ນາຍົກເນັ້ນ 8 ບັນຫາສໍາຄັນໃຫ້ ຂະແໜງ ຊສ ເອົາໃສ່ໃຈຈັດຕັ້ງປະຕິບັດ

ນາຍົກເນັ້ນ 8 ບັນຫາສໍາຄັນໃຫ້ ຂະແໜງ ຊສ ເອົາໃສ່ໃຈຈັດຕັ້ງປະຕິບັດ
ທ່ານ ສອນໄຊ ສີພັນດອນ ນາຍົກລັດດຖະມົນຕີ ໄດ້ໂອ້ລົມຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ໃນວັນທີ 17 ມັງກອນນີ້ ຊຶ່ງໄດ້ເນັ້ນໃຫ້ຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຊສ) ທົ່ວປະເທດ ເອົາໃຈໃສ່ 8 ບັນຫາສຳຄັນ ທີ່ຕ້ອງສຸມໃສ່ຈັດຕັ້ງປະຕິບັດ.
    ໃນວາລະທ້າຍຂອງກອງປະຊຸມດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມ ແລະ ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ຊຶ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດທີ່ຂະແໜງ ຊສ ປະຕິບັດໄດ້ໃນປີຜ່ານມາ ໂດຍເຫັນວ່າ: ຂະແໜງ ຊສ ໄດ້ມີຄວາມສູ້ຊົນ, ພະຍາຍາມບຸກບືນປະຕິບັດໜ້າທີ່ຂອງຕົນ ທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້ ໄດ້ມີຜົນສຳເລັດເປັນຢ່າງດີ ອັນໄດ້ປະກອບສ່ວນສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ຈະເລີນກ້າວໜ້າໄປຕາມທິດສີຂຽວ ແລະ ຍືນຍົງ, ພ້ອມທັງປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ. ພ້ອມດຽວກັນ, ກໍໄດ້ຍົກໃຫ້ເຫັນວຽກງານທີ່ຍັງຄົງຄ້າງບາງດ້ານ ທີ່ຈະຕ້ອງໄດ້ພ້ອມກັນເອົາໃຈໃສ່ປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ, ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ. 
    ເພື່ອໃຫ້ທົ່ວຂະແໜງ ຊສ ໃນຂອບເຂດທົ່ວປະເທດ ໄດ້ຮັບຮູ້ເປັນເອກະພາບໃນການສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ທີ່ໄດ້ກຳນົດນັ້ນໃຫ້ໄດ້ຮັບຜົນດີ; ທ່ານນາຍົກລັດຖະມົນຕີ ໄດ້ສະເໜີຈິດໃຈຊີ້ນໍາຂອງສະຫາຍເລຂາທິການໃຫຍ່ ປະທານປະເທດ ຊຶ່ງເພິ່ນໄດ້ເນັ້ນໜັກວ່າ: “ຢາກຫຼຸດພົ້ນຈາກຂຸມດຳໃນການພັດທະນາ ເປັນປະເທດກຳລັງພັດທະນາ ໄລຍະກາງ ຊຶ່ງຂັ້ນຕົ້ນຂອງໄລຍະກາງ ຫຼາຍປະເທດບໍ່ສາມາດບືນຕົວໄດ້ໄວ ແລະ ອັນທີສອງ ກໍບໍ່ຢາກມີການກະທົບຈາກພາຍນອກຫຼາຍ ຊຶ່ງພາກເຮົາຕ້ອງມີພູມຕ້ານທານຂອງຕົວເອງ”. ສະນັ້ນ, ໃນໄລຍະມໍ່ໆມານີ້, ກົມການເມືອງສູນກາງພັກ, ຄະນະບໍລິຫານງານສູນກາງພັກກໍໄດ້ມີການຄົ້ນຄວ້າເວົ້າເລື່ອງການສ້າງໂຄງການການເມືອງຂອງພັກ ສະບັບທີ 3, ໃນບັນຫາດັ່ງກ່າວນີ້ກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດການພັດທະນາເສດຖະກິດ ໄດ້ເນັ້ນວ່າ: “ພວກເຮົາຕ້ອງເອົາໃຈໃສ່ເບິ່ງຄືນ ການຫັນປ່ຽນຈາກເສດຖະກິດ ທີ່ເຕັມໄປດ້ວຍການເພິ່ງພາເອື່ອຍອີງ ຫັນປ່ຽນທັດສະນະແນວຄິດໄປສູ່ລະບອບ ເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ)”. ນີ້ກໍເພື່ອໃຫ້ ຂະແໜງ ຊສ ນໍາໄປຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍ ໃນວຽກງານທີ່ຕິດພັນກັບຂະແໜງການຂອງຕົນ ໃຫ້ເກີດຜົນ.
