ອວຍພອນ ທູດຫວຽດນາມ ໃນໂອກາດບຸນປີໃໝ່ຫວຽດນາມ

ໜັງ​ສື​ພິມປະຊາຊົນ ອວຍພອນ ທູດຫວຽດນາມ ໃນໂອກາດບຸນປີໃໝ່ຫວຽດນາມ

ໜັງ​ສື​ພິມປະຊາຊົນ ອວຍພອນ ທູດຫວຽດນາມ ໃນໂອກາດບຸນປີໃໝ່ຫວຽດນາມ
ເນື່ອງໃນໂອກາດ ສະເຫຼີມສະຫຼອງບຸນປີໃໝ່ (ເຕັດ) ສສ ຫວຽດນາມ ປະຈຳ ປີ 2025, ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ

 

 ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ຫວຽນ ມິງ ເຕິມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປລາວໃນວັນທີ 22 ມັງກອນນີ້.

ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ຕະວິນຍານ ໄດ້ອວຍພອນໃຫ້ ທ່ານ ຫວຽນ ມິງ ເຕິມ ພ້ອມພະນັກງານສະທູດຫວຽດນາມ ປະຈຳລາວ ຈົ່ງມີສຸຂະພາບແຂງແຮງ,ມີຄວາມຜາສຸກ ແລະ ມີຜົນສຳເລັດໃນໜ້າທີ່ວຽກງານ; ພ້ອມທັງໄດ້ລາຍງານໃຫ້ ທ່ານທູດຊາບວ່າ:ຜ່ານມາໜັງສືພິມ ປະຊາຊົນ ແລະ ໜັງສືພິມເຍິນເຢິນ ສສ ຫວຽດນາມໄດ້ມີການຮ່ວມມືຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ດ້ວຍດີຕະຫຼອດມາຊຶ່ງໃນແຕ່ລະປີສອງໜັງສືິພິມກໍໄດ້ມີການແລກປ່ຽນ,ຢ້ຽມຢາມ ຄະນະຜູ້ແທນ ຂັ້ນຄະນະນຳ, ວິຊາການ,ສຳລັບ ປີ 2024 ຜ່ານມາ ໜັງສືພິມ ເຍິນເຢິນ ກໍໄດ້ໃຫ້ການຊ່ວຍເຫຼືອໃນການປັບປຸງເວັບໄຊ ແລະ ຊ່ວຍຝຶກອົບຮົມໃຫ້ພະນັກງານວິຊາການໃນການນຳໃຊ້ວຽກງານດັ່ງກ່າວ ທີ່ ສສ ຫວຽດນາມ, ໃນຂະນະດຽວກັນໜັງສືພິມ ປະຊາຊົນ ແລະ ໜັງສືພິມ ເຍິນເຢິນ ກໍໄດ້ມີການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານການພົວພັນອັນຍິ່ງໃຫຍ່,ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງ ສອງພັກ,ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໂດຍສະເພາະແມ່ນເຫດການສຳຄັນຕ່າງໆຂອງສອງ ປະເທດ ລາວ-ຫວຽດນາມ, ທ່ານ ວັນໄຊ ຕະວິນຍານ ຍັງໄດ້ຝາກຄວາມຫວັງນຳ ທ່ານທູດຈົ່ງເປັນຂົວຕໍ່ໃນການປະສານງານ ເພື່ອສະເໜີໃຫ້ໜັງສືພິມເຍິນເຢິນສືບຕໍ່ຊ່ວຍເຫຼືອໜັງສືພິມປະຊາຊົນໃນຕໍ່ໜ້າໂດຍສະເພາະຊ່ວຍເຫຼືອການຝຶກອົບຮົມວຽກງານຂ່າວ, ຊ່ວຍເຫຼືອອຸປະກອນຮັບໃຊ້ ແລະອື່ນໆ ເພື່ອມາປະກອບສ່ວນເຂົ້າໃນການພັດທະນາໜັງສືພິມປະຊາຊົນໃຫ້ດີຂຶ້ນເລື້ອຍໆ.

