ໜັງສືພິມປະຊາຊົນ-ເຍິນເຢິນ ສືບຕໍ່ຮັດແໜ້ນການຮ່ວມມືດ້ານວິຊາການ

ໜັງສືພິມປະຊາຊົນ-ເຍິນເຢິນ ສືບຕໍ່ຮັດແໜ້ນການຮ່ວມມືດ້ານວິຊາການ
ໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ແລະ ໜັງສືພິມເຍິນເຢິນ ສຽງຂອງສູນກາງພັກ-ລັດ ແລະ ປະຊາຊົນຫວຽດນາມ ໄດ້ສືບຕໍ່ເພີ່ມທະວີຮັດແໜ້ນການຮ່ວມມືຢ່າງແໜ້ນແຟ້ນ, ໜັງສືພິມປະຊາຊົນ ໄດ້ສະເໜີໃຫ້ໜັງສືພິມເຍິນເຢິນປັບປຸງເວັບໄຊ ລວມເຖິງລະບົບໄອຊີທີ ແລະ ຍົກລະດັບວິຊາສະເພາະຂອງນັກຂ່າວ, ນັກວິຊາການໄອຊີທີໃຫ້ໜັງສືພິມປະຊາຊົນ ໄດ້ຍົກສູງຄຸນນະພາບ ດ້ານເນື້ອໃນ ແລະ ຮູບແບບ, ຮູບຮ່າງໜ້າຕາເວັບໄຊ ໃຫ້ມີຄວາມທັນສະໄໝ ແລະ ດຶງດູດຜູ້ອ່ານ, ຜູ້ຊົມເວັບໄຊ ອັນເປັນການຍົກສູງຄວາມອາດສາມາດໃນການເຜີຍແຜ່ແນວທາງນະໂຍບາຍຂອງພັກ, ຂອງລັດ ແລະ ສິ່ງຕັ້ງໜ້າ, ອັນໃໝ່ໆ ຂອງປະຊາຊົນລາວບັນດາເຜົ່າ ແລະ ອື່ນໆ ຕາມທິດຊີ້ນໍາຂອງພັກເຮົາ.
    ໜັງສືພິມປະຊາຊົນ ແລະ ໜັງສືພິມເຍິນເຢິນ ໄດ້ຈັດພິທີພົບປະສອງຝ່າຍ ໃນວັນທີ 25 ທັນວານີ້ ທີ່ສຳນັກງານໜັງສືພິມປະຊາຊົນ ນະຄອນຫຼວງວຽງຈັນ ຊຶ່ງຝ່າຍລາວ ນໍາໂດຍ ສະຫາຍ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ພ້ອມດ້ວຍຄະນະ ແລະ ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ດິງ ຍື ຮວານ ຮອງຫົວໜ້າບັນນາທິການໃຫຍ່ ໜັງສືພິມເຍິນເຢິນ ພ້ອມດ້ວຍຄະນະ ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 24-29 ທັນວາ 2023 ນີ້.
    ການພົບປະຄັ້ງນີ້, ສອງຝ່າຍ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການເຄື່ອນໄຫວວຽກງານໜັງສືພິມຂອງແຕ່ລະຝ່າຍໃຫ້ກັນຊາບ ພ້ອມທັງໄດ້ທົບທວນຕີລາຄາຜົນການພົວພັນຮ່ວມມືກັນໃນໄລຍະຜ່ານມາ ໂດຍສະເພາະແມ່ນໄລຍະອັນໃກ້ນີ້ ທີ່ໄດ້ຍົກສູງການຮ່ວມມືໃຫ້ຮັດແໜ້ນຂຶ້ນນັບມື້ ກໍຄືການຮ່ວມມືໃນການຊ່ວຍປັບປຸງເວັບໄຊ, ລະບົບໄອຊີທີ ເພື່ອໃຫ້ໜັງສືພິມປະຊາຊົນ ໄດ້ສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ ເຂົ້າສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຮງແຂງ, ເລິກເຊິ່ງ ແລະ ຮອບດ້ານ ຕອບສະໜອງໄດ້ທັນກັບຍຸກສະໄໝ ແຫ່ງການປະຕິວັດອຸດສາຫະກຳ 4.0, ຫັນເປັນທັນສະໄໝ, ຫັນເປັນດີຈີຕອນ ໃຫ້ເປັນລະບົບຈະແຈ້ງ ແລະ ໜັກແໜ້ນ ຕາມທິດທາງການນໍາພາຂອງພັກປະຊາຊົນປະຕິວັດລາວ ປະກອບສ່ວນໃນການສ້າງການຫັນປ່ຽນຢ່າງແຂງແຮງໃນວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່.