    ສຳລັບວຽກງານລວມຂອງຂະແໜງ ຊສ, ທ່ານ ສອນໄຊ ສີພັນດອນ ກໍໄດ້ເນັ້ນໜັກວ່າ: 
    1). ໃຫ້ສືບຕໍ່ສຸມໃສ່ສຶກສາອົບຮົມການເມືອງແນວຄິດ ໂດຍສະເພາະໃນສະພາບທີ່ປະເທດຊາດເຮົາ ປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເພື່ອໃຫ້ມີທັດສະນະຫຼັກໝັ້ນການເມືອງອັນໜັກແໜ້ນ, ໃຫ້ຮັບຮູ້ ແລະ ເຂົ້າໃຈສະພາບບັນຫາ ພ້ອມທັງ ຮ່ວມຈິດຮ່ວມໃຈກັນຕໍ່ສູ້ ຜ່ານຜ່າ ແລະ ແກ້ໄຂວິກິດການດັ່ງກ່າວໃຫ້ດີຂຶ້ນ; ພ້ອມດຽວກັນ, ກໍຕ້ອງໄດ້ຄົ້ນຄວ້າແກ້ໄຂດ້ວຍຫຼາຍວິທີ ໂດຍສະເພາະຊ່ວຍແກ້ໄຂຜູ້ທີ່ມີລາຍຮັບຕໍ່າ. ບັນຫານີ້, ສະເພາະລັດຖະບານ ກໍໄດ້ມີນະໂຍບາຍແລ້ວ.
    2). ຕ້ອງບຸກທະລຸແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ທີ່ເປັນອຸປະສັກຕ່າງໆນາໆ ໃນການຈັດຕັ້ງປະຕິບັດວຽກງານ ຊສ ໃນໄລຍະຜ່ານມານັ້ນ, ພ້ອມກັນຜ່ານຜ່າ ແລະ ເສີມຂະຫຍາຍດ້ານດີ, ດ້ານຕັ້ງໜ້າ, ນໍາເອົາບົດຮຽນທີ່ຖອດຖອນໄດ້ ເປັນແນວທາງໃນການປັບປຸງປະສິດທິພາບ ໃນການເຄື່ອນໄຫວວຽກງານໃຫ້ດີຂຶ້ນກວ່າເກົ່າ.
    3). ກວດກາຄືນບັນດາກົດໝາຍ, ນິຕິກຳໃຕ້ກົດໝາຍຂອງຂະແໜງ ຊສ ອັນໃດບໍ່ເໝາະສົມກໍຄວນປັບປຸງໃໝ່, ອັນໃດບໍ່ທັນມີ ແລະ ອັນໃດບໍ່ທັນເປັນບຸລິມະສິດ ກໍຕ້ອງຮີບຮ້ອນສ້າງຕາມຂັ້ນຕອນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່. ໃນນີ້, ໂດຍສະເພາະເບິ່ງຄືນກົດໝາຍທີ່ດິນ ຊຶ່ງປັດຈຸບັນມີບຸກຄົນ, ນິຕິບຸກຄົນ ກວດຊື້ທີ່ດິນຈໍານວນຫຼາຍ ຊຶ່ງອາດຈະກາຍເປັນກຳມະສິດຂອງນາຍທຶນໃນລະບອບໃໝ່ ຊຶ່ງຈະມີດິນແຜ່ນໃຫຍ່ ແຕ່ບໍ່ໄດ້ເຊົ່າສຳປະທານນໍາລັດ. ສະນັ້ນ, ໃຫ້ກວດຄືນເບິ່ງ ແລະ ຄວນປັບປຸງໃຫ້ຖືກຕ້ອງຕາມລະບຽບກົດໝາຍ. ພ້ອມນີ້, ກໍໃຫ້ເອົາໃຈໃສ່ໃນການຕິດຕາມການຫັນປ່ຽນທີ່ດິນ ຊຶ່ງຕ້ອງມີນິຕິກຳຂອງຂະແໜງກ່ຽວຂ້ອງ ສົມທົບກັບທີ່ດິນ ທີ່ເວົ້າມາວ່າ 8 ຂະແໜງການທີ່ຄຸ້ມຄອງທີ່ດິນ; ຢາກໃຫ້ມີລະບຽບສະເພາະວ່າໂຕໃດສາມາດຫັນປ່ຽນໄດ້, ໂຕໃດທີ່ບໍ່ສາມາດຫັນປ່ຽນໄດ້ ແລະ ຕ້ອງໄດ້ເບິ່ງຢ່າງປະສົມປະສານກັບເລື່ອງການທ່ອງທ່ຽວ ຊຶ່ງເປັນການສົ່ງເສີມ ໂດຍເບິ່ງວ່າອັນໃດຄວນຕິດພັນກັບການບໍລິການ ຫຼື ບໍ່ຕິດພັນ.
