ນາງສັງຂານເອກະລັກສະເພາະຊາວເມືອງຫຼວງພະບາງ ປະເພນີສືບທອດກັນມາໃນບຸນປີ ໃໝ່ລາວ

ນາງສັງຂານເອກະລັກສະເພາະຊາວເມືອງຫຼວງພະບາງ ປະເພນີສືບທອດກັນມາໃນບຸນປີ ໃໝ່ລາວ

ນາງສັງຂານເອກະລັກສະເພາະຊາວເມືອງຫຼວງພະບາງ ປະເພນີສືບທອດກັນມາໃນບຸນປີ  ໃໝ່ລາວ
​ ຕາມການເລົ່າຂານຕໍ່ກັນມາໃນຕຳລາໂຫລາສາດ ການເຮັດບຸນເດືອນ 5 ຫຼື ສະເຫຼີມສະຫຼອງບຸນກຸດສົງ ການ ຫຼື ຕຸດສົງການປີໃໝ່ລາວ ແມ່ນມີລັກສະນະເຈືອປົນກັນ ລະຫວ່າງສາສະໜາພາມ ແລະ ສາສະໜາພຸດຖືເປັນບຸນປະເພນີຂອງປະເທດລາວຂອງເຮົາທີ່ມີແຕ່ບູຮານນະການ ສືບທອດກັນມາຕັ້ງແຕ່ຍຸກກ່ອນໆ ແຕ່ສະໄໝບູຮານຈົນມາຮອດປັດຈຸບັນ ໂດຍກຳນົດ 3 ມື້ ຄື 14-15-16 ເມສາຂອງທຸກໆປີ

 

 

