ນາຍົກເນັ້ນ ອົງການກາແດງເອົາໃຈໃສ່ຫຼາຍບັນຫາ

ນາຍົກເນັ້ນ ອົງການກາແດງເອົາໃຈໃສ່ຫຼາຍບັນຫາ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໂອ້ລົມຕໍ່ກອງປະຊຸມ ວຽກງານກາແດງລາວປີ 2023 ແລະ ທິດທາງແຜນການປະຈຳປີ 2024  ໃນວັນທີ 31 ມັງກອນນີ້ ທີ່ສູນການຮ່ວມມື ແລະ ຝຶກອົບຮົມ,ນະຄອນຫຼວງວຽງຈັນ, ໂດຍມີພະເຖລານຸເຖລະ, ທ່ານ ພູທອນ ເມືອງປາກ ປະທານອົງກາແຫ່ງຊາດລາວ, ມີອະດີດການນຳອົງການກາແດງແຫ່ງຊາດລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ
ໃນໂອກາດເຂົ້າຮ່ວມ ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ການນໍາພາຂອງຄະນະພັກ-ຄະນະນໍາ ອົງການກາແດງແຫ່ງຊາດລາວ ທີີ່ໄດ້ເຄືີ່ອນໄຫວຢ່າງເອົາຈິງເອົາຈັງ ແລະ ມີຜົນສໍາເລັດໃນຫຼາຍດ້ານ ຊຶ່ງເປັນການປະກອບສ່ວນ ອັນສໍາຄັນເຂົ້າໃນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ເປັນການສົົ່ງເສີມຄຸນຄ່າດ້ານມະນຸດສະທໍາຢູ່ໃນສັງຄົມລາວ, ປະຕິບັດຫຼັກການຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ສ້າງສະພາບແວດລ້ອມທີີ່ມີຄວາມສົມດຸນ, ກົມກຽວ ແລະ ປອງດອງກັນໃນສັງຄົມ, ເຊືີ່ອມໂຍງກັບພາກພືື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໃຫ້ອົງການດັ່ງກ່າວເອົາໃຈໃສ່ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ, ປັບປຸງການຈັດຕັ້ງ, ໂຄງປະກອບການຈັດຕັ້ງ ຕາມດຳລັດເລກທີ 22/ນຍ, ລົງວັນທີ 28 ມັງກອນ 2022 ໃຫ້ສຳເລັດ ທັງສູນກາງ ແລະ ທ້ອງຖິ່ນ, ບັນຈຸສັບບຊ້ອນພະນັກງານ ຕາມຕຳແໜ່ງງານ ທີ່ກະຊວງພາຍໃນໄດ້ຮັບຮອງແລ້ວນັ້ນໃຫ້ເປັນລະບົບຄົບຊຸດ, ໃຫ້ມີຄວາມເຂັ້ມແຂງ ເພື່ອຮອງຮັບພາລະໜ້າທີ່, ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ. ຕ້ອງໄດ້ບໍາລຸງສ້າງພະນັກງານໃຫ້ມີຄວາມຮູ້, ຄວາມສາມາດ, ມີທັກສະໃນການຄຸ້ມຄອງບໍລິຫານແຜນງານ ໂຄງການຕ່າງໆ, ການຫຼຸດຜ່ອນຄວາມສ່ຽງໄພພິບັດ, ການກູ້ໄພສຸກເສີນ, ການປະຖົມພະຍາບານ ແລະ ວຽກງານອື່ນໆທີ່ຕິດພັນກັບ 9 ວຽກງານຫຼັກ ຂອງອົງການກາແດງແຫ່ງຊາດລາວ, ຕ້ອງໄດ້ສ້າງອາສາສະໝັກກາແດງ, ສະມາຊິກກາແດງໃຫ້ໄດ້ຫຼາຍ ຈາກສາຍວິຊາອາຊີບຕ່າງໆ ແລະ ອາສາສະໝັກຊາວໜຸ່ມ ໂດຍສະເພາະຢູ່ທ້ອງຖິ່ນ, ຊຸມຊົນຕ່າງໆ  ຝຶກອົບຮົມໃຫ້ເຂົາເຈົ້າມີຈິດໃຈເມດຕາທຳ, ມີຈິດໃຈມະນຸດສະທຳອັນສູງສົ່ງ, ມີຄຸນສົມບັດສິນທຳ, ມີຈັນຍາທຳ ແລະ ມີຄວາມຮັບຜິດຊອບສູງ, ມີຄວາມປອດໃສຂາວສະອາດ ທັງມີຄວາມເສຍສະຫຼະ, ມີຄວາມຕື່ນຕົວສະໝັກໃຈ ເຂົ້າຮ່ວມເປັນກຳລັງແຮງໃນຂະບວນການເຄື່ອນໄຫວວຽກງານມະນຸດສະທຳຂອງອົງການກາແດງແຫ່ງຊາດລາວ ໃນເວລາມີຄວາມຕ້ອງການ, ກົນໄກການປະສານງານພາຍໃນອົງການ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມເຂັ້ມແຂງ, ເປັນລະບົບເຊື່ອມຈອດກັນ, ມີຄວາມຄ່ອງຕົວ ແລະ ວ່ອງໄວ. ການປະສານງານກັບອົງການປະສານສົມທົບ ເປັນຕົ້ນ ຂະແໜງການຂອງລັດ, ອົງການປົກຄອງແຕ່ລະຂັ້ນ, ການຈັດຕັ້ງສັງຄົມ, ພາກສ່ວນກ່ຽວຂ້ອງ, ຜູ້ຊົງຄຸນວຸດທິ ໃຫ້ໂລ່ງລ່ຽນ ຮັດແໜ້ນຄວາມສາມັກຄີກັນ ເພື່ອເພີ່ມທະວີການມີສ່ວນຮ່ວມຂອງສັງຄົມໃຫ້ກວ້າງຂວາງ, ຕ້ອງເພີ່ມທະວີການເຜີຍແຜ່ກົດໝາຍ, ດໍາລັດ, ພາລະບົດບາດ, ໜ້າທີ່ ຂອງອົງການກາແດງແຫ່ງຊາດລາວ ໃຫ້ເປັນທີ່ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ກວ້າງຂວາງທົ່ວສັງຄົມ ເພື່ອຍົກບົດບາດຂອງອົງການກາແດງແຫ່ງຊາດລາວໃຫ້ສູງຂຶ້ນ ໂດຍສະເພາະແມ່ນ ດຳລັດວ່າດ້ວຍກອງທຶນສຸກເສີນ ແລະ ດຳລັດວ່າດ້ວຍກອງທຶນເລືອດ ຊຶ່ງຫາກໍໄດ້ຮັບຮອງຈາກລັດຖະບານໃນເດືອນສິງຫາ ປີ 2023 ຜ່ານມານີ້. ບັນດາຂະແໜງການຂອງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການປົກຄອງທ້ອງຖິີ່ນ, ການຈັດຕັ້ງສັງຄົມ ແລະ ພາກສ່ວນທີີ່ກ່ຽວຂ້ອງ ຊຶ່ງແມ່ນອົງການປະສານສົມທົບກັບວຽກງານກາແດງລາວ ກໍຕ້ອງໄດ້ເຮັດໜ້າທີີ່ຕາມພາລະບົດບາດຂອງຕົນ ທີີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍວຽກງານກາແດງລາວ ເພືີ່ອແນໃສ່ສົົ່ງເສີມ, ໃຫ້ຄໍາປຶກສາ, ປະສານສົມທົບ, ແລກປ່ຽນ ຂໍໍ້ມູນຂ່າວສານ, ເຕັກນິກວິຊາການ, ສະໜັບສະໜູນ, ອໍານວຍຄວາມສະດວກ, ຊ່ວຍໂຄສະນາ, ປຸກລະດົມຂົນຂວາຍທຸກຊັ້ນຄົນໃນສັງຄົມ ເຂົ້າຮ່ວມ ແລະ ປະກອບສ່ວນ ເຂົ້າໃນຂະບວນການເຄືີ່ອນໄຫວວຽກງານກາແດງລາວ.
