ງານບຸນຊ່ວງເຮືອແດນສະຫວັນນໍ້າງື່ມຣີສອດ ຈະຈັດຂຶ້ນໃນວັນທີ 1 ພະຈິກ

ງານບຸນຊ່ວງເຮືອແດນສະຫວັນນໍ້າງື່ມຣີສອດ ຈະຈັດຂຶ້ນໃນວັນທີ 1 ພະຈິກ

ງານບຸນຊ່ວງເຮືອແດນສະຫວັນນໍ້າງື່ມຣີສອດ ຈະຈັດຂຶ້ນໃນວັນທີ 1 ພະຈິກ
ເພື່ອເປັນຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ແລະ ເພື່ອໂຄສະນາ, ສົ່ງເສີມ, ດຶງດູດການທ່ອງທ່ຽວ, ກະຕຸ້ນເສດຖະກິດ, ກະຈາຍລາຍໄດ້ສູ່ຊຸມຊົນ, ໂດຍສະເພາະແມ່ນເພື່ອເປີດການທ່ອງທ່ຽວລະດູແລ້ງ ກໍຄືໄລຍະປາຍຝົນຕົ້ນໜາວທີ່ຈະມາເຖິງ. ວັນທີ 1 ພະຈິກ 2025 ທີ່ຈະມາເຖິງນີ້ ແດນສະຫວັນນໍ້າງື່ມຣີສອດ, ບໍລິສັດລາວຊຸນຢູແອນພັດທະນາ ຈໍາກັດ ຈະໄດ້ຈັດງານບຸນຊ່ວງເຮືອກິລາປະເພດ 12 ສີພາຍ ຊີງຂັນທ່ານເຈົ້າເມືອງທຸລະຄົມ ຂຶ້ນຢູ່ທີ່ອ່າງນໍ້າງື່ມເຂດສໍາປະທານຂອງບໍລິສັດ ບ້ານໂພນງາມນາຝ້າຍ ເມືອງທຸລະຄົມ ແຂວງວຽງຈັນ.
ງານບນຊວງເຮອແດນສະຫວນນາງມຣສອດ ຈະຈດຂນໃນວນທ 1 ພະຈກ - image 1
 

ງານບຸນທີ່ຈະຈັດຂຶ້ນໃນຄັ້ງນີ້, ມີຫຼາຍກິດຈະກໍາທີ່ໜ້າສົນໃຈ ແລະ ໜ້າໄປທ່ອງທ່ຽວ, ຊຶ່ງນອກຈາກທ່ານຈະໄດ້ຮັບຊົມບັນຍາກາດການແຂ່ງຂັນຊ່ວງເຮືອ ໃນທ່າມກາງທໍາມະຊາດທີ່ສວຍສົດງົດງາມອັນປະທັບໃຈແລ້ວ, ຍັງຈະໄດ້ທ່ຽວຊົມຮ້ານວາງຂາຍສະແດງສິນຄ້າປະເພດອຸປະໂພກ, ບໍລິໂພກ, ສິນຄ້າຫັດຖະກໍາ, ກະສິກໍາ ຈາກພູມປັນຍາຊາວບ້ານ, ອາຫານການກິນທີ່ຫຼາກຫຼາຍ, ຮັບຊົມບູ໊ດວາງສະແດງສິນຄ້າ, ຜະລິດຕະພັນເຄື່ອງທີ່ລະນຶກຂອງແດນສະຫວັນນໍ້າງື່ມຣີສອດ, ພ້ອມທັງມີສິດຮ່ວມປິ່ນວົງລໍ້ລຸນຮັບລາງວັນຕ່າງໆອີກຫຼາຍລາງວັນ, ພິເສດງານບຸນຊ່ວງເຮືອທີ່ຈັດຂຶ້ນໃນປີນີ້ແມ່ນຈັດແບບຍິ່ງໃຫຍ່ເປີດກວ້າງ ໂດຍເປີດໂອກາດໃຫ້ເຮືອຈາກຫຼາຍຄະນະເຂົ້າຮ່ວມ, ພ້ອມນີ້ຍັງມີວົງດົນຕີມິດຕະພາບມິວສິກເຕັມວົງມາສ້າງບັນຍາກາດເບີກບານມ່ວນຊື່ນໃຫ້ແກ່ງານອີກດ້ວຍ.

