ນາຍົກເນັ້ນໃຫ້ຂະແໜງ ວທ ສືບຕໍ່ເອົາໃຈໃສ່ຫຼາຍວຽກງານສໍາຄັນ

ນາຍົກເນັ້ນໃຫ້ຂະແໜງ ວທ ສືບຕໍ່ເອົາໃຈໃສ່ຫຼາຍວຽກງານສໍາຄັນ

ນາຍົກເນັ້ນໃຫ້ຂະແໜງ ວທ ສືບຕໍ່ເອົາໃຈໃສ່ຫຼາຍວຽກງານສໍາຄັນ
ກອງປະຊຸມສະຫຼຸບວຽກງານວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ທົ່ວປະເທດ ປະຈຳປີ 2025 ແລະ ທິດທາງປີ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມໃນວັນທີ 7 ເມສານີ້ ທີ່ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມໂອ້ລົມຂອງທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວທ, ມີຮອງລັດຖະມົນຕີ, ຮອງປະທານຄະນະກຳມະການປົກຄອງ ນວ ຜູ້ຊີ້ນໍາວຽກງານວັດທະນະທຳ-ສັງຄົມ, ມີບັນດາຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຊີ້ນຳວຽກງານ ວທ, ບັນດາທ່ານຫົວໜ້າພະແນກ ວທ ແຂວງ ກ່ຽວຂ້ອງເຂົ້າຮ່ວມແບບປົກກະຕິ ແລະ ອອນລາຍ.
ນາຍກເນນໃຫຂະແໜງ ວທ ສບຕເອາໃຈໃສຫາຍວຽກງານສາຄນ - image 1
 

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດໂອ້ລົມ ກ່ອນອື່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດຂອງຂະແໜງ ວທ ທີ່ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມເນັ້ນໜັກບາງບັນຫາໃຫ້ຂະແໜງ ວທ ສືບຕໍ່ເອົາໃຈໃສ່ວຽກງານສໍາຄັນຈຳນວນໜຶ່ງຄື: ສືບຕໍ່ສູ້ຊົນເຮັດໃຫ້ ລວມຍອດຜະລິດຕະພັນພາຍໃນ (GDP) ໃນໄລຍະ 5 ປີຂະຫຍາຍຕົວສະເລ່ຍ 6% ຂຶ້ນໄປ ໄລຍະ 2026-2030 ແລະ ຂະຫຍາຍຕົວສະເລ່ຍ 7% ຕໍ່ປີຂຶ້ນໄປໄລຍະ 2031-2035; ສູ້ຊົນເກັບລາຍຮັບງົບປະມານໃຫ້ບັນລຸ 21-22% ຂອງ GDP ຂຶ້ນໄປໃນໄລຍະ 2026-2030 ແລະ 23-24% ຂອງ GDP ຂຶ້ນໄປໃນໄລຍະ 2031-2035; ການຂາດດຸນງົບປະມານ ປະມານ 1-2% ຂອງ GDP ໄລຍະ 2026-2030 ແລະ ບໍ່ເກີນ 3% ຂອງ GDP ໄລຍະ 2031-2035; ຄວບຄຸມອັດຕາເງິນເຟີ້ຢູ່ໃນອັດຕາສະເລ່ຍ 5% (±2) ໄລຍະ 2026-2030 ຫຼຸດລົງມາຢູ່ໃນອັດຕາສະເລ່ຍ 4% (±2%) ໄລະຍະ 2031-2035; ສູ້ຊົນຫຼຸດຜ່ອນໜີ້ສິນສາທາລະນະໃຫ້ຕໍ່າກວ່າ 70% ຂອງ GDP ໃນປີ 2030 ແລະ 30 ກວ່າ% ຂອງ GDP ໃນປີ 2035. ພ້ອມນັ້ນ, ໃຫ້ສຸມໃສ່ປະຕິບັດຕາມ 7 ທິດທາງລວມ ແລະ 6 ເປົ້າໝາຍ ກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030).

ທ່ານ ສອນໄຊ ສີພັນດອນ ຍັງໄດ້ເນັ້ນໜັກຕື່ມວ່າ: ໃຫ້ສືບຕໍ່ເອົາໃຈໃສ່ເຮັດວຽກການເມືອງ-ແນວຄິດໃຫ້ມີຄວາມເປັນເອກະພາບສູງຕໍ່ແນວທາງຂອງພັກ-ລັດ, ນອກຈາກມີຄວາມເຊື່ອໝັ້ນຕໍ່ອຸດົມການແລ້ວຕ້ອງມີຄວາມສາມັກຄີເປັນປຶກແຜ່ນນັບແຕ່ສູນກາງຮອດທ້ອງຖິ່ນ, ເຂັ້ມງວດປະຕິບັດຕາມຫຼັກການນໍາພາຂອງພັກຢ່າງໜັກແໜ້ນ ເພື່ອພ້ອມກັນປຸ້ມລຸມໃນການປະຕິບັດທຸກໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້ໄດ້ຮັບໝາກຜົນເປັນຢ່າງດີ; ເພີ່ມທະວີການບໍລິຫານລັດ ແລະ ກົນໄກການເຄື່ອນໄຫວວຽກງານໃຫ້ມີຄວາມຄ່ອງຕົວ ແລະ ທັນສະໄໝ, ປັບປຸງກົງຈັກໃຫ້ມີຄວາມກະທັດຮັດ ແລະ ຫຼຸດຜ່ອນຂັ້ນຂອດທີ່ຊໍ້າຊ້ອນ, ລັດຖະບານຈຶ່ງໄດ້ໂຮມ ແລະ ປັບປ່ຽນບາງກະຊວງ ຊຶ່ງສະເພາະກະຊວງ ວທ ກໍໄດ້ໂອນວຽກງານຖະແຫຼງຂ່າວໄປຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ສະນັ້ນ, ເພື່ອຮັບປະກັນໃຫ້ ການຮັບໃຊ້ໜ້າທີ່ການເມືອງໃນຕໍ່ໜ້າ, ພາຍຫຼັງມີດຳລັດວ່າດ້ວຍການເຄື່ອນໄຫວຂອງກະຊວງແລ້ວ ກໍໃຫ້ຮີບຮ້ອນປັບປຸງກົງຈັກພາຍໃນກະຊວງໃຫ້ສອດຄ່ອງຕາມທິດທີ່ຂັ້ນເທິງກຳນົດໄວ້ໃຫ້ສໍາເລັດໂດຍໄວ; ເອົາໃຈໃສ່ຄົ້ນຄວ້າສ້າງ ຫຼື ປັບປຸງຄືນນິຕິກຳທີ່ກ່ຽວຂ້ອງ ກັບການຄຸ້ມຄອງຂົງເຂດ ວທ ໃຫ້ທັນກັບການພັດທະນາ ແລະ ປ່ຽນແປງຢ່າງໄວວາ ທີ່ເກີດຂຶ້ນໃນທົ່ວສັງຄົມ ເປັນຕົ້ນການຄຸ້ມຄອງເນື້ອຫາໂຄສະນາຜ່ານສື່ແບບໃໝ່ໃນທາງລົບ ທີ່ມີລັກສະນະຜິດພ້ຽນຕໍ່ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ, ສ້າງພາບພົດທີ່ບໍ່ດີຕໍ່ວັດທະນະທໍາອັນຂອງຊາດ ທັງສົ່ງຜົນກະທົບແຮງຕໍ່ສັງຄົມລາວ ໂດຍສະເພາະໄວໜຸ່ມທີ່ພາກັນມີຄ່ານິຍົມໃນທາງທີ່ບໍ່ຖືກຕ້ອງ ໃຫ້ຫັນໄປປະຕິບັດ ຫຼື ເຄົາລົບທໍານຽມວັດທະ ນະທໍາຂອງຊາດ. ສະນັ້ນ, ຕ້ອງສ້າງ ແລະ ປັບປຸງນິຕິກຳເພື່ອຄຸ້ມຄອງ ແລະ ຈຳກັດສະພາບປະກົດການຫຍໍ້ທໍ້ທາງດ້ານວັດທະນະທໍາ; ດ້ານການທ່ອງທ່ຽວ ກໍເຫັນຫຼາຍກິດຈະກຳທີ່ເກີດຂຶ້ນໃໝ່ ເປັນຕົ້ນແມ່ນສົມທົບກັບຂະແໜງການເງິນ-ທະນາຄານສ້າງລະບົບຄຸ້ມຄອງຫົວໜ່ວຍທຸລະກິດທ່ອງທ່ຽວ ແລະ ໃຫ້ເຂົາເຈົ້າເປັນເຈົ້າການປະຕິບັດພັນທະດ້ວຍການເງິນ ແລະ ເຮັດວຽກປ້ອງກັນຄວາມປອດໄພ ບໍ່ໃຫ້ຄົນບໍ່ດີແຊກຊຶມຢູ່ຮາກຖານຂອງການທ່ອງທ່ຽວ ກໍ່ຄວາມບໍ່ສະຫງົບ ແລະ ບັນຫາຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນທຸລະກິດສີເທົາ ແລະ ອື່ນໆ ແລະ ພະນັກງານນໍາທ່ຽວທີ່ບໍ່ມີໃບອະນຸຍາດ ຫຼື ເຄື່ອນໄຫວຜິດກົດໝາຍ ແລະ ລະບຽບການ, ບັນຫາຕ່າງໆ ເຫຼົ່ານີ້ ໃຫ້ຖືເປັນວຽກບຸລິມະສິດ ແລະ ຮີບດ່ວນສະເພາະປີ 2026 ໂດຍໃຫ້ຂະແໜງ ວທ ສຸມໃສ່ຄົ້ນຄວ້າມາດຕະການແກ້ໄຂໃຫ້ເລິກເຊິ່ງ ເພື່ອປົກປ້ອງຜົນປະ ໂຫຍດຂອງຊາດເຮົາ ແລະ ໃຫ້ສົມເປັນໜຶ່ງໃນບັນດາຂະແໜງເສດຖະກິດປາຍແຫຼມ ທີ່ສ້າງລາຍຮັບເຂົ້າສູ່ລະບົບເສດຖະກິດຂອງຊາດເຮົາຢ່າງແທ້ຈິງ; ເອົາໃຈໃສ່ສົມທົບກັບອົງການປົກຄອງທ້ອງຖິ່ນໃນການສ້າງຄອບຄົວວັດທະນະທຳໃຫ້ເພີ່ມຂຶ້ນ. ສິ່ງສໍາຄັນໃນການສ້າງຄອບຄົວວັດທະນະທໍາຢູ່ຊົນນະບົດນັ້ນ ຕ້ອງສາມາດແກ້ໄຂບັນຫາການເຊື່ອຖືແບບງົມງວາຍຫັນມາເຊື່ອຖື ແລະ ປະຕິບັດຕາມຮີດຄອງປະເພນີທີ່ກ້າວໜ້າຕາມ 3 ລັກສະນະຂອງວັດທະນະທໍາລາວເຮົາຄື: ລັກສະນະຊາດ, ລັກສະນະວິ ທະຍາດ ແລະ ລັກສະນະມະຫາຊົນ ສຸມໃສ່ໂຄສະນາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງຊາດ ຕ້ອງເຮັດຢ່າງມີຈຸດສຸມໃຫ້ແທດເໝາະກັບຍຸກສະໄໝ ແລະ ມີຄວາມຍືນຍົງ; ສົ່ງເສີມ ແລະ ປະ ດິດສ້າງວັດທະນະທຳທີ່ເປັນເອກະລັກຂອງຊາດເຮົາ ເຂົ້າກັບການທ່ອງທ່ຽວຕາມທິດປະຊາຊົນມີສ່ວນຮ່ວມຖືວັດທະນະທໍາເປັນເຄື່ອງມືທີ່ຊຸກຍູ້ການສ້າງລາຍຮັບໃຫ້ປະຊາຊົນຢ່າງແທ້ຈິງ “ບໍ່ແມ່ນພຽງແຕ່ປົກປັກຮັກສາໄວ້ ແຕ່ຕ້ອງສ້າງວັດທະນະທຳໃຫ້ມີຊີວິດນໍາຜົນປະໂຫຍດມາສູ່ປະຊາຊົນຢ່າງທົ່ວເຖິງ”; ສຸມໃສ່ຄົ້ນຄວ້ານໍາສະເໜີວັດທະນະທໍາລາວເຂົ້າເປັນມໍຣະດົກໂລກໃຫ້ຫຼາຍຂຶ້ນ ເພື່ອແນໃສ່ຍົກສູງບົດບາດ ກໍຄືຊື່ສຽງຂອງຊາດໃຫ້ພົ້ນເດັ່ນໃນເວທີສາກົນຜ່ານວັດທະນະທຳ; ເອົາໃຈໃສ່ພັດທະນາ, ຄຸ້ມຄອງ ແລະ ໂຄສະນາການທ່ອງທ່ຽວລາວເຮົາທີ່ເປັນທ່າແຮງເຊັ່ນ: ການທ່ອງທ່ຽວດ້ານວັດທະນະທຳ, ປະ ຫວັດສາດ ແລະ ທຳມະຊາດຕາມທິດຍືນຍົງ, ປະຊາຊົນມີສ່ວນຮ່ວມ “ສໍາຄັນທີ່ສຸດ ກໍຄືການເຊື່ອມສານວັດທະນະທໍາເຂົ້າໃນການທ່ອງທ່ຽວ, ເປັນຜະລິດຕະພັນທີ່ສາມາດຂາຍ ແລະ ໃຫ້ນັກທ່ອງທ່ຽວສຳພັດໄດ້, ບໍ່ແມ່ນພຽງແຕ່ປົກປັກຮັກສາໄວ້ພຽງຢ່າງດຽວ”. ຄົ້ນຄວ້າ ແລະ ສ້າງແຜນກິດຈະກຳຕ່າງໆ ໂດຍການມີສ່ວນຮ່ວມຂອງຫຼາຍພາກສ່ວນ ເພື່ອກະຕຸ້ນການທ່ອງທ່ຽວເຊັ່ນ: ການຈັດປີທ່ອງທ່ຽວລາວ-ຈີນ (2026 ເປັນປີຄົບຮອບ 65 ປີການທູດ ລາວ-ຈີນ), ປີທ່ອງທ່ຽວລາວ 2029, ປີທ່ອງທ່ຽວລາວ-ຫວຽດນາມ 2030 ແລະ ອື່ນໆ ຕ້ອງໄດ້ກະກຽມນັບແຕ່ນີ້ເປັນຕົ້ນໄປ; ສຸມໃສ່ລົງທຶນໃສ່ການພັດທະ ນາພື້ນຖານໂຄງລ່າງ ຫຼື ເສັ້ນທາງເຂົ້າແຫຼ່ງທ່ອງທ່ຽວ ຕ້ອງຮັບປະກັນຜົນຕອບແທນຄືນທາງເສດຖະ ກິດ ປະກອບສ່ວນສ້າງລາຍຮັບໃຫ້ປະຊາຊົນຢູ່ໃນເຂດນັ້ນ, ຫາກບໍ່ແມ່ນເປັນການສ້າງແລ້ວບໍ່ເກີດປະໂຫຍດ ຫຼື ບໍ່ມີນັກທ່ອງທ່ຽວໄປ”; ເອົາໃຈໃສ່ການຄຸ້ມຄອງການທ່ອງທ່ຽວໃຫ້ເປັນລະບຽບຮຽບຮ້ອຍ ແລະ ທັນການ ຕ້ອງຮັບປະກັນດ້ານຄວາມປອດໄພເປັນບຸລິມະສິດ. ພ້ອມດຽວກັນນັ້ນ, ກໍໃຫ້ພະຍາ ຍາມຫັນເປັນທັນສະໄໝ ໂດຍສະເພາະລະບົບການແຈ້ງເຕືອນເຫດ, ການສະໜອງຂໍ້ມູນ, ລະບົບຕິດຕໍ່ສຸກເສີນ ແລະ ອື່ນໆ ທີ່ປະກອບມີຫຼາຍພາສາ ໃນຍຸກທີ່ທຸກຢ່າງຫັນເປັນດີຈີຕອນໃນປັດຈຸບັນ. ພ້ອມນັ້ນ, ໃຫ້ກະຊວງ ວທ ເອົາໃຈໃສ່ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງພ້ອມກັນແກ້ໄຂສິ່ງອຸດຕັນ, ກີດຂວາງຕໍ່ການທ່ອງທ່ຽວໂດຍໄວ.

ຂ່າວ-ພາບ: ວັນເພັງ

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເພີ່ມເຕີມ