ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ພົບ​ປະ​ເຈ​ລະ​ຈາ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ພົບ​ປະ​ເຈ​ລະ​ຈາ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ພົບ​ປະ​ເຈ​ລະ​ຈາ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 24 ມິຖຸນາ ຜ່ານມາ, ເນື່ອງໃນໂອກາດທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມ WEF ທຽນຊີນ ແລະ ເຮັດວຽກຢູ່ ຈີນ, ທ່ານ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ. ໃນການພົບປະ, ນາຍົກລັດຖະມົນຕີສອງທ່ານເຫັນດີຕີລາຄາການພົວພັນລະຫວ່າງສອງພັກ, ສອງລັດ ທີ່ໄດ້ມີບັນດາບາດກ້າວຫັນປ່ຽນຢ່າງແຮງ, ແທດຈິງ ດ້ວຍຈຸດເດັ່ນທີ່ຕັ້ງໜ້າຫຼາຍຢ່າງ ເຊັ່ນ: ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ຮັບການປັບປຸງ, ມີຫຼາຍກົນໄກຮ່ວມມືໃໝ່ໄດ້ຮັບການສ້າງຕັ້ງຂຶ້ນ, ການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນ, ການທ່ອງທ່ຽວຮັກສາທ່ວງທ່າເຕີບໂຕ; ການຮ່ວມມືໃນການສ້າງເສັ້ນທາງລົດໄຟ, ການບິນກໍໄດ້ຮັບການຍູ້ແຮງເຊັ່ນດຽວກັນ.

ຂ່າວລະບຸວ່າ: ເພື່ອສືບຕໍ່ຜັນຂະຫຍາຍຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ແລະ ການພົບປະລະຫວ່າງນາຍົກລັດຖະມົນຕີສອງຝ່າຍໃຫ້ບັນລຸໝາກຜົນລະອຽດ ແລະ ມີປະສິດທິຜົນນັ້ນ, ທ່ານ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍຮັກສາການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນເປັນປະຈຳ; ສອງຝ່າຍຜັນຂະຫຍາຍ 3 ເສັ້ນທາງລົດໄຟມາດຖານພ້ອມກັນ ເພື່ອເຊື່ອມຕໍ່ ຫວຽດນາມ - ຈີນ; ທ່ານສະເໜີ ຈີນ ໃຫ້ການໜູນຊ່ວຍດ້ານທຶນຮອນ ແລະ ໃຫ້ບຸລິມະສິດຖ່າຍທອດເຕັກໂນໂລຊີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ການຮ່ວມມືກັບ ຫວຽດນາມ ສ້າງຂະແໜງອຸດສາຫະກຳເສັ້ນທາງລົດໄຟທັນສະໄໝຄົບຊຸດ; ຫວັງວ່າການຄ້າສອງປະເທດມີການພັດທະນາຢ່າງດຸ່ນດ່ຽງຍືນຍົງກວ່າ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ ຈີນ ເປີດກວ້າງການນຳເຂົ້າສິນຄ້າກະເສດຂອງ ຫວຽດນາມ, ເພີ່ມທະວີການຮ່ວມມືຮ່ວມສຳພັນຍູ້ໄວການສ້າງດ່ານຊາຍແດນອັດສະລິຍະ ແລະ ຄົ້ນຄວ້າຮູບແບບທົດລອງສ້າງເຂດຮ່ວມມືເສດຖະກິດຜ່ານຊາຍແດນ.

ທ່ານ ຫຼີສຽງ ປາຖະໜາວ່າ ສອງປະເທດ ຈັດຕັ້ງກອງປະຊຸມຄັ້ງທີ 17 ຂອງຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍ ຈີນ - ຫວຽດນາມ ແລະ ກົນໄກເຈລະຈາຍຸດທະສາດລະຫວ່າງສາມກະຊວງການຕ່າງປະເທດ, ກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດໃຫ້ເປັນຢ່າງດີ, ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສອງປະເທດ. ທ່ານ ຫຼີສຽງ ຢັ້ງຢືນວ່າ: ຈີນ ພ້ອມແລ້ວທີ່ຈະເພີ່ມທະວີການເຊື່ອມຕໍ່ຍຸດທະສາດພັດທະນາກັບ ຫວຽດນາມ ແລະ ເປີດກວ້າງການນໍາເຂົ້າຫຼາຍຜະລິດຕະພັນທີ່ມີຄຸນນະພາບສູງຈາກຫວຽດນາມ; ສົ່ງເສີມບັນດາວິສາຫະກິດທີ່ມີກຳລັງຄວາມສາມາດລົງທຶນເຂົ້າ ຫວຽດນາມ.

