ທ່ານ ຄໍາເຜີຍ ບຸດໂທ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຈໍາປາສັກ ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນ ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບເຄື່ອງມືຕິດຕາມ, ຄາດຄະເນການປ່ຽນແປງປ່າໄມ້ ແລະ ແຜນກິດຈະກໍາສໍາລັບການທົດລອງ ຊຶ່ງອົງການ WWF ໄດ້ປະສົບຜົນສໍາເລັດໃນການພັດທະນາ ນະວັດຕະກຳເຄື່ອງມີການຄາດຄະເນການປ່ຽນແປງ ປາໄມ້ ຫຼື Forest Foresight (FF) ຊຶ່ງເປັນລະບົບການເຕືອນລ່ວງໜ້າ ເພື່ອຕິດຕາມ - ຄາດຄະເນ ແລະ ສະກັດກັ້ນການທໍາລາຍປ່າໄມ້ ເພື່ອປ້ອງກັນການຕັດໄມ້ທໍາລາຍປ່າ ແລະ ເຮັດໃຫ້ປ່າໄມ້ຊຸດເຊື່ອມໂຊມ ໄດ້ເຖິງ 6 ເດືອນລ່ວງໜ້າ. ຍ້ອນແນວນັ້ນ ຈຶ່ງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ຈົ່ງພ້ອມກັນເອົາໃຈໃສ່ຕັ້ງໃຈຮັບຟັງການແນະນໍາຈາກຊ່ຽວຊານໂຄງການ ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ກອງປະຊຸມມີປະສິດທິພາບ ແລະ ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້. ຈາກນັ້ນ, ກໍແນະນໍາການເກັບກຳຂໍ້ມູນໃຫ້ທີມງານພາກສະໜາມ, ວາງແຜນກຳນົດຈຸດພື້ນທີ່ ແລະ ກະກຽມຄວາມພ້ອມສໍາລັບລົງສະໜາມ ເພື່ອທົດລອງນໍາໃຊ້ແບບຟອມເກັບກຳຂໍ້ມູນພາກສະໜາມ ແລະ ແບ່ງໜ້າທີ່ຮັບຜິດຊອບການ ເກັບກຳຂໍ້ມູນ. ນອກນີ້, ຍັງໄດ້ນໍາສະເໜີແຜນການທົດລອງການນໍາໃຊ້ເຄື່ອງມືການຕິດຕາມ ແລະ ຄາດຄະເນການປ່ຽນແປງປ່າໄມ້ ໃນພື້ນທີ່ໂຄງການຂອງ WWF ເຂດອຸທິຍານເຊປຽນ ແລະ ດົງຫົວສາວ ເພື່ອປະເມີນປະສິດທິພາບຂອງລະບົບ FF ແລະ ທ່າແຮງທີ່ຈະນໍາໃຊ້ໃນພາຍໃນ ສປປ ລາວ ຊຶ່ງແຜນກິດຈະກຳການຈັດຕັ້ງປະຕິບັດໃນໄລຍະການທົດລອງ ແຕ່ກາງເດືອນເມສາ ຫາ ມີຖຸນາ 2025 ປະກອບມີການຝຶກອົບຮົບໃຫ້ກັບທີມງານສະໜັບໜູນວິຊາການຂັ້ນສູນກາງ ແລະ ພາກສະໜາມ, ລົງກວດກາຕິດຕາມພາກສະໜາມ ແລະ ປະຊຸມແລກປ່ຽນວິຊາການ ເພື່ອສະຫຼຸບລາຍງານ. (ຂ່າວ-ພາບ: ທູນທອງໃຈ)
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ
ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ຄໍາເຫັນ