ນາຍົກເນັ້ນ 7 ບັນຫາສຳຄັນໃຫ້ຂະແໜງທະນາຄານເອົາໃຈໃສ່ຈັດຕັ້ງປະຕິບັດ

ນາຍົກເນັ້ນ 7 ບັນຫາສຳຄັນໃຫ້ຂະແໜງທະນາຄານເອົາໃຈໃສ່ຈັດຕັ້ງປະຕິບັດ
ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມເປີດກວ້າງວຽກງານທະນາຄານປະຈຳປີ 2023 ໃນວັນທີ 9 ກຸມພານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍມີທ່ານ ບຸນເຫຼືອ ສິນໄຊວໍຣະວົງ ເລຂາຄະນະບໍລິຫານງານພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ(ທຫລ), ມີບັນດາລັດຖະມົນຕີ-ຮອງລັດຖະມົນຕີ, ກະຊວງ-ຮອງຫົວໜ້າອົງການລັດທຽບເທົ່າກະຊວງອ້ອມຂ້າງສູນກາງ ພ້ອມດ້ວຍພະນັກງານ-ລັດຖະກອນທົ່ວຂະແໜງການທະນາຄານເຂົ້າຮ່ວມ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ ທ່ານສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ຜົນງານ-ຜົນສຳເລັດທີ່ຍາດມາໄດ້ໃນໄລຍະ 1 ປີຜ່ານມາ ທຽບກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່ໃນສະພາບເສດຖະກິດ-ການເງິນສາກົນ, ຄ່າເງິນສະກຸນຫຼັກຍັງມີທ່າອ່ຽງຜັນຜວນ; ປັດໄຈດ້ານລາຄາພະລັງງານ, ສະບຽງອາຫານ ແລະ ອື່ນໆມີທ່າອ່ຽງເພີ່ມຂຶ້ນ. ສະນັ້ນ, ເຫັນວ່າຍັງມີສິ່ງທ້າທາຍທົດສອບຫຼາຍດ້ານທີ່ຈະຕ້ອງໄດ້ເອົາໃຈໃສ່ບຸກບືນສູ້ຊົນເພີ່ມຂຶ້ນເປັນເທົ່າຕົວ, ຕ້ອງຕັດສິນໃຈ ແລະ ເປັນເອກະພາບສູງ ເພື່ອສຸມໃສ່ແກ້ໄຂບັນຫາຕ່າງໆໃຫ້ສໍາເລັດເປັນກ້າວໆ. 
ສໍາລັບວຽກງານຂະແໜງທະນາຄານທ່ານສອນໄຊ ສີພັນດອນໄດ້ເນັ້ນໜັກ 7 ບັນຫາສຳຄັນອັນທີໜຶ່ງ: ໃນສະພາບເງື່ອນໄຂທີ່ມີທັງຄວາມຫຍຸ້ງຍາກ, ມີທັງສິ່ງທ້າທາຍຄືໃນປັດຈຸບັນຄະນະນໍາຂອງທະນາຄານແຫ່ງ ສປປ ລາວ ຍິ່ງຕ້ອງເອົາໃຈໃສ່ຢ່າງໃກ້ຊິດຕິດແທດນໍາພາສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວພະນັກງານຂອງຕົນໃຫ້ເປັນປົກກະຕິຕໍ່ເນື່ອງ, ກໍາແໜ້ນແນວທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິ, ຄໍາສັ່ງຕ່າງໆຂອງຂັ້ນເທິງ ກໍຄືລະບຽບການພາຍໃນ ແລະ ຫຼັກການວິຊາສະເພາະຂອງທະນາຄານບົນພື້ນຖານເຫັນໄດ້ບັນຫາ, ເຫັນໄດ້ທີ່ຕັ້ງພາລະບົດບາດ ແລະ ຄວາມຮັບຜິດຊອບການເມືອງອັນສູງສົ່ງຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ມີຄວາມທຸ່ນທ່ຽງຜ່ານຜ່າອຸປະສັກຕ່າງໆໃຫ້ໄດ້, ຮັບປະກັນຄຸນທາດການເມືອງໜັກແໜ້ນ, ນໍ້າໃຈຮັກຊາດ, ເສຍສະຫຼະເພື່ອຜົນປະໂຫຍດສ່ວນລວມເປັນທີ່ຕັ້ງ, ມີທັດສະນະຮັບໃຊ້ປະຊາຊົນຢ່າງຖືກຕ້ອງ, ຕີຖອຍ ແລະ ແກ້ໄຂບັນຫາການເສື່ອມຖອຍດ້ານແນວຄິດ, ປະກົດການຫຍໍ້ທໍ້, ພຶດຕິກໍາທີ່ເປັນການສໍ້ລາດບັງຫຼວງໃນຖັນແຖວພະນັກງານໃຫ້ເຂັ້ມງວດ; ສືບຕໍ່ເອົາໃຈໃສ່ແກ້ໄຂຄວາມບໍ່ໂປ່ງໃສ, ຍົກສູງສະຕິເຄົາລົບ ແລະ ປະຕິບັດກົດໝາຍ, ລະບຽບການຂອງລັດໃນຖັນແຖວພະນັກງານການນໍາ, ພະນັກງານຢູ່ແຕ່ລະຂັ້ນ; ອັນທີສອງ: ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນຄະນະພັກ-ຄະນະຜູ້ວ່າການໃຫ້ໜັກແໜ້ນ ໂດຍສະເພາະຄວາມເປັນເອກະພາບ-ຄວາມຕັດສິນໃຈໃນການປັບປຸງກົງຈັກ, ແກ້ໄຂບັນຫາພະນັກງານ; ສືບຕໍ່ເອົາໃຈໃສ່ປັບປຸງອົງການຈັດຕັ້ງມະຫາຊົນໃຫ້ຮູ້ເຄື່ອນໄຫວປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ ໂດຍສະເພາະການປະຕິບັດຂໍ້ແຂ່ງຂັນຂອງຕົນຕິດພັນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງທຫລ; ອັນທີສາມ: ສືບຕໍ່ເອົາໃຈໃສ່ປັບປຸງແບບແຜນນໍາພາ-ວິທີເຮັດວຽກໃຫ້ຄ່ອງຕົວກວ່າເກົ່າ; ປັບປຸງການບໍລິຫານລັດໄປຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ, ມີການຕິດຕາມ, ກວດກາ, ຊຸກຍູ້ຊີ້ນໍາການຈັດຕັ້ງປະຕິບັດ ແລະ ປະເມີນຜົນເປັນປະຈໍາ, ປະຕິບັດລະບອບສ່ອງແສງລາຍງານໃນການເຄື່ອນໄຫວວຽກງານ ກໍຄືການແກ້ໄຂບັນຫາທີ່ເກີດຂຶ້ນຢູ່ແຕ່ລະກົມກອງ ແລະ ໃນສັງຄົມໃຫ້ແທດເຖິງຕົວຈິງ ແລະ ທັນກັບສະພາບການ; ອັນທີສີ່: ສືບຕໍ່ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງທຸກຂັ້ນໄປຕາມທິດກະທັດຮັດ ແລະ ມີປະສິດທິພາບ, ເລັ່ງໃສ່ການກຳນົດຕຳແໜ່ງງານໃຫ້ຮັບປະກັນຄຸນນະພາບ ເພື່ອເປັນບ່ອນອີງໃນການບັນຈຸ, ສັບຊ້ອນຈັດວາງພະນັກງານໃຫ້ເໝາະສົມ, ເພີ່ມທະວີວຽກງານບໍາລຸງກໍ່ສ້າງພະນັກງານ ໂດຍສະເພາະພະນັກງານວິຊາການຊ່ຽວຊານສະເພາະດ້ານຢູ່ແຕ່ລະຕໍາແໜ່ງງານໃຫ້ສອດຄ່ອງກັບການເລັ່ງທວງຂອງສະພາບການໃນໄລຍະໃໝ່; ສືບຕໍ່ເອົາໃຈໃສ່ຄຸ້ມຄອງ-ນໍາໃຊ້ພະນັກງານໃຫ້ຖືກກັບວິຊາສະເພາະ, ຖືກກັບຄວາມຮູ້-ຄວາມສາມາດ, ຖືກກັບພອນສະຫວັນຂອງແຕ່ລະຄົນ, ຊຸກຍູ້ສົ່ງເສີມພະນັກງານຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຕັ້ງຕໍ່ບໍລິສຸດຕໍ່ພັກ-ລັດ ແລະ ປະຊາຊົນ, ມີນໍ້າໃຈເສຍສະຫຼະສູງ, ມີຈິດໃຈຮັບໃຊ້ປະເທດຊາດ ແລະ ປະຊາຊົນ; ອັນທີຫ້າ: ເພີ່ມທະວີຄວາມເປັນເຈົ້າການຕິດຕາມ, ກວດກາ ແລະ ຊຸກຍູ້ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ, ຄໍາສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດຢ່າງໃກ້ຊິດ ແລະ ເປັນປະຈໍາ; ສືບຕໍ່ເອົາໃຈໃສ່ວຽກງານກວດກາພັກ, ວຽກງານກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢ່າງແຂງແຮງ,ການແກ້ໄຂຜົນຂອງການກວດສອບ, ຜົນຂອງການກວດກາໃຫ້ທັນກັບສະພາບການ, ເຂັ້ມງວດ ແລະ ຂາດຕົວເທື່ອລະກ້າວ; ອັນທີຫົກ: ສືບຕໍ່ເອົາໃຈໃສ່ຢ່າງແຂງແຮງການແກ້ໄຂບັນຫາ-ຂໍ້ຄົງຄ້າງຕ່າງໆໃນການຈັດຕັ້ງປະຕິບັດແຜນເງິນຕາປີ 2024 ທີ່ໄດ້ຕີລາຄາ ແລະ ຄົ້ນຄວ້າຢ່າງເລິກເຊິ່ງແລ້ວໃນກອງປະຊຸມຄັ້ງນີ້ ເພາະຖືວ່າແມ່ນປີມ້ວນທ້າຍຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ເປັນຕົ້ນ ວຽກງານນະໂຍບາຍເງິນຕາ, ການຄຸ້ມຄອງກະແສເງິນຕາຕ່າງປະເທດເຂົ້າ-ອອກ, ວຽກຄຸ້ມຄອງຄວາມໝັ້ນຄົງສະຖາບັນການເງິນ, ວຽກຄຸ້ມຄອງ ແລະ ພັດທະນາລະບົບການຊໍາລະ, ວຽກພັດທະນາຕະຫຼາດທຶນ, ວຽກວິຊາສະເພາະອື່ນໆ; ອັນທີເຈັດ: ຊຶ່ງເປັນບັນຫາທີ່ສຳຄັນການຈັດຕັ້ງຜັນຂະຫຍາຍແນວຄິດຊີ້ນຳຂອງສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ປະທານປະເທດແຫ່ງ ສປປ ລາວ ໃນການຫັນໄປສູ່ລະບອບເສດຖະກິດເອກະລາດເປັນເຈົ້າຕົນເອງ (ສອຈ) ໃຫ້ເຂົ້າສູ່ລວງເລິກໃນວຽກງານຂອງຂະແໜງການທະນາຄານໃຫ້ມີປະສິດທິຜົນ ຮຽກຮ້ອງໃຫ້ມີການກຳນົດຊັດເຈນບັນດາຄາດໝາຍ, ວິທີຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເປັນໂຄງການ ແລະ ແຜນວຽກລະອຽດ ເພື່ອກ້າວສູ່ລະບອບເສດຖະກິດ ສອຈ ເປັນຕົ້ນ ການສ້າງຄັງແຮສຳຮອງເງິນຕາຕ່າງປະເທດໃຫ້ມີຄວາມໝັ້ນຄົງໄດ້ຕາມມາດຕະຖານສາກົນ; ລະບົບການຄຸ້ມຄອງນະໂຍບາຍເງິນຕາທີ່ມີປະສິດທິຜົນ ໂດຍສະເພາະອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນໃຫ້ມີສະຖຽນລະພາບ; ຄວາມໝັ້ນຄົງຂອງສະຖາບັນການເງິນທີ່ແມ່ນທະນາຄານ ແລະ ບໍ່ແມ່ນທະນາຄານ ຮັບປະກັນໄດ້ຄວາມສ່ຽງຈາກວິກິດການໆເງິນພາຍໃນ ແລະ ພາຍນອກ ເພື່ອຮັບປະກັນເຮັດໃຫ້ລະບົບການເງິນ-ເງິນຕາປຽບສະເໝືອນດັ່ງໝາກຫົວໃຈ ຫຼືສາຍເລືອດຂອງເສດຖະກິດ.
(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