ອິດທິພົນຂອງພາຍຸໄຕ້ຝຸ່ນຢາກິ (YAGI)

ນ້ຳຖ້ວມຫຼວງນ້ຳທາ 30 ກວ່າບ້ານໄດ້ຮັບຜົນກະທົບພາກສ່ວນກ່ຽວຂ້ອງເລັ່ງຊ່ວຍເຫຼືອປະຊາຊົນ

ນ້ຳຖ້ວມຫຼວງນ້ຳທາ 30 ກວ່າບ້ານໄດ້ຮັບຜົນກະທົບພາກສ່ວນກ່ຽວຂ້ອງເລັ່ງຊ່ວຍເຫຼືອປະຊາຊົນ
ອິດທິພົນຂອງພາຍຸໄຕ້ຝຸ່ນຢາກິ (YAGI) ທີ່ພັດຜ່ານບັນດາແຂວງເຂດພາກເໜືອຂອງ ສປປ ລາວ ໂດຍສະເພາະແຂວງຫຼວງນໍ້າທາເຮັດໃຫ້ເກີດມີຝົນຕົກໜັກຕິດຕໍ່ກັນຫຼາຍວັນເຮັດໃຫ້ປະລິມານນໍ້າຫຼາຍສາຍ ເປັນຕົ້ນ ນໍ້າທຸງ, ນໍ້າທາ, ນໍ້າແງ້ນ ເພີ່ມຂຶ້ນຢ່າງໄວວາ

