![]() |
ງານຕະຫຼາດນັດປີນີ້, ມີຮ້ານຂາຍສິນຄ້າທັງໝົດ 75 ຮ້ານ. ໃນນີ້, ມີຮ້ານຂາຍສິນຄ້າໂອດ໋ອບຂອງເມືອງ 3 ຮ້ານ, ຮ້ານຄ້າຈາກບ້ານ 7 ຮ້ານ, ຮ້ານຄ້າທີມງານຂອງບໍລິສັດຈັນທອນ 65 ຮ້ານ ແລະ ຮ້ານບໍລິສັດ, ທະນາຄານຈຳນວນໜຶ່ງ ເພຶ່ອເປັນການຊຸກຍູ້ສົ່ງເສີມຂະບວນການຜະລິດສິນຄ້າກະສິກຳ, ຫັດຖະກຳ, ສີນຄ້າໂອດ໋ອບ, ສີໄມ້ລາຍມືພູມປັນຢາຊາວບ້ານ, ມູນເຊື້ອທີ່ເປັນເອກະລັກຂອງຊາວລາວ ກໍຄືຊາວເມືອງພຽງໄດ້ເອົາມາວາງສະແດງ ແລະ ຂາຍ ເພື່ອເປີດກວ້າງການຕະຫຼາດໃຫ້ຜູ້ມາທ່ຽວຊົມໄດ້ຊື້ໄປຊົມໃຊ້, ເປັນຂອງຝາກຂອງຕ້ອນ ຊຶ່ງກັນ ແລະ ກັນ.
ສໍາລັບການປະກວດນາງທິດາກອງເຂົ້າໃຫຍ່ ແມ່ນມີນາງສາວທີ່ມາຈາກບ້ານຕ່າງໆ ຂອງເມືອງເຂົ້າປະກວດທັງໝົດ 19 ຄົນ, ເພື່ອຄັດເລືອກເອົານາງສາວງາມ ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ມີຄວາມຮູ້-ຄວາມສາມາດ ເປັນຕົວແທນ ເຜີຍແຜ່ວັດທະນະທໍາ, ຮີດຄອງປະເພນີ ທີ່ດີງາມຂອງຊາວເມືອງພຽງ ໃຫ້ເປັນທີ່ຮູ້ຈັກທັງພາຍໃນ ແລະ ຕ່າງປະເທດ ຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ.
![]() |
ຜ່ານການຄັດເລືອກຂອງຄະນະກຳມະການແມ່ນສາມາດຄັດເລືອກໄດ້ ນາງທິດາກອງເຂົ້າໃຫຍ່ ໄດ້ແກ່ ໝາຍເລກ 18, ນາງ ອາເມຊອນ ຟອງສະຫວັນ ຕົວແທນຈາກບ້ານເມືອງພຽງ ໄດ້ຮັບສາຍສະພາຍ ພ້ອມທັງມົງກຸດ ແລະ ເງິນລາງວັນ 9 ລ້ານກີບ, ຮອງອັນດັບທີ 1 ໝາຍເລກ 15, ນາງ ນໍ້າເຜິ້ງ ອ່ອນສີຄຳ ຕົວແທນຈາກບ້ານກາງ ໄດ້ຮັບສາຍສະພາຍ ພ້ອມທັງມົງກຸດ ແລະ ເງິນລາງວັນ 8 ລ້ານກີບ, ຮອງອັນດັບທີ 2 ໝາຍເລກ 4, ນາງ ປາລິນ ສຸວັນນະລາດ ຕົວແທນຈາກບ້ານນາຕານ ໄດ້ຮັບສາຍສະພາຍ ພ້ອມທັງມົງກຸດ ແລະ ເງິນລາງວັນ 7 ລ້ານກີບ. ນອກຈາກ 3 ລາງວັນນີ້ແລ້ວ, ຍັງມີລາງວັນພິເສດອີກ 5 ລາງວັນຄື: ນາງສາວຂວັນໃຈຊ່າງພາບ, ນາງສາວຜິວໃສສຸຂະພາບດີ, ນາງສາວມິດຕະພາບດີ, ນາງສາວບຸກຄະລິກກະພາບດີ ແລະ ນາງສາວຂວັນໃນມະຫາຊົນຕື່ມອີກ.
(ຂ່າວ: ວົງສະຫວັນ ສຸທິໂວຫານ)


ຄໍາເຫັນ