![]() |
ທ່ານ ພົນຈັດຕະວາ ກອງສະຫວັດ ບຸນລ້ຽງ ຫົວໜ້າກົມໃຫຍ່ຕໍາຫຼວດກະຊວງ ປກສ ໃຫ້ຮູ້ວ່າ: ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດໄດ້ຈັດກິດຈະກໍາ ແລະ ຂະບວນການດັ່ງກ່າວມາເປັນເວລາ 5 ເດືອນກວ່າ ໂດຍເລີ່ມຈາກຖະແຫຼງການ, ແຈ້ງການຂອງປະທານຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດຜ່ານວິທະຍຸ, ໂທລະພາບ, ໜັງສືພິມ ແລະ ສື່ອອນລາຍຕ່າງໆ ນັບແຕ່ວັນທີ 19 ກຸມພາ 2025 ເຖິງວັນທີ 4 ເມສາ 2025 ຈຶ່ງໄດ້ປິດຮັບຜົນງານເພງຮ້ອງ, ກອນຂັບ-ລໍາ ແລະ ລະຄອນສັ້ນ; ຄະນະຮັບຜິດຊອບການປະກວດໄດ້ກວດເນື້ອໃນ, ທໍານອງຜົນງານການປະດິດຄິດແຕ່ງໃນຮອບທີ 1 ໂດຍມີຜົນງານຂອງນັກປະພັນປະດິດຄິດແຕ່ງອາຊີບ, ເຄິ່ງອາຊີບ ແລະ ສະໝັກຫຼິ້ນສົ່ງເຂົ້າມາປະກວດປະເພດເພງຮ້ອງ 46 ບົດ, ກອນຂັບ-ລໍາ 26 ບົດ ແລະ ລະຄອນສັ້ນ 20 ເລື່ອງ, ຜ່ານການຄັດເລືອກເຂົ້າຮອບທີ 2 ມີເພງຮ້ອງ 22 ບົດ, ກອນຂັບ-ລໍາ 13 ບົດ ແລະ ລະຄອນສັ້ນ 18 ເລື່ອງ. ຈາກນັ້ນ, ໄດ້ຄັດເລືອກເອົາຜົນງານເຂົ້າຊີງລາງວັນທີ 1,2,3 ຊຶ່ງມີເພງຮ້ອງ 12 ບົດ, ກອນຂັບ-ລໍາ 10 ບົດ ແລະ ລະຄອນສັ້ນ 5 ເລື່ອງ.
![]() |
ຜ່ານການແຂ່ງຂັນເພງຮ້ອງທີ 1 ແມ່ນບົດເພງສິ່ງເສບຕິດຢ່າຄິດຢາກລອງ, ຮ້ອງໂດຍທ້າວ ຄໍາຕາ ລໍທິເດດ ໄດ້ຮັບລາງວັນເງິນສົດ 20,000,000 ກີບ, ທີ 2 ມີ 2 ລາງວັນຄື: ຜົນງານເພງເດັດດ່ຽວປາບປາມຢາເສບຕິດຮ້ອງໂດຍທ້າວ ວຽງທອງ ລົດຫາລາດ ແລະ ຜົນງານເພງຮ່ວມໃຈຕ້ານໄພຢາເສບຕິດ, ຮ້ອງໝູ່ຍິງ-ຊາຍໄດ້ຮັບລາງວັນເງິນສົດລາງວັນລະ 18,000,000 ກີບ ແລະ ທີ 3 ມີທັງໝົດ 9 ລາງວັນໄດ້ຮັບເງິນສົດລາງວັນລະ 15,000,000 ກີບ; ສຳລັບປະເພດກອນຂັບ-ລໍາທີ 1 ແມ່ນລໍາແລ່ ຢ່າຄິດຢາກລອງຂັບ-ລໍາໂດຍທ້າວ ບຸນນໍາ ໄຊຍະລາດ ໄດ້ຮັບລາງວັນເງິນສົດ 20,000,000 ກີບ, ທີ 2 ມີ 2 ລາງວັນຄືຶ: ລໍາຜູ້ໄທຈົ່ງຫ່າງໄກຢາເສບຕິດ ຂັບ-ລໍາໂດຍທ້າວ ແນັກ ໂພທິມາດ ແລະ ລໍາຜູ້ໄທຮ່ວມໃຈຕ້ານຢາເສບຕິດຂັບ-ລໍາ ໂດຍນາງ ການ້ອຍ ຫຼ້າພາວັນ ໄດ້ຮັບເງິນສົດລາງວັນລະ 18,000,000 ກີບ ແລະ ທີ 3 ມີທັງໝົດ 7 ລາງວັນໄດ້ຮັບເງິນສົດລາງວັນລະ 15,000,000 ກີບ. ໃນນັ້ນປະເພດລະຄອນສັ້ນທີ 1 ເລື່ອງເສຍໂອກາດໄດ້ຮັບເງິນລາງວັນ 30,000,000 ກີບ, ທີ 2 ມີ 2 ລາງວັນຄື: ລະຄອນສັ້ນເລື່ອງເງົາໃນເຮືອນ ແລະ ລະຄອນສັ້ນເລື່ອງສຸດຫົວໃຈໄດ້ຮັບເງິນສົດລາງວັນລະ 25,000,000 ກີບ ແລະ ລາງວັນທີ 3 ມີ 2 ລາງວັນຄື: ລະຄອນສັ້ນເລື່ອງໂອກາດ ແລະ ເລື່ອງເສບໄດ້ຮັບເງິນສົດລາງວັນລະ 20,000,000 ກີບ.
ຂ່າວ: ບຸນອູ້ມ
ຄໍາເຫັນ