ນາຍົກ ຫວຽດນາມ ພົບປະ ບັນດາການນຳນອກກອງປະຊຸມສຸດຍອດການກະທຳດິນຟ້າອາກາດໂລກ

ນາຍົກ ຫວຽດນາມ ພົບປະ ບັນດາການນຳນອກກອງປະຊຸມສຸດຍອດການກະທຳດິນຟ້າອາກາດໂລກ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດການກະທຳດິນຟ້າອາກາດໂລກ ໃນຂອບເຂດກອງປະຊຸມຄັ້ງທີ 28 ບັນດາຝ່າຍ ເຂົ້າຮ່ວມສົນທິສັນຍາແມ່ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງ ສປຊ (COP28) ຢູ່ ດູບາຍສະຫະລັດ ອາຣັບເອມີເລັດ, ທ່ານຟ້າມມິງຈິງນາຍົກລັດຖະມົນຕີ ຫວຽດນາມ ໄດ້ພົບປະກັບທ່ານ ເອັມມານູເອວ ມາຄຣົງປະທານາທິບໍດີ ຝຣັ່ງ; ທ່ານຊີກ ມານຊູ ບິນ ອັລ ນາຍານຮອງປະທານາທິບໍດີ UAE; ທ່ານ ໂນເອວ ຄວີນ ຜູ້ອຳນວຍການໃຫຍ່ທົ່ວໂລກ ກຸ່ມບໍລິສັດ  HSBC (ອັງກິດ); ທ່ານ ບອດ ເບຣນ ປະທານບໍລິຫານເວທີປາໄສ ເສດຖະກິດໂລກ (WEF).
ຂ່າວລະບຸວ່າ: ໃນການພົບປະກັບທ່ານເອັມມານູເອວ ມາຄຣົງ, ທ່ານ ຟ້າມມິງຈິງ ໄດ້ຕີລາຄາສູງການພັດທະນາຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝຣັ່ງ, ສະເໜີສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມື ແລະ ຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ເປັນເອກະພາບແລ້ວ ໃນການໂອ້ລົມທາງໂທລະສັບລະຫວ່າງ ທ່ານຫງວຽນຝູຈ້ອງເລຂາທິການໃຫຍ່ ແລະ ທ່ານເອັມມານູເອວ ມາຄຣົງໃນວັນທີ 20 ຕຸລາ 2023. ທ່ານ ຟ້າມມິງຈິງ ສະເໜີໃຫ້ ຝຣັ່ງ ຊຸກຍູ້ຂັ້ນຕອນການໃຫ້ສັດຕະຍາບັນ ສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA).
