ງານລາຕີສີລະປະຂ້າມຊາດ ລາວ-ຈີນ

ງານລາຕີສີລະປະຂ້າມຊາດ ລາວ-ຈີນ
ສະຖານີວິທະຍຸ ແລະ ໂທລະພາບກວາງຊີ ສປ ຈີນ ແລະ ໂທລະພາບແຫ່ງຊາດລາວ ຮ່ວມກັນຈັດ ງານລ້ຽງຕ້ອນຮັບປີໃໝ່ຂ້າມຊາດ “ຮ່ວມກັນຮ້ອງເພັງຈາກທົ່ວໂລກ, ສຽງດັງກ້ອງກັງວານໄປຕາມເສັ້ນທາງສາຍໄໝ, ງານລາຕີສີລະປະຂ້າມຊາດ ລາວ-ຈີນ,  ເທດສະການວັດທະນະທໍາ ອີຄອມເມີສ ເສັ້ນທາງສາຍໃໝໃໝ່ກວາງຊີ”.  ຂຶ້ນເມື່ອວັນທີ 31 ທັນວາຜ່ານມາ ທີ່ ຫໍວັດທະນະທຳແຫ່ງ ຊາດລາວ ໂດຍມີ ທ່ານ ໂພສີ ແກ້ວມະນີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ,  ທ່ານ ອຳຄາ ວົງໝື່ນກ້າ ຜູ້ອຳນວຍການໃຫຍ່ ໂທລະພາບແຫ່ງຊາດລາວ, ທ່ານ ຟັນຍີ້ ຜູ້ອຳນນສະຖານີວິທະຍຸ ແລະ ໂທລະພາບກວາງຊີ, ແຂກຖືກເຊີນ ພ້ອມດ້ວຍ ຊາວນະຄອນຫຼວງວຽງຈັນເຂົ້າຮ່ວມຮັບຊົມ.
ທ່ານ ໂພສີ ແກ້ວມະນີ ກ່າວວ່າ: ໂທລະພາບແຫ່ງຊາດລາວ ແລະ ສະຖານີວິທະຍຸ ແລະ ໂທລະພາບກວາງຊີ ໄດ້ຮ່ວມກັນຈັດກິດຈະກໍາ ງານລາຕີສີລະປະຂ້າມຊາດ ລາວ-ຈີນ ພາຍໃຕ້ຫົວຂໍ້: “ຮ່ວມກັນຮ້ອງເພັງຈາກທົ່ວໂລກ, ສຽງດັງກ້ອງກັງວານໄປຕາມເສັ້ນທາງສາຍໄໝ, ງານລາຕີສີລະປະຂ້າມຊາດ ລາວ-ຈີນ,  ເທດສະການວັດທະນະທໍາ ອີຄອມເມີສ ເສັ້ນທາງສາຍໃໝໃໝ່ກວາງຊີ”.  ການຈັດງານຄັ້ງນີ້, ເປັນການເຊື່ອມໂຍງ ຂອງສື່ມວນຊົນ ລາວ-ຈີນ ໃນການໂຄສະນາເຜີຍແຜ່ວັດທະນະທໍາ ຂອງສອງຊາດ ຜ່ານເສັ້ນທາງສາຍໄໝ ໃນຮູບແບບ ກົນໄກໃໝ່ທັນສະໄໝ ດ້ວຍການສະແດງສີລະປະຮ່ວມກັນ ຂອງສອງຊາດລາວ-ຈີນ. ຄຽງຄູ່ກັບການສ້າງຄວາມເບີກບານມ່ວນຊື່ນ ໃນໂອກາດສົ່ງທ້າຍປີເກົ່າ ຄສ 2023 ຕ້ອນຮັບປີໃໝ່ 2024 ໃຫ້ແກ່ ປະຊາຊົນສອງຊາດ ລາວ-ຈີນ ຜ່ານສື່ ໂທລະພາບແຫ່ງຊາດລາວ ແລະ ສະຖານີວິທະຍຸ ແລະ ໂທລະພາບກວາງຊີ,  ພ້ອມທັງເປັນການຊຸກຍູ້ສົ່ງເສີມ ຄວາມເຂົ້າໃຈລະຫວ່າງ ປະຊາຊົນ ສອງຊາດ ໄດ້ຮຽນຮູ້ ແລະ ແລກປ່ຽນວັດທະນະທໍາຢ່າງອຸດົມສົມບູນຫຼາຍຂຶ້ນ. ພິເສດ ແມ່ນເປັນການເພີ່ມທະວີຮັດແໜ້ນຄວາມສາມັກຄີມິດຕະພາບ ຂອງສື່ມວນຊົນ ລາວ-ຈີນ ກໍຄື ໂທລະພາບແຫ່ງຊາດລາວ ແລະ ສະຖາຍີວິທະຍຸ ແລະ ໂທລະພາບກວາງຊີ ໄດ້ເຮັດວຽກຮ່ວມກັນ ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ທາງດ້ານເຕັກນິກ ແລະ ເນື້ອໃນ ແລະ ໃນຕໍ່ໜ້າ ຫວັງວ່າ ທັງສອງສະຖານີ ຈະສືບຕໍ່ຮ່ວມມືຢ່າງຮອບດ້ານ ເປັນຕົ້ນ ຮ່ວມກັນຜະລິດລາຍການລະຄອນອອກອາກາດ, ລາຍການສາລະຄະດີ ທີ່ມີເນື້ອໃນທາງດ້ານວັດທະນະທໍາ, ອາຫານການກິນ-ປະເພນີ, ການນຸ່ງຖື-ວິຖີຊີວິດຂອງຊົນເຜົ່າ ຫຼື ກ່ຽວກັບກະສິກໍາ ແລະ ອື່ນໆ ຂອງສອງຊາດ ລາວ-ຈີນ.
ທ່ານ ຟັນຍີ້ ກ່າວຜ່ານວິດີໂອທາງໄກ ວ່າ: ສະຖານີວິທະຍຸແລະໂທລະພາບກວາງຊີ ແລະ ໂທລະພາບແຫ່ງຊາດລາວ ຮ່ວມກັນຈັດງານ "ຮ້ອງເພງຮ່ວມທົ່ວໂລກ, ດັງຕາມເສັ້ນທາງສາຍໄໝ” ງານລ້ຽງຕ້ອນຮັບປີໃໝ່ຂ້າມຊາດ ຄັ້ງນີ້ ເປັນໂອກາດໃໝ່ໃນການປັບປຸງ ການແລກປ່ຽນພົວພັນກົນໄກຮ່ວມມືໃໝ່, ເປີດກາລະໂອກາດສື່ມວນຊົນໃໝ່ ລະຫວ່າງລາວ-ຈີນ ດ້ວຍຮູບແບບໃໝ່ ແລະ ການຮ່ວມມືໃໝ່, ຕົກລົງກັນວ່າ ສອງປະເທດລາວ-ຈີນ ຈະຮ່ວມມືກັນ ເພື່ອຊຸກຍູ້ ສັນຕິພາບ ແລະ ການພັດທະນາຮ່ວມກັນ, ປະກອບສ່ວນສ້າງກໍາລັງສື່ມວນຊົນ ເພື່ອຮ່ວມກັນສ້າງສາປະຊາຄົມຊະຕາກຳດຽວກັນ ຈີນ-ອາຊຽນ ຍິ່ງໃກ້ຊິດກວ່າເກົ່າ. 
ທ່ານ ອຳຄາ ວົງໝື່ນກ້າ, ກ່າວວ່າ: “ລາວ ແລະ ຈີນ ບໍ່ພຽງແຕ່ເປັນເພື່ອນມິດເທົ່ານັ້ນ, ຍັງເປັນປະຊາຄົມຮ່ວມຊະຕາກຳດຽວກັນ, ຂໍສະແດງຄວາມຊົມເຊີຍຄວາມພະຍາຍາມຮ່ວມກັນ ຂອງໂທລະພາບແຫ່ງຊາດລາວ ກັບສະຖານີວິທະຍຸ ແລະໂທລະພາບກວາງຊີ ທີ່ໄດ້ຈັດງານດັ່ງກ່າວ ປະສົບຜົນສໍາເລັດຢ່າງຈົບງາມ ເປັນການເພີ່ມທະວີການຮ່ວມມືແລກປ່ຽນລະຫວ່າງສອງສະຖານີ, ເຮັດໃຫ້ມິດຕະພາບ ລະຫວ່າງປະຊາຊົນລາວ- ຍິ່ງເລິກເຊິ່ງກວ່າເກົ່າ”. 
