ກອງປະຊຸມສຸດຍອດອາຊຽນຄັ້ງທີ44, 45

ນາຍົກຫວຽດນາມ ພົບປະເຈລະຈາກັບ ປະທານາທິບໍດີຟີລິບປິນ

ນາຍົກຫວຽດນາມ ພົບປະເຈລະຈາກັບ ປະທານາທິບໍດີຟີລິບປິນ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ8 ຕຸລາ ຜ່ານມາ, ເນື່ອງໃນໂອກາດກອງປະຊຸມສຸດຍອດອາຊຽນຄັ້ງທີ44, 45

 

ແລະບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ນະຄອນຫຼວງວຽງຈັນ ສປປ ລາວ, ທ່ານຟ້າມມິງຈິງນາຍົກລັດຖະມົນຕີຫວຽດນາມໄດ້ພົບປະເຈລະຈາກັບທ່ານເຟີດີນານ ໂຣມູນເດັດສ ມາກ໋ອດປະທານາທິບໍດີຟີລິບປິນ.

ຂ່າວລະບຸວ່າ: ໃນການແລກປ່ຽນກ່ຽວກັບບັນດາຈຸດສຸມຂອງການຮ່ວມມືໃນໄລຍະຈະມາເຖິງ, ທ່ານຟ້າມມິງຈິງສະເໜີໃຫ້2 ຝ່າຍຊຸກຍູ້ການຮ່ວມມືດ້ານກະສິກຳແລະເສດຖະກິດ - ການຄ້າໃຫ້ສອດຄ່ອງກັບຄວາມສາມາດບົ່ມຊ້ອນຂອງ2 ປະເທດ, ເປີດປະຕູຕະຫຼາດໃຫ້ແກ່ສິນຄ້າຂອງກັນໃຫ້ຫຼາຍຂຶ້ນກວ່າເກົ່າ, ບັນລຸເປົ້າໝາຍຍົກວົງເງິນການຄ້າ2 ສົ້ນຂຶ້ນ40 ຕື້ໂດລາໃນປີ2050 ໂດຍໄວ. ທ່ານສະເໜີໃຫ້2 ຝ່າຍຕັ້ງໜ້າຄົ້ນຄວ້າ, ເປີດກວ້າງການຮ່ວມມືສູ່ບັນດາຂົງເຂດໃໝ່, ຮັບໃຊ້ບາດກ້າວບຸກທະລຸຍຸດທະສາດຄື: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ການຫັນປ່ຽນພະລັງງານ.

ສ່ວນທ່ານເຟີດີນານ ໂຣມູນເດັດສ ມາກ໋ອດສະເໜີໃຫ້ຫວຽດນາມສືບຕໍ່ຊ່ວຍເຫຼືອຟີລິບປິນຄ້ຳປະກັນສະບຽງອາຫານ, ພ້ອມກັນຜັນຂະຫຍາຍບັນດາບົດບັນທຶກຊ່ວຍຈຳການຮ່ວມມືດ້ານກະສິກຳແລະການຮ່ວມມືດ້ານການຄ້າເຂົ້າສານທີ່ໄດ້ລົງນາມໃນຕົ້ນປີ2024 ນີ້.

ການນຳ2 ທ່ານເຫັນດີນຳການພົວພັນລະຫວ່າງ2 ປະເທດໃຫ້ສືບຕໍ່ກ້າວເຂົ້າສູ່ລວງເລິກ, ແທດຈິງ, ຍືນຍົງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ປະຊາຄົມອາຊຽນທີ່ໝັ້ນຄົງເຂັ້ມແຂງ, ເພື່ອສັນຕິພາບ, ສະຖຽນລະພາບແລະການພັດທະນາ. ກ່ຽວກັບການຮ່ວມມືທາງທະເລ, 2 ຝ່າຍເຫັນດີສືບຕໍ່ໃຫ້ຄຳປຶກສາ, ສົມທົບກັນຢ່າງແໜ້ນແຟ້ນກ່ຽວກັບບັນດາບັນຫາທາງທະເລ, ເພີ່ມທະວີການຮ່ວມມືທາງທະເລ. ການນຳ2 ທ່ານໄດ້ເຫັນດີສືບຕໍ່ສະໜັບສະໜູນຊຶ່ງກັນແລະກັນຢູ່ບັນດາເວທີປາໄສສາກົນ, ພິເສດແມ່ນອາຊຽນແລະສະຫະປະຊາຊາດ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ຟ້າມ​ມິງ​ຈິງ ກວດ​ກາ​ຮູບ​ແບບ​ການ​ບໍ​ລິ​ຫານ​ໃໝ່​ຢູ່ ແຂວງອານ​ຢາງ ແລະ ດົ່ງ​ທາບ

ທ່ານ ຟ້າມ​ມິງ​ຈິງ ກວດ​ກາ​ຮູບ​ແບບ​ການ​ບໍ​ລິ​ຫານ​ໃໝ່​ຢູ່ ແຂວງອານ​ຢາງ ແລະ ດົ່ງ​ທາບ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍສືບຕໍ່ໂຄງການປະຕິບັດງານຢູ່ບັນດາແຂວງທາງພາກໃຕ້, ເມື່ອບໍ່ດົນມານີ້ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ລົງກວດກາການຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ແລະ ການເຄື່ອນໄຫວຂອງສູນຮັບໃຊ້ການປະຕິບັດລະບຽບການບໍລິຫານສາທາລະນະຢູ່ຕາແສງ ເທີຍເຊີນ (ຕາແສງຕິດກັບຊາຍແດນ), ແຂວງອານຢາງ ແລະ ຕາແສງໝີຮຽບ ແຂວງດົ່ງທາບ.
ຣັດເຊຍ ຈະລົງທຶນ 180 ຕື້ຣຸບ ຍົກລະດັບດ່ານຊາຍແດນ

ຣັດເຊຍ ຈະລົງທຶນ 180 ຕື້ຣຸບ ຍົກລະດັບດ່ານຊາຍແດນ

ຂ່າວຕ່າງປະເທດລາຍ; ທ່ານ ມິຄາອິລ ມິຊູສຕິນ ນາຍົກລັດຖະມົນຕີຣັດເຊຍ ກ່າວຫວ່າງມໍ່ໆມານີ້ວ່າ: ລັດຖະບານຣັດເຊຍ ຈະຈັດສັນງົບປະມານເກືອບ 180 ຕື້ຣຸບ ໃນໄລຍະ 3 ປີຂ້າງໜ້າ ເພື່ອປັບປຸງດ່ານຊາຍແດນທົ່ວປະເທດ ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມເພື່ອພັດທະນາໂລຈິສຕິກຂ້າມແດນ.
ເລ​ຂາ​ທິ​ການ​ໃຫຍ່​ ສ​ປ​ຊ​ ຮຽກ​ຮ້ອງ​ໃຫ້​ສືບ​ຕໍ່​ພະ​ຍາ​ຍາມ​​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ເລ​ຂາ​ທິ​ການ​ໃຫຍ່​ ສ​ປ​ຊ​ ຮຽກ​ຮ້ອງ​ໃຫ້​ສືບ​ຕໍ່​ພະ​ຍາ​ຍາມ​​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 21 ກໍລະກົດ ຜ່ານມານີ້, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເວ​ທີ​ປຶກ​ສາ​ຫາ​ລື​ທາງ​ການ​ເມືອງ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ອົງ​ການສະຫະປະຊາຊາດ ​ປະ​ຈຳ​​ປີ 2025 ຈັດ​ຂຶ້ນຢູ່ນະ​ຄອນນິວຢອກ ສະຫະລັດ ອາເມຣິກາ, ທ່ານ ​​ອັນ​ໂຕນີ​ໂອ ກູ​ເຕີເຣັສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການສະຫະປະຊາຊາດ ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ ໂດຍ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຈົ່ງ​ຮ່ວມ​ກັນແບກ​ຫາບ​​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ, ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບກວມ​ລວມ​, ​ທ່ຽງ​ທຳ ແລະ​ ຍືນ​ຍົງ, ​ທັງຮັບ​ປະ​ກັນ​ໃນ​ການ​ສ້າງ​ຜົນ​ປະ​ໂຫຍດ​ແກ່​ທຸກ​ຄົນ​.
ຟີລິບປິນ ປະສົບກັບໄພນໍ້າຖ້ວມ ປະຊາຊົນຫຼາຍສິບພັນຄົນຕ້ອງຍົກຍ້າຍອອກຈາກເຮືອນ