   ໃນນັ້ນ ການປຸກລະດົມຂົນຂວາຍການບໍລິຈາກເລືອດ ຊຶ່ງມີອັດຕາຕົວຊີ້ບອກເພີ່ມຂຶ້ນແຕ່ລະປີຈຳນວນ ຫ້າພັນຖົງ (5000 ຖົງ) ທີ່ສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວນັ້ນ ກໍຕ້ອງໄດ້ເພີ່ມທະວີການປຸກລະດົມຂົນຂວາຍ ການບໍລິຈາກເລືອດແບບສະໝັກໃຈ ບໍ່ຫວັງສິ່ງຕອບແທນ ແມ່ນສິ່ງຈໍາເປັນ, ເປັນວຽກທີີ່ສໍາຄັນ ແລະ ຂາດບໍ່ໄດ້ຢູ່ໃນສັງຄົມ, ການໃຫ້ເລືອດກໍຄືການໃຫ້ຊີວິດ ຕໍ່ລົມຫາຍໃຈໃຫ້ແກ່ຄົນເຈັບທີີ່ຕ້ອງການເລືອດ, ຖ້າບໍ່ມີເລືອດພຽງພໍ ກໍບໍ່ສາມາດຊ່ວຍເຫຼືອກອບກູ້ຊີວິດຂອງຄົນເຈັບ. ສະນັ້ນ, ທຸກຂະແໜງການ ທຸກການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນ, ທຸກຊັ້ນຄົນໃນທົົ່ວສັງຄົມ ຈະຕ້ອງໄດ້ເປັນເຈົ້າການຮ່ວມກັນ ໂຄສະນາ ປຸກລະດົມຂົນຂວາຍໃຫ້ມີຜູ້ບໍລິຈາກເລືອດແບບສະໝັກໃຈ ບໍ່ຫວັງສິ່ງຕອບແທນໃຫ້ນັບມືື້ນັບຫຼາຍຂຶື້ນ, ປູກຈິດສໍານຶກໃຫ້ເຍົາວະຊົນ ຊາວໜຸ່ມໃຫ້ຮັບຮູ້ເຂົ້າໃຈ ແລະ ເຫັນໄດ້ເຖິງຄວາມສໍາຄັນຂອງການບໍລິຈາກເລືອດແບບສະໝັກໃຈ ແລະ ຕ້ອງມີນະໂຍບາຍຕໍ່ຜູ້ມີຜົນງານໃນການປຸກລະດົມຂົນຂວາຍເກັ່ງ, ຕໍ່ຜູ້ມາບໍລິຈາກເລືອດຫຼາຍຄັ້ງ ບໍ່ຫວັງສິີ່ງຕອບແທນ ດ້ວຍຮູບການຕ່າງໆຢ່າງເໝາະສົມ. ສະເພາະງົບປະມານຮັບໃຊ້ວຽກງານເລືອດ ຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດດຳລັດວ່າດ້ວຍກອງທຶນເລືອດໃຫ້ເປັນຮູບປະທຳ ທັງສູນກາງ ແລະ ທ້ອງຖິ່ນ. ລັດຖະບານ ກໍຈະໄດ້ພິຈາລະນາຊອກແຫຼ່ງທຶນເພື່ອສະໜອງໃຫ້ແກ່ການຈັດຫາອຸປະກອນທີ່ຈຳເປັນ ເປັນຕົ້ນ ຖົງໃສ່ເລືອດ ນໍ້າຢາກວດວິເຄາະພະຍາດຢູ່ໃນເລືອດ ເພື່ອໃຫ້ມີເລືອດພຽງພໍ ແລະ ປອດໄພ ບໍລິການໃຫ້ແກ່ສັງຄົມ. ປີ 2023 ຜ່ານມາ ລັດຖະບານກໍໄດ້ເພີ່ມງົບປະມານຈາກລາຍຮັບເກີນແຜນໃຫ້ແກ່ວຽກງານເລືອດຕື່ມອີກ ຈຳນວນ 25 ຕື້ກີບ.
ໃນຂະນະດຽວກັນວຽກງານພົວພັນຮ່ວມມືກັບຄູ່ຮ່ວມງານພາຍໃນ ແລະ ພາຍນອກ, ອົງການຈັດຕັ້ງສາກົນ, ກາແດງເພື່ອນມິດ, ຄະນະກໍາມະການກາແດງສາກົນ, ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ຖືວ່າເປັນວຽກໜຶ່ງທີ່ສຳຄັນ ຊື່ງຕ້ອງໄດ້ເສີມຂະຫຍາຍໃຫ້ກວ້າງຂວາງ ໜັກແໜ້ນ ຂື້ນຕື່ມ ບົນພື້ນຖານແນວທາງການຕ່າງປະເທດຂອງພັກ ຂອງລັດຖະບານ. 
(ຂ່າວ-ພາບ: ສຳນານ) 

