ນາຍົກລັດຖະມົນຕີ ເດີນທາງເຖິງແຂວງໄຮນານສປ ຈີນ ເພື່ອເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈໍາປີ 2025

ນາຍົກລັດຖະມົນຕີ ເດີນທາງເຖິງແຂວງໄຮນານສປ ຈີນ ເພື່ອເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈໍາປີ 2025

ນາຍົກລັດຖະມົນຕີ ເດີນທາງເຖິງແຂວງໄຮນານສປ ຈີນ ເພື່ອເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈໍາປີ 2025
ໃນຕອນບ່າຍຂອງວັນທີ 26 ມີນາ ນີ້, ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງເຖິງສະໜາມບິນສາກົນ ເໝີຍຫຼານ, ແຂວງໄຮນານ, ສປ ຈີນ

 ເພື່ອເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືໂບອາວເພື່ອອາຊີ ປະຈໍາປີ 2025 (Boao Forum for Asia Annual Conference 2025) ໃນລະຫວ່າງວັນທີ 26-28 ມີນາ 2025, ຊຶ່ງໄດ້ຖືກຕ້ອນຮັບໂດຍ ສະຫາຍ ຫຼີວ ເຕີ່ງຊ່ານ (Liu Dengshan), ຄະນະພັກ, ຫົວໜ້າຫ້ອງການຄະນະປຶກສາແຂວງໄຮນານ ແລະ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຂອງທັງສອງຝ່າຍ ທີ່ ສະໜາມບິນສາກົນ ເໝີຍຫຼານ.

ການເດີນທາງໄປເຂົ້າຮ່ວມກອງປະຊຸມຄັ້ງນີ້ ແມ່ນຕອບສະໜອງຕາມການເຊື້ອເຊີນ ຂອງເລຂາທິການໃຫຍ່ກອງປະຊຸມເວທີປຶກສາຫາລືໂບອາວເພື່ອອາຊີເພື່ອຊຸກຍູ້ສົ່ງເສີມການພົວພັນ ແລະ ສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການຮ່ວມມືທາງດ້ານເສດຖະກິດໃນພາກພື້ນ ແລະ ສາກົນ.ໃນໄລຍະດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ຄະນະ ຈະໄດ້ພົບປະກັບ ສະຫາຍ ຕິ່ງ ເຊຍຊຽງ, ກໍາມະການປະຈໍາກົມການເມືອງສູນກາງພັກ, ຜູ້ປະຈໍາການຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ; ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຟິງເຟີ່ຍ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງໄຮນານ; ແລະ ຈະໄປເຄື່ອນໄຫວທັດສະນະສຶກສາ ແລະ ຢ້ຽມຢາມເຂດພັດທະນາຂອງແຂວງຈໍານວນໜຶ່ງ. (ຂ່າວ: ກຕທ)

ຄໍາເຫັນ

ຂ່າວເດັ່ນ

ສະຫາຍສອນໄຊສີພັນດອນພົບປະກັບສະຫາຍ ຟ້າມ ມິງ ຈິງ

ສະຫາຍສອນໄຊສີພັນດອນພົບປະກັບສະຫາຍ ຟ້າມ ມິງ ຈິງ

ເນື່ອງໃນໂອກາດ, ສະຫາຍ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ນຳພາຄະນະຜູ້ແທນຂັ້ນສູງຂອງລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການພັດທະນາສີຂຽວ ແລະ ເປົ້າໝາຍສາກົນ 2030 (P4G)ຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນລະຫວ່າງວັນທີ 15 – 17 ເມສາ 2025,
ການນໍາຂັ້ນສູງພັກ-ລັດຮ່ວມ​ພິ​ທີໃສ່​ບາດອຸທິດບຸນກຸສົນໃຫ້ ສະຫາຍພົນເອກ ຄໍາໄຕ ສີພັນດອນ

ການນໍາຂັ້ນສູງພັກ-ລັດຮ່ວມ​ພິ​ທີໃສ່​ບາດອຸທິດບຸນກຸສົນໃຫ້ ສະຫາຍພົນເອກ ຄໍາໄຕ ສີພັນດອນ

ໃນ​ຕອນ​ເຊົ້າ​ຂອງວັນ​ທີ 10ເມ​ສານີ້ ທີ່​ເຮືອນ​ພັກ​ຂອງ​ ສະ​ຫາຍຄໍ​າໄຕສີ​ພັນ​ດອນ ທີ່ບ້ານສະພານທອງເໜືອເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ; ການນໍາຂັ້ນສູງພັກ-ລັດ, ນໍາໂດຍສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ,
ຄໍາສະດຸດີ  ເຖິງສະຫາຍ ພົນເອກ ຄໍາໄຕ ສີພັນດອນ   ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ  ປະທານປະເທດ ແຫ່ງ ສປປ ລາວ

