ງານບຸນຊ່ວງເຮືອແດນສະຫວັນນໍ້າງື່ມຣີສອດ ຈະຈັດຂຶ້ນໃນວັນທີ 1 ພະຈິກ

ງານບຸນຊ່ວງເຮືອແດນສະຫວັນນໍ້າງື່ມຣີສອດ ຈະຈັດຂຶ້ນໃນວັນທີ 1 ພະຈິກ

ງານບຸນຊ່ວງເຮືອແດນສະຫວັນນໍ້າງື່ມຣີສອດ ຈະຈັດຂຶ້ນໃນວັນທີ 1 ພະຈິກ
ເພື່ອເປັນຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ແລະ ເພື່ອໂຄສະນາ, ສົ່ງເສີມ, ດຶງດູດການທ່ອງທ່ຽວ, ກະຕຸ້ນເສດຖະກິດ, ກະຈາຍລາຍໄດ້ສູ່ຊຸມຊົນ, ໂດຍສະເພາະແມ່ນເພື່ອເປີດການທ່ອງທ່ຽວລະດູແລ້ງ ກໍຄືໄລຍະປາຍຝົນຕົ້ນໜາວທີ່ຈະມາເຖິງ. ວັນທີ 1 ພະຈິກ 2025 ທີ່ຈະມາເຖິງນີ້ ແດນສະຫວັນນໍ້າງື່ມຣີສອດ, ບໍລິສັດລາວຊຸນຢູແອນພັດທະນາ ຈໍາກັດ ຈະໄດ້ຈັດງານບຸນຊ່ວງເຮືອກິລາປະເພດ 12 ສີພາຍ ຊີງຂັນທ່ານເຈົ້າເມືອງທຸລະຄົມ ຂຶ້ນຢູ່ທີ່ອ່າງນໍ້າງື່ມເຂດສໍາປະທານຂອງບໍລິສັດ ບ້ານໂພນງາມນາຝ້າຍ ເມືອງທຸລະຄົມ ແຂວງວຽງຈັນ.
ງານບນຊວງເຮອແດນສະຫວນນາງມຣສອດ ຈະຈດຂນໃນວນທ 1 ພະຈກ - image 1
 

ງານບຸນທີ່ຈະຈັດຂຶ້ນໃນຄັ້ງນີ້, ມີຫຼາຍກິດຈະກໍາທີ່ໜ້າສົນໃຈ ແລະ ໜ້າໄປທ່ອງທ່ຽວ, ຊຶ່ງນອກຈາກທ່ານຈະໄດ້ຮັບຊົມບັນຍາກາດການແຂ່ງຂັນຊ່ວງເຮືອ ໃນທ່າມກາງທໍາມະຊາດທີ່ສວຍສົດງົດງາມອັນປະທັບໃຈແລ້ວ, ຍັງຈະໄດ້ທ່ຽວຊົມຮ້ານວາງຂາຍສະແດງສິນຄ້າປະເພດອຸປະໂພກ, ບໍລິໂພກ, ສິນຄ້າຫັດຖະກໍາ, ກະສິກໍາ ຈາກພູມປັນຍາຊາວບ້ານ, ອາຫານການກິນທີ່ຫຼາກຫຼາຍ, ຮັບຊົມບູ໊ດວາງສະແດງສິນຄ້າ, ຜະລິດຕະພັນເຄື່ອງທີ່ລະນຶກຂອງແດນສະຫວັນນໍ້າງື່ມຣີສອດ, ພ້ອມທັງມີສິດຮ່ວມປິ່ນວົງລໍ້ລຸນຮັບລາງວັນຕ່າງໆອີກຫຼາຍລາງວັນ, ພິເສດງານບຸນຊ່ວງເຮືອທີ່ຈັດຂຶ້ນໃນປີນີ້ແມ່ນຈັດແບບຍິ່ງໃຫຍ່ເປີດກວ້າງ ໂດຍເປີດໂອກາດໃຫ້ເຮືອຈາກຫຼາຍຄະນະເຂົ້າຮ່ວມ, ພ້ອມນີ້ຍັງມີວົງດົນຕີມິດຕະພາບມິວສິກເຕັມວົງມາສ້າງບັນຍາກາດເບີກບານມ່ວນຊື່ນໃຫ້ແກ່ງານອີກດ້ວຍ.