ຄໍາເຫັນ

ຂ່າວຕ່າງປະເທດ

ຄົ້ນພົບຄວາມງາມຢ່າງໜ້າອັດສະຈັນຂອງເມືອງ Yichun ທາງພາກກາງຂອງຈີນ ໂດຍຜ່ານການທ່ອງທ່ຽວ

ຄົ້ນພົບຄວາມງາມຢ່າງໜ້າອັດສະຈັນຂອງເມືອງ Yichun ທາງພາກກາງຂອງຈີນ ໂດຍຜ່ານການທ່ອງທ່ຽວ

ໃນແຂວງຈຽງຊີ, ເມື່ອບໍ່ດົນມານີ້ ໄດ້ມີກຸ່ມນັກສຶກສາຕ່າງປະເທດຈາກ 11 ປະເທດໄປທ່ຽວຊົມເມືອງYichunເພື່ອສຳຜັດກັບມໍລະດົກທາງທຳມະຊາດ ແລະ ວັດທະນະທຳທີ່ຫຼາກຫຼາຍ ເຮັດໃຫ້ເຂົາເຈົ້າເຂົ້າໃຈທ້ອງຖິ່ນໄດ້ດີຂຶ້ນ.
ອັງກິດ ປະເຊີນກັບໄພແຫ້ງແລ້ງຮຸນແຮງ

ອັງກິດ ປະເຊີນກັບໄພແຫ້ງແລ້ງຮຸນແຮງ

ຂ່າວຕ່າງປະເທດລາຍງານໃນວັນທີ 11 ສິງຫາ ຜ່ານມາວ່າ: ກຸ່ມໄພແຫ້ງແລ້ງແຫ່ງຊາດຂອງອັງກິດ (NDG) ໄດ້ອອກຄຳເຕືອນໃນວັນທີ 10 ສິງຫາ ຜ່ານມາວ່າ: ພື້ນທີ່ເກືອບສາມສ່ວນສີ່ຂອງອັງກິດກຳລັງປະເຊີນກັບສະພາບໄພແຫ້ງແລ້ງ ຫຼັງຈາກສະຖານະການຮ້າຍແຮງຂຶ້ນຍ້ອນສະພາບອາກາດແຫ້ງແລ້ງໃນຕົ້ນເດືອນສິງຫາ.
ຍອດເກີນດຸນການຄ້າສາກົນຂອງຣັດ ເພີ່ມຂຶ້ນ 14% ໃນເຄິ່ງທຳອິດຂອງປີນີ້

ຍອດເກີນດຸນການຄ້າສາກົນຂອງຣັດ ເພີ່ມຂຶ້ນ 14% ໃນເຄິ່ງທຳອິດຂອງປີນີ້

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ສິງຫາຜ່ານມາວ່າ: ສຳນັກງານພາສີຂອງຣັດເຊຍໄດ້ລາຍງານວ່າ, ຍອດເກີນດຸນການຄ້າສາກົນຂອງຣັດເຊຍໃນໄລຍະເດືອນມັງກອນ-ມິຖຸນາ 2026 ແມ່ນ 73.4 ຕື້ໂດລາ, ເພີ່ມຂຶ້ນປະມານ 14% ເມື່ອທຽບກັບປີກ່ອນ.
ສະຫະລັດ ອາເມຣິກາ ຍົກເລີກວີຊາຫຼາຍກວ່າ 175,000 ສະບັບ

ສະຫະລັດ ອາເມຣິກາ ຍົກເລີກວີຊາຫຼາຍກວ່າ 175,000 ສະບັບ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ສິງຫາ ຜ່ານມາວ່າ: ກະຊວງການຕ່າງປະເທດ ສະຫະລັດ ອາເມຣິກາ ໄດ້ລາຍງານການຍົກເລີກວີຊາຫຼາຍກວ່າ 175,000 ສະບັບ ນັບຕັ້ງແຕ່ເດືອນມັງກອນ 2025 ຊຶ່ງເປັນໄລຍະທີ່ທ່ານ ໂດໂນ ທຣຳ ເລີ່ມດຳລົງຕຳແໜ່ງປະທານາທິບໍດີສະໄໝທີສອງ. ສ່ວນໃຫຍ່ແມ່ນຖືກຍົກເລີກຍ້ອນການກະທຳຜິດທາງອາຍາເຊັ່ນ: ການທຳຮ້າຍຮ່າງກາຍ, ການຂັບຂີ່ໃນຂະນະມຶນເມົາ, ການລັກຂະໂມຍ ແລະ ການໃຊ້ຢາເສບຕິດ.
ການສົ່ງອອກຂອງສິງກະໂປ ໂດຍບໍ່ລວມນ້ຳມັນ ເຕີບໂຕ 27.4%