ຄໍາສະດຸດີ ເຖິງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ

ປະທານຄະນະຮັບຜິດຊອບຊາປະນະກິດສົບລະດັບຊາດ ທີ່ຈັດຂຶ້ນຢູ່ເດີນພະທາດຫຼວງນະຄອນຫຼວງວຽງຈັນ ວັນ​ທີ 7 ເມສາ 2025.
ພິທີຊາປະນະກິດສົບລະດັບຊາດຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ຈັດຂຶ້ນຢ່າງສົມກຽດ

ພິທີຊາປະນະກິດສົບລະດັບຊາດຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ຈັດຂຶ້ນຢ່າງສົມກຽດ

ພິທີຊາປະນະກິດສົບລະດັບຊາດຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນຢ່າງສົມກຽດໃນວັນທີ 7 ເມສານີ້ ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ
ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ

ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ

ໃນຕອນເຊົ້າຂອງວັນທີ 7 ເມສານີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຟ້າມ ມິງ ຈິງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາວາງພວງມາລາໄວ້ອາໄລສະແດງຄວາມເສົ້າສະຫຼົດໃຈ ແລະ ຮ່ວມພິທີຊາປະນະກິດສົບລະດັບຊາດ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ, ນັກປະຕິວັດອາວຸໂສ ຂອງ ພັກປະຊາຊົນ ປະຕິວັດລາວ ທີ່ໄດ້ມໍລະນະກໍາໃນວັນທີ 2 ເມສາ 2025.
ນາຍົກລັດຖະມົນຕີ ລາວ-ຫວຽດນາມ ພົບປະ ທີ່ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ລາວ-ຫວຽດນາມ ພົບປະ ທີ່ ນະຄອນຫຼວງວຽງຈັນ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນວັນທີ 7 ເມສານີ້ ທີ່ ຫໍປະຊຸມແຫ່ງຊາດ, ໃນໂອກາດທີ່ ສະຫາຍ ຟ້າມ ມິງ ຈິງ ພ້ອມຄະນະ ເດີນທາງມາເຂົ້າຮ່ວມງານຊາປະນະກິດສົບລະດັບຊາດ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025.
ສະຫາຍ ທອງລຸນ ສີສຸລິດ ພົບປະກັບ ສະຫາຍ ໂຕ ເລີມ

ສະຫາຍ ທອງລຸນ ສີສຸລິດ ພົບປະກັບ ສະຫາຍ ໂຕ ເລີມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ໂຕ ເລີມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ
ລະບຽບ​ການ​ໄວ້​ທຸກ​ລະດັບ​ຊາດ

ລະບຽບ​ການ​ໄວ້​ທຸກ​ລະດັບ​ຊາດ

ເພື່ອ​ສະແດງ​ຄວາມ​ຮູ້​ບຸນຄຸນ​ອັນ​ເລິກເຊິ່ງ ແລະ ຄວາມ​ອາໄລ​ຮັກ​ອັນ​ສຸດ​ຊຶ້ງ ເຖິງ​ສະຫາຍ ພົນ​ເອກ ຄໍາ​ໄຕ ສີ​ພັນ​ດອນ ອະດີດ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ອະດີດ​ປະທານ​ປະເທດ ແຫ່ງ ສປປ ລາວ
ແຈ້ງ​ຂ່າວ​ພິເສດ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ

ແຈ້ງ​ຂ່າວ​ພິເສດ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ

ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ສະພາ​ແຫ່ງ​ຊາດ, ລັດຖະບານ ແຫ່ງ ສປປ ລາວ, ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ແລະ ຄອບຄົວ ສີ​ພັນ​ດອນ ຂໍ​ແຈ້ງ​ຂ່າວ​ເສົ້າ​ສະຫຼົດ​ໃຈ​ອັນ​ສຸດ​ຊຶ້ງ ມາ​ຍັງ​ພີ່ນ້ອງ​ຮ່ວມ​ຊາດ,
ປະຫວັດຫຍໍ້  ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ປະຫວັດຫຍໍ້ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈໍາປາສັກ ໃນປັດຈຸບັນ); ເປັນບຸດ ຂອງພໍ່ນີ ນີລະໄຊ ແລະ ແມ່ ສາຍບົວ ນີລະໄຊ ໃນຄອບຄົວຊົນຊັ້ນຊາວນາກາງ, ມີອ້າຍເອື້ອຍນ້ອງຮ່ວມກັນ 6 ຄົນ.
ເພີ່ມເຕີມ