ຟີລິບປິນ ປະສົບກັບໄພນໍ້າຖ້ວມ ປະຊາຊົນຫຼາຍສິບພັນຄົນຕ້ອງຍົກຍ້າຍອອກຈາກເຮືອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ກໍລະກົດ ຜ່ານມາວ່າ: ນໍ້າຖ້ວມທີ່ເກີດຈາກຝົນຕົກໜັກຈາກລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີຊື່ວ່າ: ຮາບາກັດ ໄດ້ເຮັດໃຫ້ນະຄອນຫຼວງມະນີລາ ຂອງຟີລິບປິນ ຢູ່ໃນສະພາບຢຸດສະງັກ, ປະຊາຊົນຫຼາຍສິບພັນຄົນຕ້ອງຍົກຍ້າຍອອກຈາກບ້ານເຮືອນ ແລະ ເຮັດໃຫ້ມີຜູ້ສູນຫາຍຢ່າງໜ້ອຍ 2 ຄົນ.
ອິນໂດເນເຊຍ ມີເຂົ້າສຳຮອງສູງເຖິງ 4.2 ລ້ານໂຕນ

ອິນໂດເນເຊຍ ມີເຂົ້າສຳຮອງສູງເຖິງ 4.2 ລ້ານໂຕນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ກໍລະກົດ ຜ່ານມາວ່າ: ທ່ານ ພຣາໂບໂວ ຊູບຽນໂຕ ປະທານາທິບໍດີອິນໂດເນເຊຍ ກ່າວໃນກອງປະຊຸມພັກສາມັກຄີອິນໂດເນເຊຍ ໃນວັນທີ 20 ກໍລະກົດ ຜ່ານມາ ວ່າ: ການຜະລິດເຂົ້າຂອງອິນໂດເນເຊຍ ເພີ່ມຂຶ້ນ 48%, ເຮັດໃຫ້ປະລິມານເຂົ້າສຳຮອງຂອງລັດຖະບານເພີ່ມຂຶ້ນເຖິງ 4.2 ລ້ານໂຕນ, ໃນຂະນະດຽວກັນຜົນຜະລິດສາລີເພີ່ມຂຶ້ນ 30%.
ຈີນ ບັນລຸເປົ້າໝາຍການດຶງດູດທຶນຕ່າງປະເທດ 700 ຕື້ໂດລາ

ຈີນ ບັນລຸເປົ້າໝາຍການດຶງດູດທຶນຕ່າງປະເທດ 700 ຕື້ໂດລາ

ຂ່າວສານຊີອາໄອລາຍງານ ໃນວັນທີ 22 ກໍລະກົດ ຜ່ານມາວ່າ: ນັບມາຮອດທ້າຍເດືອນມິຖຸນາຜ່ານມາ, ໃນໄລຍະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 (ປີ 2021-2025), ນັບລວມແລ້ວ ຈີນໄດ້ດຶງດູດທຶນຕ່າງປະເທດຫຼາຍກວ່າ 700 ຕື້ໂດລາ
ທ່ານ ຟ້າມ​ມິງ​ຈິງ ກວດ​ກາ​ຮູບ​ແບບ​ການ​ບໍ​ລິ​ຫານ​ໃໝ່​ຢູ່ ແຂວງອານ​ຢາງ ແລະ ດົ່ງ​ທາບ

