ນາຍົກ ຫວຽດນາມ ເຂົ້າຮ່ວມເວທີປາໄສ ວິສາຫະກິດ ຫວຽດນາມ - ຊາອູດິດ ອາຣັບບີ

ນາຍົກ ຫວຽດນາມ ເຂົ້າຮ່ວມເວທີປາໄສ ວິສາຫະກິດ ຫວຽດນາມ - ຊາອູດິດ ອາຣັບບີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) - ສະພາຮ່ວມມືເຂດອ່າວເປີເຊຍ (GCC) ແລະ ຢ້ຽມຢາມ ຊາອູດິດ ອາຣັບບີ, ໃນວັນທີ 19 ຕຸລາ ຜ່ານມານີ້ ຢູ່ນະຄອນຫຼວງ ຣິຢາດ ຂອງ ຊາອູດິດ ອາຣັບບີ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ຊາອູດິດ ອາຣັບບີ, ໂດຍກະຊວງແຜນການ ແລະ ການລົງທຶນ, ສະຖານທູດ ຫວຽດນາມ ປະຈຳ ຊາອູດິດ ອາຣັບບີ, ສະຫະພັນບັນດາຫ້ອງການການຄ້າ ຊາອູດິດ ອາຣັບບີ (FSC) ຈັດຕັ້ງຂຶ້ນ.

ຂ່າວລະບຸວ່າ: ກ່າວຄຳເຫັນໃນເວທີປາໄສ, ທ່ານ ຟ້າມມິງຈິງ ໄດ້ແຈ້ງໃຫ້ຊາບສະພາບການຂອງ ຫວຽດນາມ ພາຍຫຼັງເກືອບ 40 ປີ ທີ່ປະຕິບັດນະໂຍບາຍປ່ຽນແປງໃໝ່, ໂດຍໃຫ້ຮູ້ວ່າ: ຫວຽດນາມ ໄດ້ກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 4 ໃນ ອາຊຽນ ແລະ ແມ່ນ 1 ໃນຈຳນວນ 20 ພື້ນຖານເສດຖະກິດ ທີ່ມີຂອບຂະໜາດການຄ້າໃຫຍ່ທີ່ສຸດໃນໂລກ; ແມ່ນປະເທດສົ່ງອອກເຂົ້າສານ ແລະ ມີຫຼາຍຜະລິດຕະພັນກະເສດແຖວໜ້າໂລກ; ເຂົ້າຮ່ວມສັນຍາການຄ້າເສລີ 16 ສະບັບ (FTA) ກັບບັນດາປະເທດ ພື້ນຖານເສດຖະກິດໃຫຍ່ທັງໝົດໃນໂລກ. ຫວຽດນາມ ສືບຕໍ່ໄດ້ຮັບການຕີລາຄາສູງ ແລະ ຕັ້ງໜ້າຈາກປະຊາຄົມສາກົນ ແລະ ນັກລົງທຶນ ກ່ຽວກັບຄວາມຫວັງການເຕີບໂຕ ແລະ ສະພາບແວດລ້ອມການລົງທຶນດຳເນີນທຸລະກິດ. ທ່ານ ຟ້າມມິງຈິງ ປາຖະໜາໃຫ້ສອງປະເທດສົມທົບກັນຢ່າງແໜ້ນແຟ້ນ ເພື່ອໃຫ້ວິສາຫະກິດຂອງສອງປະເທດ ບໍ່ພຽງແຕ່ເຂົ້າຮ່ວມຕະຫຼາດຂອງກັນ ແລະ ກັນເທົ່ານັ້ນ ຫາກຍັງຂະຫຍາຍອອກທົ່ວພາກພື້ນ ອາຊຽນ ແລະ GCC ອີກດ້ວຍ.

ເນື່ອງໃນໂອກາດນີ້, ພາຍໃຕ້ການເປັນສັກຂີພິຍານຂອງທ່ານ ຟ້າມມິງຈິງ ແລະ ການນຳບັນດາກະຊວງ, ຂະ ແໜງການສອງປະເທດ, ບັນດາວິສາຫະກິດ ຫວຽດນາມ - ຊາອູດິດ ອາຣັບບີ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືຫຼາຍສະບັບ.

ຄໍາເຫັນ

ຂ່າວຕ່າງປະເທດ

ນັກ​ທ່ອງ​ທ່ຽ​ວຕ່າງ​ປະ​ເທດ​ຫຼັ່ງ​ໄຫຼ​​ທ່ຽວ​ຈີນ​​ ເພື່ອ​ສຳ​ຜັດ​ມົນ​ສະ​ເໜ່​ທີ່​ຫຼາກຫຼາຍ​ສີ​ສັນ​ຂອງ​ຈີນ

ນັກ​ທ່ອງ​ທ່ຽ​ວຕ່າງ​ປະ​ເທດ​ຫຼັ່ງ​ໄຫຼ​​ທ່ຽວ​ຈີນ​​ ເພື່ອ​ສຳ​ຜັດ​ມົນ​ສະ​ເໜ່​ທີ່​ຫຼາກຫຼາຍ​ສີ​ສັນ​ຂອງ​ຈີນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 9 ຕຸລາ ນີ້ວ່າ: ນັບ​ແຕ່​ຕົ້ນ​ປີ​ນີ້​ເປັນ​ຕົ້ນ​ມາ, ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ໄດ້​ເຂົ້າ​ມາ​ທ່ອງ​ທ່ຽວ​ຈີນ​ນັບ​ມື້ຫຼາຍ​ຂຶ້ນ. ໂຕ​ເລກ​ຂໍ້​ມູນ​ຈາກ​ເວັບ​ໄຊ​ທ່ອງ​ທ່ຽວ​ທີ່​ກ່ຽວ​ຂ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ໄລ​ຍະ​ພັກ​ບຸນ​ວັນ​ຊາດ​ຈີນ​ປີ​ນີ້, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​​ເດີນ​ທາງມາ​ທ່ອງ​ທ່ຽວ​ຈີນ​ໄດ້​ສືບ​ຕໍ່​ເພີ່ມ​ຂຶ້ນ, ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ທະ​ວີບ​ເອີ​ຣົບ ແລະ ທະ​ວີບ​​ໂອ​ຊີ​ອາ​ນີ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.
ປິດ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14

ປິດ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 8 ຕຸ​ລາ ຜ່ານມາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ​ທີ່ ​ນະຄອນຫຼວງຮ່າ​ໂນ້ຍ ​ໄດ້​ປິດກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14 ​ພາຍຫຼັງດຳເນີນ​ເປັນ​ເວ​ລາ 4 ວັນ (ວັນ​ທີ 5-8 ຕຸ​ລາ). ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ຫວຽດນາມ ໄດ້​ກ່າວ​ຄຳ​ເຫັນ​ເນັ້ນ​ນັກຫຼາຍ​ບັນ​ຫາ​ສຳ​ຄັນ​ທີ່​ສູນ​ກາງ​ໄດ້​ຮັບ​ຮອງ​ເອົາ. ທ່ານໄດ້ເນັ້ນໜັກວ່າ: ກອງ​ປະ​ຊຸມ​ຄັ້ງ​ນີ້ ໄດ້​ຫັນ​ເປັນ​ລະ​ອຽດ​ບາດ​ກ້າວ​ສຳ​ຄັນ ມະ​ຕິ​ກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ 14 ຂອງ​ພັກ, ຕິດ​ພັນກັບ​ການກໍ່​ສ້າງ​ພັກ ​ການ​ບໍ​ລິ​ຫານ​ແຫ່ງ​ຊາດ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ບັນ​ດາ​ນະ​ໂຍ​ບາຍ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາ​ມາດ​ນຳ​ພາ, ປະ​ຕິ​ບັດ, ເຕົ້າ​ໂຮມ​ກຳ​ລັງ​ທົ່ວ​ບວງ​ຊົນ​ທັງ​ຊາດ.
ທະ​ນາ​ຄານ​ໂລກ​ ປັບການ​ຄາ​ດ​ຄະ​ເນ​​ການ​ເຕີບ​ໂຕຂອງເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ​ ​