ງານບນຊວງເຮອແດນສະຫວນນາງມຣສອດ ຈະຈດຂນໃນວນທ 1 ພະຈກ - image 2
 

ເປີດຮັບຕະຫຼາດນັດເລີ່ມແຕ່ວັນທີ 30-31 ຕຸລາ 2025 ເຖິງວັນທີ 1 ພະຈິກ 2025, ຊາວຄ້າຂາຍສາມາດຈັບຈອງຮ້ານຂາຍເຄື່ອງໄດ້. ປັດຈຸບັນຍັງເປີດຮັບສະໝັກທີມສີພາຍເຮືອຊ່ວງ ໂດຍໃຫ້ນໍາເຮືອມາເອງ, ເປີດກວ້າງສີພາຍຄົນລາວພາຍໃນປະເທດ, ຈຶ່ງຂໍເຊີນຊວນທີມງາມເຮືອກິລາປະເພດ 12 ສີພາຍ ລົງທະບຽນເຂົ້າຮ່ວມແຂ່ງຂັນ. ສໍາລັບລາງວັນເຮືອຊ່ວງ ມີ 8 ລາງວັນ, ລາງວັນທີ 1 ໄດ້ຮັບເງິນສົດ 25 ລ້ານກີບ ພ້ອມຂັນ 1 ໜ່ວຍ, ລາງວັນທີ 2 ເງິນສົດ 18 ລ້ານກີບ ພ້ອມຂັນ 1 ໜ່ວຍ, ລາງວັນທີ 3 ເງິນສົດ 13 ລ້ານກີບ ຂັນ 1 ໜ່ວຍ, ລາງວັນທີ 4 ເງິນສົດ 10 ລ້ານກີບ ຂັນ 1 ໜ່ວຍ, ລາງວັນທີ 5 ເງິນສົດ 7 ລ້ານກີບ ຂັນ 1 ໜ່ວຍ, ລາງວັນທີ 6 ເງິນສົດ 5 ລ້ານກີບ ຂັນ 1 ໜ່ວຍ, ລາງວັນທີ 7 ເງິນສົດ 4 ລ້ານກີບ ຂັນ 1 ໜ່ວຍ, ລາງວັນທີ 8 ເງິນສົດ 3 ລ້ານກີບ ພ້ອມຂັນ 1 ໜ່ວຍ.

ງານບນຊວງເຮອແດນສະຫວນນາງມຣສອດ ຈະຈດຂນໃນວນທ 1 ພະຈກ - image 3
 

ສໍາລັບເຮືອທຸກຄະນະທີ່ລົງທະບຽນເຂົ້າຮ່ວມແຂ່ງຂັນ ຮັບໄປເລີຍເງິນສົດ 1 ລ້ານກີບ. ວັນທີ 31 ຕຸລາ 2025 ເວລາ 13:00 ໂມງ ໃຫ້ສົ່ງຕົວແທນຂອງແຕ່ລະທີມເຂົ້າຮ່ວມກອງປະຊຸມຮັບຟັງພິທີການ, ກົດລະບຽບການແຂ່ງຂັນ, ຈັບສະຫຼາກປະກົບຄູ່ ແລະ ກວດກາເບິ່ງສະຖານທີ່ແຂ່ງຂັນ, ກ່ອນເຂົ້າຮ່ວມປະຊຸມມີອາຫານທ່ຽງໃຫ້ຮັບປະທານ, ສົນໃຈເຂົ້າຮ່ວມແຂ່ງຂັນ ແລະ ຈັບຈອງຮ້ານຂາຍເຄື່ອງ ໂທ: 020 55607889.