    4). ຕ້ອງດຳເນີນການຕິດຕາມກວດກາ ການຈັດຕັ້ງປະຕິບັດນິຕິກຳ, ການປະຕິບັດວຽກງານຂອງຂະແໜງ ຊສ ລວມທັງການປະຕິບັດໜ້າທີ່ວຽກງານຂອງສະມາຊິກພັກ ແລະ ພະນັກງານ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ດ້ວຍໃຫ້ເຮັດການກວດກາແຕ່ຫົວທີ ແລະ ຖືສຳຄັນວຽກງານກວດກາພາຍໃນຢ່າງເປັນປົກກະຕິ ເພື່ອປ້ອງກັນ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ ໂດຍສະເພາະພາກສ່ວນທີ່ຕິດພັນກັບເສດຖະກິດ ເປັນຕົ້ນ ກ່ຽວກັບໃບຕາດິນ.
    5). ໃຫ້ສຶກສາຄົ້ນຄວ້າ ແລະ ນໍາໃຊ້ວິທະຍາສາດ-ວິທະຍາການ, ເຕັກໂນໂລຊີໃໝ່ ເຂົ້າໃນຂະແໜງ ຊສ ແລະ ຫັນເປັນທັນສະໄໝ ແນໃສ່ຍົກສູງສະມັດຖະພາບຂອງວຽກງານ ໃຫ້ມີຄວາມວ່ອງໄວທັນສະໄໝ, ປະຢັດງົບປະມານ ແລະ ໂປ່ງໃສ ສາມາດກວດສອບໄດ້.
    6). ສືບຕໍ່ກໍ່ສ້າງ ແລະ ຍົກລະດັບພະນັກງານໃຫ້ເປັນລະບົບ ແລະ ສອດຄ່ອງກັບເປົ້າໝາຍ, ສ້າງພະນັກງານໃຫ້ເປັນມືອາຊີບ ເພື່ອຮັບປະກັນການເຄື່ອນໄຫວ ຢ່າງມີປະສິດທິຜົນ ແລະ ສາມາດເຊື່ອມສານກັບສາກົນ. ອັນນີ້ມີຄວາມສຳຄັນຫຼາຍ ຊຶ່ງບຸກຄະລາກອນເປັນສິ່ງຕັດສິນ ເພາະທຸກສິ່ງທຸກຢ່າງແມ່ນຄົນເຮົາເປັນຜູ້ຈັດຕັ້ງປະຕິບັດ. ສະນັ້ນ, ມະຫາພາກ ກໍຄືກະຊວງ ຕ້ອງໄດ້ເບິ່ງຕິດຕາມເປົ້າໝາຍ ການເຄື່ອນຍ້າຍ, ການກໍ່ສ້າງພະນັກງານ ຊ່ວຍທ້ອງຖິ່ນ ເພາະໃນ 5 ພາລະບົດບາດມະຫາພາກ ກໍມີການຝຶກອົບຮົມ, ການຍົກລະດັບໃຫ້ພະນັກງານສາຍຕັ້ງ ນັບທັງກະຊວງ ແລະ ທ້ອງຖິ່ນ.
    7) ສືບຕໍ່ຊຸກຍູ້ສົ່ງເສີມກົນໄກ 3 ສ້າງ, ມອບໝາຍໜ້າທີ່ຄວາມຮັບຜິດຊອບ ໃຫ້ສາຍຕັ້ງຢູ່ທ້ອງຖິ່ນໃຫ້ຫຼາຍຂຶ້ນ; ເລັ່ງຝຶກອົບຮົມ ເພື່ອສ້າງຄູ່ມືແນະນໍາ, ກວດກາຕິດຕາມປະສິດທິພາບ ສາຍວິຊາການໃນຂອບເຂດຂະແໜງຕົນຢູ່ທົ່ວປະເທດ ເພື່ອສ້າງແຕ່ລະແຂວງມີກຳລັງແຮງ, ມີບຸກຄະລາກອນທີ່ສາມາດຈັດຕັ້ງປະຕິບັດໜ້າທີ່ການເມືອງໄດ້ດີ.
