ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳຫຼັກແຫຼ່ງແຂວງບໍ່ແກ້ວ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳຫຼັກແຫຼ່ງແຂວງບໍ່ແກ້ວ
ໃນວັນທີ 6 ກຸມພານີ້ ທີ່ສະໂມສອນໃຫຍ່ຂອງແຂວງບໍ່ແກ້ວ,ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ການນຳຫຼັກແຫຼ່ງແຂວງບໍ່ແກ້ວ ໂດຍມີທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ນຳພາຄະນະໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ.
ໃນໂອກາດນີ້, ທ່ານເຈົ້າແຂວງບໍ່ແກ້ວ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນໄລຍະ 1 ປີຜ່ານມາ ຊຶ່ງອັນພົ້ນເດັ່ນ ເຫັນວ່າທົ່ວແຂວງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ການແກ້ໄຂວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຫຼາຍພາກສ່ວນໃນສັງຄົມໄດ້ເປັນເຈົ້າການແລະມີສ່ວນຮ່ວມເຮັດໃຫ້ການແກ້ໄຂບັນຫາດັ່ງກ່າວ ໄດ້ຮັບຜົນດີເປັນກ້າວໆ; ເສດຖະກິດຂະຫຍາຍຕົວໃນລະດັບ 4,8%; ລວມຍອດຜະລິດຕະພັນພາຍໃນ (GDP) ມີມູນຄ່າ3.715ຕື້ກວ່າກີບ, ສາມາດຈັດເກັບລາຍຮັບໄດ້ 640 ຕື້ກວ່າກີບ ເທົ່າກັບ 136,83% ຂອງແຜນການປີ, ແຜນລາຍຈ່າຍ ປະຕິບັດໄດ້ 341 ຕື້ກວ່າກີບ ເທົ່າກັບ 97,93% ຂອງແຜນການປີ; ມີບ້ານຊົມໃຊ້ນໍ້າລິນ ແລະ ແບບຢ່າງດ້ານສາທາລະນະສຸກ ກວມ 98% ຂອງຈໍານວນບ້ານໃນທົ່ວແຂວງ, ບ້ານວັດທະນະທໍາກວມ 85%, ບ້ານພັດທະນາ ກວມ 48,39%, ຄອບຄົວພັດທະນາ ກວມ 59,62%, ບ້ານພົ້ນທຸກ ກວມ 75,81%, ຄອບຄົວພົ້ນທຸກ ກວມ 79,54%. ນອກນັ້ນ, ທ່ານເຈົ້າແຂວງ ຍັງໄດ້ລາຍງານໃຫ້ຊາບ ກ່ຽວກັບຂໍ້ຄົງຄ້າງຂອງແຂວງຈໍານວນໜຶ່ງ  ແລະ ທິດທາງແຜນວຽກຈຸດສຸມໃນຕໍ່ໜ້າ ເພື່ອສືບຕໍ່ປົກປັກຮັກສາ ແລະ ພັດທະນາແຂວງ ໃຫ້ນັບມື້ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.
ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ຕໍ່ການນຳຫຼັກແຫຼ່ງ ກໍຄືຜູ້ເຂົ້າຮ່ວມ ໂດຍໄດ້ເຈາະຈີ້ມ ຕໍ່ບາງຂົງເຂດວຽກງານ ທີ່ພາກລັດ ແລະ ສັງຄົມ ໃຫ້ຄວາມສົນໃຈ. ຫຼັງຈາກນັ້ນ ຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງຂອງແຂວງ ແລະ ສູນກາງ ກໍໄດ້ມີຄຳເຫັນລາຍງານໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບສະພາບຄວາມເປັນຈິງ ຂອງບັນດາບັນຫາ ທີ່ທ່ານນາຍົກລັດຖະມົນຕີ ໄດ້ມີຄໍາເຫັນເຈາະຈີ້ມນັ້ນ; ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ກໍໄດ້ຍົກໃຫ້ເຫັນ ສະພາບການພົ້ນເດັ່ນທີ່ເກີດຂຶ້ນ ຢູ່ພາຍໃນ ແລະ ຕ່າງປະເທດ, ລວມທັງ ຂໍ້ຫຍຸ້ງຍາກ, ຂໍ້ຈຳກັດ ແລະ ສິ່ງທ້າທາຍ ຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນໄລຍະຜ່ານມາ ກໍຄືປັດຈຸບັນ. ອັນສຳຄັນທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກ ໃຫ້ພະນັກງານຫຼັກແຫຼ່ງທົ່ວແຂວງບໍ່ແກ້ວ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດຂອງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າໃຫ້ຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ສະພາບຄວາມເປັນຈິງ ກ່ຽວກັບບັນຫາຄວາມຫຍຸ້ງຍາກທາງດ້ານຕ່າງໆ ແລະ ຄວາມພະຍາຍາມເອົາໃຈໃສ່ໃນການແກ້ໄຂ ຂອງພັກ ແລະ ລັດຖະບານ ກໍຄື ອົງການປົກຄອງຂັ້ນຕ່າງໆ ຊຶ່ງເຫັນວ່າມີທ່າອ່ຽງດີຂຶ້ນເປັນກ້າວໆ; ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິຂອງສູນກາງພັກ ວ່າດ້ວຍສືບຕໍ່ຊຸກຍູ້ການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກເຂົ້າສູ່ທຸກຂົງເຂດວຽກງານຕົວຈິງ ເພື່ອໃຫ້ມີການຫັນປ່ຽນທີ່ດີຂຶ້ນຢ່າງຈະແຈ້ງ; ພ້ອມກັນຈັດຕັ້ງປະຕິບັດ ດໍາລັດສະບັບເລກທີ 381/ນຍ ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IXທ້າຍສະໄໝ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈຳປີ 2024 ແລະ ແຜນການແກ້ໄຂຜົນການກວດສອບໃຫ້ໄດ້ຮັບຜົນດີ;ຊຸກຍູ້ສົ່ງເສີມການຂະຫຍາຍລະບົບຊຳລະສະສາງຜ່ານບັນຊີທະນາຄານ ໃຫ້ສັງຄົມໄດ້ຊົມໃຊ້ກວ້າງຂວາງ ແລະ ສະດວກສະບາຍ, ທັງເປັນການດຶງດູດເງິນຕາ ເຂົ້າສູ່ລະບົບການຄຸ້ມຄອງຂອງທະນາຄານໃຫ້ຫຼາຍຂຶ້ນ; ເອົາໃຈໃສ່ຄຸ້ມຄອງເງິນຕາ, ລວມທັງເງິນທີ່ນຳເຂົ້າມາລົງທຶນພາຍໃນແຂວງໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກຳນົດໄວ້; ຊຸກຍູ້ສົ່ງເສີມການຊົມໃຊ້ຜະລິດຕະພັນສິນຄ້າພາຍໃນໃຫ້ຫຼາຍຂຶ້ນ, ສົ່ງເສີມການຜະລິດເປັນສິນຄ້າຂອງທ້ອງຖິ່ນຕົນໃຫ້ກຸ້ມຕົນເອງ ແລະ ສາມາດຈຳໜ່າຍສົ່ງອອກຕ່າງປະເທດ ເພື່ອຫຼີກລ່ຽງການນຳເຂົ້າປະເພດສິນຄ້າຟຸ່ມເຟືອຍ ນັບມື້ໃຫ້ຫຼຸດລົງ; ສົ່ງເສີມການທ່ອງທ່ຽວ ດ້ວຍການໂຄສະນາເຜີຍແຜ່ດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວໃຫ້ນັບມື້ຫຼາຍຂຶ້ນ; ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ,ສ້າງອາຊີບຄົງທີ່ແລະວຽກເຮັດງານທຳໃຫ້ເຂົາເຈົ້າໄດ້ຮັບການພັດທະນານັບມື້ດີຂຶ້ນເປັນກ້າວໆ ໂດຍອີງໃສ່ບັນດາມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ ທີ່ໄດ້ກຳນົດໃນດຳລັດສະບັບເລກທີ 348/ລບ; ພ້ອມກັນສືບຕໍ່ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ສໍາເລັດຕາມຄາດໝາຍທີ່ກໍານົດໄວ້ ໄປຄຽງຄູ່ກັບການປັບປຸງກົງຈັກການຈັດຕັ້ງຂັ້ນຕ່າງໆ ຕາມທິດກະທັດຮັດ, ສົມເຫດສົມຜົນ ແລະ ມີປະສິດທິຜົນ.
 (ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ​

