ນາຍົກລັດຖະມົນຕີຢ້ຽມຢາມ ແລະ ຊີ້ນຳວຽກງານ ຢູ່ເມືອງມະຫາໄຊ

ນາຍົກລັດຖະມົນຕີຢ້ຽມຢາມ ແລະ ຊີ້ນຳວຽກງານ ຢູ່ເມືອງມະຫາໄຊ

ນາຍົກລັດຖະມົນຕີຢ້ຽມຢາມ ແລະ ຊີ້ນຳວຽກງານ ຢູ່ເມືອງມະຫາໄຊ
ໃນຕອນເຊົ້າວັນທີ 20 ກໍລະກົດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີພ້ອມດ້ວຍທ່ານລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ຕາແສງປ່າໜາມ ເມືອງມະຫາໄຊ ແຂວງຄຳມ່ວນ; ມີທ່ານ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ, ພ້ອມດ້ວຍຄະນະນຳ ຂອງແຂວງ, ເມືອງມະຫາໄຊ, ຕາແສງປ່າໜາມ, ບ້ານ ແລະ ປະຊາຊົນ ທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ.
ນາຍກລດຖະມນຕຢຽມຢາມ ແລະ ຊນຳວຽກງານ ຢເມອງມະຫາໄຊ - image 1
 

 

ເມືອງມະຫາໄຊມີເນື້ອທີ່ທັງໝົດ1,409ກິໂລຕາແມັດ, ມີ 68 ບ້ານ, 4 ຕາແສງ, ປະຊາຊົນ ກວມ95%ມີອາຊີບປູກຝັງ-ລ້ຽງສັດເປັນຕົ້ນຕໍ; ໃນໄລຍະ 6 ເດືອນຕົ້ນປີ 2026ເສດຖະກິດຂະຫຍາຍຕົວສະເລ່ຍ 4%, ລາຍຮັບສະເລ່ຍຕໍ່ຫົວຄົນໄດ້50.3ລ້ານກີບ/ປີ, ການເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 11.8ຕື້ກວ່າກີບ,ເທົ່າກັບ 55%ຂອງແຜນການປີ,ຜົນຜະລິດເຂົ້ານາແຊງໄດ້ 5,342ໂຕນ,ມີໂຮງສີເຂົ້າຂະໜາດໃຫຍ່ 7ແຫ່ງ, ຕະຫຼາດຖາວອນ 1 ແຫ່ງ; ການສົ່ງອອກສິນຄ້າ ເປັນຕົ້ນຊີມັງ, ມັນຕົ້ນ, ສັດລ້ຽງ ແລະ ອື່ນໆ ບັນລຸ 74.4ລ້ານກວ່າໂດລາ, ມີເສັ້ນທາງຄົມມະນາຄົມທີ່ສາມາດທຽວໄດ້ 2 ລະດູ ກວມເອົາ 99%, ລະບົບການສື່ສານກວມເອົາ 95%ຂອງພື້ນທີ່ທົ່ວເມືອງ,ມີບ້ານປ້ອງກັນຊາດເຂັ້ມແຂງ6 ບ້ານ, ບ້ານປອດຢາເສດຕິດ 12 ບ້ານ, ບ້ານສາທາລະນະສຸກແບບຢ່າງກວມ100%,ທ້ອນໂຮມອາວຸດລ່າເນື້ອໄດ້ 30 ກວ່າກະບອກ, ທົ່ວເມືອງມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ສະເພາະຕາແສງປ່າໜາມ ແມ່ນໄດ້ປະກາດສ້າງຕັ້ງຂຶ້ນ ໃນວັນທີ 24 ເມສາ 2026, ປະກອບມີ 25 ບ້ານ, ຮອດປັດຈຸບັນ ໄດ້ສັບຊ້ອນພະນັກງານປະຈໍາການ ແລະ ໄດ້ຮັບງົບປະມານບໍລິຫານເບື້ອງຕົ້ນແລ້ວ.