    8). ໃຫ້ສືບຕໍ່ຈັດຕັ້ງປະຕິບັດຄາດໝາຍໃນວຽກຈຸດສຸມຂອງຂະແໜງ ຊສ ໂດຍສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໂດຍສະເພາະແຜນໃນທ້າຍສະໄໝ; ຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2024 ສົມທົບກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ. ນອກຈາກ 2 ວາລະແຫ່ງຊາດ, ກໍຂຸ້ນຂ້ຽວສຸມໃສ່ປະຕິບັດມະຕິຕົກລົງ ເລກທີ 19/ກມສພ ໃນການແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ການຄຸ້ມຄອງລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວເດັ່ນ

ການນໍາພັກ-ລັດ ແລະ ມວນຊົນ ຮ່ວມໃສ່ບາດບຸນພະທາດຫຼວງ ປະຈໍາປີ 2025

ການນໍາພັກ-ລັດ ແລະ ມວນຊົນ ຮ່ວມໃສ່ບາດບຸນພະທາດຫຼວງ ປະຈໍາປີ 2025

ພິທີໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນ ໄຫວ້ພະຮັບສິນ, ຟັງທໍາມະເທດສະໜາ ແລະ ຢາດນໍ້າ ຕາມຮີດຄອງປະເພນີທີ່ໄດ້ເຄີນປະຕິບັດສືບທອດກັນມາແຕ່ບູຮານນະການ ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2025 (ໃນມື້ຂຶ້ນ 15 ຄໍ່າເດືອນ 12 ພສ 2568) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 5 ພະຈິກນີ້ ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ມີຮອງປະທານປະເທດ, ເຈົ້າຄອງ ນວ, ການນໍາພັກ-ລັດ, ພ້ອດ້ວຍມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ3ແລະ ອັດລົງໃນຕອນເຊົ້າ ວັນທີ 4ພະຈິກ 2025ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງແລະປະກອບຄຳເຫັນຕໍ່ການສະຫຼຸບວຽກງານປະຈຳເດືອນຕຸລາແລະທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ2025.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ຄັ້ງທີ IV ເປີດຂຶ້ນ ແລະ ປິດລົງໃນວັນທີ 1 ພະຈິກນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາຜູ້ແທນສົມບູນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການເງິນ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ຂຶ້ນໃນວັນທີ 31 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ປະທານ-ຮອງປະທານຄະນະກຳມະການປົກຄອງແຂວງ-ນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ, ບັນດາອະດີດພະນັກງານການນໍາກະຊວງການເງິນ, ພະນັກງານຫຼັກແຫຼ່ງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2 ຂຶ້ນໃນວັນທີ 30 ຕຸລາ ນີ້ ທີ່ຈຸດທາບທາມກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນໍາຂອງສອງກໍາລັງປະກອບອາວຸດ, ພ້ອມດ້ວຍຜູ້ແທນກອງປະຊຸມ ເຂົ້າຮ່ວມ.
ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ໃນຕອນເຊົ້າວັນທີ 29 ຕຸລາ ນີ້, ການນໍາຂັ້ນສູງ ນໍາໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການສິ້ນພະຊົນ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍລົມຣາຊິນີນາດ ພະບໍຣົມຣາຊະຊົນນະນີພັນປີຫຼວງ (ແມ່ຂອງ ພະບາດສົມເດັດ ເຈົ້າຊີວິດ ຣາຊະການທີ 10) ທີ່ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ.
ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ຄຣິດສຕອບເຟີ ລັກຊອນ(Christopher LUXON) ນາຍົກລັດຖະມົນຕີ ແຫ່ງ ນິວຊີແລນ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ນາຍົກລາວ ແລະ ປະທານສະພາມົນຕີເອີຣົບ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

ນາຍົກລາວ ແລະ ປະທານສະພາມົນຕີເອີຣົບ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ນີ້ ທີ່ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອັນໂຕນິໂອ ຄອດສຕາ (António Costa) ປະທານສະພາມົນຕີເອີຣົບ ແຫ່ງ ສະຫະພາບເອີຣົບ (ອີຢູ) ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງໃນວັນທີ 26-28ຕຸລາ 2025.
ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ໃນວັນທີ 27 ຕຸລານີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ສ ເກົາຫຼີ ຄັ້ງທີ 26, ກອງປະຊຸມສຸດຍອດອາຊຽນບວກສາມ (APT) ຄັ້ງທີ 28, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 20 ແລະ ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດ ຄັ້ງທີ 15.
ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນຕອນເຊົ້າວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມຮັບປະທານອາຫານເຊົ້າແບບເຮັດວຽກ ຮ່ວມກັບພະນະທ່ານ ຟ້າມ ມິງຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ສົມເດັດຮຸນມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງໃນວັນທີ 26-87 ຕຸລາ 2025.
ເພີ່ມເຕີມ