ທ່ານ ຫວຽນ ມິງ ເຕິມ ໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ວັນໄຊ ຕະວິນຍານພ້ອມຄະນະ ທີ່ໄດ້ມາອວຍພອນສະຖານທູດ ສສຫວຽດນາມ ປະຈຳສປປລາວ ໃນໂອກາດບຸນປີໃໝ່ຊາວຫວຽດນາມ ປະຈຳ ປີ 2025; ພ້ອມທັງຕີລາຄາວ່າ:ຜ່ານການຕິດຕາມຜ່ານມາ ເຫັນວ່າ ການຮ່ວມມື ຂອງສອງໜັງສືພິມ ເຍິນເຢິນ ສສ ຫວຽດນາມ ແລະ ໜັງສືິມປະຊາຊົນແມ່ນໄດ້ເອົາໃຈໃສໃນການໂຄສະນາເຜີຍແຜ່ຜົນສຳເລັດຂອງສອງພັກ,ສອງລັດ,ປະຊາຊົນສອງຊາດ ຫວຽດນາມ-ລາວດ້ວຍດີຕະຫຼອດມາ ແລະ ຫວັງຢ່າງຍິ່ງວ່າໃນຕໍ່ໜ້າ ສອງໜັງສືພິມ ຈະສືບຕໍ່ຈັດຕັ້ງປະຕິບັດບົດບັນທຶກການຮ່ວມມື ແລະ ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນໃຫ້ເລິກເຊິ່ງຂຶ້ນກວ່າເກົ່າ.

(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ການຮ່ວມມືທີ່ເປັນຮູບປະທຳ: ເສີມສ້າງພື້ນຖານດ້ານຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ແກ່ຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ

ການຮ່ວມມືທີ່ເປັນຮູບປະທຳ: ເສີມສ້າງພື້ນຖານດ້ານຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ແກ່ຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ

ການສ້າງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ, ບໍ່ແມ່ນພຽງຄໍາເວົ້າທາງການທູດທີ່ເປັນນາມມະທຳ ແລະ ຍິ່ງບໍ່ແມ່ນການຖ່າຍທອດຮູບແບບການພັດທະນາຈາກຝ່າຍໜຶ່ງໄປສູ່ອີກຝ່າຍໜຶ່ງແຕ່ພຽງຝ່າຍດຽວ.ໃນທີ່ນີ້ ຈຳເປັນຕ້ອງຊີ້ແຈງຄວາມເຂົ້າໃຈໜຶ່ງໃຫ້ຈະແຈ້ງວ່າ: ການຮ່ວມມືທີ່ເປັນຮູບປະທໍາລະຫວ່າງ ລາວ ແລະ ຈີນ ໃນດ້ານຊີວິດການເປັນຢູ່ຂອງປະຊາຊົນ, ຍາມໃດກໍມີຈຸດເລີ່ມຕົ້ນຈາກແຜນພັດທະນາ ແລະ ຄວາມຕ້ອງການຕົວຈິງຂອງປະຊາຊົນຢູ່ຂັ້ນຮາກຖານຂອງລາວ, ທຸກໂຄງການຮ່ວມມືລ້ວນແຕ່ຜ່ານການປຶກສາຫາລືຢ່າງສະເໝີພາບ, ຮ່ວມກັນວາງແຜນ ແລະ ຊຸກຍູ້ການປະຕິບັດໂດຍສອງຝ່າຍ, ບົນພື້ນຖານການເຄົາລົບສິດທິຂອງລາວໃນການກຳນົດການພັດທະນາຂອງຕົນເອງຢ່າງເຕັມສ່ວນ.
ລາວ ແລະ ມາເລເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ ແລະ ມາເລເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ທ່ານ ໂມຮາມັດ ບິນ ຮາຈິ ຮາຊັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ແລະ ພັນລະຍາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ພັນລະຍາ ໄດ້ນໍາພາຄະນະຢ້ຽມຢາມມາເລເຊຍ ຢ່າງເປັນທາງການ ແຕ່ວັນທີ 22-24 ພະຈິກ ນີ້ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ລາວ ແລະ ມາເລເຊຍ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງຂຶ້ນ.
ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກ ຊາວໜຸ່ມຕ່າງປະເທດຄັ້ງທີ 3 ສຳເລັດຜົນດີ

ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກ ຊາວໜຸ່ມຕ່າງປະເທດຄັ້ງທີ 3 ສຳເລັດຜົນດີ

ໃນວັນທີ 9 ພະຈິກ 2026, ເນື່ອງໃນໂອກາດສະຫຼອງຄົບຮອບ 65 ປີ ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ແລະ ປີມິດຕະພາບ ລາວ-ຈີນ, ກິດຈະກຳສາທາລະນະກຸສົນໂຄງການ “C Me Fly” ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກ ສຳລັບຊາວໜຸ່ມຕ່າງປະເທດ ຄັ້ງທີ 3 ປະຈຳ ສປປ ລາວ ຊຶ່ງໄດ້ຮັບທຶນສະໜັບສະໜູນຈາກ China Merchants Foundation, ຈັດໂດຍ Sinotrans ແລະ ດຳເນີນການ Sinotrans Overseas ຮ່ວມກັບ Pinglan Foundation, ໄດ້ສຳເລັດລົງຢ່າງສົມບູນ ທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ.
ອຸດົມການດຽວກັນ ແນວທາງສອດຄ່ອງຮ່ວມກັນກ້າວໜ້າ