ທະ​ນາ​ຄານ​ໂລກ​ ປັບການ​ຄາ​ດ​ຄະ​ເນ​​ການ​ເຕີບ​ໂຕຂອງເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ​ ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 6 ຕຸ​ລາ​ ຜ່ານມາ, ທະ​ນາ​ຄານ​ໂລກ​ໄດ້​ປະ​ກາດ​ບົດ​ລາຍ​ງານ​ວ່າ​ດ້ວຍ​ການ​ຄາດ​ຄະ​ເນ​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ ສະ​ບັບ​ປັບ​ປຸງ​ໃໝ່, ໂດຍ​ໄດ້​ປັບ​ການ​ຄາ​ດ​ຄະ​ເນ​ຈັງ​ຫວະ​ການ​ເຕີບ​ໂຕຂອງເສດ​ຖະ​ກິດ​ພາກ​ພື້ນ​ດັ່ງ​ກ່າວ​ຂຶ້ນ​ເປັນ 4.5%, ເພີ່ມ​ຂຶ້ນ 0.3% ເມື່ອ​ທຽບ​ໃສ່​ການ​ຄາດ​ຄະ​ເນ​ທີ່​ປະ​ກາດ​ໃນ​ເດືອນ​ເມ​ສາ​ ຜ່ານມາ.
IMF ແນະນຳໃຫ້ລັດຖະບານທົ່ວໂລກຊ່ວຍເຫຼືອກຸ່ມຄົນທີ່ມີຄວາມສ່ຽງ

IMF ແນະນຳໃຫ້ລັດຖະບານທົ່ວໂລກຊ່ວຍເຫຼືອກຸ່ມຄົນທີ່ມີຄວາມສ່ຽງ

ຂ່າວຕ່າງປະເທດລາຍງານໃນວັນທີ 7 ຕຸລາ ຜ່ານມາວ່າ: ກອງທຶນການເງິນສາກົນ (IMF) ໄດ້ແນະນຳໃຫ້ລັດຖະບານທົ່ວໂລກໃຊ້ມາດຕະການຊ່ວຍເຫຼືອທາງດ້ານການເງິນແບບເຈາະຈົງສຳລັບກຸ່ມທີ່ມີຄວາມສ່ຽງ, ແທນທີ່ຈະໃຫ້ການອຸດໜູນລາຄາສິນຄ້າຢ່າງກວ້າງຂວາງ, ເພື່ອຫຼຸດຜ່ອນຜົນກະທົບຕໍ່ຄົວເຮືອນທີ່ມີລາຍໄດ້ຕໍ່າໃນໄລຍະທີ່ອັດຕາເງິນເຟີ້ເພີ່ມຂຶ້ນ.
ສິງກະໂປ ສະເໜີ 2 ໂຄງການເພື່ອເສີມຂະຫຍາຍການຕ້ານການຫຼອກລວງທາງອອນລາຍ