ນາຍກລດຖະມນຕຢຽມຢາມ ແລະ ຊນຳວຽກງານ ຢເມອງມະຫາໄຊ - image 2
 

ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີກໍໄດ້ໃຫ້ກຽດມີຄຳເຫັນໂອ້ລົມແລະ ເນັ້ນໜັກໃຫ້ຄະນະນຳທຸກຂັ້ນສຸມໃສ່ວຽກງານຈຳນວນໜຶ່ງເປັນຕົ້ນເພີ່ມທະວີນຳພາ-ສຶກສາອົບຮົມການເມືອງແນວຄິດ,ປຸກລະດົມພະນັກງານ ແລະ ປະຊາຊົນຕື່ນຕົວປະຕິບັດແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດຢ່າງເປັນຂະບວນການທີ່ຕັ້ງໜ້າ; ສືບຕໍ່ປັບປຸງການຈັດຕັ້ງພາຍໃນຕາແສງປ່າໜາມ ໃຫ້ມີຄວາມເຂັ້ມແຂງ, ກົມກຽວ-ລ່ອງຊ່ອງ, ສັບຊ້ອນພະນັກງານໃຫ້ຖືກກັບຄວາມຮູ້ຄວາມສາມາດ ເພື່ອຮັບປະກັນການບໍລິການປະຊາຊົນ ມີຄວາມວ່ອງໄວ ແລະ ມີປະສິດທິຜົນສູງ; ສູ້ຊົນປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030)ໃຫ້ບັນລຸຕາມຄາດໝາຍທີ່ກຳນົດໄວ້;

ນາຍກລດຖະມນຕຢຽມຢາມ ແລະ ຊນຳວຽກງານ ຢເມອງມະຫາໄຊ - image 3
 

ເອົາໃຈໃສ່ຜັນຂະຫຍາຍມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ໃຫ້ກາຍເປັນແຜນການ-ໂຄງການລະອຽດ, ສົ່ງເສີມການຜະລິດເປັນສິນຄ້າ ແລະ ມີຕະຫຼາດຮອງຮັບ; ສືບຕໍ່ຄຸ້ມຄອງ, ຊຸກຍູ້ ແລະ ດຶງດູດການລົງທຶນ ຄວບຄູ່ກັບການອຳນວຍຄວາມສະດວກດ້ານຕ່າງໆ ໃຫ້ຮັບປະກັນຄວາມວ່ອງໄວ, ໂປ່ງໃສ ແລະ ແກ້ໄຂຂອດອຸດຕັນ ແລະ ກົດໜ່ວງຖ່ວງດຶງ ໂດຍສະເພາະທາງດ້ານເອກະສານ; ເພີ່ມທະວີການແກ້ໄຂບັນຫາຢາເສດຕິດ, ການຄ້າຂາຍເຖື່ອນ, ການລັກຊັບ, ກຸ່ມມິດສາຊີບທາງອອນລາຍ ໂດຍໃຫ້ມີມາດຕະການປ້ອງກັນ ແລະ ໂຄສະນາໃຫ້ສັງຄົມມີສະຕິລະວັງຕົວສູງ; ການນຳຂອງເມືອງຕ້ອງເປັນແບບຢ່າງນຳໜ້າໃນການຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຄວາມເປັນແບບຢ່າງໃນການແກ້ໄຂຂໍ້ບົກພ່ອງ ແລະ ຂໍ້ຫ້າມຕ່າງໆຢ່າງເຂັ້ມງວດ.

ນາຍກລດຖະມນຕຢຽມຢາມ ແລະ ຊນຳວຽກງານ ຢເມອງມະຫາໄຊ - image 4
 

ໃນຕອນທ້າຍ,ທ່ານນາຍົກລັດຖະມົນຕີ ໄດ້ມອບທຶນຈຳນວນໜຶ່ງ ໃຫ້ແກ່ເມືອງມະຫາໄຊ ເພື່ອນຳໃຊ້ເຂົ້າໃນການພັດທະນາ ແລະ ແກ້ໄຂວຽກງານທີ່ຈຳເປັນ, ພ້ອມທັງ ມອບເຄື່ອງອຸປະໂພກ-ບໍລິໂພກ ເພື່ອນຳໄປຊ່ວຍເຫຼືອ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.