ງານບນຊວງເຮອແດນສະຫວນນາງມຣສອດ ຈະຈດຂນໃນວນທ 1 ພະຈກ - image 2
 

ເປີດຮັບຕະຫຼາດນັດເລີ່ມແຕ່ວັນທີ 30-31 ຕຸລາ 2025 ເຖິງວັນທີ 1 ພະຈິກ 2025, ຊາວຄ້າຂາຍສາມາດຈັບຈອງຮ້ານຂາຍເຄື່ອງໄດ້. ປັດຈຸບັນຍັງເປີດຮັບສະໝັກທີມສີພາຍເຮືອຊ່ວງ ໂດຍໃຫ້ນໍາເຮືອມາເອງ, ເປີດກວ້າງສີພາຍຄົນລາວພາຍໃນປະເທດ, ຈຶ່ງຂໍເຊີນຊວນທີມງາມເຮືອກິລາປະເພດ 12 ສີພາຍ ລົງທະບຽນເຂົ້າຮ່ວມແຂ່ງຂັນ. ສໍາລັບລາງວັນເຮືອຊ່ວງ ມີ 8 ລາງວັນ, ລາງວັນທີ 1 ໄດ້ຮັບເງິນສົດ 25 ລ້ານກີບ ພ້ອມຂັນ 1 ໜ່ວຍ, ລາງວັນທີ 2 ເງິນສົດ 18 ລ້ານກີບ ພ້ອມຂັນ 1 ໜ່ວຍ, ລາງວັນທີ 3 ເງິນສົດ 13 ລ້ານກີບ ຂັນ 1 ໜ່ວຍ, ລາງວັນທີ 4 ເງິນສົດ 10 ລ້ານກີບ ຂັນ 1 ໜ່ວຍ, ລາງວັນທີ 5 ເງິນສົດ 7 ລ້ານກີບ ຂັນ 1 ໜ່ວຍ, ລາງວັນທີ 6 ເງິນສົດ 5 ລ້ານກີບ ຂັນ 1 ໜ່ວຍ, ລາງວັນທີ 7 ເງິນສົດ 4 ລ້ານກີບ ຂັນ 1 ໜ່ວຍ, ລາງວັນທີ 8 ເງິນສົດ 3 ລ້ານກີບ ພ້ອມຂັນ 1 ໜ່ວຍ.

ງານບນຊວງເຮອແດນສະຫວນນາງມຣສອດ ຈະຈດຂນໃນວນທ 1 ພະຈກ - image 3
 

ສໍາລັບເຮືອທຸກຄະນະທີ່ລົງທະບຽນເຂົ້າຮ່ວມແຂ່ງຂັນ ຮັບໄປເລີຍເງິນສົດ 1 ລ້ານກີບ. ວັນທີ 31 ຕຸລາ 2025 ເວລາ 13:00 ໂມງ ໃຫ້ສົ່ງຕົວແທນຂອງແຕ່ລະທີມເຂົ້າຮ່ວມກອງປະຊຸມຮັບຟັງພິທີການ, ກົດລະບຽບການແຂ່ງຂັນ, ຈັບສະຫຼາກປະກົບຄູ່ ແລະ ກວດກາເບິ່ງສະຖານທີ່ແຂ່ງຂັນ, ກ່ອນເຂົ້າຮ່ວມປະຊຸມມີອາຫານທ່ຽງໃຫ້ຮັບປະທານ, ສົນໃຈເຂົ້າຮ່ວມແຂ່ງຂັນ ແລະ ຈັບຈອງຮ້ານຂາຍເຄື່ອງ ໂທ: 020 55607889.

