ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສຳນັກຂ່າວສານຊິນຮົວ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສຳນັກຂ່າວສານຊິນຮົວ
ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ຟູຫົວ ກຳມະການສູນກາງພັກກອມມູນິດຈີນ  ປະທານສຳນັກຂ່າວສານຊິນຮົວ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ເມື່ອວັນທີ 7 ທັນວາ ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໂດຍສະເພາະມາຮ່ວມກອງປະຊຸມເວທີສົນທະນາການຮ່ວມມືລາວ-ຈີນ ພາຍໃຕ້ຫົວຂໍ້ “ໜຶ່ງແລວ-ໜຶ່ງເສັ້ນທາງ”  ຄັ້ງ ທີ II ປີ 2023.  
    ໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວມຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ສະຫາຍ ຟູຫົວ ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງ ລາວ-ຈີນ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ, ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ຝາກຄວາມຢ້ຽມ ຢາມຖາມຂ່າວ ເຖິງສະຫາຍ ຫຼີ ເຄີ້ສຽງ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາຊົນຈີນ ແລະ  ຂໍຝາກຄວາມຂອບອົກຂອບໃຈ ໄປຍັງພັກ ແລະ ລັດຖະບານ ສປ ຈີນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ຕໍ່ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕະຫຼອດໄລຍະການເຂົ້າຮ່ວມເວທີປຶກສາຫາລື ໜຶ່ງແລວໜຶ່ງເສັ້ນທາງ ແລະ ການຢ້ຽມຢາມລັດຖະກິດ ທີ່ນະຄອນຫຼວງປັກກິ່ງ, ສປ ຈີນ ແລະ ຂໍຖືໂອກາດນີ້ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດອັນຈົບງາມຂອງກອງປະຊຸມດັ່ງກ່າວ. ທ່ານນາຍົກໄດ້ຕີລາຄາສູງຕໍ່ຜົົນສຳເລັດໃນການຈັດກອງປະຊຸມເວທີສົນທະນາການຮ່ວມມືລາວ - ຈີນ ພາຍໃຕ້ຫົວຂໍ້ “ໜຶ່ງແລວ ໜຶ່ງເສັ້ນທາງ”  ຄັ້ງທີ I ໃນປີ 2018 ແລະ ກອງປະຊຸມຄັ້ງທີ II ທີ່ຈັດຂຶ້ນໃນຄັ້ງນີ້ ຊຶ່ງຈະສ້າງເງື່ອນໄຂອັນສະດວກ ແລະ ເຂົ້າສູ່ລວງເລິກ ເພື່ອຜັນຂະຫຍາຍຈິດໃຈການຮ່ວມມືຂອງສອງຝ່າຍບົນພື້ນຖານຄູ່ຮ່ວມຊາຕາກໍາດຽວກັນ ໃນຂົງເຂດເສດຖະກິດ, ພະລັງານ, ບໍ່ແຮ່, ການຄ້າ, ການລົງທຶນ, ການບໍລິການດ້ານການທ່ອງທ່ຽວ, ວັດທະນະທໍາ  ແລະ ວຽກງານການໂຄສະນາ  ແລະ ອື່ນໆ, ຕີລາຄາສູງ ແລະ ໃຫ້ຄວາມສຳຄັນຕໍ່ການສະໜັບສະໜູນຮອບດ້ານ ແລະ ຕໍ່ເນື່ອງ ທີ່ ສປ ຈີນ ໃຫ້ການປະກອບສ່ວນຊ່ວຍເຫຼືອ ເພື່ອສົ່ງເສີມ ແລະ ແລກປ່ຽນປະສົບການໃນການຜະລິດ, ການເຜີຍແຜ່ເນື້ອໃນຂໍ້ມູນຂ່າວສານຕ່າງໆ ຜ່ານຫຼາຍຊ່ອງທາງຂອງສື່ມວນຊົນ ແລະ ເພີ່ມທະວີການຮ່ວມມືທາງດ້ານວິຊາການ, ວິທະຍຸ, ໂທລະພາບ, ຮູບເງົາ ລວມທັງການພັດທະນາຊັບພະຍາກອນມະນຸດ, ນະໂຍບາຍ, ເຕັກໂນໂລຊີ ແລະ ຮູບແບບວິທີການຕ່າງໆຂອງສື່ມວນຊົນ ຊຶ່ງກາຍເປັນກະບອກສຽງໜຶ່ງໃນການສົ່ງເສີມການທ່ອງທ່ຽວ ໂດຍເອົາການເຜີຍແຜ່ໂຄສະນາແຫຼ່ງທ່ອງທ່ຽວ ພາຍໃນສອງປະເທດ ລາວ-ຈີນ; ຈີນ-ລາວ ຂອງພວກເຮົາຜ່ານສື່ມວນຊົນເປັນການປະກອບສ່ວນສຳຄັນແກ່ການພັດທະນາເສດຖະກິດ-ສັງຄົມ, ການໄປມາຫາສູ່ ແລະ ການແລກປ່ຽນວັດທະນະທຳລະຫວ່າງປະຊາຊົນສອງຊາດດ້ວຍກັນ. ສະເໜີໃຫ້ສະຫາຍຊ່ວຍຊຸກຍູ້ວຽກງານສື່ເອເລັກໂຕຣນິກ ກໍຄືສື່ວິທະຍຸ ແລະ ໂທລະພາບ ຂອງ ລາວ ໃຫ້ມີສ່ວນຮ່ວມໃນຂອບການຮ່ວມມືໃນກອບ ໜຶ່ງແລວໜຶ່ງເສັ້ນທາງ  ທີ່ເປັນເວທີສາກົນ ເປີດໂອກາດໃຫ້ມີການແລກປ່ຽນປຶກສາຫາລື ແລະ ການຮ່ວມມືຂອງບັນດາສື່ມວນຊົນ ທີ່ກວມເອົາຂອບເຂດອັນກວ້າງຂວາງ ແລະ ມີຂະໜາດໃຫຍ່ທີ່ສຸດໃນໂລກ ດັ່ງຕົວຢ່າງກອງປະຊຸມ ທີ່ ສຳນັກຂ່າວຊິນຮົວຂອງສະຫາຍ ໄດ້ຈັດຂຶ້ນໃນຄັ້ງນີ້. ໂດຍໃຫ້ເລີ່ມການຮ່ວມມືຈາກນ້ອຍໄປຫາໃຫຍ່ ມີການພັດທະນາ ແລະ ສະແດງອອກຜົນງານໃຫ້ເປັນຮູບປະທໍາ, ໂຄງການລົດໄຟລາວ-ຈີນ ເປັນໂຄງການຮ່ວມມືທີ່ການນຳຂັ້ນສູງຂອງສອງພັກ, ສອງລັດ ລາວ-ຈີນ ຊຸກຍູ້ຮ່ວມກັນ, ເປັນສັນຍາລັກແຫ່ງມິດຕະພາບລາວ-ຈີນແຫ່ງຍຸກສະໄໝໃໝ່, ເປັນໂຄງການຍຸດທະສາດຂອງ ສປປ ລາວ ໃນການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດ ເຮັດໃຫ້ຄວາມໄຝ່ຝັນ ຄວາມຄອງຄອຍຂອງປະຊາຊົນລາວບັນລຸຜົນເປັນຈິງ, ຜົນສຳເລັດດັ່ງກ່າວເກີດຂຶ້ນໄດ້ ກໍຍ້ອນການຊຸກຍູ້ຮ່ວມກັນຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ປະທານ ສີ ຈິ້ນຜິງ ຊຶ່ງທັງສອງປະເທດເຮົາຈະຕ້ອງສືບຕໍ່ເອົາໃຈໃສ່ຕໍ່ກັບວຽກງານດັ່ງກ່າວ ໃຫ້ມີການພັດທະນາດ້ວຍຄຸນນະພາບສູງ ແລະ ຍົກລະດັບການຮ່ວມມືຕົວຈິງໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ. ໃນນັ້ນ ສື່ມວນຊົນລາວ ແລະ ຈີນ ກໍມີບົດບາດສໍາຄັນໃນການໂຄສະນາ ສົ່ງເສີມ ແລະ ບໍລິການຂໍ້ມູນຂ່າວສານ ໃຫ້ແກ່ປະຊາຊົນສອງຊາດລາວ-ຈີນ ໄດ້ບໍລິໂພກຢ່າງທົ່ວເຖິງ. ການປະກາດເປີດປີທ່ອງທ່ຽວລາວ (Visit Lao Year) ໃນປີ 2024 ທີ່ໄດ້ປະກາດຢ່າງເປັນທາງການ ໃນວັນທີ 23 ພະຈິກ 2023 ຜ່ານມາ, ຕາງໜ້າປະຊາຊົນລາວບັນດາເຜົ່າ ຂໍສະແດງຄວາມຍິນດີຕ້ອນຮັບ ແລະ ເຊີນຊວນບັນດາສະຫາຍ, ແຂກຜູ້ມີກຽດ, ນັກທ່ອງທ່ຽວຈາກ ສປ ຈີນ ທີ່ເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ແລະ ຂໍໃຫ້ບັນດາສື່ມວນຊົນ ໂດຍສະເພາະສື່ຂອງສະຫາຍ ຈົ່ງໄດ້ຊ່ວຍໂຄສະນາປະຊາສໍາພັນ ແລະ ເປັນສື່ກາງໂຄສະນາໄປຍັງບັນດາຜູ້ປະກອບການດ້ານການທ່ອງທ່ຽວທາງພາກລັດ ແລະ ເອກະຊົນ, ບັນດາອົງການຈັດຕັ້ງສາກົນ ຊ່ວຍປະກອບສ່ວນ ແລະ ໃຫ້ການສະໜັບສະໜູນ ຊຶ່ງກັນ ແລະ ກັນໃຫ້ມາທ່ຽວລາວ ໃຫ້ບັນລຸຕາມໂຕເລກຄາດໝາຍທີ່ກຳນົດໄວ້,  ພິເສດໃຫ້ນັກທ່ອງທ່ຽວຈາກຈີນ ໄດ້ທົດລອງນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ລວມທັງບັນດາຖ້ຽວບິນ ເໝົາລຳທີ່ກັບຄືນມາ ເປີດໃຫ້ບໍລິການອີກຄັ້ງ.
(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