(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີ

ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີ

ໃນວັນທີ 1 ກັນຍາຜ່ານມານີ້ ທີ່ ນະຄອນຫຼວງບິສະເກັກ ສ ກຽກກິດສະຖານ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus).
ປະທານປະເທດ ເດີນທາງເຖິງ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມຢ່າງເປັນທາງການ

ປະທານປະເທດ ເດີນທາງເຖິງ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມຢ່າງເປັນທາງການ

ໃນຕອນຄໍ່າຂອງວັນທີ 2 ກັນຍາ ຜ່ານມາ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງ ນະຄອນຫຼວງອາສຕານາ ສາທາລະນະລັດ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມ ສາທາລະນະລັດ ກາຊັກສະຖານ ຢ່າງເປັນທາງການ ໃນວັນທີ 3-4 ກັນຍາ 2026.
ປະທານປະເທດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ 31 ສິງຫາ -1 ກັນຍາ

ປະທານປະເທດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ 31 ສິງຫາ -1 ກັນຍາ

ໃນລະຫວ່າງວັນທີ 31 ສິງຫາ - 1 ກັນຍາ 2026 ທີ່ ນະຄອນຫຼວງບິສະເກັກ ສາທາລະນະລັດ ກຽກກິດສະຖານ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (the Shanghai Cooperation Organization Plus Meeting) ຈັດຂຶ້ນພາຍໃຕ້ຄໍາຂວັນ “ການເພີ່ມທະວີບົດບາດຂອງອົງການສະຫະປະຊາຊາດ ໃນຄວາມເປັນແກນກາງຂອງລະບຽບໂລກທີ່ຍຸຕິທໍາ: ການປະກອບສ່ວນຂອງບັນດາປະເທດ ອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ ຕໍ່ການສ້າງໂລກຫຼາຍຂົ້ວ (the United Nations as a Key Element of a Fair World Order: the Contribution of the SCO Plus States to the Formation of a Multipolar World)” ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຈາກບັນດາປະເທດສະມາຊິກ, ຄູ່ຮ່ວມເຈລະຈາ ແລະ ປະເທດສັງເກດການຂອງອົງການຮ່ວມມືຊຽງໄຮ້ (SCO) ເຂົ້າຮ່ວມ. ພິເສດ, ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ຖືເປັນຄັ້ງທໍາອິດ ທີ່ ສປປ ລາວ ໄດ້ເຂົ້າຮ່ວມ ໃນນາມປະເທດຄູ່ເຈລະຈາຂອງ ອົງການຮ່ວມມືຊຽງໄຮ້ (SCO Dialogue Partner) ຢ່າງເປັນທາງການ.
ປະທານປະເທດ ພົບປະສອງຝ່າຍກັບ ປະທານາທິບໍດີ ກຽກກິດສະຖານ

ປະທານປະເທດ ພົບປະສອງຝ່າຍກັບ ປະທານາທິບໍດີ ກຽກກິດສະຖານ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ຊາດືຣ ຊາປາຣົບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ກຽກກິດສະຖານ ໃນໂອ ກາດເດີນທາງເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus) ທີ່ ນະຄອນຫຼວງ ບິສະເກັກ ສ ກຽກກິດສະຖານ.
ສານຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນໂອກາດເປີດສົກຮຽນໃໝ່  2026 - 2027

ສານຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນໂອກາດເປີດສົກຮຽນໃໝ່ 2026 - 2027

ເນື່ອງໃນໂອກາດເປີດສົກຮຽນໃໝ່ ປະຈໍາສົກຮຽນ 2026-2027 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ສູນກາງພັກ, ລັດຖະບານຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ສົ່ງຄວາມເປັນຫ່ວງເປັນໄຍຢ່າງຈິງໃຈມາຍັງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາທຸກຂັ້ນ ພ້ອມດ້ວຍ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຊັ້ນ ທຸກສາຍ, ທຸກລະດັບ, ທຸກຂົງເຂດ ທັງພາກລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດມານະໂອກາດນີ້.
ປະທານປະເທດ ຕ້ອນຮັບ ເລຂາທິການໃຫຍ່ ອົງການຮ່ວມມືຊຽງໄຮ້ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ບວກຄູ່ຮ່ວມເຈລະຈາ