    ໂອກາດນີ້, ສະຫາຍ ວັນໄຊ ຕະວິນຍານ ໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະດັ່ງກ່າວໃນຄັ້ງນີ້ ຊຶ່ງໄດ້ສະແດງໃຫ້ເຫັນເຖິງຄວາມຮັກແພງອັນສະໜິດສະໜົມ, ການພົວພັນຮ່ວມມືທີ່ມີມາແຕ່ດົນນານ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ, ເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ເວົ້າລວມເວົ້າສະເພາະແມ່ນການຮ່ວມມືຊ່ວຍເຫຼືອຊຶ່ງກັນແລະກັນລະຫວ່າງໜັງສືພິມປະຊາຊົນກັບໜັງສືພິມເຍິນເຢິນໃຫ້ນັບມື້ນັບເລິກເຊິ່ງຍິ່ງໆຂຶ້ນ. ພ້ອມດຽວກັນນີ້, ສະຫາຍ ວັນໄຊຕະວິນຍານຍັງໄດ້ກ່າວສະແດງຄວາມຂອບໃຈມາຍັງໜັງສືພິມເຍິນເຢິນໄດ້ໃຫ້ການຊ່ວຍເຫຼືອໜັງສືພິມປະຊາຊົນມາໂດຍຕະຫຼອດ. ນັບແຕ່ການຝຶກອົບຮົມດ້ານວິຊາການ, ການສະໜອງດ້ານພື້ນຖານວັດຖຸເຕັກນິກ ແລະ ສິ່ງສຳຄັນ ເມື່ອບໍ່ດົນມານີ້ ກໍໄດ້ສົ່ງຊ່ຽວຊານ-ວິຊາການ ມາສຳຫຼວດຕີລາຄາ ເພື່ອສ້າງແຜນ ແລະ ຊ່ວຍປັບປຸງລະບົບເວັບໄຊ ໃຫ້ກັບໜັງສືພິມ ຈົນກ້າວມາສູ່ການພົບປະສອງຝ່າຍ ເພື່ອທົບທວນຕີລາຄາແຜນການເຄື່ອນໄຫວວຽກດັ່ງກ່າວ ແລະ ໄດ້ມີການລົງນາມໃນບົດບັນທຶກຊ່ວຍຈໍາໃນມື້ນີ້.
    ສະຫາຍ ດິງ ຍື ຮວານ ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືຂອງສອງຝ່າຍ ທີ່ນັບມື້ນັບຮັດແໜ້ນ ແລະ ແໜ້ນແຟ້ນຂຶ້ນກວ່າເກົ່າ ພ້ອມທັງສະແດງຄວາມຍິນດີໃນການຮ່ວມມື, ການສະໜັບສະໜູນດ້ານຕ່າງໆ ຕາມທີ່ໄດ້ຕົກລົງເຫັນດີເປັນເອກະພາບກັນຂອງສອງຝ່າຍ.
    ພ້ອມດຽວກັນນີ້, ຝ່າຍຫວຽດນາມ ກໍໄດ້ລາຍງານກ່ຽວກັບຄວາມຄືບໜ້າຂອງແຜນການປັບປຸງເວັບໄຊຂອງໜັງສືພິມປະຊາຊົນ ໂດຍແມ່ນ ສະຫາຍ ເລ ຟານ ແອັງ ຫົວໜ້າພະແນກເຕັກນິກໜັງສືພິມເຍິນເຢິນ ພ້ອມດ້ວຍວິຊາການຂອງພະແນກໄດ້ລາຍງານໃຫ້ຮູ້ວ່າ: ການປັບປຸງແລະພັດທະນາລະບົບເວັບໄຊຂອງໜັງສືພິມປະຊາຊົນເປັນການນໍາໃຊ້ລະບົບຊັອບແວ ທີ່ທັນສະໄໝທີ່ສຸດ ເມື່ອທຽບກັບບັນດາອົງການສື່ມວນຊົນຂອງລາວ. ລະບົບດັ່ງກ່າວ, ມີລັກສະນະເປີດກວ້າງ ແລະ ຂະຫຍາຍຕົວໃນອະນາຄົດ ເພື່ອຕອບສະໜອງດ້ານສື່ມວນຊົນທີ່ທັນສະໄໝ ແລະ ດ້ານຂໍ້ມູນຕ່າງໆ ຊຶ່ງລະບົບນີ້ແມ່ນ ລະບົບ CMS (Content Management System)ຊຶ່ງຄາດວ່າຈະໄດ້ເປີດນຳໃຊ້ຢ່າງເປັນທາງການໃນຕົ້ນປີ 2024.
