![]() |
ທ່ານ ນາງ ວາດສະໜາ ພົມວິຫານ ໄດ້ຂຶ້ນກ່າວເປີດງານໂດຍໄດ້ຍົກໃຫ້ເຫັນເຖິງຄວາມ ໝາຍ-ຄວາມສໍາຄັນຂອງງານດັ່ງກ່າວ ຊຶ່ງງານລ້ຽງນ້ຳຊາເປັນກິດຈະກຳເຄື່ອນໄຫວປະຈຳປີ ຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ ໂດຍມີຈຸດປະສົງເພື່ອເຕົ້າໂຮມພົບປະສັງສັນ ແລະ ເປັນໂອ ກາດອັນດີໃຫ້ບັນດາທູດຍິງ, ພັນລະຍາທູດ, ນັກການທູດຍິງ ແລະ ຄອບຄົວ ທີ່ພວມປະຕິບັດໜ້າທີ່ຢູ່ ສປປ ລາວ ໄດ້ມາພົບປະສັງສັນ ກັບເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ ແລະ ຂະແໜງການອ້ອມຂ້າງ ເພື່ອສ້າງຄວາມລຶ້ງເຄີຍ ແລະ ຮັດແໜ້ນຄວາມສາມັກຄີໃຫ້ຫຼາຍຍິ່ງຂຶ້ນ. ພ້ອມກັນນັ້ນ, ກໍເປັນໂອກາດໃນການແລກປ່ຽນປະສົບການທີ່ດີ, ຮຽນຮູ້ ແລະ ສ້າງຄວາມເຂົ້າໃຈຫຼາຍຂຶ້ນ ກ່ຽວກັບວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງແຕ່ລະປະເທດ ຜ່ານການວາງສະແດງດ້ານສິລະປະ, ຫັດຖະກໍາ, ເຄື່ອງນຸ່ງ, ອາຫານ ແລະ ຜະລິດຕະພັນທີ່ຫຼາກຫຼາຍໃນງານຄັ້ງນີ້. ພິເສດ, ງານລ້ຽງນຳຊາ ປະຈຳປີ 2025 ນີ້ ຈັດຂຶ້ນໃນທ່າມກາງທີ່ທົ່ວພັກ, ທົ່ວລັດ ແລະ ປວງຊົນລາວທັງຊາດ ພວມກະກຽມສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຢ່າງເປັນຂະບວນຟົດຟື້ນ.
![]() |
ໃນງານລ້ຽງນໍ້າຊາຄັ້ງນີ້, ນອກຈາກໄດ້ມີການວາງສະແດງສິນຄ້າທີ່ຫຼາກຫຼາຍ ແລະ ອາຫານລາວ ຂອງບັນດາໜ່ວຍແມ່ຍິງພາຍໃນກະຊວງການຕ່າງປະເທດ, ຍັງມີການວາງສະແດງສິນຄ້າ, ຂອງທີ່ລະນຶກ, ອາຫານເອກະລັກປະຈໍາຊາດ ແລະ ອື່ນໆ ຂອງບັນດາສໍານັກງານການທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນປະຈໍາ ສປປ ລາວ. ນອກນັ້ນ, ຍັງມີການສະແດງສິນລະປະວັດທະນະທໍາລາວຈາກການປະກອບສ່ວນຂອງເອື້ອຍນ້ອງແມ່ຍິງ ກະຊວງການຕ່າງປະເທດ ແລະ ການປະກອບ ສ່ວນສະແດງສິລະປະອັນເປັນເອກະລັກປະຈໍາຊາດຂອງບັນດາສໍານັກງານການທູດຕ່າງປະເທດປະຈໍາ ສປປ ລາວ ຊຶ່ງໄດ້ສ້າງບັນຍາກາດອັນເບີກບານມ່ວນຊື່ນ ແລະ ປະທັບໃຈໃຫ້ແກ່ຜູ້ເຂົ້າຮ່ວມເປັນຢ່າງດີ. ໃນໂອກາດດຽວກັນນີ້, ບັນດາແຂກທີ່ເຂົ້າຮ່ວມ ກໍໄດ້ອວຍພອນສົ່ງທ້າຍປີເກົ່າ 2025 ແລະ ຕ້ອນຮັບປີໃໝ່ 2026 ຊຶ່ງກັນ ແລະ ກັນ.
![]() |


(ຂ່າວ-ພາບ: ວັນເພັງ)



ຄໍາເຫັນ