ອຸດົມການດຽວກັນ ແນວທາງສອດຄ່ອງຮ່ວມກັນກ້າວໜ້າ

ການເສີມສ້າງຮາກຖານທີ່ໝັ້ນຄົງໃຫ້ຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ດ້ວຍການຮ່ວມມືທີ່ເປັນຮູບປະທຳ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ. ລາວ ແລະ ຈີນ ສອງປະເທດມີພູຜາ ແລະ ສາຍນ້ຳເຊື່ອມຕໍ່ກັນ, ມີແນວຄວາມຄິດທີ່ສອດຄ່ອງກັນ, ເປັນປະເທດເພື່ອນບ້ານສັງຄົມນິຍົມທີ່ໄດ້ສ້າງສາຍພົວພັນອັນເລິກເຊິ່ງໃນຖານະ “ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ”. ນັບຕັ້ງແຕ່ສ້າງສາຍພົວພັນການທູດຢ່າງເປັນທາງການໃນປີ 1961 ເປັນຕົ້ນມາ, ການພົວພັນລາວ-ຈີນ ໄດ້ຜ່ານຜ່າບົດທົດສອບທີ່ເໝືອນດັ່ງພາຍຸລົມແດງຕະຫຼອດ 65 ປີ ແລະ ຍິ່ງແຂງແກ່ນຂຶ້ນ. ໃນເດືອນມິຖຸນາປີນີ້, ຜູ້ນຳສູງສຸດຂອງສອງປະເທດໄດ້ຮ່ວມກັນກຳນົດຖານະໃໝ່ໃນການຮ່ວມມືກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວ ແໜ້ນໃນທຸກສະພາບການຂອງຍຸກໃໝ່.
ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນຊຸດຝຶກອົບຮົມວຽກງານພະນັກງານນໍາພາ-ຄຸ້ມຄອງວຽກງານສື່ມວນຊົນ ສປປ ລາວ ຢູ່ ສສ ຫວຽດນາມ ໄລຍະ 2 ເດືອນ ນຳໂດຍ ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ນຳພາຄະນະຢ້ຽມຢາມເພື່ອພົບປະແລກປ່ຽນບົດຮຽນດ້ານການຜະລິດເນື້ອຫາຂ່າວ ແລະ ການພັດທະນາສື່ມວນຊົນໃນຍຸກດິຈິຕອນກັບໜັງສືພິມກອງທັບປະຊາຊົນຫວຽດນາມ,ເມື່ອບໍ່ດົນມານີ້,ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃຫ້ການຕ້ອນຮັບໂດຍ ທ່ານ ພັນເອກພິເສດ ຫງວຽນ ຮົ່ງ ຫາຍ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ, ທ່ານ ຫງວຽນ ດຶກຕວ່ານ ຮອງຜູ້ອຳນວຍການສະຖາບັນສື່ມວນຊົນ ແລະ ໂຄສະນາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ

ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ

ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ພາຍໃຕ້ຫົວຂໍ້ “ການປົກປ້ອງສິດທິເດັກ ແລະ ມາດຕະການຕ້ານການກໍ່ອາຊະຍາກຳຕໍ່ເດັກ ຂອງອົງການໄອຍະການ ລາວ-ຣັດເຊຍ” ໂດຍການເຂົ້າຮ່ວມຂອງ ທ່ານ​ ພຸດທະວົງ​ ບົວລະພາ​ ຫົວໜ້າ​ກົມຮ່ວມມືກັບຕ່າງປະເທດ ອອປສ, ທ່ານ ອາເລັກເຊວລາດີມີໂຣວິຊ ຄອສຕຣີຢາຄອຟຮອງຫົວໜ້າກົມກວດກາການປະຕິບັດການຄຸ້ມຄອງສິດ, ເສລີພາບ ແລະ ຜົນປະໂຫຍດອັນຊອບທຳຂອງເຍົາວະຊົນ ກົມໃຫຍ່ຄຸ້ມຄອງການປະຕິບັດກົດໝາຍລັດຖະບານກາງ. ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນ, ຕາງໜ້າອົງການໄອຍະການທະຫານ ອ້ອມຂ້າງ ອົງການໄອຍະການປະຊາຊົນສູງສຸດ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການຍຸຕິທໍາ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງສູນກາງ ເຂົ້າຮ່ວມ.
ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ໃນວັນທີ19ພະຈິກນີ້ ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນສໍາລັບການພັດທະນາເສດຖະກິດ-ສັງຄົມຂອງສປປລາວຈໍານວນ2ໂຄງການຄື: ໂຄງການຕິດຕາມກວດກາຄຸນນະພາບນໍ້າແລະໂຄງການສະໜອງອຸປະກອນມອດໄຟ. ຕາງໜ້າລັດຖະບານແຫ່ງສປປລາວຮ່ວມລົງນາມໂດຍທ່ານອານຸພາບວົງໜໍ່ແກ້ວຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປລາວແລະຕາງໜ້າລັດຖະບານຍີ່ປຸ່ນລົງນາມໂດຍທ່ານໂຄອິຊຶມິຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາສປປລາວໂດຍມີຜູ້ຕາງໜ້າຈາກບັນດາກະຊວງແລະພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

