ແນວຄິດການຕ່າງປະເທດຕໍ່ປະເທດໃກ້​ຄຽງທີ່ມີຄວາມສະໜິດສະໜົມກັນ

ແນວຄິດການຕ່າງປະເທດຕໍ່ປະເທດໃກ້​ຄຽງທີ່ມີຄວາມສະໜິດສະໜົມກັນ

ແນວຄິດການຕ່າງປະເທດຕໍ່ປະເທດໃກ້​ຄຽງທີ່ມີຄວາມສະໜິດສະໜົມກັນ, ມີຄວາມຈິງໃຈຕໍ່ກັນ, ໃຫ້ຜົນປະໂຫຍດແກ່ກັນ ແລະ ມີຄວາມໂອບເອື້ອອາລີເຊິ່ງກັນ ແລະ ກັນ ເຮັດໃຫ້ສາຍພົວພັນຈີນ-ມານດິວ ຍົກລະດັບຂຶ້ນຕື່ມອີກ

ໃນລະຫວ່າງວັນທີ 8-12 ມັງກອນ 2024, ທ່ານໂມຮາເມັດ ມູອິຊູ ປະທານາທິບໍດີສາທາລະນະລັດມານດິວ ຈະດຳເນີນການຢ້ຽມຢາມ ທາງລັດຖະກິດ ສປ ຈີນ ເຊິ່ງເປັນການຢ້ຽມຢາມຕ່າງປະເທດທາງລັດຖະກິດຄັ້ງທຳອິດຂອງທ່ານປະທານາທິບໍດີມູອິຊູນັບຕັ້ງແຕ່ຂຶ້ນດຳລົງຕຳແໜ່ງປະທານາທິບໍດີມານດິວເມື່ອເດືອນກັນຍາປີ 2023 ເປັນຕົ້ນມາ. ການຢ້ຽມຢາມຄັ້ງນີ້ຍັງຈະຊຸກຍູ້ໃຫ້ສາຍພົວພັນລະຫວ່າງສອງປະເທດຂະຫຍາຍຕົວຂຶ້ນສູ່ລະດັບໃໝ່.

ສາຍພົວພັນຈີນ-ມານດິວໄດ້ຢືນຢູ່ຈຸດເລີ່ມຕົ້ນໃໝ່ທາງປະຫວັດສາດ ພ້ອມທັງໄດ້ຂະຫຍາຍຕົວກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ ແມ່ນຜົນມາຈາກຈີນຕັ້ງໜ້າຈັດຕັ້ງປະຕິບັດແນວຄິດການຕ່າງປະເທດຕໍ່ປະເທດໃກ້​ຄຽງທີ່ມີຄວາມສະໜິດສະໜົມກັນ, ມີຄວາມຈິງໃຈຕໍ່ກັນ, ໃຫ້ຜົນປະໂຫຍດແກ່ກັນ ແລະມີຄວາມໂອບເອື້ອອາລີເຊິ່ງກັນ ແລະ ກັນ ເຊິ່ງສະເໜີໂດຍທ່ານ ສີຈິ້ນຜິງ ປະທານປະເທດຈີນ. ເປັນເວລາດົນນານມາແລ້ວ, ຈີນໄດ້ສຸມກຳລັງເຂົ້າໃນການແບ່ງປັນຜົນງານດ້ານການພັດທະນາ, ເຕັກນິກ ແລະ ຊັບພະຍາກອນມະນຸດທີ່ໄດ້ມາແບບບໍ່ງ່າຍດາຍນັ້ນໃຫ້ກັບປະເທດອ້ອມ​ຂ້າງ, ເຊິ່ງເຮັດໃຫ້ສາຍພົວພັນດ້ານການຕ່າງປະເທດລະຫວ່າງຈີນກັບປະເທດອ້ອມຂ້າງໄດ້ຮັບການປັບປຸງໃຫ້ໝັ້ນຄົງຕື່ມອີກ, ການຮ່ວມມືແລະຄວາມໄວ້ເນື້ອເຊື່ອໃຈກັນໄດ້ຮັບການລົງເລິກຕື່ມອີກ.