ງານບນຊວງເຮອແດນສະຫວນນາງມຣສອດ ຈະຈດຂນໃນວນທ 1 ພະຈກ - image 4
 

(ແຫຼ່ງຂ່າວ: ແຂວງວຽງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພິທີເປີດຝຶກອົບຮົມວຽກງານຂ່າວສານ ຢູ່ ສມປຊ

ພິທີເປີດຝຶກອົບຮົມວຽກງານຂ່າວສານ ຢູ່ ສມປຊ

ໃນຕອນເຊົ້າຂອງວັນທີ 21 ຕຸລານີ້, ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດພິທີເປີດຝຶກອົບຮົມວຽກງານຂ່າວສານ ຫົວຂໍ້: “ເຕັກນິກ ການຂຽນຂ່າວ, ບັນນາທິການຂ່າວ ແລະ ການຖ່າຍຮູບພາບ” ຂຶ້ນຢ່າງເປັນທາງການ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນປັນ ສຸມຸນທອງ ຮອງຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ, ມີບັນດາທ່ານ ຜູ້ຕາງໜ້າຫ້ອງການ, ບັນດາກົມ, ບັນດາຄະນະ, ສອງສູນ ພ້ອມດ້ວຍວິທະຍາກອນ ແລະ ສຳມະນາກອນເຂົ້າຮ່ວມລວມທັງໝົດ 37 ທ່ານ; ທັງນີ້ ກໍເພື່ອເປັນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ຂະບວນການສ້າງໃບໜ້າໃໝ່ໃຫ້ແກ່ວຽກງານຂ່າວສານຂອງສູນຂໍ້ມູນຂ່າວສານການເມືອງການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ).
ຮສສ ຫວນຄືນມູນເຊື້ອວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ

ຮສສ ຫວນຄືນມູນເຊື້ອວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ຂຶ້ນໃນວັນທີ 21 ຕຸລາ ນີ້ ທີ່ກະຊວງ ຮສສ, ໂດຍການເປັນປະທານ ແລະ ປາຖະກະຖາຂອງ ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີ ຮສສ, ມີບັນດາສະມາຊິກພັກ-ພະນັກງານລັດຖະກອນ ພາຍໃນອ້ອມຂ້າງກະຊວງ ຮສສ ເຂົ້າຮ່ວມຢ່າງພ້ອມພຽງ.
ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ມອບເຂົ້າສານໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດເມືອງຫຼວງນໍ້າທາ

ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ມອບເຂົ້າສານໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດເມືອງຫຼວງນໍ້າທາ

ຕອນເຊົ້າ ວັນທີ 17 ຕຸລາຜ່ານມານີ້, ທີ່ບ້ານວຽງໃຕ້ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ນໍາໂດຍ ທ່ານ ຊຽງວັນ ສົມລັດທອງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ນໍາເອົາເຂົ້າສານໜຽວມາມອບໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ໂດຍມີທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮັກສາການເຈົ້າເມືອງຫຼວງນໍ້າທາ ພ້ອມດ້ວຍຄະນະຫ້ອງການ, ພາກສ່ວນກ່ຽວຂ້ອງ ແລະ ຜູ້ຕາງໜ້າຄະນະບ້ານທີ່ຖືກຜົນກະທົບ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດ ເຜີຍແຜ່ເອກະສານສຳຄັນຂອງພັກ

