ນໍ້າຖ້ວມໜັກຫຼາຍຈຸດພາຍໃນເທດສະບານແຂວງ

ນ້ຳຖ້ວມຫຼວງນໍ້າທາເສຍຫາຍໜັກໜ່ວງປະຊາຊົນຫຼາຍຄົນຂາດທີ່ຢູ່ອາໄສ

ນ້ຳຖ້ວມຫຼວງນໍ້າທາເສຍຫາຍໜັກໜ່ວງປະຊາຊົນຫຼາຍຄົນຂາດທີ່ຢູ່ອາໄສ
ໂດຍ: ສຳນານ ອິດທິພົນຂອງພາຍຸໄຕ້ຝຸ່ນຢາກິ ທີ່ພັດຜ່ານແຂວງຫຼວງນໍ້າທາ ເລີ່ມແຕ່ວັນທີ 9 ກັນຍາ 2024 ໄດ້ເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນຫຼາຍວັນສົ່ງຜົນເຮັດໃຫ້ແຂວງຫຼວງນໍ້າທາ ເກີດມີນໍ້າຖ້ວມໜັກຫຼາຍຈຸດພາຍໃນເທດສະບານແຂວງ

ແລະ ບັນດາເມືອງ,ອັນໄດ້ເຮັດໃຫ້ເສັ້ນທາງຫຼາຍສາຍຖືກຕັດຂາດ,ເຂດການຜະລິດ, ເຮືອນຊານ, ຊັບສິນຂອງລັດ ແລະ ປະຊາຊົນ ເສຍຫາຍເປັນຈໍານວນຫຼວງຫຼາຍ; ປະຊາຊົນຫຼາຍກວ່າ 2.700 ຄົນ ຂາດທີ່ຢູ່ອາໄສສູນເສຍຊັບສິນແບບວ່າບໍ່ເຫຼືອຫຍັງ.
ອີງຕາມບົດລາຍງານຂອງທ່ານເຈົ້າແຂວງຫຼວງນ້ຳທາເມື່ອວັນທີ 16 ກັນຍາຜ່ານມາໃຫ້ຮູ້ວ່າ: ແຂວງຫຼວງນໍ້າທາໄດ້ຮັບຜົນກະທົບຈາກໄພພິບັດ (ນໍ້າຖ້ວມ) ຢູ່ 3 ເມືອງ, ປະຊາຊົນໄດ້ຮັບຜົນກະທົບຫຼາຍກວ່າ 40.258 ຄົນ, ເຮືອນຂອງປະຊາຊົນຖືກນໍ້າພັດໄຫຼໄປຫຼາຍກວ່າ 115 ຫຼັງ, ປະຊາຊົນຂາດທີ່ຢູ່ອາໄສ, ສູນເສຍຊັບສິນ (ບໍ່ເຫຼືອຫຍັງ) ຫຼາຍກວ່າ 2.765 ຄົນ ແລະ ມີຄົນເສຍຊີວິດ 2 ຄົນ, ໃນນີ້: ເມືອງຫຼວງນໍ້າທາ (ເທດສະບານແຂວງ)ໜັກໜ່ວງກວ່າໝູ່ ມີ 48 ບ້ານ, 4.231 ຄອບຄົວ, 3.519 ຫຼັງຄາເຮືອນ, 18.856 ຄົນ;ເມືອງສິງ: ມີ 7 ບ້ານ201 ຄອບຄົວ; ເມືອງນາແລ ມີ 14 ບ້ານ1.751 ຄອບຄົວ, 7.188 ຄົນ; ລະບົບພື້ນຖານໂຄງລ່າງ ເຊັ່ນ: ຖະໜົນຫົນທາງ, ລະບົບໄຟຟ້າ, ນໍ້າປະປາ, ໂທລະຄົມມະນາຄົມ, ຕຶກອາຄານ, ສໍານັກງານຫ້ອງການ, ໂຮງຮຽນ, ໂຮງໝໍ, ຊັບສິນຂອງລັດ, ໂຮງງານ, ຮ້ານຄ້າ, ເຮືອນຊານ, ພາຫະນະ,ເຄື່ອງມືທຳການຜະລິດ, ເຂດການຜະລິດກະສິກຳ ແລະ ຊັບສິນຂອງປະຊາຊົນ ເປ່ເພເສຍຫາຍຢ່າງໜັກໜ່ວງເປັນຈຳນວນຫຼວງຫຼາຍ ຍັງບໍ່ທັນສາມາດປະເມີນເປັນມູນຄ່າໄດ້.
ຕາມການເກັບກຳຂໍ້ມູນເບື້ອງຕົ້ນມີດັ່ງນີ້:ເສັ້ນທາງຈາກເທດສະບານແຂວງ ຫາ ບັນດາເມືອງຖືກດິນເຈື່ອນທັບ, ນໍ້າຖ້ວມ, ເປ່ເພ ເຮັດໃຫ້ບໍ່ສາມາດສັນຈອນໄປມາ ຊຶ່ງຄາດວ່າຈະຕ້ອງການນຳໃຊ້ກົນຈັກຈໍານວນຫຼາຍເພື່ອຍົກຍ້າຍຕົ້ນໄມ້ ແລະສ້ອມແປງດິນເຈື່ອນທັບທາງ ຈຶ່ງສາມາດເປີດການສັນຈອນໄດ້ ແລະ ບາງບ່ອນຍັງບໍ່ສາມາດເຂົ້າເຖິງເພື່ອເກັບກຳຂໍ້ມູນໄດ້.
ເສັ້ນທາງ 13N ນາເຕີຍ-ບໍ່ເຕ່ນຖືກຕັດຂາດມາແຕ່ວັນທີ 9 ກັນຍາ ຈົນຮອດປັດຈຸບັນ; ເສັ້ນທາງ 17A ຫຼວງນ້ຳທາ-ເມືອງສິງຖືກຕັດຂາດແຕ່ວັນທີ 9 ກັນຍາຈົນຮອດປັດຈຸບັນ; ຂົວຂ້າມນ້ຳທາເສັ້ນທາງ R3 ແຕ່ບ້ານບວມພຽງ-ບ້ານໂພນໄຊສະຫວ່າງຖືກນ້ຳຖ້ວມປັດຈຸບັນທຽວໄປ-ມາໄດ້ແລ້ວແລະສັ້ນທາງອື່ນໆອີກຫຼາຍເສັ້ນທີ່ໄດ້ຮັບຄວາມເສຍຫາຍ, ບາງເສັ້ນທາງສາມາດທຽວໄດ້ ແຕ່ບາງເສັ້ນຍັງບໍ່ສາມາດທຽວໄດ້.
ສ່ວນລັດວິສາຫະກິດນໍ້າປະປາແຂວງຫຼວງນໍ້າທາ ມີພື້ນທີ່ບໍລິການນໍ້າປະປາ 7 ພື້ນທີ່ບໍລິການ ແລະ ໂຮງງານຜະລິດນໍ້າປະປາ, ໃນນັ້ນ: ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງນີ້ມີ 5 ພື້ນທີ່ບໍລິການ ແລະ 7 ໂຮງງານຜະລິດນໍ້າ,ລະບົບໂຄງສ້າງພື້ນຖານຂອງສະໜາມບິນເປ່ເພເສຍຫາຍໜັກ ເປັນຕົ້ນແມ່ນ ທາງແລ່ນຂຶ້ນ-ລົງ, ລານຈອດ,ຮົ້ວ, ອາຄານສະຖານທີ່; ບັນດາຕາຂ່າຍໄຟຟ້າ ທີ່ຖືກຜົນກະທົບມີ: ຕາຂ່າຍ 22 ກວ, ຕາຂ່າຍ 0,4 ກວ, ໝໍ້ແປງໄຟຟ້າ, ໝໍ້ນັບໄຟຟ້າ ຄາດຄະເນຜົນເສຍຫາຍເບື້ອງຕົ້ນມູນຄ່າ 1,9ຕື້ກວ່າກີບ. (ຍັງມີຫຼາຍຈຸດທີ່ໄດ້ຮັບຜົນກະທົບ ທີ່ເຂົ້າໄປບໍ່ຮອດ)ຕາຂ່າຍໄຟຟ້າ 22 ກວ ແຕ່ເມືອງຫຼວງນໍ້າທາ ຫາ ເມືອງສິງ, ເມືອງສິງ ຫາ ເມືອງລອງ, ເມືອງຫຼວງນໍ້າທາ ຫາເມືອງນາແລ ເປ່ເພເສຍຫາຍຈໍານວນຫຼາຍ ບໍ່ສາມາດສະໜອງໄຟຟ້າໄດ້.