ຂົວມິດຕະພາບ ມານດິວ-ຈີນ ທີ່ຈີນຊ່ວຍເຫຼືອກໍ່ສ້າງທ່ານປະທານາທິບໍດີມູອິຊູເຄີຍກ່າວຢືນຢັນໃນເວລາໃຫ້ສຳພາດຕໍ່ສື່ມວນຊົນໃນກ່ອນໜ້ານີ້ວ່າ: ເຊື່ອໝັ້ນວ່າ ພາຍໃຕ້ຂອບຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ມິດຕະພາບ ແລະ ການຮ່ວມມືລະຫວ່າງມານດິວ ກັບ ຈີນ ຈະຊຸກຍູ້ໃຫ້ມານດິວມີການພັດທະນາແລະຄວາມຈະເລີນຮຸ່ງເຮືອງຢ່າງຍາວນານ. ທ່ານໄດ້ຍົກຕົວຢ່າງວ່າ: ຂົວມິດຕະພາບມານດິວ-ຈີນ ທີ່ຈີນຊ່ວຍເຫຼືອກໍ່ສ້າງນັ້ນເປັນໂຄງການພັດທະນາທີ່ມີສັນຍາລັກ ແລະ ມີລັກສະນະການປ່ຽນແປງຫຼາຍທີ່ສຸດຂອງປະເທດຕົນໃນປະຫວັດສາດ. ນອກນີ້, ໃນຊຸມປີມໍ່ໆມານີ້, ສອງປະເທດມານດິວ-ຈີນ ຍັງໄດ້ປະຕິບັດໂຄງການກໍ່ສ້າງທີ່​ຢູ່​ອາ​ໄສ, ໂຄງການປັບປຸງຂະຫຍາຍສະໜາມບິນສາກົນເວລານາ ແລະ ອື່ນໆ ເຊິ່ງໄດ້ຊຸກຍູ້ການພັດທະນາມານດິວຢ່າງແຂງແຮງ.

ປັດ​ຈຸ​ບັນ, ຈີນໄດ້ກາຍເປັນຄູ່ຮ່ວມພັດທະນາທີ່ສະໜິດສະໜົມຂອງມານດິວ, ສາຍພົວພັນຈີນ-ມານດິວໄດ້ກາຍເປັນຕົວແບບທີ່ປະເທດໃຫຍ່ ແລະ ນ້ອຍປະຕິບັດຕໍ່ກັນຢ່າງສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ພາຍໃຕ້ສະພາບການໃນຍຸກໃໝ່, ແນວຄິດການຕ່າງປະເທດຕໍ່ປະເທດອ້ອມຂ້າງທີ່ມີຄວາມສະໜິດສະໜົມກັນ, ມີຄວາມຈິງໃຈຕໍ່ກັນ, ໃຫ້ຜົນປະໂຫຍດແກ່ກັນ ແລະ ມີຄວາມໂອບເອື້ອອາລີເຊິ່ງກັນ ແລະ ກັນຈະຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສ້າງຜົນປະໂຫຍດໃຫ້ແກ່ປະເທດອ້ອມຂ້າງຫຼາຍກວ່າເກົ່າ, ຮ່ວມກັນຊຸກຍູ້ຂະບວນການຄວາມທັນສະໄໝຂອງອາຊີ ແລະຈະໄດ້ຮັບຄວາມເຫັນດີຢ່າງກວ້າງຂວາງຈາກປະເທດອ້ອມຂ້າງຫຼາຍກວ່າເກົ່າ.

ຄໍາເຫັນ

ຂ່າວຕ່າງປະເທດ

ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ

ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປະເທດບຸນກາຣີໄດ້ເຂົ້າຮ່ວມເປັນສ່ວນໜຶ່ງໃນເຂດເອີໂຣ (eurozone) ຫຼື ອີຢູ ແລະ ໄດ້ຮັບຮອງເອົາເງິນເອີໂຣເປັນສະກຸນເງິນຢ່າງເປັນທາງການໃນວັນປີໃໝ່ (ວັນທີ 1 ມັງກອນ 2026) ເຮັດໃຫ້ບຸນກາຣີກາຍເປັນສະມາຊິກອັນດັບທີ 21 ຂອງເຂດເອີໂຣ.
ບັນດາການນຳໂລກສົ່ງສານອວຍພອນປີໃໝ່ 2026