ງານບນຊວງເຮອແດນສະຫວນນາງມຣສອດ ຈະຈດຂນໃນວນທ 1 ພະຈກ - image 4
 

(ແຫຼ່ງຂ່າວ: ແຂວງວຽງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ໃນວັນທີ 11 ພະຈິກ 2025 ນີ້, ທ່ານ ປະຖົມ ບຸນຍາວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ການເກັບລາຍຮັບທ້າຍປີ 2025 ຢູ່ເມືອງແກ່ນທ້າວ, ໂດຍມີ ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການ-ການເງິນເມືອງ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານຫ້ອງການ-ການເງິນເມືອງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫຼວງນໍ້າທາ ແຂວງຫຼວງນໍາທາ ໄດ້ຈັດພິທີເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ ປະຈຳປີ 2025 ຂຶ້ນໃນຕອນເຊົ້າຂຶ້ນວັນທີ 11 ພະຈິກນີ້ ທີ່ບ້ານພຽງງາມ ເມືອງຫຼວງນໍ້າທາ ໂດຍມີທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໃນອາທິດຜ່ານມາ,ໜ່ວຍພັກກົມເລຂານຸການ-ການນຳ, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝແລະ ທາບທາມເນື້ອໃນ ແລະ ບຸກຄະລາກອນ ຮອບທີ II ຂຶ້ນ; ໂດຍການເປັນປະທານ ຂອງ ສະຫາຍ ຜາຄໍາ ອິນແສງ, ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ ເຊິ່ງມີບັນດາສະຫາຍຕາງໜ້າກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານສະມາຊິກພັກພາຍໃນກົມເຂົ້າຮ່ວມ
ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ເມື່ອບໍ່ດົນມານີ້ ,ສະຫາຍ ເພັດ ພົມພີພັກ, ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ໄດ້ພົບປະຢ້ຽມຢາມ ແລະ ໂອ້ລົມ-ໃຫ້ທິດຊີ້ນໍາຕໍ່ກົມເລຂານຸການ-ການນໍາ, ໂດຍມີສະຫາຍ ຜາຄໍາ ອິນແສງ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ, ຕາງໜ້າບັນດາກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານພາຍໃນກົມເຂົ້າຮ່ວມ
ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ເມື່ອບໍ່ດົນມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໆເງິນແຂວງໄຊຍະບູລີ, ໄດ້ເປີດກອງປະຊຸມ ການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານ ຂອງບໍລິສັດໄຟຟ້າຫົງສາ ຈໍາກັດ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຍຸດທະນາ ຈຸນພັນທອງ ຜູ້ອໍານວຍການສາຍງານກິດຈະການອົງກອນບໍລິສັດໄຟຟ້າຫົງສາ ຈໍາກັດ.
ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ວັນທີ 11 ພະຈິກ 2025 ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດພິທີປະກາດການ ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ມີບັນທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ຕາງໜ້າຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມ.
ຫຼຸດລາຄາສຸດພິເສດ 11.11 ສາຍການບິນ Vietjetຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍແລະນະຄອນໂຮ່ຈິມິນ

ຫຼຸດລາຄາສຸດພິເສດ 11.11 ສາຍການບິນ Vietjetຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍແລະນະຄອນໂຮ່ຈິມິນ

ວັນທີ 10 ພະຈິກ 2025,ສາຍການບິນ Vietjetໄດ້ມີຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນVietjet, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.
ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ກອງປະຊຸມພົບປະ, ແລກປ່ຽນບົດຮຽນ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ທະນາຄານນະ ໂຍບາຍ (ທນບ) ຂອງ ສປປ ລາວ ແລະ ທະນາຄານນະໂຍບາຍສັງຄົມ (ທນສ) ສສ. ຫວຽດນາມ ໄດ້ຈັດຂຶ້ນ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໃນວັນທີ 10 ພະຈິກ 2025 ຊຶ່ງຝ່າຍລາວນໍາໂດຍ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອຳນວຍການ ທນບ ພ້ອມຄະນະ; ຝ່າຍຫວຽດນາມນໍາໂດຍ ທ່ານ ເຢືອງ ກວຽດ ຖັງ ຜູ້ອຳນວຍການ ທນສ ພ້ອມຄະນະ.
ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ວັນທີ 8 ພະຈິກ 2025 ບໍລິສັດ BUBER CONECT ໄດ້ຈັດງານພິທີເປີດໂຕລະບົບ Pancake Laos ຢ່າງເປັນທາງການ ທີ່ໂຮງແຮມດອນຈັນພາເລດ ພ້ອມທັງເຊັນ ບັນທຶກຄວາມເຂົ້າໃຈ (MOA) ຮ່ວມກັບບໍລິສັດຮຸ່ງອາລຸນຂົນສົ່ງດ່ວນເຊິ່ງເປັນການຢັ້ງຢືນເຖິງການເຕີບໃຫຍ່ແລະການກ້າວເຂົ້າສູ່ມາດຕະຖານສາກົນ. ງານດັ່ງກ່າວ ໂດຍໄດ້ຮັບກຽດເຂົ້າຮ່ວມງານຂອງ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ປະສິດທິເດດ ຫຼວງວິໄລ ຮອງຫົວໜ້າກົມເຕັກໂນໂລຊີ ດີຈີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສີສະຫວັນ ມ່າຢົງເຊີນ ປະທານກຸ່ມ ບໍລິສັດ, ຜູ້ອຳນວຍການໃຫຍ່ ບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈຳກັດ ແລະ ທ່ານ Hoang Long ຮອງປະທານ PancakeVietnamພ້ອມດ້ວຍບັນດາຜູ້ປະກອບການທີ່ກ່ຽວຂ້ອງເຂົ້າຮ່ວມ.
ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 52 ຈັດຂຶ້ນວັນທີ 7 ພະຈິກ ຜ່ານມາ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີສະມາຊິກອົງການປົກຄອງ ນວ ເຂົ້າຮ່ວມ.
ເພີ່ມເຕີມ