ໃນການຕ້ອນຮັບທ່ານ ຊີກ ມານຊູ ບິນ ອັລ ນາຍານ, ທ່ານ ຟ້າມມິງຈິງ ສະເໜີໃຫ້ຝ່າຍ UAE ເພີ່ມທະວີການລົງທຶນ, ຊ່ວຍເຫຼືອ ຫວຽດນາມ ສ້າງ ແລະ ເຄື່ອນໄຫວສູນການເງິນສາກົນນະຄອນໂຮ່ຈິມິນ, ສູນນະວັດຕະກຳ ແຫ່ງຊາດ (NIC), ພັດທະນາບັນດານະຄອນອັດສະລິຍະ, ຜັນຂະຫຍາຍບັນດາໂຄງການພະລັງງານທົດແທນ, ພັດທະນາຂະແໜງອຸດສາຫະກຳ Halal (ອາຫານ ຫຼື ຜະລິດຕະພັນອາຫານຂອງຊາວມຸສລິມ)ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາລະຫວ່າງການນຳຂັ້ນສູງ ແລະ ບຸກທະລຸໃນການ ຮ່ວມມືເສດຖະກິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ ສອງຝ່າຍສ້າງໜ່ວຍປະຕິບັດງານຮ່ວມໃນຂົງເຂດເສດຖະກິດ, ການລົງທຶນ.
ໃນການຕ້ອນຮັບທ່ານໂນເອວ ຄວີນຜູ້ອຳນວຍການໃຫຍ່ ທົ່ວໂລກກຸ່ມບໍລິສັດ  HSBC (ອັງກິດ), ທ່ານ ຟ້າມມິງຈິງ ສະແດງຄວາມຂອບໃຈຕໍ່HSBC ທີ່ໄດ້ຊ່ວຍເຫຼືອ ຫວຽດນາມ ໃນການຫັນເປັນສີຂຽວ. ຜູ້ອຳນວຍການໃຫຍ່ HSBC ຊົມເຊີຍ ຫວຽດນາມ ໄດ້ຕັ້ງໜ້າໃນວິວັດການຫັນເປັນສີຂຽວ, ຫຼຸດຜ່ອນອາຍພິດລົງລະດັບສູນ; ທ່ານຕີລາຄາສູງແຜນການພັດທະນາພະລັງງານທົດແທນຂອງ ຫວຽດນາມ ແລະ ຢັ້ງຢືນວ່າຈະໜັບສະໜູນ ຫວຽດນາມ ໃນບັນຫານີ້.  HSBC ອາດຈະເພີ່ມທະວີການໃຫ້ກູ້ຢຶມເພື່ອລົງທຶນ ບັນດາໂຄງການພະລັງງານທົດແທນ, ຊຸກຍູ້ບັນດານັກລົງທຶນສາກົນເອົາໃຈໃສ່ເຖິງ ຫວຽດນາມ.
ໃນການຕ້ອນຮັບທ່ານ ບອດ ເບຣນປະທານບໍລິຫານ ເວທີປາໄສ ເສດຖະກິດໂລກ (WEF), ທ່ານ ຟ້າມມິງຈິງ ສະແດງຄວາມປິຕິຊົມຊື່ນໂດຍເຫັນວ່າການພົວພັນ ຫວຽດນາມ ແລະ WEF ນັບມື້ນັບພັດທະນາແລະ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ຮັບບັນດາຄຳປຶກສາຂອງ WEF, ປະກອບສ່ວນຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ບັນດາເກີນດຸນໃຫຍ່; ອັດຕາແລກປ່ຽນເງິນຕາ, ຮັບປະກັນດອກເບ້ຍ, ຄາດວ່າຄຸນຄ່າສ່ວນເກີນການຄ້າຂອງ                  ໝົດປີແມ່ນ 25 ຕື້ໂດລາ.

