ແນວຄິດຊີ້ນໍາຂອງສະຫາຍທອງລຸນສີສຸລິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະທານປະເທດແຫ່ງ ສປປ ລາວກ່ຽວກັບວຽກງານການເງິນ-ເງິນຕາ

ແນວຄິດຊີ້ນໍາຂອງສະຫາຍທອງລຸນສີສຸລິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະທານປະເທດແຫ່ງ ສປປ ລາວກ່ຽວກັບວຽກງານການເງິນ-ເງິນຕາ
ໃນໂອກາດເຂົ້າຮ່ວມ ແລະ ໃຫ້ກຽດໂອ້ລົມຕໍ່ກອງປະຊຸມວຽກງານການເງິນທົ່ວປະເທດປະຈໍາປີ 2023 ໃນວັນທີ 19 ທັນວາ 2023 ຜ່ານມາທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC)ນະຄອນຫຼວງວຽງຈັນ. ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ໃຫ້ທິດຊີ້ນໍາຫຼາຍບັນຫາທີ່ສໍາຄັນ, ໃນນັ້ນໄດ້ວາງແນວຄິດຊີ້ນໍາກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງດັ່ງນີ້:ນັບແຕ່ນີ້ຕໍ່ໄປຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ ຈະໄດ້ເລັ່ງລັດການວາງນະໂຍບາຍຫັນປະເທດເຮົາ, ລະບົບເສດຖະກິດຂອງຊາດເຮົາຈາກລະບອບເສດຖະກິດທີ່ເຕັມໄປດ້ວຍການເພິ່ງພາ, ເອື່ອຍອີງໃຫ້ກ້າວໄປສູ່ລະບົບ ແລະ ລະບອບເສດຖະກິດ“ເອກະລາດເປັນເຈົ້າຕົນເອງ”ຫຼືອາດຈະໃຊ້ຕົວອັກສອນຫຍໍ້“ສອຈ”. ເພິ່ນໄດ້ສະເໜີແນວຄິດ ແລະ ທັດສະນະຕໍ່ກັບ “ສອຈ”ຢູ່ປະເທດເຮົາ ເພື່ອໃຫ້ບັນດານັກເສດຖະສາດ, ນັກຄົ້ນຄວ້າເສດຖະກິດມະຫາພາກ,ນັກການເງິນ,ນັກທະນາຄານ...ສະຖາບັນ, ມະຫາວິທະຍາໄລ, ສູນຄົ້ນຄວ້າວິໄຈຕ່າງໆໄດ້ນຳໄປສືບຕໍ່ວິໄຈ, ສະຫຼຸບ, ສັງລວມອອກມາຢ່າງມີພື້ນຖານຕາມຫຼັກວິທະຍາສາດທີ່ແທດເໝາະກັບສະພາບຄວາມເປັນຈິງຂອງປະເທດເຮົາ.
    ເສດຖະກິດເອກະລາດເປັນເຈົ້າຕົນເອງແມ່ນຫຍັງ?
        “ສອຈ”ໝາຍເຖິງເສດຖະກິດຂອງປະເທດໜຶ່ງ ທີ່ມີຄວາມພະຍາຍາມອອກຈາກລະບົບ, ລະບອບເສດຖະກິດເພິ່ງພາ ແລະ ເອື່ອຍອີງໃຫ້ກາຍເປັນເຈົ້າຕົນເອງຢ່າງມີບາດກ້າວເດີນທີ່ໜັກແໜ້ນ... ຢາກເຮັດໄດ້ແນວນັ້ນ, ປະເທດເອກະລາດໜຶ່ງໂດຍສະເພາະສປປ ລາວ ຕ້ອງໄດ້:
        1. ສ້າງຄວາມເປັນເຈົ້າຂອງຄວາມຮັບຮູ້ໃນສິ່ງທີ່ເຮົາມີ, ໃນສິ່ງທີ່ເຮົາເຮັດໄດ້, ຮູ້ອີງໃສ່ທ່າແຮງບົ່ມຊ້ອນຂອງປະເທດ, ຮູ້ໃຊ້ຊັບພະຍາກອນທີ່ເຮົາມີຢ່າງຄຸ້ມຄ່າ ແລະ ຮູ້ວາງແຜນໃນການຂຸດຄົ້ນຊັບພະຍາກອນຂອງຊາດໃຫ້ຄົນລາວເປັນເຈົ້າຫຼາຍຂຶ້ນໄດ້ເງິນມາຕ້ອງຮູ້ປະຢັດ, ຮູ້ອົດອອມ, ຮູ້ໃຊ້ຈ່າຍຢ່າງກຸ້ມຄ່າ, ຮູ້ຕໍ່ຍອດ ແລະ ສ້າງມູນຄ່າເພີ່ມອອກມາເລື້ອຍໆ.