ນາຍົກລັດຖະມົນຕີ ເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ​

ວັນທີ​ 7 ຕຸລາຜ່ານມານີ້,​ ທ່ານ​ ສອນໄຊ​ ສີພັນດອນ​ ນາຍົກ​ລັດຖະມົນຕີ​​ ພ້ອມພັນລະຍາ ໄດ້ໃຫ້ກຽດເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ແຂວງຈໍາປາສັກ., ມີທ່ານ​​ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງ​ຈໍາປາສັກ​ ພ້ອມດ້ວຍ​ ພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ເມືອງຊະນະສົມບູນ​ເຂົ້າຮ່ວມ.​ ພິທີມອບເຄື່ອງຈັດຂຶ້ນຢູ່ສາລາໂຮງທໍາວັດບ້ານຄີລີ​,.
ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ,​ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ຂອງ ພັກ ແລະ ລັດ ແຫ່ງ ສປປ ລາວ ເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ ໃນລະຫວ່າງວັນທີ 7-8 ຕຸລາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ສປປ ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.
ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4

ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4

ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄຳຂວັນ: ການຕອບໂຕ້ວິກິດໃນຕົວເມືອງ ໄດ້ຈັດຂຶ້ນ ໃນວັນທີ 6 ຕຸລາ ນີ້ ທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດກອງປະຊຸມ ຢ່າງເປັນທາງການ ໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງມີ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ບາໂຄເດຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ, ທ່ານ ອາວີ ຊາຄາ ຫົວໜ້າອົງການສະຫະປະຊາຊາດ ດ້ານເຄຫາສະຖານ ປະຈໍາ ສປປ ລາວ, ລັດຖະມົນຕີ, ເຈົ້າແຂວງ ແລະ ພາກສວ່ນກ່ຽວຂ້ອງເຂົ້າຮ່ວມ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນວັນທີ 3 ຕຸລານີ້ທີ່ ທໍານຽບປະທານປະເທດ,ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາເອກອັກຄະລັດຖະທູດແຕ່ງຕັ້ງຕ່າງປະເທດ ຈໍານວນ6ທ່ານ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ນາຍົກລັດຖະມົນຕີໂອ້ລົມພີ່ນ້ອງຄົນເຊື້ອຊາດລາວ  ທີ່ ວໍຊິງຕັນ ສະຫະລັດ ອາເມຣິກາ

ນາຍົກລັດຖະມົນຕີໂອ້ລົມພີ່ນ້ອງຄົນເຊື້ອຊາດລາວ ທີ່ ວໍຊິງຕັນ ສະຫະລັດ ອາເມຣິກາ

ໃນໂອກາດທີ່ ພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ນະຄອນຫຼວງວໍຊິງຕັນ ດີ.ຊີ ສະຫະລັດ ອາເມຣິກາ ລະຫວ່າງວັນທີ 27-30 ກັນຍາ 2025, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ນະຄອນຫຼວງວໍຊິງຕັນ ດີ.ຊີ ໄດ້ຈັດງານພົບປະພີ່ນ້ອງຄົນເຊື້ອຊາດລາວຂຶ້ນໃນຕອນແລງຂອງວັນທີ 28 ກັນຍາ 2025 ໂດຍໃຫ້ກຽດເຂົ້າຮ່ວມຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໂດຍມີ ທ່ານລັດຖະມົນຕີກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີ ແລະ ຄະນະຕິດຕາມ, ທ່ານເອກອັກຄະລັດຖະທູດ ພ້ອມດ້ວຍພະນັກງານສະຖານທູດ ແລະ ພີ່ນ້ອງຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ ສະຫະລັດ ອາເມລຣິກາ ແລະ ການາດາ ປະມານ 250 ທ່ານເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຂຶ້ນກ່າວຄໍາປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 80 ຢ່າງເປັນທາງການ ເນັ້ນໜັກການສົ່ງເສີມຫຼັກການພົວພັນຫຼາຍຝ່າຍ ແລະ ຮຽກຮ້ອງການສະໜັບສະໜູນປະເທດທີ່ຢູ່ໃນສະຖານະພາບພິເສດ

