ນໍາໃຊ້ເສັ້ນໄໝຄຸນນະພາບສູງເຂົ້າໃນການຜະລິດຫັດຖະກຳແພງໄໝ

ນໍາໃຊ້ເສັ້ນໄໝຄຸນນະພາບສູງເຂົ້າໃນການຜະລິດຫັດຖະກຳແພງໄໝ
ໂດຍ:ສຳນານ ພົມພັກດີ
ຮ້ານຫັດຖະກຳແພງໄໝນໍາໃຊ້ເສັ້ນໄໝຄຸນນະພາບສູງ ຈາກພາຍໃນ ແລະ ຕ່າງປະເທດເຂົ້າໃນການຜະລິດ ໃນຂະນະດຽວກັນຫັດຖະກຳແພງໄໝຍັງເປັນບ່ອນສ້າງວຽກເຮັດງານທຳໃຫ້ແມ່ຍິງ, ຜູ້ດ້ອຍໂອກາດ, ທັງເປັນບ່ອນສຶກສາ, ຖ່າຍທອດຄວາມຮູ້ ການຕ່ຳຫູກທໍໄໝ ໃຫ້ແກ່ຄົນຮຸ່ນຕໍ່ໄປຕື່ມອີກ
ທ່ານນາງ ກົງທອງ ນັນທະວົງດວງສີ ເຈົ້າຂອງຮ້ານຫັດຖະກຳແພງໄໝ ໃຫ້ຮູ້ວ່າ:ຮ້ານຫັດຖະກຳແພງໄໝ ຕັ້ງຢູ່ບ້ານໂພນຕ້ອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ),ຮ້ານຫັດຖະກຳແພງໄໝ ສ້າງຕັ້ງຂຶ້ນໃນປີ 1993,ເພື່ອສົ່ງເສີມການຜະລິດ ແລະ ການສົ່ງອອກໄປຕ່າງປະເທດ ແລະ ເພື່ອສ້າງວຽກເຮັດງານທຳໃຫ້ແມ່ຍິງ, ຜູ້ດ້ອຍໂອກາດ, ທັງເປັນບ່ອນສຶກສາ, ຖ່າຍທອດຄວາມຮູ້ ການຕ່ຳຫູກທໍໄໝ ໃຫ້ແກ່ຄົນຮຸ່ນຕໍ່ໄປ. ພ້ອມນີ້, ຍັງໄດ້ ມີການຄົ້ນຄວ້າບັນທຶກ, ສ້າງເປັນວິດີໂອ, ເປັນປຶ້ມ ແລະ ອື່ນໆ ເພື່ອເປັນເອກະສານສືບທອດ ໃຫ້ຜູ້ທີ່ມີຄວາມສົນໃຈຢາກສຶກສາຮ່ຳຮຽນ ເລື່ອງຕ່ຳຫູກທໍໄໝຂອງລາວ.
ທ່ານກ່າວຕື່ມວ່າ:ຮ້ານຫັດຖະກຳແພງໄໝ ເປັນຮ້ານທີ່ ຜະລິດແຜ່ນແພໂດຍສະເພາະ ທີ່ມີການນໍາໃຊ້ເສັ້ນໄໝຄຸນນະພາບສູງ ຈາກພາຍໃນ ແລະ ຕ່າງປະເທດຊຶ່ງຜະລິດຕະພັນຕົ້ນຕໍ ປະກອບມີ ສິ້ນ,ສົ້ງຮູບຊົງລາວ, ຊຸດແຕ່ງານ, ປະເພດຜ້າພັນຄໍ ແລະ ສິນຄ້າອື່ນໆທີ່ນຳໃຊ້ການປະສົມປະສານຂອງວັດຖຸດິບຕ່າງໆ ເຊັ່ນ: ກະເປົາຫວາຍປະສົມຜ້າໄໝ, ກະເປົາຜ້າຝ້າຍປະສົມຜ້າໄໝ. ພ້ອມນີ້,ຮ້ານຫັດຖະກຳແພງໄໝ ຍັງມີລວດລາຍຜ້າຫຼາກຫຼາຍຊະນິດ, ນຳໃຊ້ລວດລາຍພື້ນເມືອງ ແລະ ລວດລາຍທັນສະໄໝຂອງລາວ ຜະລິດຕະພັນທັງໝົດແມ່ນຖືກຕ່ຳທໍດ້ວຍໃຈ ໂດຍຊ່າງຫັດຖະກຳ ທີ່ມີສີມື ແລະ ປະສົບການຍາວນານ. ຄຽງຄູ່ກັບການໃຫ້ຄຸນຄ່າໃນເຕັກນິກພື້ນເມືອງລາວແບບດັ່ງເດີມ ແພງໄໝແມ່ນມຸ່ງຫວັງທີ່ຈະປັບປຸງຄຸນນະພາບໃຫ້ດີຂຶ້ນ ແລະ ຍົກສູງຊື່ສຽງຂອງຜ້າໄໝລາວໃຫ້ເປັນທີ່ຮູ້ຈັກຢ່າງກວ້າງຂວາງ. ດັ່ງນັ້ນ, ເພື່ອໃຫ້ຫຼາຍຄົນໄດ້ນໍາໃຊ້ຜະລິດຕະພັນຜ້າໄໝລາວ ແພງໄໝໄດ້ສຸມໃສ່ ພັດທະນາການອອກແບບຜະລິດຕະພັນໃຫ້ເຂົ້າກັບຍຸກສະໄໝ ປະສົມປະສານກັບ ການນໍາໃຊ້ລວດລາຍພື້ນເມືອງດັ່ງເດີມ. ພິເສດ,ແພງໄໝໄດ້ມີການເຄື່ອນໄຫວຕ່າງໆ ເພື່ອຟື້ນຟູເຕັກນິກ ແລະ ລວດລາຍດັ່ງເດີມຂອງເຜົ່າໄທແດງ ເພື່ອໃຫ້ຫຼາຍຄົນໄດ້ຮູ້ຈັກເຖິງພູມປັນຍາອັນດີງາມຂອງເຜົ່າໄທແດງຕື່ມອີກ.
ນາງ ຈັນສະໄໝ ໃສປະເສີດ ຢູ່ບ້ານໄຊເມືອງໄຊທານີນະຄອນຫຼວງວຽງຈັນ,ພະນັກງານຮ້ານຫັດຖະກຳແພງໄໝກ່າວວ່າ:ຕົນເອງໄດ້ເຂົ້າມາເຮັດວຽກຢູ່ຮ້ານຫັດຖະກຳແພງໄໝໄດ້ 6ເດືອນ ໃນໜ້າທີ່ຮັບຜິດຊອບການສາວໄໝ ແລະ ລັງໄໝ ຊຶ່ງໃນການເຂົ້າມາເຮັດວຽກຢູ່ສະຖານທີ່ແຫ່ງນີ້ແມ່ນມີຄວາມພາກພູມໃຈຫຼາຍໂດຍໄດ້ຮຽນຮູ້ກ່ຽວວິທີການສາວໄໝແລະລັງໄໝເປັນຢ່າງດີ ຊຶ່ງບົດຮຽນທີ່ໄດ້ຮັບຈາກການເຮັດຕົວຈິງແລ້ວຈະນຳເອົາຄວາມຮູ້ປະສົບການທີ່ໄດ້ຮຽນຮູ້ມາໄປຖ່າຍທອດໃຫ້ກັບຜູ້ອື່ນໆທີ່ມີຄວາມສົນໃຈກ່ຽວກັບວຽກງານດັ່ງກ່າວ ຊຶ່ງວຽກງານນີ້ກໍສາມາດນຳໄປເປັນວິຊາຊີບເພື່ອສ້າງລາຍຮັບໃຫ້ແກ່ກັບຕົນເອງ ແລະ ຄອບຄົວໄດ້.
ນາງ ລັກ ນອມພະຈັນ ຢູ່ບ້ານຫຼັກຊາວເມືອງຄຳເກີດແຂວງບໍລິຄຳໄຊ ໃດ້ເຮັດວຽກຢູ່ຮ້ານຫັດຖະກຳແພງໄໝ ໄດ້ 6ເດືອນເຊັ່ນກັນ ໄດ້ເວົ້າວ່າ: ການມາເຮັດວຽກຢູ່ຮ້ານຫັດຖະກຳແພງໄໝ ແມ່ນດີຫຼາຍເພາະໄດ້ຮູ້ຫຼາຍຢ່າງກ່ຽວກັນການ ສາວໄໝ,ການຕໍ່າຫູກ ແລະ ອື່ນໆທີ່ເຮັດດ້ວຍໄໝ ແລະ ໄດ້ບົດຮຽນຫຼາກຫຼາຍໃນການເຮັດວຽກງານກ່ຽວກັບຫັດຖະກຳ, ທີ່ສຳຄັນແມ່ນໄດ້ຮູ້ຈັກທີ່ມາຂອງເສັ້ນໄໝວ່າມາຈາກໃສ ແລະ ນຳເອົາເສັ້ນໄໝທີ່ໄດ້ມານຳໄປເປັນຜະລິດຊົມໃຊ້ທີ່ຫຼາກຫຼາຍ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