    ໝາຍເຫດ:“ສອຈ”ບໍ່ໝາຍຄວາມວ່າອັນໃດກໍເຮັດເອງ, ອັນໃດກໍຕ້ອງໃຫ້ມີເປັນຂອງຕົນເອງ...ໃຜຜະລິດຫຍັງຂຶ້ນ,ເຮົາກໍຕ້ອງຜະລິດໃຫ້ມີຄືເຂົາທັງໝົດ,ຈະມີຄຸນນະພາບ ຫຼືຈະໃຫ້ກາຍເປັນສິນຄ້າຫຼືບໍ...ບໍ່ກ່ຽວ, ຄິດແນວນັ້ນແມ່ນຜິດ.
    2. “ສອຈ”ຕ້ອງຮູ້ເຂົາ-ຮູ້ເຮົາດີແລະເລິກເຊິ່ງ:
-    ຕ້ອງຮູ້ຈັກຕະຫຼາດພາຍໃນ ແລະຕ້ອງຮູ້ການແບ່ງປັນຈາກຕະຫຼາດສາກົນ;
-    ຮູ້ຈັກເຂົ້າເຖິງຕະຫຼາດ ແລະ ເຂົ້າເຖິງເຕັກໂນໂລຊີໃໝ່ທີ່ທັນສະໄໝຈາກໂລກ ແລະ ນຳໃຊ້ສິ່ງທີ່ເຂົາມີ ແຕ່ເຮົາບໍ່ມີໃຫ້ໄດ້ຢ່າງເໝາະສົມ ແລະ ມີການເລືອກເຟັ້ນ;
-    ຕ້ອງເດັດດ່ຽວເອົາເສດຖະກິດເຮົາເຂົ້າສູ່ການເປັນໂລກາພິວັດ, ເອົາສິນຄ້າພາຍໃນອອກສູ່ໂລກ;
-    ໃຊ້ຊັບພະຍາກອນຂອງຊາດໃຫ້ອອກມາເປັນສິນຄ້າ ເພື່ອໃຫ້ອອກສູ່ຕະຫຼາດໂລກ ແລະ ເປັນເຈົ້າການນຳເອົາຈາກໂລກ (ພາຍນອກ)ມາໃຊ້ພາຍໃນຢ່າງມີການຄິດໄລ່-ໄຕ່ຕອງ;
-    ເອົາສິ່ງທີ່ເຮົາມີຢູ່ນີ້ກະທົບໃສ່ໂລກພາຍນອກໃຫ້ເກີດອອກມາເປັນເງິນ,ເປັນທຶນທີ່ຈັບຕ້ອງໄດ້;
-    ຮູ້ຈັກເອົາທຶນ, ເອົາຄວາມຮູ້, ເຕັກໂນໂລຊີຈາກພາຍນອກມາກະທົບໃສ່ຊັບພະຍາກອນຂອງປະເທດເຮົາ ໃຫ້ເກີດເປັນມູນຄ່າເພີ່ມຢ່າງມີຄວາມເປັນເຈົ້າແລະ ອື່ນໆ...