ຄໍາເຫັນ

ຂ່າວຕ່າງປະເທດ

ປະຊາຊົນຫຼາຍກວ່າ 14,000 ຄົນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມໃນເຂດພິເສດອາເຈະ

ປະຊາຊົນຫຼາຍກວ່າ 14,000 ຄົນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມໃນເຂດພິເສດອາເຈະ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 25 ພະຈິກ ຜ່ານມາ, ອົງການຕ້ານໄພພິບັດແຫ່ງຊາດອິນໂດເນເຊຍແຈ້ງໃຫ້ຮູ້ວ່າ, ຍ້ອນຝົນຕົກໜັກຢ່າງຕໍ່ເນື່ອງ, ຢູ່ເຂດພິເສດອາເຈະເມື່ອບໍ່ດົນມານີ້ ໄດ້ເຮັດໃຫ້ເກີດໄພນ້ຳຖ້ວມ, ສົ່ງຜົນກະທົບຕໍ່ປະຊາຊົນຫຼາຍກວ່າ 14,000 ຄົນ.
BOK ປັບການຄາດຄະເນການເຕີບໂຕທາງເສດຖະກິດ ປີ 2026 ເປັນ 3.9%

BOK ປັບການຄາດຄະເນການເຕີບໂຕທາງເສດຖະກິດ ປີ 2026 ເປັນ 3.9%

ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ພະຈິກນີ້ວ່າ: ທະນາຄານກາງ ສ ເກົາຫຼີ (BOK) ໄດ້ປັບເພີ່ມການຄາດຄະເນການເຕີບໂຕທາງເສດຖະກິດໃນປີ 2026 ເປັນ 3.9% ຈາກເດີມ 3.3%, ໂດຍໄດ້ຮັບແຮງຂັບເຄື່ອນຈາກການສົ່ງອອກຊິບເຊມິຄອນດັກເຕີດ້ານປັນຍາປະດິດ (AI) ທີ່ເຂັ້ມແຂງ ຊຶ່ງຊ່ວຍຊຸກຍູ້ໃຫ້ເສດຖະກິດເຕີບໂຕໄດ້ດີກວ່າທີ່ຄາດຄະເນໄວ້ກ່ອນໜ້ານີ້.
ການລົງທຶນ ແລະ ການຮ່ວມມື ໃນຂົງເຂດພະລັງງານ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ມີຫຼາຍກວ່າ 3,330 ຕື້ຢວນ

ການລົງທຶນ ແລະ ການຮ່ວມມື ໃນຂົງເຂດພະລັງງານ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ມີຫຼາຍກວ່າ 3,330 ຕື້ຢວນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 26 ພະຈິກ ຜ່ານມາ, ກອງປະຊຸມລັດຖະມົນຕີພະລັງງານ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 4 ໄດ້ຈັດຂຶ້ນຢູ່ນະຄອນຊີ່ງຕາວ ແຂວງສ່ານຕົ່ງ ທາງທິດຕາເວັນອອກຂອງຈີນ.
ຫວຽດນາມ ສະເໜີທິດທາງການພັດທະນາເສດຖະກິດ ຮາລານ ທົ່ວໂລກ

ຫວຽດນາມ ສະເໜີທິດທາງການພັດທະນາເສດຖະກິດ ຮາລານ ທົ່ວໂລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 24 - 25 ພະຈິກ ຜ່ານມາ, ຢູ່ເມືອງອິສຕັນບູລ ປະເທດຕວັກ​ກີ, ທ່ານ​ນາງ ຫງວຽນ​ມິນ​ຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດ​ນາມ ໄດ້ນຳພາຄະນະຜູ້ແທນຫຼາຍ​ຂະ​ແໜງ​ການ ເຂົ້າຮ່ວມກອງປະຊຸມ​ຂັ້ນ​ສູງ ຮາລານ ໂລກຄັ້ງທີ 12 ແລະ ຊຸກ​ຍູ້ການຮ່ວມມື ຮາລານ ກັບ ຕວັກ​ກີ.
ສິງກະໂປ - ອົສຕຣາລີ ລົງນາມຂໍ້ຕົກລົງ ການດັກຈັບ ແລະ ກັກເກັບກາກບອນ ຂ້າມຊາຍແດນ

ສິງກະໂປ - ອົສຕຣາລີ ລົງນາມຂໍ້ຕົກລົງ ການດັກຈັບ ແລະ ກັກເກັບກາກບອນ ຂ້າມຊາຍແດນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 25 ພະຈິກ ຜ່ານມາວ່າ: ກະຊວງພະລັງງານ, ການຄ້າ ແລະ ອຸດສາຫະກຳສິງກະໂປລາຍງານວ່າ, ສິງກະໂປ ແລະ ອົສຕຣາລີ ໄດ້ລົງນາມໃນຂໍ້ຕົກລົງເພື່ອອຳນວຍຄວາມສະດວກໃຫ້ແກ່ການເຄື່ອນຍ້າຍກາກບອນໄດອອກໄຊຂ້າມຊາຍແດນຈາກສິງກະໂປໄປຍັງອົສຕຣາລີ ສຳລັບການກັກເກັບທາງທໍລະນີວິທະຍານອກຝັ່ງ ຊຶ່ງເປັນການປູທາງໃຫ້ແກ່ການຮ່ວມມືດ້ານການດັກຈັບ ແລະ ເກັບຮັກສາກາກບອນລະຫວ່າງສອງປະເທດ.
ສີລັງກາ ອະນຸມັດເງິນກູ້ 30 ລ້ານໂດລາ ຈາກກອງທຶນ OPEC

