![]() |
ໃນໂອກາດນີ້, ສະຫາຍ ບົວຄົງ ນາມມະວົງ ຕາງໜ້າໃຫ້ຄະນະພັກ-ຄະນະນຳ, ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນ ຫສນຍ ໄດ້ລາຍງານຕໍ່ທ່ານ ນາຍົກລັດຖະມົນຕີ ໂດຍຫຍໍ້ ກ່ຽວກັບສະພາບລວມ ແລະ ຜົນການເຄື່ອນໄຫວວຽກງານ ຂອງ ຫສນຍ ເປັນຕົ້ນ ວຽກງານການເມືອງ-ແນວຄິດ, ຜົນການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI; ການປັບປຸງກົງຈັກການຈັດຕັ້ງ-ພະນັກງານ; ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເວົ້າລວມ, ເວົ້າສະເພາະແມ່ນ ບັນດາຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ, ລວມທັງ ທິດທາງແຜນການ ໃນຕໍ່ໜ້າ.
![]() |
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ສະຫາຍ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດ ທີ່ອົງຄະນະພັກ ຫສນຍ ສາມາດປະຕິບັດໄດ້ ໃນໄລຍະທີ່ຜ່ານມາ. ອັນສຳຄັນ, ສະຫາຍ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນໃນສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປຢ່າງສະຫຼັບຊັບຊ້ອນ ທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍຫຼາຍປະການນັ້ນ, ຕ້ອງໄດ້ເອົາໃຈໃສ່ຕິດຕາມສະພາບຢ່າງໃກ້ຊິດເພື່ອມີຂໍ້ມູນໃນການຄົ້ນຄວ້າ ແລະ ເປັນເສນາທິການໃຫ້ແກ່ລັດຖະບານແກ້ໄຂບັນຫາແຕ່ຫົວທີຢ່າງທັນການ; ຕ້ອງກໍາໃຫ້ໄດ້ທິດທາງລວມ ແລະ ບັນດາຄາດໝາຍໃຫຍ່ຕົ້ນຕໍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X; ສົມທົບກັບຂະແໜງການ ແລະ ທ້ອງຖິ່ນຕ່າງໆ ປະຕິບັດ 5ບົດບາດຄຸ້ມຄອງມະຫາພາກຕາມຄຳສັ່ງ34/ນຍເຂົ້າໃນແຕ່ລະຂົງເຂດວຽກງານ ໃຫ້ປະກົດຜົນເປັນຈິງ; ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງໃຫ້ສູງຂຶ້ນກວ່າເກົ່າ, ການປະຕິບັດໜ້າທີ່ວຽກງານຕ້ອງຄຳນຶງເຖິງຜົນໄດ້-ຜົນເສຍຂອງການປະຕິບັດແນວທາງນະໂຍບາຍຕ່າງໆ,ໃຫ້ມີສະຕິລະວັງຕົວຕໍ່ກັບກົນອຸບາຍເລ່ຫຼ່ຽມຂອງພວກສັດຕູ; ສືບຕໍ່ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ແຈ້ງການທິດຊີ້ນຳຂອງຂັ້ນເທິງເພື່ອໃຫ້ພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິິບັດແຕ່ລະບັນຫາ ແລະ ລາຍງານຄວາມຄືບໜ້າ; ສືບຕໍ່ເອົາໃຈໃສ່ການເປັນເສນາທິການ ຄົ້ນຄວ້າວຽກງານຕ່າງໆໃຫ້ແທດເໝາະກັບຄວາມເປັນຈິງ, ຖືກຕ້ອງຕາມກົດໝາຍ, ລະບຽບການແລະ ນະໂຍບາຍຕ່າງໆ; ປັບປຸງວຽກງານການຈໍລະຈອນເອກະສານ, ແກ້ໄຂເອກະສານຕ່າງໆໃຫ້ລະອຽດຊັດເຈນ, ວ່ອງໄວຫັນໄປສູ່ລະບົບທັນສະໄໝ; ເອົາໃຈໃສ່ສຶກສາອົບຮົມ ພະນັກງານໃຫ້ມີນໍ້າໃຈຮັບໃຊ້ປະເທດຊາດຮັບໃຊ້ປະຊາຊົນ, ບໍ່ຮຽກ-ບໍ່ຕິດພັນກັບຜົນປະໂຫຍດ, ບໍ່ອຸ້ມວຽກ, ບໍ່ປະໃຫ້ຊັກຊ້າແກ່ຍາວ; ປະຕິບັດຫຼັກການເຮັດວຽກລວມສູນປະຊາທິປະໄຕຕົກລົງເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ ແລະ ແທດເຖິງຕົວຈິງ, ເຮັດວຽກຢ່າງມີແຜນການ, ມີຄາດໝາຍທີ່ຊັດເຈນ;ມີຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວ, ກ້າຕໍານິຕິຊົມເຊິ່ງກັນແລະກັນ; ຄະນະພັກ-ຄະນະນໍາທຸກຂັ້ນຕ້ອງຖືເອົາການນໍາພາວຽກງານການເມືອງແນວຄິດເປັນບັນຫາສໍາຄັນ, ຕິດພັນກັບການເອົາໃຈໃສ່ຄົ້ນຄວ້າ ແລະ ກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄຳສັ່ງ ແລະ ລະບຽບການຂອງພັກ-ລັດວາງອອກໃຫ້ເລິກເຊິ່ງ; ປະຕິບັດກົນໄກບໍລິຫານຄຸ້ມຄອງລັດ-ຄຸ້ມຄອງສັງຄົມໃຫ້ສອດຄ່ອງກັບລະບົບປະຕູດຽວແຕ່ສູນກາງຮອດທ້ອງຖິ່ນ; ສືບຕໍ່ເອົາໃຈໃສ່ປັບປຸງດ້ານກົງຈັກການຈັດຕັ້ງໃຫ້ກະທັດຮັດ, ມີປະສິດທິຜົນ; ກຳນົດແຜນການກໍ່ສ້າງບຸກຄາລະກອນໃຫ້ຈະແຈ້ງ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງວຽກງານ; ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ-ລັດຖະກອນທາງດ້ານທິດສະດີ ແລະ ວິຊາສະເພາະຄຽງຄູ່ກັບການສັບຊ້ອນຈັດວາງ-ຍົກຍ້າຍ ໃຫ້ຖືກຕ້ອງ-ແທດເໝາະ, ຜູ້ໜຶ່ງຕ້ອງເຮັດໄດ້ຫຼາຍວຽກເພື່ອຮັບໃຊ້ໜ້າທີ່ການເມືອງໄປຕາມທິດສ້າງພະນັກງານເປັນຊ່ຽວຊານ ແລະ ສືບທອດປ່ຽນແທນແຕ່ລະໄລຍະ.
![]() |
(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)



ຄໍາເຫັນ