    ທັງໝົດເຫຼົ່ານີ້,ຢາກໃຫ້ເຂົ້າໃຈວ່າ:
-    ພວກເຮົາຮູ້ຫາເງິນດ້ວຍມັນສະໝອງຂອງພວກເຮົາ;
-    ຮູ້ຫາເງິນດ້ວຍການນຳໃຊ້ຊັບພະຍາກອນຢ່າງຄຸ້ມຄ່າ;
-    ຫາເງິນໄດ້ແຕ່ຮັກສາໄດ້ຊັບພະຍາກອນທີ່ສາມາດນໍາໃຊ້ໄດ້ຍາວນານ ແລະ ຍືນຍົງ; ຖ້າເຮັດໄດ້ດີ,ຖ້າເຮົາໃຊ້ມັນສະໝອງແລະສະຕິປັນຍາໃນການຫາເງິນ,ຊັບພະຍາກອນທີ່ເຮົາມີຈະເພີ່ມມູນຄ່າຂຶ້ນ, ບໍ່ສູນເສຍໄປໃສ ແຕ່ພັດໄດ້ເງິນມາ;ຍ້ອນວ່າເຮົາໄດ້ເງິນມາຈາກສິ່ງໜຶ່ງຈະໄປພັດທະນາສິ່ງອື່ນ ໃຫ້ກັບມາມີຄຸນຄ່າໃຫຍ່ກວ່າເກົ່າ, ເປັນປະໂຫຍດໃຫ້ການພັດທະນາກວ່າເກົ່າ ແລະ ສ້າງສິ່ງຕອບແທນທີ່ດີກວ່າເກົ່າ... ນີ້ຄືເປົ້າໝາຍສຳຄັນຂອງ “ສອຈ”.ທັງໝົດນັ້ນ ແມ່ນຄົນລາວເປັນເຈົ້າຕົນເອງແຫ່ງຄວາມຄິດ,ເຮັດໃຫ້ເກີດມີທຶນຮອນ, ເປັນເຈົ້າຂອງສິ່ງທີ່ໄດ້ມາ, ເປັນເຈົ້າແຫ່ງການໃຊ້ຈ່າຍ ຕາມການວາງແຜນໄວ້ ເພື່ອຄວາມເຕີບໃຫຍ່ຂະຫຍາຍຕົວຂອງປະເທດຊາດ... ຜົນສຸດທ້າຍແມ່ນຄົນລາວທຸກໆຄົນຈະໄດ້ຮັບຜົນປະໂຫຍດຈາກການພັດທະນາຢ່າງຍືນຍົງ.
        3. ກ່ຽວກັບລະບົບການເງິນ-ເງິນຕາຂອງ “ສອຈ”ແລະຮູບຮ່າງຂອງລະບົບນີ້ອາດຈະເປັນການວາດອອກໃຫ້ເຫັນພາບລວມໃນເບື້ອງຕົ້ນດັ່ງນີ້:
        ສົມທຽບໃສ່ຮ່າງກາຍຂອງຄົນຜູ້ໜຶ່ງທີ່ປະກອບໄປດ້ວຍອະໄວຍະວະສຳຄັນຕ່າງໆ ເພື່ອໃຫ້ກາຍເປັນຄົນທີ່ມີຄວາມສົມບູນແບບ ແລະ ມີຊີວິດຢູ່ດ້ວຍສຸຂະພາບທີ່ແຂງແຮງ, ແຕ່ລະອະໄວຍະວະໃນຮ່າງກາຍຂອງຄົນນັ້ນ ມີຄວາມສຳຄັນ ແລະ ຈຳເປັນ, ແຕ່ວ່າອະໄວຍະວະທີ່ສຳຄັນຍິ່ງແມ່ນ “ໝາກຫົວໃຈ” ເພາະໝາກຫົວໃຈ ເປັນສ່ວນປະກອບສຳຄັນທີ່ຕັດສິນກວ່າໝູ່, ໝາກຫົວໃຈຈະເຮັດວຽກຕະຫຼອດ 24 ຊົ່ວໂມງຕໍ່ມື້, ຈາກມື້ເປັນເດືອນ, ຈາກເດືອນເປັນປີ, ຈາກປີເປັນຕະຫຼອດຊີວິດ ຈົນເຖິງມື້ສິ້ນລົມຫາຍໃຈ (ໝາກຫົວໃຈບໍ່ມີເວລາພັກຜ່ອນບໍ່ຢຸດເຕັ້ນໄດ້ແມ່ນແຕ່ນາທີດຽວ).
