວັດອຸບົນຣາຊະທານີ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ, ທ່ານ ແມນ ກົງ ຮອງເຈົ້າແຂວງຊຽງແຕງ ຣາຊະອານາຈັກກຳປູເຈຍ ພ້ອມຄະນະ, ທ່ານ ນາງ ຕ້າ ເຟືອງ ຍຸງ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳ (ພາກໃຕ້) ນະຄອນປາກເຊ, ທ່ານ ກີ ໂມ ນີ ຣ໋ອກ ກົງສູນໃຫຍ່ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ, ທ່ານ ສຸພັນ ຫານດາວເຮືອງ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນດານັງ ສສ ຫວຽດນາມ, ທ່ານ ພອນສີ ບຸນມີໄຊ ກົງສູນໃຫຍ່ແຫ່ງ ສປປ ລາວ ປະຈຳນະຄອນໂຮ່ຈິມິນ ສສ ຫວຽດນາມ ແລະ ທ່ານ ແກ້ວ ວົງໄຊ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳແຂວງຊຽງແຕງ ຣາຊະອານາຈັກກຳປູເຈຍ.
ເພີ່ມເຕີມ