ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ໂດຍການເປັນປະທານຂອງ ມາເລເຊຍ ພາຍໃຕ້ຄຳຂວັນ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ” ໃນວັນທີ 26 ພຶດສະພານີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ; ພ້ອມນີ້,


ກໍຍັງເຂົ້າຮ່ວມບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຄື: ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ບັນດາຜູ້ຕາງໜ້າຈາກສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ, ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ບັນດາຜູ້ຕາງໜ້າຊາວໜຸ່ມອາຊຽນ ແລະ ກອງປະຊຸມພົບປະ ລະຫວ່າງ ຜູ້ນໍາອາຊຽນ ກັບ ສະພາທີ່ປຶກສາທຸລະກິດອາຊຽນ.
ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແບບຄົບຄະນະ ໄດ້ແລກປ່ຽນຄໍາຄິດຄໍາເຫັນ ເພື່ອເສີມສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ, ໄດ້ຮັບຊາບຄວາມຄືບໜ້າ ການຈັດຕັ້ງປະຕິບັດບັນດາບຸລິມະສິດ ການເປັນປະທານອາຊຽນຂອງ ມາເລເຊຍ ໃນປີ 2025 ແລະ ໄດ້ປຶກສາຫາລືທິດທາງການຮ່ວມມືຂອງອາຊຽນໃນອະນາຄົດ. ກອງປະຊຸມສຸດຍອດອາຊຽນຄັ້ງນີ້ ໄດ້ຈັດຂຶ້້ນໃນທ່າມກາງບັນຍາກາດ ທີ່ອາຊຽນພວມສະເຫຼີມສະຫຼອງການສ້າງຕັ້ງປະຊາຄົມອາຊຽນ ຄົບຮອບ 10 ປີ ແລະ ເປັນປີສຸດທ້າຍຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025. ກອງປະຊຸມໄດ້ຕີລາຄາສູງຕໍ່ຜົນສໍາເລັດ ທີ່ອາຊຽນຍາດມາໄດ້ໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2015. ຜູ້ນຳອາຊຽນ ໄດ້ຮັບຮອງເອົາວິໄສທັດປະຊາຄົມອາຊຽນ 2045 ແລະ 4 ແຜນຍຸດທະສາດຄື: ແຜນຍຸດທະສາດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ແຜນຍຸດທະສາດປະຊາຄົມເສດຖະກິດອາຊຽນ, ແຜນຍຸດທະສາດປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນ. ບັນດາເອກະສານດັ່ງກ່າວ, ເປັນທິດທາງໃນການຮ່ວມມື ຂອງອາຊຽນສໍາລັບ 20 ປີຂ້າງໜ້າ ເພື່ອສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ, ມີນະວັດຕະກໍາ, ຄ່ອງແຄ້ວ ແລະ ປະຊາຊົນເປັນໃຈກາງ. ນອກນີ້, ກອງປະຊຸມ ໄດ້ປຶກສາຫາລືການພົວພັນຮ່ວມມືກັບພາຍນອກ ໂດຍໄດ້ເນັ້ນຢໍ້າຄວາມສຳຄັນໃນການຮັດແໜ້ນ ຄວາມເປັນແກນກາງຂອງອາຊຽນ ໃນການພົວພັນຮ່ວມມືກັບພາຍນອກ ໂດຍຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ນໍາພາ. ພ້ອມນີ້, ບັນດາຜູ້ນໍາອາຊຽນ ໄດ້ເຫັນດີ ຮັບຕີມໍແລັດສະເຕ ເຂົ້າເປັນສະມາຊິກສົມບູນຂອງອາຊຽນ ພາຍໃນ ປີ 2025 ນີ້.
ໃນກອງປະຊຸມສຸດຍອດອາຊຽນຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈ ບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມືພາຍນອກຂອງອາຊຽນ ຕໍ່ການສະໜັບສະໜູນ ແລະ ຮ່ວມມື ສຳລັບການດຳເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ແລະ ໄດ້ຢືນຢັນຄືນຄວາມໝາຍໝັ້ນຂອງ ສປປ ລາວ ໃນການສືບຕໍ່ຮ່ວມມືຢ່າງໃກ້ຊິດ ກັບບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມືພາຍນອກ ເພື່ອຜົນສໍາເລັດຂອງອາຊຽນໃນປີ 2025 ພາຍໃຕ້ການເປັນປະທານຂອງ ມາເລເຊຍ ກໍຄືການຈັດຕັ້ງຜັນຂະຫຍາຍ ວິໄສທັດປະຊາຄົມອາຊຽນ 2045.
ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແບບວົງແຄບ ໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບ ມຽນມາ ແລະ ໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ.
ໃນກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ບັນດາຜູ້ຕາງໜ້າຈາກສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ, ຜູ້ນໍາອາຊຽນ ໄດ້ສະແດງຄວາມຊົມເຊີຍ ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ທີ່ໄດ້ປະກອບສ່ວນເຂົ້າໃນຂະບວນການຮັດແໜ້ນປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງໃນໄລຍະຜ່ານມາ ກໍຄືການເຮັດໜ້າທີ່ການທູດດ້ານລັດຖະສະພາຢ່າງຕັ້ງໜ້າ ແລະ ໄດ້ສະເໜີໃຫ້ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ສືບຕໍ່ສະໜັບສະໜູນຂະບວນການຮັດແໜ້ນປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2045.
ໃນກອງປະຊຸມພົບປະ ລະຫວ່າງ ຜູ້ນໍາອາຊຽນ ກັບ ບັນດາຜູ້ຕາງໜ້າຊາວໜຸ່ມອາຊຽນ, ຜູ້ນໍາອາຊຽນ ໄດ້ຮັບຊາບການປະກອບສ່ວນຂອງຊາວໜຸ່ມໃນຂະບວນການສ້າງປະຊາຄົມອາຊຽນ ໃຫ້ເຂັ້ມແຂງ ແລະ ການຈັດຕັ້ງປະຕິບັດກິດຈະກຳ ຂອງຊາວໜຸ່ມອາຊຽນ ພາຍໃຕ້ຄຳຂວັນ “ຊາວໜຸ່ມເພື່ອອະນາຄົດທີ່ຍືນຍົງ: ສົ່ງເສີມການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຂັບເຄື່ອນການປ່ຽນແປງໃນອາຊຽນ”. ບັນດາຜູ້ນໍາອາຊຽນ ເຫັນວ່າ ເພື່ອເຮັດໃຫ້ຊາວໜຸ່ມກາຍເປັນຜູ້ສືບທອດທີ່ເຂັ້ມແຂງໃນອະນາຄົດ ແລະ ເປັນກໍາລັງແຮງທີ່ສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ, ອາຊຽນ ຕ້ອງເພີ່ມທະວີການຮ່ວມມື ເພື່ອສ້າງກາລະໂອກາດໃຫ້ຊາວໜຸ່ມສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ພ້ອມທັງ ໄດ້ຊຸກຍູ້ໃຫ້ຊາວໜຸ່ມອາຊຽນ ເຂົ້າເຖິງເຕັກໂນໂລຊີທີ່ທັນສະໄໝ ແລະ ນໍາໃຊ້ເຕັກໂນໂລຊີດັ່ງກ່າວ ໃຫ້ເກີດປະໂຫຍດສູງສຸດ ແລະ ອື່ນໆ.
ສ່ວນໃນກອງປະຊຸມພົບປະລະຫວ່າງ ຜູ້ນຳອາຊຽນ ກັບ ສະພາທີ່ປຶກສາທຸລະກິດອາຊຽນ, ຜູ້ນໍາອາຊຽນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງສະພາທີ່ປຶກສາທຸລະກິດອາຊຽນໃນໄລຍະຜ່ານມາ ອັນໄດ້ປະກອບສ່ວນເຂົ້້າໃນການຮັດແໜ້ນປະຊາຄົມເສດຖະກິດອາຊຽນ ແລະ ໄດ້ຊົມເຊີຍສະພາທີ່ປຶກສາທຸລະກິດອາຊຽນ ທີ່ໄດ້ກຳນົດບັນດາບຸລິມະສິດ ແລະ ກິດຈະກຳຕ່າງໆ ສຳລັບປີ 2025 ພາຍໃຕ້ຄຳຂວັນ “ການຮວມຕະຫຼາດເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນ” ແລະ ໄດ້ຊຸກຍູ້ການຈັດຕັ້ງປະຕິບັດບຸລິມະສິດເຫຼົ່ານັ້ນໃຫ້ມີປະສິດທິພາບ.
(ຂ່າວ-ພາບ: ກະຊວງການຕ່າງປະເທດ)

ຄໍາເຫັນ

ຂ່າວເດັ່ນ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025

ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025ໄດ້ເປີດຂຶ້ນໃນຕອນເຊົ້າ ຂອງວັນທີ 11ທັນວານິ້,ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພະຈິກ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນທັນວາ 2025.
ເພີ່ມເຕີມ