ນາຍົກລັດຖະມົນຕີ ຂຶ້ນກ່າວຄໍາປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 80 ຢ່າງເປັນທາງການ ເນັ້ນໜັກການສົ່ງເສີມຫຼັກການພົວພັນຫຼາຍຝ່າຍ ແລະ ຮຽກຮ້ອງການສະໜັບສະໜູນປະເທດທີ່ຢູ່ໃນສະຖານະພາບພິເສດ

ວັນທີ 27 ກັນຍາ ຜ່ານມາ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ (ສປຊ) ສະໄໝທີ 80 ແລະ ໄດ້ກ່າວຄໍາປາໄສຢ່າງເປັນທາງການ ໃນພາກອະພິປາຍທົ່ວໄປ ພາຍໃຕ້ຄໍາຂວັນ: “ຮ່ວມກັນເພື່ອອະນາຄົດທີ່ດີ: 80 ປີ ແລະ ໃນຕໍ່ໜ້າເພື່ອສັນຕິພາບ, ການພັດທະນາ ແລະ ສິດທິມະນຸດທີ່ ຫ້ອງການໃຫຍ່ ອົງການ ສປຊ, ນະຄອນນິວຢອກ ສະຫະລັດ ອາເມຣິກາ.
ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງອັດຕະປື

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງອັດຕະປື

ກອງປະຊຸມທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງອັດຕະປື ສະໄໝທີ XII ຮອບທີ III ຈັດຂຶ້ນໃນວັນທີ 11 ກັນຍາ ຜ່ານມານີ້ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ມີ ສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງອັດຕະປື, ມີບັນດາສະຫາຍຄະນະປະຈໍາພັກ, ກໍາມະການພັກ, ຄະນະບໍລິຫານງານພັກເມືອງ, ຄະນະພັກຮາກຖານ ແລະ ສະມາຊິກພັກສົມບູນເຂົ້າຮ່ວມ.
ນາຍົກເຂົ້າຮ່ວມກອງປະຊຸມທ້າຍສະໄໝ ອົງຄະນະພັກກະຊວງ ຍທຂ ສະໄໝທີ V

ນາຍົກເຂົ້າຮ່ວມກອງປະຊຸມທ້າຍສະໄໝ ອົງຄະນະພັກກະຊວງ ຍທຂ ສະໄໝທີ V

ວັນທີ 9 ກັນຍານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ສະຫາຍ ສອນໄຊ ສີພັນດອນ ກຳມະ ການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝຂອງຄະນະບໍລິຫານງານພັກ ກະຊວງ ຍທຂ ສະໄໝທີ V ພ້ອມທັງໃຫ້ກຽດໂອ້ລົມບັນດາສະຫາຍຜູ້ແທນທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງ ຍທຂ ທີ່ຈະເປີດຂຶ້ນໃນໄວໆນີ້ ຊຶ່ງນຳພາຄະນະເຂົ້າຮ່ວມຮັບຟັງໂດຍສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ.
ນາຍົກລັດຖະມົນຕີ ພົບປະກັບ ປະທານປະເທດ ແຫ່ງ ສ ກູບາ

ນາຍົກລັດຖະມົນຕີ ພົບປະກັບ ປະທານປະເທດ ແຫ່ງ ສ ກູບາ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະ​ຫາຍ ມີເກນ ດີເອັດຊ-ກາແນນ ເບີຣມູເດັດຊ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ປະທານປະເທດ ແຫ່ງ ສ ກູບາ ໃນວັນທີ 7 ກັນຍານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນວັນທີ 6-7 ກັນຍາ 2025.
ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ມີເກນ ດີເອັດຊ-ກາແນນ ເບີຣມູເດັດຊ (Miguel Diaz-Canel Bermudez) ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ປະທານປະເທດແຫ່ງ ສາທາລະນະລັດ ກູບາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ລັດຖະກິດ ສປປ ລາວ ໃນວັນທີ 6-7 ກັນຍາ 2025 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສ ກູບາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ເພີ່ມເຕີມ