ຄໍາເຫັນ

ຂ່າວເດັ່ນ

ລັດຖະບານ ຈະສືບຕໍ່ແກ້ໄຂຫຼາຍບັນຫາ ເພື່ອປັບປຸງລະບົບການສຶກສາ

ລັດຖະບານ ຈະສືບຕໍ່ແກ້ໄຂຫຼາຍບັນຫາ ເພື່ອປັບປຸງລະບົບການສຶກສາ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້. ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ຕໍ່ກອງປະຊຸມດັ່ງກ່າວ. ໃນການກະກຽມປັບປຸງລະບົບການສຶກສາແມ່ນດຳເນີນໄປຕາມແຜນການ, ແຜນດໍາເນີນງານ ແລະ ແຜນປະຕິບັດງານທີ່ວາງໄວ້ ແຕ່ກໍຍັງມີສິ່ງທ້າທາຍທີ່ຈະຕ້ອງໄດ້ສືບຕໍ່ປັບປຸງ ແລະ ແກ້ໄຂໃຫ້ດີຂຶ້ນ.
ສສກ ສຸມໃສ່ແກ້ໄຂບັນຫາປະລະການຮຽນ ແລະ ປັບປຸງຄຸນນະພາບຄູ

ສສກ ສຸມໃສ່ແກ້ໄຂບັນຫາປະລະການຮຽນ ແລະ ປັບປຸງຄຸນນະພາບຄູ

ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ. ຕໍ່ບັນຫາປະລະການຮຽນແຕ່ລະຊັ້ນຮຽນ ທາງກະຊວງ ສສກ ໄດ້ສຸມໃສ່ແກ້ໄຂແຕ່ລະຊັ້ນຮຽນຂອງນັກຮຽນໃນຊັ້ນປະຖົມ, ມັດທະຍົມ, ການສຶກສາຊັ້ນສູງ ແລະ ອາຊີວະສຶກສາ ພ້ອມປັບປຸງຄຸນນະພາບຄູ.
ກະຊວງ ກສ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດ 1 ພັນກວ່າກໍລະນີ

ກະຊວງ ກສ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດ 1 ພັນກວ່າກໍລະນີ

ເລີ່ມແຕ່ປີ 2021 ຜ່ານມາ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ໄດ້ແຕ່ງຕັ້ງເຈົ້າໜ້າທີ່ດໍາເນີນການກວດກາໂຄງການເຊົ່າ ແລະ ສຳປະທານທີ່ດິນລັດ ໃນກິດຈະການຕ່າງໆ ຈຳນວນ 438 ໂຄງການຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ, ໃນຂະນະດຽວກັນໄດ້ເຂັ້ມງວດໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການກ່ຽວກັບການບຸກລຸກປ່າໄມ້ ນັບແຕ່ປີ 2021 ເປັນຕົ້ນມາ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດຈໍານວນ 1,173 ກໍລະນີ, ມີຜູ້ລະເມີດ 1,492 ຄົນ.
ລັດຖະບານ ຈັດສັນງົບປະມານອີງໃສ່ການຈັດເກັບລາຍຮັບ-ລາຍຈ່າຍ ທີ່ເປັນບຸລິມະສິດ

ລັດຖະບານ ຈັດສັນງົບປະມານອີງໃສ່ການຈັດເກັບລາຍຮັບ-ລາຍຈ່າຍ ທີ່ເປັນບຸລິມະສິດ

ລັດຖະບານ ກໍຄືກະຊວງການເງິນ ໄດ້ຈັດສັນງົບປະມານໂດຍອີງໃສ່ຄວາມອາດສາມາດໃນການຈັດເກັບລາຍຮັບ ໂດຍຈັດສັນເຂົ້າໃສ່ບັນດາລາຍຈ່າຍທີ່ເປັນບຸລິມະສິດ. ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ກຊ ອຄ ກຳນົດມາດຕະຖານ 10 ຂໍ້ ເຂັ້ມງວດໃນການຄັດເລືອກນັກລົງທຶນ

