![]() |
ທ່ານ ສຸວັນ ວັນນະລາດ ນາຍບ້ານເລົ່າຫຼວງໄດ້ໃຫ້ສໍາພາດຕໍ່ນັກຂ່າວແຂວງວ່າ: ໃນຕອນຄໍ່າຄືນວັນທີ 8 ກໍລະກົດ ຜ່ານມາໄດ້ມີຝົນຕົກຕິດຕໍ່ກັນຫຼາຍຊົ່ວໂມງເຮັດໃຫ້ເກີດນໍ້າຖ້ວມເຮືອນປະຊາຊົນເສຍຫາຍ 15 ຫຼັງ, ເສຍຫາຍໜັກ 5 ຫຼັງ, ສັດລ້ຽງ, ວັດຖຸເຄື່ອງຂອງໄດ້ຖຶກນໍ້າສຸໄຫຼ.ຕໍ່ເຫດການດັ່ງກ່າວໄດ້ລະດົມປະຊາຊົນເຂົ້າຊ່ວຍເຫຼືອຄອບຄົວຖືກກະທົບໄດ້ຢ່າງປອດໄພ ແລະ ຍົກຍ້າຍວັດຖຸສິ່ງຂອງ, ປະຊາຊົນຈຸດທີ່ມີຄວາມສ່ຽງໄປຢູ່ບ່ອນປອດໄພ. ສ່ວນຄວາມເສຍຫາຍຍັງບໍ່ທັນສາມາດປະເມີນໄດ້.
![]() |
(ຂ່າວ: ມະນີວັນ)
ຄໍາເຫັນ