ສີລັງກາ ອະນຸມັດເງິນກູ້ 30 ລ້ານໂດລາ ຈາກກອງທຶນ OPEC

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 24 ພະຈິກ ຜ່ານມາວ່າ: ຄະນະລັດຖະມົນຕີສີລັງກາໄດ້ອະນຸມັດຂໍ້ສະເໜີສຳລັບເງິນກູ້ 30 ລ້ານໂດລາ ຈາກກອງທຶນພັດທະນາສາກົນ OPEC. ເພື່ອສະໜັບສະໜູນໂຄງການປະຕິຮູບຂອງສີລັງກາເພື່ອການເຕີບໂຕ, ຄວາມຍືດຍຸ່ນ ແລະ ເປີດກວ້າງ ຊຶ່ງມີຮູບແບບການຈັດຫາແຫຼ່ງທຶນທີ່ສອດຄ່ອງກັບທຶນສະໜັບສະໜູນຈາກທະນາຄານໂລກພາຍໃຕ້ໂຄງການດຽວກັນ.
ນັບ​ມາ​ຮອດ​ທ້າຍ​ເດືອນ​ຕຸ​ລາ ຈີນ​ສາ​ມາດ​ຜະ​ລິດ​ໄຟ​ຟ້າ​ເພີ່ມ​ຂຶ້ນ 10.9%

ນັບ​ມາ​ຮອດ​ທ້າຍ​ເດືອນ​ຕຸ​ລາ ຈີນ​ສາ​ມາດ​ຜະ​ລິດ​ໄຟ​ຟ້າ​ເພີ່ມ​ຂຶ້ນ 10.9%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 25 ພະ​ຈິກ ຜ່ານມາ, ອົງ​ການ​ພະ​ລັງ​ງານ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ສະ​ຖິ​ຕິ​ກ່ຽວ​ກັບ​ພະ​ລັງ​ງານ​ໄຟ​ຟ້າ​ທົ່ວ​ປະ​ເທດ​ຈີນ​ລະ​ຫວ່າງ​ເດືອນ​ມັງ​ກອນ​-ເດືອນ​ຕຸ​ລາ​ປີ​ນີ້.
ທ່ານ ເລມິງຮຶງ ຮຽກຮ້ອງສ້າງແຜນພັດທະນາເສດຖະກິດໃຫ້ບັນລຸການເຕີບໂຕສອງໂຕເລກໃຫ້ແກ່ປີ 2027

ທ່ານ ເລມິງຮຶງ ຮຽກຮ້ອງສ້າງແຜນພັດທະນາເສດຖະກິດໃຫ້ບັນລຸການເຕີບໂຕສອງໂຕເລກໃຫ້ແກ່ປີ 2027