ອົງການກວດສອບແຫ່ງລັດ ເຜີຍແຜ່ເອກະສານສຳຄັນຂອງພັກ

ໃນວັນທີ 20 ຕຸລາ ຜ່ານມານີ້ ທີ່ຫ້ອງປະຊຸມຂອງອົງການກວດສອບແຫ່ງລັດ ໄດ້ມີກອງປະຊຸມເຜີຍແຜ່ເອກະສານສຳຄັນຂອງພັກ 5 ເອກະສານ ໄດ້ຈັດເປັນ 3 ວາລະ ຊຶ່ງໃນວາລະທ້າຍ ທ່ານ ວຽງທະວີສອນ ເທບພະຈັນ ກໍໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ໄດ້ເຂົ້າເປັນປະທານກອງປະຊຸມ ແລະ ໄດ້ກ່າວໂອ້ລົມຕໍ່ກອງປະຊຸມ ໂດຍມີບັນດາທ່ານຮອງປະທານອົງການກວດສອບ ແລະ ບັນດາສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນອົງການກວດສອບແຫ່ງລັດ ເຂົ້າຮ່ວມຮັບຟັງ.
ຫຼາຍພາກສ່ວນພາຍໃນແຂວງຫຼວງພະບາງ ໄດ້ຮັບການຍົກລະດັຍທັກສະດິຈິຕອນຂັ້ນພື້ນຖານ

ຫຼາຍພາກສ່ວນພາຍໃນແຂວງຫຼວງພະບາງ ໄດ້ຮັບການຍົກລະດັຍທັກສະດິຈິຕອນຂັ້ນພື້ນຖານ

ວັນທີ່ 21 ຕຸລາ 2025ນີ້ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຝຶກອົບຮົມທັກສະດິຈິຕອນຂັ້ນພື້ນຖານ ໃຫ້ແກ່ຊາວໜຸ່ມບັນດາພະແນກການ-ກົມກອງ ພາຍໃນແຂວງ ຫຼວງພະບາງ ໂດຍເປັນປະທານຮ່ວມຂອງ ທ່ານ ນາງ ເກສອນ ສຸລິວົງ ຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ທ່ານ ລັດສະໝີ ພົງພັນ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຫຼວງພະບາງ.
ຫຼວງນໍ້າທາ ຝຶກອົບຮົມໃຫ້ນັກເດີນສໍາຫຼວດພົນລະເມືອງ-ທີ່ຢູ່ອາໄສ

ຫຼວງນໍ້າທາ ຝຶກອົບຮົມໃຫ້ນັກເດີນສໍາຫຼວດພົນລະເມືອງ-ທີ່ຢູ່ອາໄສ

ວັນທີ 20 ຕຸລາ 2025ນີ້, ທີ່ໂຮງຮຽນເຕັກນິກວິຊາຊີບແບບປະສົມ ແຂວງຫຼວງນໍ້າທາ ໄດ້ຈັດຊຸດຝຶກອົບຮົມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ໃຫ້ນັກເດີນສໍາຫຼວດ ແລະ ນັກກວດກາ ອ້ອມຂ້າງເມືອງຫຼວງນໍ້າທາ ໂດຍການເຂົ້າຮ່ວມຂອງທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮັກສາການເຈົ້າເມືອງຫຼວງນໍ້າທາ ຫົວໜ້າຄະນະຊີ້ນໍາການສໍາຫຼວດຂັ້ນເມືອງ.
ບາດ​ກ້າວ​ສຳ​ຄັນ​ຂອງວຽກງານສົ່ງເສີມ ແລະ ພັດທະນາຄົນພິການ

ບາດ​ກ້າວ​ສຳ​ຄັນ​ຂອງວຽກງານສົ່ງເສີມ ແລະ ພັດທະນາຄົນພິການ

ກອງປະຊຸມສຳມະນາກ່ຽວກັບວຽກງານສົ່ງເສີມ ແລະ ພັດທະນາຄົນພິການ ນັບ​ວ່າ ເປັນບາດກ້າວໃໝ່ທີ່ມີຄວາມໝາຍ ແລະ ຄວາມສຳຄັນເປັນຢ່າງຍິ່ງ ທີ່ບັນດາອົງການຄົນພິການໄດ້ມີໂອກາດນຳສະເໜີ ແລະ ປຶກສາຫາລືກັບບັນດາສະມາຊິກສະພາແຫ່ງ​ຊາດ (ສ​ສ​ຊ) ແລະ ການນຳຂັ້ນສູງ​ຂອງ​​ພັກ-ລັດ, ເຊິ່ງໄດ້ຮັບການຕອບຮັບຈາກການນຳ ແລະ ບັນດາ ທ່ານ ສສຊ ໄດ້ມີຄຳເຫັນໃນການສືບຕໍ່ປັບປຸງນິຕິກຳ, ງົບປະມານ ໃນການພັດທະນາຄົນພິການໃນ ສປປ ລາວ.
ເມືອງພຽງ ເປີດຝຶກອົບຮົມໃຫ້ແກ່ນັກເດີນສຳຫຼວດ ພົນລະເມືອງ ຄັ້ງທີ V ປີ 2025