ປີ 2026 ຖືເປັນຂີດໝາຍປະຫວັດສາດສຳຄັນຂອງສາຍພົວພັນລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລະມາເລເຊຍເນື່ອງໃນໂອກາດຄົບຮອບ60 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ (1/7/1966-1/7/2026). ຕະຫຼອດຫົກທົດສະວັດຜ່ານມາ, ສາຍພົວພັນຂອງສອງປະເທດໄດ້ພັດທະນາຈາກມິດຕະພາບອັນດີງາມ ສູ່ການເປັນຄູ່ຮ່ວມມືທີ່ໃກ້ຊິດ ແລະ ຮອບດ້ານ ຊຶ່ງກວມເອົາການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ວັດທະນະທຳ ແລະ ການພັດທະນາຊັບພະຍາກອນມະນຸດ.
ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

‎​ ວັນທີ19ພະຈິກຜ່ານມາທີ່ນະຄອນຫຼວງມະນິລາປະເທດຟີລິບປິນ, ຄະນະຜູ້ແທນສະພາແຫ່ງຊາດແຫ່ງສປປ ລາວໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມປຶກສາຫາລືແລະພິຈາລະນາຮ່າງມະຕິຂອງບັນດາກຳມາທິການຕ່າງໆໃນຂອບກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນຫຼືໄອປາ (AIPA) ຄັ້ງທີ47ຊຶ່ງໄດ້ສຸມໃສ່ບັນດາວຽກງານທີ່ສຳຄັນດັ່ງນີ້: ກຳມາທິການການເມືອງໄດ້ປຶກສາຫາລືກ່ຽວກັບບົດບາດຂອງລັດຖະສະພາໃນການຮັກສາສັນຕິພາບ, ຄວາມໝັ້ນຄົງກໍຄືການເສີມຂະຫຍາຍຄວາມເປັນແກນກາງຂອງອາຊຽນ,​​ ກຳມາທິການເສດຖະກິດໄດ້ຮ່ວມກັນຊຸກຍູ້ການເຊື່ອມຈອດທາງດ້ານເສດຖະກິດພາກພື້ນ, ການຫັນເປັນດີຈີຕອນລວມທັງການພັດທະນາແບບຍືນຍົງ,​ ​ກຳມາທິການສັງຄົມໄດ້ພິຈາລະນາຮ່າງມະຕິວ່າດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາທີ່ມີຄວາມທົນທານຕໍ່ໄພພິບັດພ້ອມທັງປົກປ້ອງກຸ່ມຄົນດ້ອຍໂອກາດໃນສັງຄົມ,​ ກຳມາທິການການຈັດຕັ້ງ​ໄດ້ຄົ້ນຄວ້າວຽກງານພາຍໃນຂອງAIPA ແລະກະກຽມຄວາມພ້ອມໃນການຮັບຮອງເອົາລັດຖະສະພາແຫ່ງຊາດຕີມໍ-ແລັດສະເຕເຂົ້າເປັນສະມາຊິກສົມບູນລຳດັບທີ11.​
ປະທານອົງການກວດກາ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມຂໍ່ານັບອຳລາ

ປະທານອົງການກວດກາ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມຂໍ່ານັບອຳລາ

ໃນວັນທີ 19 ພະຈິກນີ້ທີ່ຫ້ອງຮັບແຂກ ຄະນະກວດກາສູນກາງພັກ, ທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບ ທ່ານ ໂຄອິຊຶມິ ຊຶໂຕມຸ (H.E. Tsutomu Koizumi) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບອຳລາ ໃນໂອກາດທີ່ທ່ານທູດ ໄດ້ສຳເລັດພາລະກິດການທູດ ແລະ ສິ້ນສຸດວາລະການປະຈຳການຢູ່ ສປປ ລາວ.
ເພີ່ມເຕີມ