ບັນດາການນຳໂລກສົ່ງສານອວຍພອນປີໃໝ່ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 1 ມັງກອນ ຜ່ານມາວ່າ: ໃນສານຕ້ອນຮັບປີໃໝ່ 2026, ບັນດາການນຳໂລກໄດ້ສົ່ງຄຳອວຍພອນ ພ້ອມກັບຄຳຮຽກຮ້ອງຄວາມມານະພະຍາຍາມທົ່ວໂລກ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍລວມ, ໃນນັ້ນ, ສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກສືບຕໍ່ແມ່ນຄວາມວິຕົກກັງວົນ ແລະ ບຸລິມະສິດແຖວໜ້າກັບຫຼາຍປະເທດ. ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ເນັ້ນໜັກເຖິງການສ້າງຕັ້ງສັນຕິພາບ ແລະ ຄວາມຍຸຕິທຳ.
ການເຊື່ອມໂຍງດ້ວຍ QR Code ນໍາເອົາແຮງຂັບເຄື່ອນໃໝ່ມາໃຫ້ຈີນ - ອາຊຽນ

ການເຊື່ອມໂຍງດ້ວຍ QR Code ນໍາເອົາແຮງຂັບເຄື່ອນໃໝ່ມາໃຫ້ຈີນ - ອາຊຽນ

ຂ່າວສານຊີອາໄອລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປີ 2026 ເປັນປີແຫ່ງການສ້າງຕັ້ງເຂດການຄ້າເສລີຈີນ-ອາຊຽນ ຄົບຮອບ 16 ປີ.​ ຄຽງຄູ່ກັບການແລກປ່ຽນກັນດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນ ໄດ້ຮັບການຍົກລະດັບຢ່າງບໍ່ຢຸດຢັ້ງ, ການປ່ຽນແປງທີ່ສາມາດເຫັນ ແລະ ນໍາໃຊ້ໄດ້ທີ່ນັບມື້ນັບຫຼາຍຂຶ້ນນັ້ນ ພວມອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນລະຫວ່າງປະຊາຊົນ ກໍຄືການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນ. ໃນນັ້ນ, ການເຊື່ອມໂຍງເຊື່ອມຈອດດ້ວຍ QR Code ກໍແມ່ນໜຶ່ງໃນການປ່ຽນແປງທີ່ໂດດເດັ່ນທີ່ໄດ້ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າຢູ່ໃນພາກພື້ນໃຫ້ເຂົ້າສູ່ລວງເລິກຢ່າງເປັນຮູບປະທໍາ.
ການຄ້າເອເລັກໂຕຣນິກ ຫວຽດນາມ ເພີ່ມຄວາມໄວ ແລະ ບຸກທະລຸ ໄລຍະ 2026 – 2030

ການຄ້າເອເລັກໂຕຣນິກ ຫວຽດນາມ ເພີ່ມຄວາມໄວ ແລະ ບຸກທະລຸ ໄລຍະ 2026 – 2030

ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ກ້າວເຂົ້າສູ່ປີ 2026, ການຄ້າເອເລັກໂຕຣນິກສືບຕໍ່ໄດ້ຮັບການຄາດຄະເນວ່າຈະແມ່ນໜຶ່ງໃນບັນດາກຳລັງໜູນການເຕີບໂຕທີ່ສຳຄັນຂອງເສດຖະກິດດີຈີຕອນ ຫວຽດນາມ, ພິເສດໃນສະພາບການຫັນເປັນດີຈີຕອນທີ່ພວມດຳເນີນໄປນັບມື້ນັບເລິກເຊິ່ງ, ກວ້າງຂ້ວາງ ແລະ ຕະຫຼາດສາກົນໄດ້ເປີດໂອກາດໃໝ່ຫຼາຍຢ່າງ.
ທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່າວຄຳປາໄສອວຍພອນປີໃໝ່ 2026

ທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່າວຄຳປາໄສອວຍພອນປີໃໝ່ 2026

ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່​ສາ​ກົນ​ 2026 ກຳ​ລັງ​ຈະ​ກ້າວ​ເຂົ້າມາ​ເຖິງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ອວຍ​ພອນ​ປີ​ໃໝ່ ແລະ ສົ່ງ​ຄຳ​ອວຍ​ພອນ​ອັນ​ປະ​ເສີດ​ຈາກ​ນະ​ຄອນຫຼວງ​ປັກ​ກິ່ງ​ເຖິງ​ບັນ​ດາ​ທ່ານ ໂດຍ​ຜ່ານ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ແລະອິນ​ເຕີ​ເນັດ.
ການໃຊ້ຈ່າຍຜ່ານບັດຂອງອັງກິດຫຼຸດລົງເປັນຄັ້ງທຳອິດໃນຮອບ 5 ປີ