ວັນທີ 14 ເອີ້ນວ່າວັນສັງ ຂານລ່ວງ ໝາຍເຖິງວັນສົ່ງທ້າຍປີເກົ່າ, ວັນທີ 15 ວັນສັງຂານເນົາ ໝາຍເຖິງວັນລະຫວ່າງກາງ, ວັນທີ 16 ວັນສັງຂານຂຶ້ນ ໝາຍເຖິງວັນເລີ່ມຕົ້ນຂອງວັນປີໃໝ່ ຫຼື ວັນປ່ຽນຈຸນລະສັກກະຣາດ 1387 ເປັນ 1388. ສຳລັບມູນເຫດຂອງບຸນປີໃໝ່ມາຈາກເລື່ອງຂອງພະຍາກະບິນລະພົມ ຜູ້ທີ່ມີລິດເດດເໜືອຄົນໃນໂລກມະນຸດ ຖືກຕັດພະສຽນ ຫຼື ຫົວ, ພະຍາກະບິນລະພົມມີລູກສາວທັງໝົດ 7 ຄົນຄື: ເປັນຕົວແທນໃຫ້ 7 ວັນໃນອາທິດໜຶ່ງ ຄື: ນາງ ສະເທວີ (ວັນອາທິດ ຂີ່ຄຸດ), ນາງ ໂຄລະຄະເທວີ (ວັນຈັນ ຂີ່ເສືອ), ນາງ ຮາກສະເທວີ (ວັນອັງຄານ ຂີ່ໝູ), ນາງ ມົນທາເວທີ (ວັນພຸດ ຂີ່ມ້າ-ລໍ), ນາງ ກິລິນີ ເທວີ (ວັນພະຫັດ ຂີ່ຊ້າງ), ນາງ ກິມີຫາເທວີ (ວັນສຸກ ຂີ່ຄວາຍ), ນາງ ມະໂຫທອນ ເທວີ (ວັນເສົາ ຂີ່ນົກຍູງ). ດ້ວຍຄວາມຮັກສາສັນຍາແຂ່ງຂັນຄວາມຮູ້ເລື່ອງສີລິຂອງ ຄົນ ກັບທ້າວທໍາມະບານກຸມມານ ຜູ້ທີ່ມີຄວາມຮູ້ຮຽນຈົບວິຊາໄຕເພດ ມີຄວາມຮູ້ຂັ້ນສູງ 3 ຢ່າງຄື: ໂຫລາສາດ, ຄຸລຸສາດ ແລະ ພາສາສາດ. ເປັນນັກປາດທີ່ມີປັນຍາ ສະຫຼາດຫຼັກແຫຼມເໜືອກ່ວາເພື່ອນມະນຸດ ສາມາດຮູ້ ພາສາຂອງສັດ. ຍ້ອນຊື່ສຽງຂອງທ້າວທຳມະບານກຸມມານໂດ່ງດັງໄປຮອດພະພົມຢູ່ສວາງສະຫວັນ, ພະຍາກະບິນລະພົມຈຶ່ງມີແນວຄິດຢາກທົດສອບຄວາມຮູ້ຂອງທ້າວທຳມະບານກຸມມານ ຈຶ່ງໄດ້ລົງມາຍັງໂລກມະນຸດ ເພື່ອຕັ້ງຄຳຖາມກັບທ້າວທຳມະບານກຸມມານວ່າ: ສີລິຂອງຄົນຢູ່ໃສ ໃນຕອນເຊົ້າ, ຕອນສວາຍ ແລະ ຕອນແລງ. ແຕ່ຈະກັບມາຮັບຟັງຄໍາຕອບພາຍໃນ 7 ວັນ, ໂດຍວາງເງື່ອນໄຂວ່າ: ຄັນຕອບໄດ້ຕົນຈະຍອມໃຫ້ຕັດຄໍ ກົງກັນ ຂ້າມຖ້າຕອບບໍ່ໄດ້ທຳມະບານກຸມມານກໍ່ຕ້ອງຖືກຕັດຄໍເຊັ່ນກັນ. ຈາກນັ້ນ, ທ້າວທຳມະບານກຸມມານໄດ້ຄົ້ນຄວ້າ ຢ່າງບໍ່ໄດ້ກິນ, ບໍ່ໄດ້ນອນເຮັດໃຫ້ຕົນເອງຈ່ອຍຜອມເກືອບເອົາຊີວິດບໍ່ລອດ ແຕ່ຍ້ອນທ້າວທຳມະບານກຸມມານ ຮັບຮູ້ພາສາສັດ ໂດຍໄດ້ຍິນແຮ້ງສອງຜົວເມຍສົນທະນາກັນ ແລະ ຮັບຮູ້ຄຳຕອບວ່າ: ສີລິຂອງຄົນຕອນເຊົ້າຢູ່ໃບໜ້າ, ຕອນສວາຍຢູ່ໜ້າເອິກ ແລະ ຕອນແລງຢູ່ຕີນ. ພາຍຫຼັງພະຍາກະບິນລະພົມໄດ້ຍິນຄຳຕອບຈຶ່ງຍອມໃຫ້ຕັດຄໍຕາມຄຳສັນຍາ, ໂດຍມີຄໍາສັ່ງຕໍ່ລູກສາວທັງ 7 ຄົນວ່າ: ຕອນພໍ່ຖືກຕັດຄໍໃຫ້ພວກລູກເອົາພາຖາດຄຳມາຮອງບໍ່ໃຫ້ເລືອດ ແລະ ຫົວຂອງພໍ່ຕົກລົງດິນເດັດຂາດ, ຖ້າຕົກລົງໃສ່ດິນຈະເຮັດໃຫ້ບ້ານເມືອງເກີດໄພພິບັດ, ພາຍຫຼັງຕັດແລ້ວໃຫ້ເອົາໄປເກັບຮັກສາໄວ້ຖ້ຳເຂົາສຸເມນໂນລາດ, ເມື່ອເຖິງເດືອນ 5 ຟ້າລ່ວງ ຫຼື ຕຸດສົງການປີໃດ ມື້ສັງຂານລ່ວງກົງກັບວັນໃດໃຫ້ລູກສາວປະຈຳວັນນັ້ນຂີ່ສັດທີ່ເປັນພາຫະນະຂອງຕົນໄປແຫ່ເອົາພະສຽນ ຫຼື ຫົວຂອງພໍ່ອອກມາຫົດສົງ, ລ້າງຊ່ວຍດ້ວຍນ້ຳອົບ, ນ້ຳຫອມແລ້ວຈຶ່ງເອົາໄປໄວ້ບ່ອນເກົ່າ. ຊຶ່ງລູກສາວຂອງພະຍາກະບິນລະພົມແມ່ນມີ 7 ຄົນ ເປັນຕົວແທນໃຫ້ 7 ວັນໃນໜຶ່ງອາທິດ ແລະ ແຕ່ລະຄົນແມ່ນມີພາຫະນະເປັນຂອງໂຕເອງ. ສຳລັບປີນີ້ສັງຂານລ່ວງອັງຄານ ວັນທີ 14 ເມສາ ນາມມະຫາສົງການແມ່ນນາງຮາກສະເທວີ ພາຫະນະສະເດັດເທິງຫຼັງໝູປ່າ. ໃນແຕ່ລະປີຄະນະພັກ, ອົງການປົກຄອງແຂວງ ກໍຄືນະຄອນ-ຫຼວງພະບາງໄດ້ນໍາເອົາກິດຈະກໍາແຫ່ນາງສັງຂານປະຈຳມະຫາສົງການເພື່ອນຳເອົາພະສຽນ ຫຼື ຫົວຂອງພະຍາກະບິນລະພົມລົງຫົດສົງ ປະກອບໃນພິທີແຫ່ຫວໍ່ໃນມື້ສັງຂານເນົາ ໂດຍເລີ່ມຈາກວັດທາດນ້ອຍ ຫາວັດຊຽງທອງ ແລະ ແຫ່ຈາກວັດຊຽງທອງກັບຄືນສູ່ວັດທາດນ້ອຍໃນມື້ສັງຂານຂຶ້ນ ຊຶ່ງຜູ້ທີ່ຈະເປັນນາງສັງຂານແມ່ນໄດ້ຜ່ານການຄັດເລືອກໃນໄລຍະກ່ອນການສະເຫຼີມສະຫຼອງບຸນປີໃໝ່, ຕາມມາດຖານເງື່ອນໄຂຂອງຜູ້ເຂົ້າປະກວດ ເປັນຕົ້ນຕ້ອງເປັນຊາວຫຼວງພະບາງໂດຍກຳເນີດ, ເປັນແມ່ຍິງລາວທີ່ມີຄວາມຮູ້, ຄວາມສາມາດ ແລະ ພອນສະຫວັນໃດໜຶ່ງ, ພິເສດແມ່ນເປັນຜູ້ທີ່ຮູ້ຈັກວັດທະນະທຳລາວ ໂດຍສະເພາະວັດທະນະທຳຮີດຄອງທີ່ເປັນເອກະລັກຂອງຊາວຫຼວງພະບາງ ແລະ ມາດຖານເງື່ອນໄຂອື່ນໆ ໂດຍຈະຄັດເລືອກເອົາພຽງ 7 ຄົນ ທີ່ຈະເປັນນາງສັງຂານ, ໃນນັ້ນມີພຽງ 1 ຄົນ ທີ່ຈະເປັນນາງສັງຂານຕາມນາມມະຫາສົງການຂອງແຕ່ລະປີ ແລະ ມີພາລະກິດຮັບໃຊ້ວຽກງານສ່ວນລວມຂອງພັກ-ລັດເປັນເວລາ 1 ປີ ເພື່ອເຮັດໃຫ້ບຸນປະເພນີອັນດີງາມນີ້ ໄດ້ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍຕໍ່ໄປໃຫ້ເລິກເຊິ່ງ-ກວ້າງຂວາງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວຫຼວງພະບາງທຸກຄົນ ຕ້ອງພ້ອມກັນຮຽນຮູ້ໃຫ້ເລິກເຊິ່ງ ທັງປະຕິບັດຕົນໃຫ້ຖືກຕ້ອງສອດຄ່ອງກັບປະເພນີອັນດີງາມເພື່ອໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດມີຄວາມປະທັບໃຈໃນເວລາເຂົ້າມາທ່ອງທ່ຽວ ແລະ ສຳຜັດເຖິງບັນຍາດກາດທີ່ດີ ບັນຫາໜຶ່ງອີກ ຕ້ອງພ້ອມກັນສະເຫຼີມສະຫຼອງໃຫ້ເບີກບານມ່ວນຊື່ນ ສອດຄ່ອງກັບລະບຽບການທີ່ກຳນົດໄວ້.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຄະນະພັກຕາແສງກະດັນ ເມືອງມຸນລະປາໂມກ ແຂວງ​ຈຳ​ປາ​ສັກໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກຕາແສງ ເພື່ອສະຫຼຸບຕີລາຄາຜົນການນຳພາ-ຊີ້ນຳໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນ 3 ເດືອນທ້າຍປີ 2026, ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ຕາແສງກະດັນ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກຮອບດ້ານຕາແສງກະດັນ, ມີສະຫາຍ ສຸລິສັກ ພະສະຫວັດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຕາແສງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສູນພັດທະນາສີມືແຮງງານແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມ ຍົກລະດັບສີມືແຮງງານສາຂາປຸງແຕ່ງອາຫານ ໃນຫົວຂໍ້ການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ໂດຍມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ນາງ ສຸກອຳພອນ ໂພສະລາດ ຫົວໜ້າສູນພັດທະນາສີມືແຮງງານແຂວງ, ມີຄູຝຶກ, ວິຊາການ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຂະແໜງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການ ຍທຂ 7 ເມືອງ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໃນວັນທີ 5 ພະຈິກຜ່ານມາ, ທີ່ ປກສ ດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳເມືອງ, ນະຄອນ-ຫຼວງພະບາງ, ແຂກຮັບເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ບໍລິສັດໄຟຟ້າຫົງສາ ຈຳກັດ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກອງກະຖິນສາມັກຄີ ປະຈໍາປີ 2026 ທີ່ ວັດສະຫຼີດອນໄຊ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຄົບຮອບ 10 ປີ ໃນວັນທີ 4 ພະຈິກ ຜ່ານມາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາພັກເມືອງ ເມືອງເງິນ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງເງິນ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ມີກຳມະການປົກຄອງເມືອງ, ຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ພ້ອມດ້ວຍປະຊາຊົນພາຍໃນເມືອງ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