ສິງກະໂປ ສະເໜີ 2 ໂຄງການເພື່ອເສີມຂະຫຍາຍການຕ້ານການຫຼອກລວງທາງອອນລາຍ

ຂ່າວຕ່າງປະເທດລາຍາງນວ່າ: ທ່ານ ເຄ ຊານມູກາມ ລັດຖະມົນຕີອາວຸໂສສິງກະໂປ ໄດ້ເປີດເຜີຍໃນວັນ 6 ຕຸລາ ຜ່ານມາ ວ່າ, ສິງກະໂປໄດ້ສະເໜີ 2 ໂຄງການ ເພື່ອເສີມຂະຫຍາຍການຕອບສະໜອງຕໍ່ໄພຂົ່ມຂູ່ຈາກການຫຼອກລວງທາງອອນລາຍໃນອາຊຽນ ກ່ອນທີ່ສິງກະໂປຈະເປັນປະທານອາຊຽນໃນປີໜ້າ.
ຮົງ​ກົງ ​ໄດ້​ຮັບ​ການ​ປະ​ເມີນເປັນ​ກຸ່ມ​ເສດຖະກິດ​​ເສລີ​ທີ່​ສຸດ​ໃນ​ໂລກ​​

ຮົງ​ກົງ ​ໄດ້​ຮັບ​ການ​ປະ​ເມີນເປັນ​ກຸ່ມ​ເສດຖະກິດ​​ເສລີ​ທີ່​ສຸດ​ໃນ​ໂລກ​​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 6 ຕຸ​ລ​າ​ ຜ່ານມາ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ຟ​ຣາ​ເຊີ​ກາ​ນາ​ດາ ​ໄດ້​ປະ​ກາດ “ບົດ​ລາຍ​ງານ​ຄວາມ​ເສລີ​ດ້ານ​ເສດຖະກິດ​ໂລກ​ປະຈຳ​ປີ 2026”. ຮົງກົງ​​ ໄດ້​ຮັບ​ການ​ປະ​ເມີນເປັນ​ກຸ່ມ​ເສດຖະກິດ​​ເສລີ​ທີ່​ສຸດ​ໃນ​ໂລກ​​ອີກ​​ຄັ້ງໜຶ່ງ. ໃນ​ມື້​ດຽວ​ກັນ, ​ໂຄ​ສົກ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງກ່າວ ​ວ່າ, ບົດ​ລາຍ​ງານ​ດັ່ງ​ກ່າວ​ໄດ້​ຢືນ​ຢັນ​ທ່າ​ແຮງ​ດ້ານ​ຕະຫຼາດ​ເສ​ລີ​ ລວມ​ທັງ​ສະ​ພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ເປີດ​ປະ​ຕູ, ມີ​ປະ​ສິດ​ທິ​ຜົນ​ສູງ ແລະ ຍຸ​ຕິ​ທຳຂອງ​ຮົງ​ກົງ​ອີກ​ຄັ້ງ​ໜຶ່ງ.
ການ​ສົ່ງ​ອອກ​ສິນ​ໃນ​ນ້ຳຂອງຫວຽດນາມ ບັນລຸ 9 ຕື້ກວ່າໂດລາ ​

ການ​ສົ່ງ​ອອກ​ສິນ​ໃນ​ນ້ຳຂອງຫວຽດນາມ ບັນລຸ 9 ຕື້ກວ່າໂດລາ ​

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 7 ຕຸລາ ຜ່ານມາວ່າ: ໃນ 9 ເດືອນ​ຕົ້ນ​ປີ 2026, ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ບັນ​ລຸ 9 ຕື້ກວ່າໂດລາ, ເພີ່ມ​ຂຶ້ນ 12.3%. ກຳ​ລັ​ງ​ໜູນການ​ເຕີບ​ໂຕແມ່ນ​ໝາກ​ຜົນ​ທີ່​ຕັ້ງ​ໜ້າຂອງ​ການ​ເຄື່ອນ​ໄຫວ​ປູກ​ລ້ຽງ, ປຸງ​ແຕ່ງ ແລະ ຄວາມ​ຕ້ອງ​ການຂອງ​ຕະຫຼາດ. ດ້ວຍ​ອັດ​ຕາ​ການ​ເຕີບ​ໂຕ​ສູງ, ສິນ​ໃນ​ນ້ຳ​ສືບ​ຕໍ່​ຮັກ​ສາ​ບົດ​ບາດ​ສຳ​ຄັນ​ໃນ​ການ​ເພີ່ມ​ວົງ​ເງິນ​ ແລະ ປັບ​ປຸງ​​ດຸນ​ການ​ຄ້າຂອງຂົງເຂດ​ກະ​ສິ​ກຳ.
ຍອດຂາຍຍ່ອຍຂອງສິງກະໂປຊ້າລົງໃນເດືອນສິງຫາ