ປີ 2023 ເປັນປີຄົບຮອບ 10 ປີ ແຫ່ງການສ້າງປະຊາຄົມຮ່ວມຊະຕາກຳດຽວກັນ ຈີນ-ອາຊຽນ ທີ່ແໜ້ນແຟ້ນໃກ້ຊິດກັນ, ຮ່ວມກັນສ້າງສາ ຂໍ້ລິເລີ່ມ "ໜຶ່ງແລວທາງ ໜຶ່ງເສັ້ນທາງ”, ລາວ ແລະ ຈີນທັງສອງປະເທດ ໄດ້ຮ່ວມມືກັນ ປູກຝັງດິນທີ່ອຸດົມສົມບູນ ຂອງ "ໜຶ່ງແລວທາງ ໜຶ່ງເສັ້ນທາງ”, ເພື່ອໄດ້ຮັບໝາກຜົນທີ່ດີ, ໂດຍສະເພາະ ການເປີດໃຊ້ ແລະ ດໍາເນີນງານ ຂອງທາງລົດ ໄຟລາວ-ຈີນ ແມ່ນໄດ້ນຳເອົາບາດກ້າວໃໝ່ ເຂົ້າໃນການພັດທະນາຂອງສອງປະເທດ.
ໃນໂອກາດນີ້, ທ່ານ ອຸ່ນທອງ ສຸພັນທອງ ຮອງຫົວໜ້າວິສະວະກອນ ບໍລິສັດ ທາງລົດ ໄຟລາວ-ຈີນ ຈຳກັດ ພ້ອມດ້ວຍ ທ່ານນາງທຽນສີ ທອງຄໍາມີ ຫົວໜ້າຂະບວນລົດໄຟ ໄດ້ແບ່ງປັນແນວຄິດກັບທ່ານຜູ້ຊົມ ກ່ຽວກັບ ປະຫວັດການເປີດນຳໃຊ້ທາງລົດໄຟ ລາວ-ຈີນ. ທ່ານ ອຸ່ນທອງ ສຸພັນທອງ ກ່າວວ່າ: ມີບໍລິສັດຕ່າງປະເທດເຂົ້າມາລົງທຶນ ຕາມເສັ້ນທາງລົດໄຟລາວ-ຈີນ ນັບມື້ນັບຫຼາຍຂຶ້ນ, ເຊິ່ງເປັນການສົ່ງເສີມການພັດທະນາເສດຖະກິດຂອງລາວຢ່າງຫຼວງຫຼາຍ, ໃນຖານະເປັນຄົນລາວ ຄົນໜຶ່ງ ຮູ້ສຶກພາກພູມໃຈຫຼາຍ. ທ່ານນາງ ທຽນສີ ທອງຄຳມີ ກ່າວວ່າ: ນາງໄດ້ເຫັນ ໝູ່ເພື່ອນຄົນລາວ ໄດ້ຂີ່ລົດໄຟລາວ-ຈີນ ໄປທ່ອງທ່ຽວປະເທດຈີນ ນັບມື້ນັບຫຼາຍຂຶ້ນ, ມີນັກສຶກສາລາວ ໄດ້ຮຽນພາສາຈີນນັບມື້ນັບຫຼາຍຂຶ້ນ, ນາງຮູ້ສຶກຈາກໃຈວ່າ ການພົວພັນ ມິດຕະພາບລະຫວ່າງລາວ-ຈີນ ນັບມື້ນັບ ເລິກເຊິ່ງຍິ່ງຂື້ນ.
ພາຍໃນງານ, ພິທີກອນ ໄດ້ຫຼິ້ນເກມກັບທ່ານຜູ້ຊົມ ເພື່ອທວາຍຊື່ ຂອງລະຄອນ, ຜູ້ຊົມໄດ້ຄຸ້ນເຄີຍກັບລະຄອນຈີນຫຼາຍເລື່ອງ, ຕອບຊື່ລະຄອນ ເກືອບໄດ້ທັນທີ. "ຂ້ອຍກັບຄອບຄົວ ມັກເບິ່ງ ລະຄອນຈີນ ຈາກ (ໂຮງລະຄອນຈີນ), ມັກເບິ່ງເລື່ອງ (ປ້າຍຄຳສັກສິດລັງຢາ) ທີ່ ຮູເກີ ສະແດງ, ຜູ້ຊົມລາວ ທີ່ເຂົ້າຮ່ວມໃນງານຄັ້ງນີ້ ໄດ້ສະແດງຄວາມມັກຮັກລະຄອນຈີນ ໂດຍບໍ່ ລັງເລໃຈ.