ທ່ານ ຟ້າມ​ມິງ​ຈິງ ກວດ​ກາ​ຮູບ​ແບບ​ການ​ບໍ​ລິ​ຫານ​ໃໝ່​ຢູ່ ແຂວງອານ​ຢາງ ແລະ ດົ່ງ​ທາບ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍສືບຕໍ່ໂຄງການປະຕິບັດງານຢູ່ບັນດາແຂວງທາງພາກໃຕ້, ເມື່ອບໍ່ດົນມານີ້ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ລົງກວດກາການຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ແລະ ການເຄື່ອນໄຫວຂອງສູນຮັບໃຊ້ການປະຕິບັດລະບຽບການບໍລິຫານສາທາລະນະຢູ່ຕາແສງ ເທີຍເຊີນ (ຕາແສງຕິດກັບຊາຍແດນ), ແຂວງອານຢາງ ແລະ ຕາແສງໝີຮຽບ ແຂວງດົ່ງທາບ.
Microsoft ເຕືອນໄພສຸກເສີນ "Zero-Day" ໂຈມຕີ SharePoint Server

Microsoft ເຕືອນໄພສຸກເສີນ "Zero-Day" ໂຈມຕີ SharePoint Server

ຂ່າວຕ່າງປະເທດ ລາຍງານໃນວັນທີ 21 ກໍລະກົດ ຜ່ານມາວ່າ: Microsoft ໄດ້ອອກຄຳເຕືອນຮີບດ່ວນເຖິງໜ່ວຍງານພາກລັດ ແລະ ພາກເອກະຊົນ ໃຫ້ຮີບຮ້ອນຕິດຕັ້ງການອັບເດດຄວາມປອດໄພທັນທີຫຼັງຈາກຄົ້ນພົບການໂຈມຕີທາງໄຊເບີ ແບບ “Zero-day” ທີ່ຕັ້ງເປົ້າໝາຍໂຈມຕີຊ່ອງຫວ່າງຂອງຊັອຟແວ SharePoint Server ຊຶ່ງເປັນເວີຊັນທີ່ອົງການຈັດຕັ້ງຕິດຕັ້ງເອງ (On-premise).
ການຊື້ສິນຄ້າມືສອງທາງອອນລາຍໃນອັງກິດ ຈະບັນລຸ 4.8 ຕື້ໂດລາ

ການຊື້ສິນຄ້າມືສອງທາງອອນລາຍໃນອັງກິດ ຈະບັນລຸ 4.8 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ກໍລະກົດ ຜ່ານມາວ່າ: ລາຍງານຫຼ້າສຸດຈາກສູນຄົ້ນຄວ້າເສດຖະກິດ ແລະ ທຸລະກິດຂອງອັງກິດ (CEBR) ຄາດຄະເນວ່າ, ມູນຄ່າການຊື້ສິນຄ້າມືສອງທາງອອນລາຍໃນອັງກິດຈະບັນລຸເຖິງ 4.8 ຕື້ໂດລາໃນປີນີ້, ເພີ່ມຂຶ້ນຈາກ 4.3 ຕື້ໂດລາ ໃນປີ 2024, ທ່າມກາງທ່າອ່ຽງການຮັດສາຍແອວຂອງຜູ້ບໍລິໂພກ ແລະ ຄວາມນິຍົມສິນຄ້າມືສອງທີ່ມີຄຸນນະພາບດີ.
ສີລັງກາ ສັ່ງຫ້າມຫຼິ້ນວ່າວໃກ້ສະໜາມບິນສາກົນ

ສີລັງກາ ສັ່ງຫ້າມຫຼິ້ນວ່າວໃກ້ສະໜາມບິນສາກົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ກໍລະກົດ ຜ່ານມາວ່າ: ບໍລິສັດ ສະໜາມບິນ ແລະ ບໍລິການການບິນ (ສີລັງກາ) ຈຳກັດ ໄດ້ຫ້າມຫຼິ້ນວ່າວໃກ້ກັບສະໜາມບິນສາກົນຫຼາຍແຫ່ງໃນສີລັງກາ ເນື່ອງຈາກເປັນຫ່ວງດ້ານຄວາມປອດໄພຂອງເຮືອບິນ ແລະ ຜູ້ໂດຍສານ.
ເພີ່ມເຕີມ