ຍອດຂາຍຍ່ອຍຂອງສິງກະໂປຊ້າລົງໃນເດືອນສິງຫາ

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປ ເປີດເຜີຍໃນວັນທີ 5 ຕຸລາ ຜ່ານມາວ່າ, ຍອດຂາຍຍ່ອຍຂອງສິງກະໂປເພີ່ມຂຶ້ນ 0.7% ໃນເດືອນສິງຫາ ເມື່ອທຽບກັບປີກ່ອນ, ຊ້າລົງຈາກການເຕີບໂຕ 1.3% ໃນເດືອນກໍລະກົດ.
AMRO ປັບການຄາດຄະເນການເຕີບໂຕ GDP ສ ເກົາຫຼີ ຂຶ້ນເປັນ 3.3%

AMRO ປັບການຄາດຄະເນການເຕີບໂຕ GDP ສ ເກົາຫຼີ ຂຶ້ນເປັນ 3.3%

ຂ່າວຕ່າງປະເທດລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຫ້ອງການຄົ້ນຄວ້າເສດຖະກິດມະຫາພາກອາຊຽນ+3 (AMRO) ໄດ້ປັບການຄາດຄະເນການເຕີບໂຕທາງເສດຖະກິດຂອງ ສ ເກົາຫຼີ ໃນປີ 2026 ຂຶ້ນເປັນ 3.3% ຈາກ 3.1% ແລະ ການຄາດຄະເນປີ 2027 ເປັນ 2.7% ຈາກ 2.2%, ພ້ອມທັງເຕືອນວ່າ ຄວາມຕ້ອງການ AI ທີ່ຊ້າລົງ ແລະ ວິກິດການຕາເວັນອອກກາງອາດຈະສ້າງຄວາມກົດດັນຕໍ່ການສົ່ງອອກ ແລະ ການລົງທຶນໃນພາກພື້ນ.
ນັກວິທະຍາສາດ 3 ທ່ານ ໄດ້ຮັບລາງວັນໂນແບລ ສາຂາການແພດ ປະຈຳປີ 2026

ນັກວິທະຍາສາດ 3 ທ່ານ ໄດ້ຮັບລາງວັນໂນແບລ ສາຂາການແພດ ປະຈຳປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຄະນະກຳມະການໂນເບວຂອງສະຖາບັນຄາໂຣລິນສະກາ ປະເທດຊູແອດ ໄດ້ປະກາດວ່າ, ນັກວິທະຍາສາດ 3 ທ່ານຄື: ຄາລ ໄດເຊີຣອດ, ປີເຕີ ເຮເກມານ ແລະ ຈອດ ເນເກລ ໄດ້ຮັບລາງວັນໂນເບວສາຂາສະລີລະວິທະຍາ ຫຼື ການແພດ ຈາກຜົນງານການຄົ້ນພົບຊ່ອງໄອອອນທີ່ຄວບຄຸມດ້ວຍແສງ ແລະ ເຕັກໂນໂລຊີ optogenetics ຊຶ່ງເປັນເຕັກນິກທີ່ສະແດງໃຫ້ເຫັນວ່າຈຸລັງປະສາດມີບົດບາດໃນການສ້າງຄວາມຊົງຈຳ, ຄວາມຮູ້ສຶກ ແລະ ພຶດຕິກຳໃນສະໝອງຂອງສິ່ງທີ່ມີຊີວິດແນວໃດ.
ເພີ່ມເຕີມ