ໃນພິທີ, ເຄື່ອງດົນຕີປະຈຳຊາດ ແລະ ຟ້ອນພື້ນເມືອງຂອງລາວ ແລະ ເພງພື້ນເມືອງ, ເຄື່ອງດົນຕີທຽນຊິນ ແລະ ບົດເພງ ຈາກກວາງຊີ ໄດ້ເສບຮ່ວມກັນ, ນັກຮ້ອງ ແລະ ນັກສະແດງຂອງສອງປະເທດຈາກກວາງຊີ ໄດ້ເສບຮ້ອງຮ່ວມກັນ, ໄດ້ຮ່ວມກັນສະແດງສິລະປະວັດທະນະທຳ ອັນດີງາມໃຫ້ແກ່ ທ່ານຜູ້ຊົມ ດ້ວຍການສະແດງທີ່ດີເດັ່ນ. 
 (ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ XX ໄດ້ປິດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມເມື່ອ​ບໍ່​ດົນ​ມາ​ນີ້ ທີ່ນະຄອນຫຼວງປັກກິ່ງ. ກອງປະຊຸມຄັ້ງ​ນີ້ ໄດ້ພິຈາລະນາ ແລະ ຮັບຮອງເອົາຂໍ້ສະເໜີຂອງສູນກາງພັກກອມມູນິດຈີນກ່ຽວກັັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15, ອັນໄດ້ເປັນການ​ວາງ​ຄາດ​ໝາຍ​ຢ່າງຖີ່​ຖ້ວນ ແລະ ວາງແຜນຍຸດທະສາດ ສຳລັບການພັດທະນາເສດຖະກິດ-ສັງຄົມຂອງຈີນໃນ 5 ປີຂ້າງໜ້າ.
ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈໍາລາວ ໄດ້ຈັດງານ ສະ ເຫຼີມສະຫຼອງ (ວັນຊາດ) ວັນປະກາດເອກະລາດສາທາລະນະລັດຕວັກກີ ຄົບຮອບ 102 ປີ ຂຶ້ນໃນວັນທີ 29 ຕຸລາ ຜ່ານມາ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໃນພິທີ ໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດ, ບັນດາທ່ານຮອງລັດຖະມົນຕີ ພ້ອມດ້ວຍແຂກຖືກເຊີນ.
ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ທີ່ເນັ້ນໃສ່ມິດຕະພາບອັນຍາວນານລະຫວ່າງ ລາວ-ຈີນ ພ້ອມດ້ວຍກິດຈະກຳວັນເປີດບ້ານຮັບແຂກ ໂດຍມີຄຳຂວັນວ່າ “ແສງສະຫວ່າງໄປສູ່ການສຶກສາ, ສ້າງພັນທະມິດແມ່ນ້ຳຂອງ”. ກິດຈະກຳດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 30 ຕຸລາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (CSG); ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ຕະວິຍານ ອະດີດຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ໄດ້ກ່າວວ່າ: CSG ມີບົດບາດສຳຄັນໃນການສ້າງເສດຖະກິດລາວ ໃຫ້ຂະຫຍາຍຕົວ ແລະ ສົ່ງເສີມການຮ່ວມມືດ້ານພະລັງງານພາກພື້ນ. ກິດຈະກຳຄັ້ງນີ້ ບໍ່ພຽງແຕ່ຊ່ວຍເສີມສ້າງເສັ້ນທາງຄວາມຮ່ວມມືເທົ່ານັ້ນ, ຍັງຊ່ວຍເລິກເຊິ່ງຄວາມເຂົ້າໃຈ ແລະ ພັນທະມິດລະຫວ່າງປະຊາຊົນ ຈີນ-ລາວ ຜ່ານການບອກເລື່ອງ ແລະ ການແລກປ່ຽນວັດທະນະທຳ. ພ້ອມດຽວກັນນັ້ນ ຜົນງານນີ້ໄດ້ນຳໃຊ້ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ເປັນສື່ກາງຊຶ່ງໄດ້ປະກອບສ່ວນໃນການສະທ້ອນຊີວິດການເປັນຢູ່ຂອງປະຊາຊົນ, ເຜີຍແຜ່ແນວທາງນະໂຍບາຍ ແລະ ເຕົ້າໂຮມຄວາມເປັນເອກະພາບ.
ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ການຮ່ວມມືດ້ານການຄ້າລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິນໂດເນເຊຍ ກຳລັງກ້າວເຂົ້າສູ່ໂອກາດໃໝ່ທີ່ໜ້າເພິ່ງພໍໃຈ, ພ້ອມດ້ວຍທ່າແຮງທາງການຄ້າທີ່ມີທ່າອ່ຽງເຕີບໂຕສູງ ໂດຍສະເພາະການເປີດຕະຫຼາດສຳລັບສິນຄ້າກະສິກຳ ແລະ ຜະລິດຕະພັນອາຫານແປຮູບຂອງລາວ.
ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ໃນລະຫວ່າງວັນທີ 27-31 ຕຸລານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ (ອກສລ) ຊຶ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ) ທີ່ຊາມ ເອວ ແຊັກ ປະເທດ ເອຢິບ. ກອງປະຊຸມຄັ້ງນີ້, ຜູ້ແທນທີ່ມາຈາກບັນດາສະຖາບັນກວດສອບສູງສຸດທົ່ວໂລກຫຼາຍກວ່າ 150 ປະເທດ, ມີຜູ້ແທນຫຼາຍກວ່າ 800 ຄົນເຂົ້າຮ່ວມ ແລະ ໃນພິທີເປີດກອງປະຊຸມອັນມີຄວາມໝາຍຄວາມສໍາຄັນ ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໃນພິທີເປີດກອງປະຊຸມ ໂດຍ ທ່ານ ມູສຕາຟາ ມາດບູລີ (Dr. Mostafa Madbouly) ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດເອຢິບ. ກ່າວຕ້ອນຮັບ ໂດຍທ່ານ ໂມຮາເມດ ເອ ເຟຊໍ ຢູດເຊບ(Mohamed El Faisal Youssef) ປະທານອົງການກວດສອບແຫ່ງລັດ ເອຢິບ ໃນນາມເຈົ້າພາບຈັດກອງປະຊຸມ ແລະ ປະທານອິນໂຕຊາຍຜູ້ຕໍ່ໄປ; ພ້ອມດຽວກັນນັ້ນ, ທ່ານ ນາງ ມາກິດ ກຮາກເກີ (Dr. Margit Kraker) ປະທານສານ (ກວດສອບ ໂອຕຣິດ, ໃນນາມເລຂາທິການ ອິນໂຕຊາຍ ແລະ ທ່ານ ວິຕານ ໂດ ເຣໂກ ຟີໂຮ (Vital do Rego Fiho) ປະທານສານກວດສອບບັນຊີ ເບຣຊິນ ໃນຖານະປະທານ ອິນໂຕຊາຍທີ່ໃກ້ຈະໝົດວາລະກໍມີຄຳເຫັນຕໍ່ກອງປະຊຸມ.
ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ວັນທີ29ຕຸລານີ້,ສະຫາຍຫງວຽນດິ່ງຫວີ໊ງຮອງເລຂາຜູ້ປະຈຳການພັກນະຄອນດາໜັງສສຫວຽດນາມໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ, ໂດຍການຕ້ອນຮັບຂອງສະຫາຍດາວວົງພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງພ້ອມຄະນະ ແລະຄະນະນໍາທັງສອງຝ່າຍເຂົ້າຮ່ວມ.
ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 27 ຕຸລາ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂຈ ຮຸນ (Cho Hyun) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ໃນໂອກາດຕິດຕາມ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 28 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 28, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 5.
ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ເລ ຮວາຍ ຈູງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດຕິດຕາມ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ຄະນະນໍາກະຊວງການຕ່າງປະເທດ ເຊັນປຶ້ມໄຫວ້ອາໄລ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ

ຄະນະນໍາກະຊວງການຕ່າງປະເທດ ເຊັນປຶ້ມໄຫວ້ອາໄລ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ

ໃນຕອນເຊົ້າຂອງວັນທີ 28 ຕຸລາ ນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮັກສາການລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໃນນາມຕາງໜ້າໃຫ້ແກ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ທີ່ ສະຖານເອກອັກຄະຣາຊະທູດໄທ ປະຈໍາ ລາວ ຊຶ່ງມີເນື້ອໃນດັ່ງລຸ່ມນີ້:
ເພີ່ມເຕີມ