        ລະບົບຮ່າງກາຍຂອງຄົນເຮົາ ສົມທຽບໄດ້ກັບລະບົບເສດຖະກິດຂອງລັດໜຶ່ງ, ຂອງປະເທດໜຶ່ງຄື: ການເງິນປຽບສະເໝືອນໝາກຫົວໃຈຂອງລະບົບເສດຖະກິດຂອງປະເທດ... ມື້ໃດໝາກຫົວໃຈຢຸດເຕັ້ນຄົນກໍຕາຍ, ແຕ່ສຳລັບລະບົບເສດຖະກິດຖ້າການເງິນຢຸດເຮັດວຽກ ຫຼື ຫຼົ້ມເຫຼວ ລະບົບເສດຖະກິດຂອງປະເທດຈະຢຸດເຮັດວຽກ ແລະ ຫຼົ້ມເຫຼວ ກ້າວໄປເຖິງການລົ້ມລະລາຍ, ແຕ່ວ່າຄວາມເປັນຊາດ ແລະ ຄວາມເປັນປະເທດຈະບໍ່ຕາຍຈັກເທື່ອ... (ສົມທຽບແບບນີ້ຈະແທດເໝາະຫຼືບໍຂໍໃຫ້ພິຈາລະນາຮ່ວມກັນ).
        ຖ້າເວົ້າເຖິງ ເສດຖະກິດເອກະລາດເປັນເຈົ້າຕົນເອງແລ້ວ,ລະບົບການເງິນ-ເງິນຕາຂອງປະເທດ ຍິ່ງເກີດມີການຕີລາຄາ ແລະ ສົມທຽບໄດ້ໃນຫຼາຍແງ່ຫຼາຍມຸມ, ໃນນັ້ນອາດສົມທຽບໄດ້ວ່າເປັນໝາກຫົວໃຈ ຫຼື ສາຍເລືອດຂອງລະບົບເສດຖະກິດ.ດັ່ງນັ້ນ, ການເງິນຕ້ອງ:
-    ເຮັດທຸກສິ່ງ, ທຸກຢ່າງໃຫ້ໄດ້ເງິນມາເຂົ້າຄັງ, ເຂົ້າງົບປະມານ (ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້);
-    ການເງິນຕ້ອງເອົາເງິນຈາກບ່ອນທີ່ມີຄວາມສາມາດເອົາໄດ້ ແລະ ເກັບໄດ້ຕາມລະບຽບການຢ່າງມີການປັບປຸງ ແລະ ພັດທະນາຢ່າງເປັນປົກກະຕິຕາມຫຼັກວິທະຍາສາດທີ່ປ່ຽນແປງໄດ້ຕາມສະຖານະການ;
-    ເກັບເງິນມາໄດ້ຕ້ອງຮູ້ວາງແຜນໃຊ້ຈ່າຍ (ມີຫຼາຍຄົນເວົ້າວ່າການເກັບເງິນມາໄດ້ແມ່ນຍາກແຕ່ກໍພໍມີ
ທາງເກັບໄດ້ສາມາດເຮັດໄດ້.ແຕ່ການຈ່າຍເງິນໃຫ້ມີປະສິດທິຜົນ, ຈ່າຍອອກໄປໃຫ້ເກີດດອກອອກຜົນຍິ່ງຍາກກວ່ານັ້ນຫຼາຍເທົ່າ. ອັນນີ້ແມ່ນຄວາມເວົ້າ, ຄວາມຄິດ ແລະ ຄວາມຮູ້ສຶກທີ່ອອກມາຈາກພຶດຕິກຳຕົວຈິງຂອງນັກເສດຖະສາດ, ນັກການເງິນ ແລະ ນັກປະກອບການທີ່ເປັນຂອງແທ້...);