ການສົ່ງອອກຂອງສິງກະໂປ ໂດຍບໍ່ລວມນ້ຳມັນ ເຕີບໂຕ 27.4%

ຂ່າວຕ່າງປະເທດລາຍງານວ່າ: ອົງການວິສາຫະກິດສິງກະໂປ (Enterprise Singapore) ໄດ້ເປີດເຜີຍໃນວັນທີ 11 ສິງຫາ ຜ່ານມາວ່າ: ການສົ່ງອອກສິນຄ້າທີ່ຜະລິດພາຍໃນປະເທດທີ່ບໍ່ແມ່ນນ້ຳມັນ (NODX) ຂອງສິງກະໂປ ໄດ້ຂະຫຍາຍຕົວ 27.4% ເມື່ອທຽບກັບປີກ່ອນໃນໄຕມາດທີສອງຂອງປີ 2026 ຊຶ່ງສືບຕໍ່ເລັ່ງຂຶ້ນຈາກການເຕີບໂຕ 9.6% ໃນໄຕມາດທຳອິດ.
ວິ​ສາ​ຫະ​ກິດ AI ຂອງ​ຈີນ​ປະ​ມານ​ 100 ແຫ່ງ​ຈະ​ເຂົ້າ​ຮ່ວມ​ງານວ​າງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ

ວິ​ສາ​ຫະ​ກິດ AI ຂອງ​ຈີນ​ປະ​ມານ​ 100 ແຫ່ງ​ຈະ​ເຂົ້າ​ຮ່ວມ​ງານວ​າງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ສິງຫາ ຜ່ານມາວ່າ: ແຫຼ່ງ​ຂ່າວ​ຈາກກອງ​ເລ​ຂາ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ໃຫ້​ຮູ້​ໃນ​ວັນ​ທີ 10 ສິງ​ຫາ ຜ່ານມາ​ວ່າ, ວຽກ​ງານ​ກະ​ກຽມ​ເຂດ​ວາງ​ສະ​ແດງ​ປັນ​ຍາ​ປະ​ດິດ ຫຼື AI ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 23 ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ສຸດ​ທ້າຍ​ແລ້ວ. ເມື່ອ​ຮອດ​ເວ​ລາ​ຈັດ​ງານ, ຈະ​ມີ​ວິ​ສາ​ຫະ​ກິດ​​ຕາງ​ໜ້າ​ດ້ານ AI ປະ​ມານ 100 ແຫ່ງ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ດ້ວຍ​ຜົນ​ງານຫຼ້າ​ສຸດ​ຂອງ​ຕົນ ເພື່ອ​ຊ່ວຍ​ຊຸກ​ຍູ້​ໃຫ້​ທ່າ​ແຮງ​ດ້ານ​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ​ເຊື່ອມ​ຕໍ່​ກັບ​ຄວາມ​ຕ້ອງ​ການ​ຂອງ​ຕະຫຼາດ​ອາ​ຊຽນ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ.
ຫວຽດ​ນາມ ແລ​ະ ອົ​ສຕຣາ​ລີ ວາງ​ເປົ້າ​ໝາຍ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ 20 ຕື້ໂດລາ

ຫວຽດ​ນາມ ແລ​ະ ອົ​ສຕຣາ​ລີ ວາງ​ເປົ້າ​ໝາຍ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ 20 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາງ ແຊມ ໂມສຕິນ ຜູ້​ສຳ​ເລັດ​ຣາ​ຊະ​ການ​ແຫ່ງ​ອົ​ສ​ຕຣາລີ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດ​ນາມ ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ໄປ​ຢ້ຽມ​ຢາມ​ທາ​ງ​ລັດ​ຖະ​ກິດ​ຢູ່ ອົ​ສ​ຕຣາ​ລີ ໃນ​ລະ​ຫວ່າງວັນ​ທີ 9 – 12 ສິງ​ຫາ ນີ້.
ຄວາມເຊື່ອໝັ້ນທາງທຸລະກິດຂອງອົສຕຣາລີຫຼຸດລົງໃນເດືອນກໍລະກົດ