ປະທານປະເທດ ຕ້ອນຮັບ ເລຂາທິການໃຫຍ່ ອົງການຮ່ວມມືຊຽງໄຮ້ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ບວກຄູ່ຮ່ວມເຈລະຈາ

ໃນຕອນບ່າຍວັນທີ 31 ສິງຫານີ້, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ນູຣລານ ເຢຍເມັກບາຢຽບ (Nurlan Yermekbayev) ເລຂາທິການໃຫຍ່ ອົງການຮ່ວມມືຊຽງໄຮ້ (SCO), ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ບວກຄູ່ຮ່ວມເຈລະຈາ (SCO Plus) ໃນວັນທີ 31 ສິງຫາ -1 ກັນຍາ 2026 ທີ່ ນະຄອນຫຼວງບິສະເກັກ, ສາທາລະນະລັດ ກຽກກິດສະຖານ.
ປະທານປະເທດ ເດີນທາງເຖິງນະຄອນຫຼວງບິສະເກັກ ສ ກຽກກິດສະຖານ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ

ປະທານປະເທດ ເດີນທາງເຖິງນະຄອນຫຼວງບິສະເກັກ ສ ກຽກກິດສະຖານ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ

ໃນຕອນທ່ຽງຂອງວັນທີ 31 ສິງຫານີ້, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງ ນະຄອນຫຼວງບິສະເກັກ ສາທາລະນະລັດ ກຽກກິດສະຖານ ເພື່ອເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus) ໃນວັນທີ 31 ສິງຫາ -1 ກັນຍາ 2026. ພິທີຕ້ອນຮັບທີ່ສະໜາມບິນສາກົນ ມານາສ (Manas) ໄດ້ຈັດຂຶ້ນຢ່າງສົມກຽດ ຊຶ່ງ ພະນະທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ໄດ້ຖືກຕ້ອນຮັບໂດຍ ທ່ານ ອາດືລເບກ ກາຊືມາລີເຢັບ ປະທານຄະນະລັດຖະມົນຕີ ຂອງ ສ ກຽກກີສະຖານ ຫົວໜ້າຫ້ອງວ່າການ ສໍານັກງານປະທານປະເທດ ແລະ ຮອງລັດ​ຖະ​ມົນ​ຕີ​ກະ​ຊວງການຕ່າງປະເທດ​ ແຫ່ງ ສ ກຽກກິດສະຖານ ພ້ອມດ້ວຍຄະນະ ລວມທັງເອກອັກຄະລັດຖະທູດລາວ ແລະ ເຈົ້າໜ້າທີ່ໆກ່ຽວຂ້ອງຂອງສອງຝ່າຍ ໃຫ້ການຕ້ອນຮັບ.
ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026

ໃນຕອນແລງວັນທີ 25 ສິງຫາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນສິງຫາ 2026 ວ່າ: ກອງປະຊຸມໄດ້ເປີດຂຶ້ນໃນວັນທີ 24 ແລະ ປິດລົງໃນວັນທີ 25 ສິງຫາ ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າບັນດາກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານ, ຜູ້ຕາງໜ້າຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນສິງຫາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກັນຍາ 2026.
ເປີດກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນສິງຫາ

ເປີດກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນສິງຫາ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນສິງຫາ 2026 ໄດ້ເປີດຂຶ້ນໃນຕອນເຊົ້າຂອງວັນທີ 24 ສິງຫານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າ ຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ, ຜູ້ຕາງໜ້າ ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນສິງຫາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນກັນຍາ2026.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ແຂວງບໍ່ແກ້ວ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ແຂວງບໍ່ແກ້ວ

ໃນວັນທີ 19 ສິງຫານີ້, ທີ່ສະໂມສອນໃຫຍ່ຂອງແຂວງບໍ່ແກ້ວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງແຂວງບໍ່ແກ້ວ ໂດຍນຳພາເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວ ຂອງທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ປະທານຄະນະກໍາມະການປົກຄອງແຂວງ ຊຶ່ງທ່ານປະທານຄະນະກໍາມະການປົກຄອງແຂວງ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໄລຍະ 6 ເດືອນຕົ້ນປີ 2026 ເຫັນວ່າ:
ເພີ່ມເຕີມ