ກຊ ອຄ ກຳນົດມາດຕະຖານ 10 ຂໍ້ ເຂັ້ມງວດໃນການຄັດເລືອກນັກລົງທຶນ

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈະປັບປຸງນະໂຍບາຍ ແລະ ເພີ່ມທະວີການຄຸ້ມຄອງການພັດທະນາແຮ່ທາດໃນໄລຍະໄໝ່, ໃນຂະນະດຽວກັນ ກຳນົດມາດຕະຖານ 10 ຂໍ້ ທີ່ເຂັ້ມງວດໃນການຄັດເລືອກນັກລົງທຶນ ຕ້ອງເປັນມືອາຊີບ ມີຖານະການເງິນເຂັ້ມແຂງມີເງື່ອນໄຂຕ້ອງປຸງແຕ່ງ, ຕ້ອງເປີດເຜີຍເຈົ້າຂອງກຳມະສິດທີ່ແທ້ຈິງ (UBO) ໂດຍຫ້າມນໍາໃຊ້ຕົວແທນບັງໜ້າຢ່າງເດັດຂາດ ແລະ ປະມູນໂຄງການຢ່າງໂປ່ງໃສ 100%.
ນາຍົກ ຕ້ອນຮັບເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳລາວ

ນາຍົກ ຕ້ອນຮັບເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳລາວ

ໃນວັນທີ 6 ຕຸລານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ທີ່ໄດ້ຕາງໜ້າໃຫ້ທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ຣາຊະອານາຈັກໄທ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ສະເໜີລັດຖະບານເລັ່ງແກ້ໄຂບັນຫາເສັ້ນທາງ

ສະເໜີລັດຖະບານເລັ່ງແກ້ໄຂບັນຫາເສັ້ນທາງ

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການ ປີ 2027 ໂດຍເນັ້ນໃສ່ຫຼາຍບັນຫາ ແລະ ປະເດັນສໍາຄັນ ທີ່ສັງຄົມກໍາລັງໃຫ້ຄວາມສົນໃຈ.
ສສຊ ສະເໜີໃຫ້ລັດຖະບານແກ້ໄຂຫຼາຍບັນຫາສໍາຄັນ

ສສຊ ສະເໜີໃຫ້ລັດຖະບານແກ້ໄຂຫຼາຍບັນຫາສໍາຄັນ

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄໍາເຫັນໃສ່ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027 ແລະ ບົດລາຍງານກ່ຽວກັບບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ທ່ານນາຍົກ ຕ້ອນຮັບທູດຫວຽດນາມເຂົ້າອວຍພອນ ໃນໂອກາດໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ

ທ່ານນາຍົກ ຕ້ອນຮັບທູດຫວຽດນາມເຂົ້າອວຍພອນ ໃນໂອກາດໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ

ວັນທີ 5 ຕຸລານີ້, ທີ່ສໍານັກງານນາຍົກລັດຖະມົນຕີ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ມິ່ງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ ທີ່ໄດ້ຕາງໜ້າລັດຖະບານ ແຫ່ງ ສສ ຫວຽດນາມ ນຳເອົາກະຕ່າດອກໄມ້ເຂົ້າອວຍພອນ ໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຮັບການແຕ່ງຕັ້ງ ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປີ 2027 ລັດຖະບານ ຈະສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ

ປີ 2027 ລັດຖະບານ ຈະສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ

ປີ 2027 ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ສະນັ້ນ, ໃນປີ 2027 ລັດຖະບານ ໄດ້ວາງຄາດໝາຍສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວ 5.8% ຂຶ້ນໄປ ແລະ ສູ້ຊົນເກັບລາຍຮັບທັງໝົດໃຫ້ໄດ້ 104,475 ຕື້ກີບ ທຽບໃສ່ແຜນຂອງປີຜ່ານມາເພີ່ມຂຶ້ນ 24.97% ເທົ່າກັບ 21.87% ຂອງ GDP. ໃນນີ້, ລາຍຮັບພາຍໃນ 99,275 ຕື້ກີບ ທຽບໃສ່ປີ 2026 ເພີ່ມຂຶ້ນ 26.46% ເທົ່າກັບ 20.78% ຂອງ GDP ແລະ ລາຍຈ່າຍງົບປະມານທັງໝົດ 104,475 ຕື້ກີບ ເທົ່າກັບ 21.87% ຂອງ GDP ຊຶ່ງເປັນງົບປະມານສົມດຸນ ໂດຍຈະສຸມໃສ່ປະຕິບັດວຽກຈຸດສຸມຈໍານວນໜຶ່ງ ສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ ໂດຍເລັ່ງໃສ່ແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ, ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ ແລະ ໜີ້ສິນພາຍໃນ ແລະ ຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ກ່າວລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 5 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ເພີ່ມເຕີມ