ຄວາມເຊື່ອໝັ້ນທາງທຸລະກິດຂອງອົສຕຣາລີຫຼຸດລົງໃນເດືອນກໍລະກົດ

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານແຫ່ງຊາດອົດສະຕຣາລີ (NAB) ໄດ້ເປີດເຜີຍຜົນການສຳຫຼວດໃນວັນທີ 11 ສິງຫານີ້ວ່າ, ດັດສະນີຄວາມເຊື່ອໝັ້ນທາງທຸລະກິດຫຼຸດລົງ 1 ຈຸດ ມາຢູ່ທີ່ -6 ຈຸດ ໃນເດືອນກໍລະກົດ ຜ່ານມາ. ໂດຍດັດຊະນີດັ່ງກ່າວອ່ອນແຮງລົງຫຼັງຈາກເພີ່ມຂຶ້ນຕິດຕໍ່ກັນເປັນເວລາ 3 ເດືອນ ຍ້ອນວ່າພາກທຸລະກິດມີຄວາມກັງວົນກ່ຽວກັບຄວາມບໍ່ແນ່ນອນຂອງຂໍ້ຂັດແຍ່ງໃນຕາເວັນອອກກາງ ແລະ ລາຄາພະລັງງານທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງກຳລັງສ້າງຄວາມກົດດັນຕໍ່ທ່າອ່ຽງເສດຖະກິດ.
ຄັງ​ສຳ​ຮອງນ້ຳ​ມັນ​ເຊື້ອ​ໄຟ​ຍຸດ​ທະ​ສາດ​ຂອງ​ອາ​ເມ​ຣິ​ກາ ຫຼຸດ​ລົງ​ຕ່ຳ​ກວ່າ 300 ລ້ານ​ບາ​ເຣວ

ຄັງ​ສຳ​ຮອງນ້ຳ​ມັນ​ເຊື້ອ​ໄຟ​ຍຸດ​ທະ​ສາດ​ຂອງ​ອາ​ເມ​ຣິ​ກາ ຫຼຸດ​ລົງ​ຕ່ຳ​ກວ່າ 300 ລ້ານ​ບາ​ເຣວ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 10 ສິງ​ຫາ ຜ່ານມາ, ລາ​ຄາ​ນ້ຳ​ມັນ​ສາ​ກົນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ນັບ​ມາ​ຮອດ​ເວ​ລາ​ປິດ​ຕະຫຼາດ​ໃນ​ມື້​ດຽວ​ກັນ, ລາ​ຄາ​ນ້ຳ​ມັນ​ດິບ​ທາດ​ເບົາ​​ທີ່ສັ່ງ​ຊື້​ລ່ວ​ງ​ໜ້າ​ ຊຶ່ງ​ຈະ​ສົ່ງມອບ​ໃນ​ເດືອນ​ກັນ​ຍາ​ ໃນ​ຕະຫຼາດ​​ຊື້-​ຂາຍ​ສິນ​ຄ້າ​ນິວຢອກ​ ໄດ້​ເພີ່ມ​ຂຶ້ນ 3.95 ໂດ​ລາ ​ມາ​ຢູ່​ທີ່ 82.13 ໂດ​ລາ, ເພີ່ມ​ຂຶ້ນ 5.05%; ລາ​ຄາ​ນ້ຳ​ມັນ​ດິບແບ​ຣນ​ລອນດອນ​ທີ່​ສັ່ງ​ຊື້​ລ່ວງ​ໜ້າ ຊຶ່ງຈະ​ສົ່ງມອບ​ໃນ​ເດືອນ​ຕຸ​ລາ​​ປີ​ນີ້​ໄດ້​ເພີ່ມ​ຂຶ້ນ 4.17 ໂດ​ລາ ມາ​ຢູ່​ທີ່ 87.72 ໂດ​ລາ, ເພີ່ມ​ຂຶ້ນ 4.99%.
ໂກລົມບີ ປະກາດພາວະໄພພິບັດແຫ່ງຊາດ

ໂກລົມບີ ປະກາດພາວະໄພພິບັດແຫ່ງຊາດ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ສິງຫານີ້ວ່າ: ໃນວັນທີ 10 ສິງຫາ ຜ່ານມາ, ລັດຖະບານໂກລົມບີໄດ້ປະກາດເຂົ້າສູ່ “ພາວະໄພພິບັດແຫ່ງຊາດ” ເພື່ອຮັບມືກັບແຜ່ນດິນໄຫວລະດັບ 7.4 ຣິກເຕີ ທີ່ເກີດຂຶ້ນຢູ່ພາກຕາເວັນຕົກຂອງປະເທດໃນມື້ດຽວກັນ. ອີງຕາມຖະແຫຼງການຫຼ້າສຸດທີ່ລັດຖະບານໂກລົມບີເປີດເຜີຍໃນມື້ດຽວກັນໃຫ້ຮູ້ວ່າ: ແຜ່ນດິນໄຫວຄັ້ງນີ້ເຮັດໃຫ້ມີຜູ້ເສຍຊີວິດເຖິງ 132 ຄົນ, ບາດເຈັບ 570 ຄົນ ພ້ອມທັງເຮັດໃຫ້ 32 ຕົວເມືອງໃນທົ່ວປະເທດໄດ້ຮັບຜົນກະທົບຢ່າງໜັກໜ່ວງ.
ເພີ່ມເຕີມ