    ເພື່ອບັນລຸເປົ້າໝາຍໃນການປັບປຸງເວັບໄຊຂອງໜັງສືພິມປະຊາຊົນ, ພາຍຫຼັງການພົບປະສອງຝ່າຍ ສະຫາຍ ວັນໄຊ ຕະວິນຍານ ແລະ ສະຫາຍ ດິງ ຍື ຮວານ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາ ໂດຍໜັງສືພິມເຍິນເຢິນ ເປັນທີ່ປຶກສາ, ຈະໄດ້ສ້າງ ແລະ ມອບ-ຮັບ ຊຶ່ງພາຍຫຼັງສໍາເລັດບັນດາໜ້າວຽກ ທີ່ສອງຝ່າຍຕົກລົງເປັນເອກະພາບ ແລະ ເຫັນດີປະຕິບັດຢ່າງຄົບຖ້ວນຂອງບັນດາເນື້ອໃນ ທີ່ລະບຸໃນບົດບັນທຶກ ໂດຍສະເພາະແມ່ນເຫັນດີເປັນເອກະພາບກ່ຽວກັບໜ້າເວັບໄຊໃໝ່ ຂອງໜັງສືພິມ ປະຊາຊົນ ແລະ ເນື້ອໃນລະບົບຈໍາໜ່າຍ (CMS) ຊຶ່ງແມ່ນລະບົບເວັບໄຊໃໝ່ທັງໝົດ ທີ່ຈະໄດ້ສ້າງຂຶ້ນ, ໜັງສືພິມເຍິນເຢີນ ເປັນທີ່ປຶກສາໃຫ້ໜັງສືພິມ ປະຊາຊົນ ກ່ຽວກັບຄວາມຕ້ອງການດ້ານເຕັກນິກ ໂຄງລ່າງອິນເຕີເນັດ ແລະ ເຊີເວີ ຮັບປະກັນໄດ້ລະບົບເວັບໄຊໃໝ່ ມີຄວາມໝັ້ນຄົງ, ມີຄວາມປອດໄພສູງ, ປະສິດທິຜົນ ເພື່ອໃຫ້ໜັງສືພິມ ປະຊາຊົນ ຈັດຕັ້ງປະຕິບັດ, ອຸປະກອນໂຄງລ່າງພື້ນຖານເຮັດແນວໃດໃຫ້ແທດເໝາະ; ໜັງສືພິມ ເຍິນເຢີນ ຈະສະໜັບສະໜູນວຽກຕິດຕັ້ງສະພາບແວດລ້ອມເຄື່ອງເຊີເວີ ແລະ ບໍລິການ ໃນລະບົບໜັງສືພິມ ປະຊາຊົນ ທີ່ໄດ້ກະກຽມຕາມທີ່ໜັງສືພິມເຍິນເຢີນໃຫ້ຄໍາປຶກສາ; ໜັງສືພິມ ເຢີນເຢິນ ສະໜັບສະໜູນ ຝຶກອົບຮົມໃຫ້ບຸກຄະລາກອນ ໜັງສືພິມ ປະຊາຊົນ ໃນວຽກເຄື່ອນໄຫວ ແລະ ນໍາໃຊ້ລະບົບເວັບໄຊໃໝ່, ຮູບການຝຶກອົບຮົມ ອາດຈະອີງໃສ່ສະພາບການຕົວຈິງຂອງທັງສອງຝ່າຍຕົກລົງກັນ ເພື່ອເອກະພາບຜັນຂະຫຍາຍ; ພາຍຫຼັງການເຊື່ອມຕໍ່ສໍາເລັດ ຊື່ເວັບ pasaxon.org.la ກ່ຽວກັບລະບົບອິນເຕີເນັດ ແລະ ເຄື່ອງເຊີເວີໃໝ່; ພາຍຫຼັງມອບ-ຮັບລະບົບສໍາເລັດສົມບູນ, ໜັງສືພິມປະຊາຊົນ ອາດມີສິດຄຸ້ມຄອງ ແລະ ເຄື່ອນໄຫວທັງໝົດ. ໃນກໍລະນີທີ່ຈໍາເປັນ, ບັນດາຊ່ຽວຊານ ໜັງສືພິມເຍິນເຢິນຈະດໍາເນີນການສະໜັບສະໜູນແບບທາງໄກ ຫຼື ມາລາວ ເພື່ອຊ່ວຍແກ້ໄຂໂດຍກົງ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ເພີ່ມເຕີມ