ສ່ວນຜົນກະທົບຕໍ່ປະຊາຊົນໃນເບື້ອງຕົ້ນມີ 240 ບ້ານ, 32.125 ຄົວເຮືອນ. (ສະຖິຕິຊົມໃຊ້ໄຟຟ້າຕົວຈິງ ມີ 300 ບ້ານ, 40.576 ຄົວເຮືອນ); ຕູ້ຄວບຄຸມໄຟຟ້າເບື້ອງທາງເປ່ເພ 8 ຕູ້, ຄາດຄະເນຜົນເສຍຫາຍ ມູນຄ່າ 57ລ້ານກວ່າກີບ.
ບັນດາໂຮງຮຽນທີ່ຖືກຜົນກະທົບມີ 50 ແຫ່ງ,ບັນດາໂຮງໝໍ ແລະ ສຸກສາລາທີ່ຖືກຜົນກະທົບມີ 5 ແຫ່ງ, ໃນນີ້: ຄາດຄະເນຜົນເສຍຫາຍ ມູນຄ່າ 15,60 ຕື້ກີບ; ເນື້ອທີ່ນາຖືກນໍ້າຖ້ວມ, ດິນຖົມ ແລະ ດິນນາເຊາະເຈື່ອນ ຈໍານວນ 429,8 ເຮັກຕາ, ເສຍຫາຍ 120 ເຮັກຕາ, ເນື້ອທີ່ໄຮ່ 15,2 ເຮັກຕາ, ເນື້ອທີ່ປູກພືດຜັກ 38,5 ເຮັກຕາ, ເນື້ອທີ່ປູກໄມ້ໃຫ້ໝາກ 13 ເຮັກຕາ, ປະເພດສັດໃຫຍ່ ງົວ 86 ໂຕ, ສັດປີກ 3.570 ໂຕ ແລະ ໜອງປາ 5 ເຮັກຕາ,ຊົນລະປະທານ 5 ແຫ່ງ, ຍັງບໍ່ສາມາດປະເມີນມູນຄ່າເສຍຫາຍໄດ້.
ໂຮງງານອຸດສາຫະກຳປະກອບມີ: ໂຮງພິມ, ຄາດຄະເນຜົນເສຍຫາຍ 3,95 ຕື້ກີບ, ໂຮງງານຜະລິດເຈ້ຍ, ຄາດຄະເນຜົນເສຍຫາຍ ມູນຄ່າ 250 ລ້ານກີບ, ໂຮງງານນໍ້າດື່ມ ຍັງບໍ່ສາມາດປະເມີນໄດ້, ໂຮງງານໜີບສັງກະສິ ຄາດຄະເນຜົນເສຍຫາຍ ມູນຄ່າ 90 ລ້ານກີບ.
ນອກຈາກນີ້ ຍັງມີອີກຫຼາຍເຂດ, ຫຼາຍພື້ນທີ່ ທີ່ໄດ້ຮັບຄວາມເສຍຫາຍແຕ່ຍັງບໍ່ສາມາດເຂົ້າໄປເກັບກຳຂໍ້ມູນໄດ້

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