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ​ ​ໃນວັນ​ທີ 25 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ເລ​ມິງ​ຮຶງ ນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ກ່າວ​ຄຳ​ເຫັນສະຫຼຸບກອງປະຊຸມກ່ຽວກັບ​ແຜນ​ການເຕີບໂຕປີ 2027 ແລະ ບັນ​ດາ​ມາດ​ຕະ​ການ​ບໍ​ລິ​ຫານ​ໃນ​ຊຸມເດືອນທີ່ຍັງເຫຼືອຂອງປີ 2026, ໂດຍໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆສຸມ​ໃສ່​ຢ່າງ​ເຂັ້ມງວດ, ຜັນ​ຂະ​ຫຍາຍ​ຢ່າງ​ຂ້ຽວຂາດບັນ​ດາ​ໜ້າ​ທີ່, ມາດ​ຕະ​ການແກ້ໄຂ​ເພື່ອ​ບັນ​ລຸເປົ້າ ໝາຍເຕີບໂຕປີ 2026; ສືບຕໍ່ຄວບຄຸມລາຄາ, ໄພເງິນເຟີ້, ​ຮັດ​ແໜ້ນ​ລະ​ບຽບ​ວິ​ໄນການລົງທຶນພາກລັດ ແລະ ​ຍູ້​ແຮງ​ການ​ປ່​ອຍ​ເງິນລົງທຶນ.
ອົສຕຣາລີ ມີຄວາມສ່ຽງຕໍ່ເສດຖະກິດຊຸດໂຊມລົງ ເພີ່ມສູງຂຶ້ນ

ອົສຕຣາລີ ມີຄວາມສ່ຽງຕໍ່ເສດຖະກິດຊຸດໂຊມລົງ ເພີ່ມສູງຂຶ້ນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 24 ພະຈິກ ຜ່ານມາ, ແມກຄົວຣີ ຊຶ່ງເປັນກຸ່ມບໍລິສັດບໍລິການດ້ານທະນາຄານຂະໜາດໃຫຍ່ຂອງອົສຕຣາລີ ໄດ້ເຕືອນວ່າ, ຍ້ອນໄດ້ຮັບຜົນກະທົບຈາກຫຼາຍປັດໄຈ ເຊັ່ນ: ໄພເງິນເຟີ້, ອັດຕາດອກເບ້ຍເພີ່ມຂຶ້ນ ແລະ ອັດຕາການວ່າງງານສູງຂຶ້ນເປັນຕົ້ນ, ຄວາມເປັນໄປໄດ້ທີ່ເສດຖະ ກິດອົສຕຣາລີຈະເຂົ້າສູ່ພາວະຊຸດໂຊມລົງມີເຖິງເກືອບ 50%.
ອິນເດຍ-ເນປານ ເປີດຂະບວນລົດໄຟຂ້າມຊາຍແດນ ສາຍໃໝ່

ອິນເດຍ-ເນປານ ເປີດຂະບວນລົດໄຟຂ້າມຊາຍແດນ ສາຍໃໝ່

ສຳນັກຂ່າວສານຊິນຮວາລາຍງານວ່າ: ທ່ານ ບາເລນທຣາ ຊາ ນາຍົກລັດຖະມົນຕີເນປານ ຊຶ່ງເດີນທາງຢ້ຽມຢາມປະເທດອິນເດຍຢ່າງເປັນທາງການໃນວັນທີ 22-23 ພະຈິກ ຜ່ານມາ, ພ້ອມດ້ວຍທ່ານ ນາເຣນດາ ໂມດີນາຍົກລັດຖະມົນຕີອິນເດຍ ໄດ້ຮ່ວມກັນເປີດຂະບວນລົດໄຟໂດຍສານ ຊາຣຢູ-ກາມາລາ ເອັກສເພຣສ (U-Kamala Express) ຊຶ່ງເປັນລົດໄຟຂ້າມຊາຍແດນສາຍໃໝ່ ຜ່ານລະບົບອອນລາຍ. ລົດໄຟຂະບວນໃໝ່ນີ້ມີກຳນົດຈະໃຫ້ບໍລິການອາທິດລະໜຶ່ງຄັ້ງ, ໂດຍແລ່ນເຊື່ອມຕໍ່ລະຫວ່າງ 2 ເມືອງສຳຄັນທາງສາສະໜາຄື: ເມືອງອະໂຍທະຍາ ໃນລັດອຸດຕະຣະປະເທດ ທາງພາກເໜືອຂອງອິນເດຍ ແລະ ເມືອງຈານັກປູຣ ຂອງເນປານ.
ເພີ່ມເຕີມ