-    ຄວາມເປັນເຈົ້າທາງດ້ານວຽກງານການເງິນ, ວຽກງານເງິນຕານັ້ນແຫຼະ ແມ່ນຄວາມເປັນເຈົ້າທີ່ແທ້ຈິງຂອງ “ສອຈ”.ໃນທີ່ນີ້ຢາກເວົ້າວ່າ:
    ຄວາມເປັນເຈົ້າ ດ້ານການເກັບລາຍຮັບ, ຄຸ້ມຄອງລາຍຈ່າຍ;
    ຄວາມເປັນເຈົ້າດ້ານການສະສົມໃຫ້ຄັງເງິນ, ໃຫ້ງົບປະມານເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ;
    ຄວາມເປັນເຈົ້າໃນການຕໍ່ຍອດອອກສູ່ການພັດທະນາ;
    ຄວາມເປັນເຈົ້າໃນການສ້າງມູນຄ່າເພີ່ມ ໃນສິ່ງທີ່ພວກເຮົາມີໄວ້ ແລະ ນຳໃຊ້ໃຫ້ຖືກເປົ້າໝາຍ;
    ຄວາມເປັນເຈົ້າໃນຄວາມເປັນເອກະລາດຂອງຕະກຸນເງິນຂອງຊາດ;
    ຄວາມເປັນເຈົ້າໃນການເຂົ້າສູ່ຕະຫຼາດການເງິນຂອງໂລກ, ການກະຈາຍຄວາມສ່ຽງ, ການບໍ່ໃຫ້ສະກຸນເງິນໃດຜູກມັດ, ຜູກຂາດ...;
    ຄວາມເປັນເຈົ້າໃນການສະກັດກັ້ນ ບໍ່ໃຫ້ມີໜີ້ສິນເກີນການຄວບຄຸມ ແລະ ຄວາມເປັນເຈົ້າໃນການດຸ່ນດ່ຽງໜີ້ສິນຢ່າງມີວິທະຍາສາດ, ຖືກຕາມຫຼັກເສດຖະສາດ (ບໍ່ແມ່ນມີໜີ້ ພັດໄປຊອກຢືມເງິນມາໃຊ້ໜີ້ ເປັນວັນໆໄປ ຫຼື ບໍ່ກໍຊອກແຕ່ວິທີຂາຍພັນທະບັດມາໃຊ້ໜີ້ “ແບບງູກິນຫາງ”, ສິ່ງນີ້ຈະນຳໄປສູ່ການເພີ່ມໜີ້ ແລະ ຈະກາຍເປັນຄວາມຫາຍະນະ ໃນເວລາຕໍ່ໄປ...);ສິ່ງທີ່ກ່າວມາຂ້າງເທິງນັ້ນ ແມ່ນບາງແນວຄິດຊີ້ນໍາຂອງສະຫາຍ ທອງລຸນ ສີສຸລິດ ເພື່ອໃຫ້ມີການສືບຕໍ່ຄົ້ນຄວ້າ ກ້າວໄປສູ່ການສ້າງໃຫ້ເສດຖະກິດຂອງປະເທດເຮົາ ເປັນເສດຖະກິດເອກະລາດເປັນເຈົ້າຕົນເອງ; ເຮັດໃຫ້ລະບົບການເງິນ-ເງິນຕາຂອງປະເທດເຮົາ ກາຍເປັນການເງິນເອກະລາດເປັນເຈົ້າຕົນເອງ ແລະເຮັດໃຫ້ລະບົບທະນາຄານຂອງພວກເຮົາສືບຕໍ່ເປັນແຫຼ່ງຫາເງິນອີກແຫຼ່ງໜຶ່ງ ເພື່ອຄໍ້າຈູນລະບົບເສດຖະກິດ-ການເງິນຂອງປະເທດເຮົາໃຫ້ກາຍເປັນ “ສອຈ” ທີ່ແທ້ຈິງ.

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