ການໃຊ້ຈ່າຍຜ່ານບັດຂອງອັງກິດຫຼຸດລົງເປັນຄັ້ງທຳອິດໃນຮອບ 5 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ທັນວາ ຜ່ານມາວ່າ: ຂໍ້ມູນຈາກທະນາຄານ Barclays ຊີ້ໃຫ້ເຫັນວ່າ, ການໃຊ້ຈ່າຍຜ່ານບັດເດບິດ ແລະ ບັດເຄຣດິດຂອງຜູ້ຊື້ສິນຄ້າຊາວອັງກິດໃນປີ 2025 ຫຼຸດລົງເປັນຄັ້ງທຳອິດນັບຕັ້ງແຕ່ການລະບາດຂອງ ໂຄວິດ-19. ເຖິງຢ່າງໃດກໍຕາມ, ຊາວອັງກິດຍັງຄົງເຕັມໃຈທີ່ຈະໃຫ້ຄວາມສຸກຕົນເອງດ້ວຍການຊື້ສິນຄ້າຟຸ່ມເຟືອຍ ລວມທັງໃຊ້ຈ່າຍກັບການຫາປະສົບການໃໝ່ໆ.
ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດ

ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດ

ຂ່າວຕ່າງປະເທດລາຍງານໃນວັນທີ 30 ທັນວາ ຜ່ານມາວ່າ: ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດໃນປະຫວັດສາດຂອງໂລກ, ໂດຍອ້າງເຖິງການເຜົາໄໝ້ເຊື້ອໄຟຟອດຊິວຢ່າງບໍ່ຢຸດຢັ້ງເປັນສາເຫດຫຼັກຂອງໄພພິບັດທົ່ວໂລກ, ໄດ້ເອົາຊີວິດຄົນນັບບໍ່ຖ້ວນ ແລະ ກໍ່ໃຫ້ເກີດຄວາມເສຍຫາຍທີ່ບໍ່ສາມາດວັດແທກໄດ້.
ຈີນ ​ຈະ​ປັບ​ປຸງ​ພາ​ສີ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026

ຈີນ ​ຈະ​ປັບ​ປຸງ​ພາ​ສີ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້ວ່າ: ຄະ​ນະ​ກຳ​ມະ​ການ​ກົດ​ລະ​ບຽບ​ພາ​ສີ​ຂອງ​ລັດ​ຖະ​ບານ​ຈີນ​ ໄດ້​ເຜີຍ​ແຜ່ “ແຜນ​ການ​ປັບ​ປຸງ​ພາ​ສີ​ປີ 2026”, ແຜນ​ການ​ສະ​ບັບ​ນີ້​ຈະຈັດ​ຕັ້ງ​ປະ​ຕິ​ບັດ​ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026 ເປັນ​ຕົ້ນ​ໄປ.
ມາເລເຊຍ ມີການລົງທຶນດ້ານດີຈີຕອນຫຼາຍກວ່າ 13 ຕື້ໂດລາ

ມາເລເຊຍ ມີການລົງທຶນດ້ານດີຈີຕອນຫຼາຍກວ່າ 13 ຕື້ໂດລາ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ມາເລເຊຍໄດ້ຮັບເງິນລົງທຶນທັງໝົດ 54.13 ຕື້ຣິງກິດ (ປະມານ 13.33 ຕື້ໂດລາ) ໃນໄຕມາດທີສາມຂອງປີ 2025 ພາຍໃຕ້ໂຄງການສົ່ງເສີມເສດຖະກິດດີຈີຕອນ “Malaysia Digital” ຊຶ່ງຊ່ວຍສ້າງວຽກເຮັດງານທໍາທີ່ມີຄຸນນະພາບສູງຫຼາຍກວ່າ 21,815 ຕໍາແໜ່ງໃນ 402 ບໍລິສັດດີຈີຕອນ.
ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ທັນວາ ຜ່ານມາວ່າ: Roscosmos ຊຶ່ງເປັນອົງການອາວະກາດຂອງຣັດເຊຍ ໄດ້ລາຍງານການຍິງຈະຫຼວດ Soyuz-2.1b ທີ່ບັນທຸກດາວທຽມ 52 ດວງເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສຳເລັດຜົນໃນຕອນບ່າຍວັນທີ 28 ທັນວາ ຜ່ານມາ.
ເພີ່ມເຕີມ