ເມືອງພຽງ ເປີດຝຶກອົບຮົມໃຫ້ແກ່ນັກເດີນສຳຫຼວດ ພົນລະເມືອງ ຄັ້ງທີ V ປີ 2025

ເມືອງພຽງ ແຂວງໄຊຍະບູລີ ຈັດພິທີເປີດຝຶກອົບຮົມໃຫ້ແກ່ນັກເດີນສຳຫຼວດ ແລະ ນັກກວດກາ ໃນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂຶ້ນໃນວັນທີ 20 ຕຸລາ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເເຂົ້າຮ່ວມຂອງທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງ, ມີບັນດາຄະນະຮັບຜິດຊອບຂັ້ນແຂວງ ແລະ ຂັ້ນເມືອງພ້ອມດ້ວຍນັກກວດກາ ແລະ ນັກເດີນສຳຫຼວດຂັ້ນເມືອງເຂົ້າຮ່ວມ.
ເມືອງຕະໂອ້ຍ ຝຶກອົບຮົມນັກເດີນສຳຫຼວດ ແລະ ນັກກວດກາ ການສຳຫຼວດພົນລະເມືອງ ປີ2025.

ເມືອງຕະໂອ້ຍ ຝຶກອົບຮົມນັກເດີນສຳຫຼວດ ແລະ ນັກກວດກາ ການສຳຫຼວດພົນລະເມືອງ ປີ2025.

ວັນທີ 20 ຕຸລາຜ່ານມາ ທີ່ຫ້ອງປະຊຸມແຜນການ ແລະ ການລົງທຶນເມືອງຕະໂອ້ຍ ແຂວງສາລະວັນ ໄດ້ເປີດຊຸດຝຶກອົບຮົມໃຫ້ນັກເດີນສຳຫຼວດ ແລະ ນັກກວດກາການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025, ໂດຍການເປັນປະທານຂອງທ່ານນາງ ບຸນຖິນ ແກ່ນພົມມາ ປະທານຄະນະກຳມະການປົກຄອງເມືອງ ທັງເປັນຜູ້ຊີ້ນໍາການເດີນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ຂັ້ນເມືອງ, ມີບັນດາຄະນະກວດກາຂັ້ນເມືອງ, ຄູຝຶກ ແລະ ນັກເດີນສໍາຫລວດເຂົ້າຮ່ວມ.
9 ເດືອນຜ່ານມາ ຄະນະບໍລິຫານງານພັກເມືອງນໍ້າບາກ ສຸມໃສ່ຈັດຕັ້ງປະຕິບັດວຽກງານຫຼາຍດ້ານ

9 ເດືອນຜ່ານມາ ຄະນະບໍລິຫານງານພັກເມືອງນໍ້າບາກ ສຸມໃສ່ຈັດຕັ້ງປະຕິບັດວຽກງານຫຼາຍດ້ານ

ເມື່ອບໍ່ດົນມານີ້, ອົງຄະນະພັກເມືອງນໍ້າບາກ ແຂວງຫຼວງພະບາງ, ໄດ້ຈັດກອງປະຊຸມ ຄົບບໍລິຫານງານພັກເມືອງ ຄັ້ງທີ່ 3 ສະໄຫມທີ່ X ໂດຍເປັນປະທານຂອງ ສະຫາຍ ສົມຫວັງ ພອນຄຳວົງສາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈຳ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການຂອງເມືອງ ເຂົ້າຮ່ວມ.
ເພີ່ມເຕີມ