ແລະ ໄຫຼປ່ອງໃສ່ກັນ ຈຶ່ງເກີດມີນໍ້າຖ້ວມຊຸ, ນໍ້າຖ້ວມຍຶ່ງ ຢູ່ບັນດາບ້ານທີ່ຢູ່ພື້ນທີ່ຕໍ່າ, ເຮັດໃຫ້ເສັ້ນທາງ, ລະບົບໂທລະຄົມມະນາຄົມ, ໄຟຟ້າ, ນໍ້າປະປາ ໄດ້ຖືກຕັດຂາດ, ພື້ນຖານໂຄງລ່າງຂອງເມືອງຫຼວງນໍ້າທາ, ທີ່ຢູ່ອາໄສ, ເຮືອນຊານບ້ານຊ່ອງ, ພື້ນທີ່ທໍາການຜະລິດ, ຊັບສິນຂອງປະຊາຊົນ ຖືກຜົນກະທົບເສຍຫາຍຢ່າງໜັກໜ່ວງຊຶ່ງໄດ້ສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ ແລະ ເຮັດໃຫ້ການເຂົ້າຊ່ວຍເຫຼືອປະຊົນພົບຄວາມຫຍຸ້ງຍາກລໍາບາກ.ແນວໃດກໍຕາມ ມາຮອດປັດຈຸບັນ ທຸກພາກສ່ວນ ໂດຍສະເພາະ ຄະນະຮັບຜິດຊອບ ຕ້ານໄພພິບັດແຕ່ລະຂັ້ນ ໄດ້ເປັນເຈົ້າການ ເລັ່ງໃຫ້ການຊ່ວຍເຫຼືອປະຊາຊົນຜູ້ປະສົບໄພຢ່າງຮີບດ່ວນ.
ອີງຕາມບົດລາຍງານຂອງແຂວງຫຼວງນ້ຳທາເມື່ອວັນ 10 ກັນຍາຜ່ານມາໃຫ້ຮູ້ວ່າ: ໃນເວລາ 7:00 ໂມງຂອງວັນທີ 9 ກັນຍາ 2024 ໄດ້ເກີດເຫດໄພພິບັດ (ນໍ້າຖ້ວມ) ພາຍໃນແຂວງຫຼວງນໍ້າທາໃນເບື້ອງຕົ້ນມີ 35 ບ້ານຄື: ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ, ບ້ານບໍ່ເຕ່ນ, ບໍ່ປຽດ, ຕີນຕົກ, ນາເຕີຍ, ຫ້ວຍດໍາ, ຫ້ວຍຫ້ອມ, ນໍ້າແດງເໜືອ, ນໍ້າແດງໃຕ້, ຕາຫວ່ານ, ບວມພຽງ, ນໍ້າທຸງ, ຫ້ວຍຂີງ, ປ່າປົວະ, ທົ່ງໄຈ້ເໜືອ, ທົ່ງໄຈ້ໃຕ້, ວຽງເງິນ, ໂພນໄຊ, ໜອງບົວວຽງ, ຫົວຂົວ, ດອນສໍາພັນ, ທົ່ງອົ້ມ, ວຽງເໜືອ, ວຽງໃຕ້, ບ້ານຫຼວງ, ຂອນດອນຄຸນ, ທ່າຂໍ້, ນໍ້າແງ້ນ, ທົ່ງຂວາ, ບ້ານປຸ່ງ, ບ້ານໃໝ່, ປ່າສັກ, ນານ້ອຍ, ນາລືເຮັດໃຫ້ເຮືອນຊານ, ຊັບສິນ, ພາຫະນະເຂດທໍາການຜະລິດ, ສັດລ້ຽງຂອງປະຊາຊົນເສຍຫາຍເປັນຈໍານວນຫຼວງຫຼາຍຊຶ່ງບໍ່ສາມາດປະເມີນມູນຄ່າໄດ້.
ເລີ່ມແຕ່ເຫດເກີດຂຶ້ນ,ການນໍາຂອງແຂວງ, ຄະນະກຳມະການໄພພິບັດຂັ້ນແຂວງສົມທົບພາກສ່ວນກ່ຽວຂ້ອງລົງຊ່ວຍເຫຼືອປະຊາຊົນ, ຍົກຍ້າຍຊັບສິນ, ກອບກູ້ຊີວິດຂອງປະຊາຊົນ, ແຕ່ເຫດເກີດຂຶ້ນພ້ອມກັນຫຼາຍຈຸດເຮັດໃຫ້ການຊ່ວຍເຫຼືອບໍ່ທ່ວງບໍ່ທັນ.
ປັດຈຸບັນແຂວງພວມສຸມໃສ່ຈັດຕັ້ງກໍາລັງລົງແຕ່ລະຈຸດເພື່ອຊ່ວຍເຫຼືອປະຊາຊົນທີ່ຍັງຕິດຄ້າງຢູ່ຕາມເຮືອນຊານອອກມາຢູ່ບ່ອນປອດໄພ, ແຂວງໄດ້ກຳນົດຈຸດພັກຊົ່ວຄາວ, ຕັ້ງສູນຮັບ-ແຈກຢາຍເຄື່ອງອຸປະໂພກ-ບໍລິໂພກສໍາລັບຜູ້ປະສົບໄພ, ພ້ອມທັງລະດົມການຊ່ວຍເຫຼືອຈາກທຸກພາກສ່ວນທົ່ວສັງຄົມ.
ໃນຂະນະທີ່ ທ່ານ ພັນເອກ ຄໍາເຫຼັກ ສາຍຄໍາພວນ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານ ແຂວຫຼວງນໍ້າທາ ຄະນະຮັບຜິດຊອບຕ້ານໄພພິບັດຂັ້ນແຂວງ ໄດ້ລາຍງານເມື່ອວັນທີ 10 ກັນຍາຜ່ານມາໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບການແຈ້ງຂ່າວ ມີສະພາບການນໍ້າຖ້ວມເກີດຂຶ້ນ, ຄະນະພັກ-ຄະນະບັນຊາ ກໍຄືຄະນະຮັບຜິດຊອບຕ້ານໄພພິບັດທໍາມະຊາດ ກອງບັນຊາການທະຫານ ແຂວງຫຼວງນໍ້າທາ ໄດ້ນໍາພາກໍາລັງປະຈໍາການກຽມພ້ອມຕອບ-ຕ້ານໄພພິບັດ ຂອງກອງບັນຊາການ 565 ສະຫາຍ ພ້ອມດ້ວຍພາຫະນະ ເຮືອ 6 ລໍາ, ສົມທົບກັບເຮືອ ແລະ ກໍາລັງຂອງປະຊາຊົນຈໍານວນໜຶ່ງ ເລັ່ງໃຫ້ຊ່ວຍເຫຼືອປະຊາຊົນຢູ່ບັນດາບ້ານທີ່ຂຶ້ນກັບ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ທີ່ຖືກຜົນກະທົບໜັກເປັນຕົ້ນແມ່ນບ້ານວຽງເງິນ, ທົ່ງໃຈເໜືອ, ທົ່ງໃຈໃຕ້, ນານ້ອຍ, ທົ່ງຂວາ, ວຽງເໜືອ, ບ້ານປຸ່ງ, ໃໝ່, ປ່າສັກ, ນາລື, ທ່າອໍ, ຄອນຄູນ, ບ້ານຄອນ, ບ້ານຫຼວງ, ໂພນໄຊ, ດອນສໍາພັນ, ຫົວຂົວ, ວຽງໃຕ້, ປ່າປົວະ, ນໍ້າທູນ, ບໍ່ເຕັນ ແລະ ບ້ານນາເຕີຍ ໃນນີ້, ເລັ່ງຊ່ວຍເຫຼືອໄດ້ແລ້ວຈໍານວນໜຶ່ງ ແລະ ຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອບັນດາບ້ານ ທີ່ຍັງຕົກຄ້າງຕາມຈຸດຕ່າງໆ ເພື່ອນໍາສົ່ງປະຊາຊົນສູ່ຈຸດປອດໄພ ແລະ ນໍາເອົາຜູ້ບາດເຈັບນໍາສົ່ງໂຮງໝໍທະຫານ ແຂວງຫຼວງນໍ້າທາ ໃຫ້ທ່ວງທັນເວລາ.
ຕໍ່ສະພາບການດັ່ງກ່າວ, ເຖິງແມ່ນວ່າໃນປັດຈຸບັນປະລິມານນໍ້າບາງເຂດ ຈະຫຼຸດລົງແລ້ວກໍຕາມ, ແຕ່ຝົນຍັງສືບຕໍ່ຕົກຢ່າງຕໍ່ເນື່ອງ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ປະຊາຊົນຢູ່ເຂດຈຸດສ່ຽງໄພ ຈົ່ງພ້ອມກັນເຝົ້າລະວັງ ການປ່ຽນແປງຂອງສະພາບອາກາດຢ່າງຕໍ່ເນື່ອງ. ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມກັນ ສົ່ງກໍາລັງແຮງໃຈ ດ້ວຍການບໍລິຈາກ ເຄື່ອງອຸປະໂພກ-ບໍລິໂພກ ໂດຍຜ່ານພາກສ່ວນທີ່ກ່ຽວຂ້ອງ ເພື່ອບັນເທົາທຸກໃນເບື້ອງຕົ້ນ ປະກອບສ່ວນຊ່ວຍບັນເທົາທຸກ, ຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ຂ່າວ: ຄ. ຄຳປະສິດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