![]() |
ການວາງກະຕ່າດອກໄມ້ໃນຄັ້ງນີ້, ນໍາໂດຍສະຫາຍ ພົງສະຫວັນ ສີລິພັນ ກຳມະການປະຈຳພັກ ປະ ທານແນວລາວສ້າງຊາດ ນວ, ຈຸດປະສົງເພື່ອສະແດງເຖິງຄວາມເຄົາລົບຮັກ ຄວາມກະຕັນຍູຮູ້ບຸນຄຸນ ລະນຶກເຖິງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ ຕະຫຼອດໄລຍະຜ່ານມາ, ທີ່ໄດ້ອຸທິດ ສະຕິປັນຍາ ກຳລັງວັງຊາໃຫ້ພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
![]() |
ສໍາລັບກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ຄັ້ງທີ IX ຈະໄດ້ຈັດຂຶ້ນໃນວັນທີ 7 ເມສານີ້, ທີ່ສໍານັກງານປົກຄອງນະຄອນຫຼວງວຽງຈັນ.
ຂ່າວ: ວຽງຈັນໃໝ່


ຄໍາເຫັນ