ງານວາງສະແດງສິນຄ້າ ບຸນອອກພັນສາປະວໍລະນາ ປີນີ້ ມີຄວາມເປັນລະບຽບຮຽບຮ້ອຍ

ງານວາງສະແດງສິນຄ້າ ບຸນອອກພັນສາປະວໍລະນາ ປີນີ້ ມີຄວາມເປັນລະບຽບຮຽບຮ້ອຍ
ໂດຍ: ວັນເພັງ 
ງານວາງສະແດງສິນຄ້າ ໃນບຸນອອກພັນສາປະວໍລະນາ ປະຈໍາປີ 2023 ທີ່ຈັດຂຶ້ນ ໃນລະຫວ່າງວັນທີ 28-30 ຕຸລານີ້, ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຫັນວ່າ ມີຫຼາຍຫ້າງຮ້ານ ແລະ ບໍລິສັດທັງພາກລັດ ແລະ ເອກະຊົນ ໄດ້ນຳເອົາສິນຄ້າຕ່າງໆຂອງຕົນມາວາງຈຳໜ່າຍໃນງານບຸນ ແລະ ເຫັນວ່າ ການຈັດວາງສະແດງສິນຄ້າ ໃນງານບຸນດັ່ງກ່າວ ແມ່ນມີຄວາມເປັນລະບຽບຮຽບຮ້ອຍສວຍງາມ. ສະນັ້ນ, ເຊີນມວນຊົນລາວທັງພາຍໃນ ແລະ ຕ່າງປະເທດເຂົ້າໄປທ່ຽວຊົມ ແລະ ຈັບຈ່າຍຊື້ສິນຄ້າຕ່າງໆ.
ໃນການຈັດວາງສະແດງສິນຄ້າ ໃນບຸນອອກພັນສາປະວໍລະນາປີນີ້ ຄະນະກຳມະການຈັດງານບຸນ ໄດ້ມອບໃຫ້ ບໍລິສັດຟູຈິວະລິ ຮ່ວມກັບ ບໍລິສັດດາວເຮືອງ ເປັນຜູ້ສຳປະທານຈັດງານວາງສະແດງ ແລະ ຂາຍສິນຄ້າຕ່າງໆ ຊຶ່ງບໍລິສັດ ໄດ້ມີຄວາມເອົາໃຈໃສ່ເປັນພິເສດເປັນຕົ້ນ ປະດັບປະດາ, ຕົບແຕ່ງ, ຈັດສັນຄວາມເປັນລະບຽບຮຽບຮ້ອຍ ທັງໄດ້ກຳນົດ ຈັດສັນເຂດວາງສະແດງສິນຄ້າປະເພດຕ່າງໆ ເຊັ່ນ: ສິນຄ້າຕົວແບບໜຶ່ງເມືອງ ໜຶ່ງຜະລິດຕະພັນ, ສິນຄ້າກະສິກຳ, ຫັດຫະກຳ ແລະ ສິນຄ້າອື່ນໆ ໃຫ້ມີຄວາມເປັນລະບຽບ ແລະ ຮັກສາໄດ້ຄວາມສະອາດງາມຕາ.
ຜູ້ສຳປະທານຈັດງານ ບຸນໄດ້ເປີດເຜີຍວ່າ: ຄະນະກຳມະການຈັດງານ ກໍຄື ບໍລິສັດ ໄດ້ກຳນົດ ແລະ ຈັດແບ່ງເປັນຈຸດຂາຍເຄື່ອງແຕ່ລະປະເພດ ເປັນຕົ້ນ ຈຸດຂາຍເຄື່ອງອຸປະໂພກ-ບໍລິໂພກ ໂດຍສະເພາະສິນຄ້າໂອດອບ, ສິນຄ້າຕົວແບບ, ສິນຄ້າກະສິກຳ, ຫັດຖະກຳ, ອາຫານ-ເຄື່ອງດື່ມ ແລະ ອື່ນໆ. ພ້ອມທັງຕົບແຕ່ງເຂດອະນຸລັກວັດທະນະທຳ, ເຂດທີ່ມີຄວາມໝາຍສຳຄັນໃນຕຳນານຜ່ານມາ ໂດຍສະ ເພາະເຂດໜອງບົວ ຂ້າງສວນເຈົ້າອານຸວົງ ແລະ ຕົບແຕ່ງປະຕູໂຂງທາງເຂົ້າຫາງານ ດ້ວຍໄມ້ໄຜ່ ທີ່ເປັນເອກະລັກສະເພາະ, ຕົບແຕ່ງໂຄມໄຟ ແລະ ອື່ນໆ ໃຫ້ມີຄວາມສວຍງາມ ສ່ອງແສງເຖິງຮີດຄອງປະເພນີ, ວັດທະນະທຳ ອັນດີງາມ ຂອງຊາດລາວເຮົາ. ພ້ອມນັ້ນ, ຍັງໄດ້ ກະກຽມສະຖານທີ່ໄຫຼເຮືອໄຟ, ຕົບແຕ່ງໂຄມໄຟ ຢູ່ໜອງນ້ຳ, ຈຸດຖ່າຍຮູບ, ຈຸດນັ່ງຫຼິ້ນ ແລະ ຈັດໃຫ້ມີເຮືອໄຟພະຍານາກ, ຕົບແຕ່ງກະໂທງໃຫຍ່ ໃຫ້ເປັນສັນຍາລັກບຸນອອກພັນສາ.
 ຜູ້ສໍາປະທານຈັດງານ ຍັງໄດ້ອອກກົດລະບຽບ ຢ່າງເຂັ້ມງວດ ຊາວຄ້າຂາຍທີ່ຈະນໍາເອົາສິນຄ້າຂອງຕົນ ເຂົ້າມາວາງສະແດງ ຕ້ອງເປັນເຈົ້າການຮັກສາຄວາມສະອາດ ຮ່ວມກັນ ເກັບມ້ຽນສິ່ງເສດເຫຼືອຂອງຕົນເອງ ເປັນປະຈຳ ເພື່ອບໍ່ໃຫ້ມີຂີ້ເຫຍື້ອຕົກຄ້າງ ແລະ ຖີ້ມຊະຊາຍ. ພ້ອມນັ້ນ, ຍັງໄດ້ວາງກະຕາຂີ້ເຫຍື້ອຢູ່ແຕ່ລະຈຸດ ໄວ້ໃຫ້ບໍລິການແກ່ມວນຊົນ ທັງນີ້ກໍເພື່ອຮອງຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເຂົ້າມາທ່ຽວງານບຸນອອກພັນສາປີນີ້ ໃຫ້ມີບັນຍາກາດອັນຄຶກຄື້ນມ່ວນຊື່ນ ຮັກສາໄດ້ຄວາມສະອາດ, ສວຍງາມ ແລະ ຄວາມເປັນລະບຽບຮຽບຮ້ອຍ.  (ຂໍ້ມູນ: ຂ່າວສານປະເທດລາວ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

18 ປີ ​ທນບ ສ້າງບາດລ້ຽວແຫ່ງການຫັນປ່ຽນສູ່ ທພບ

18 ປີ ​ທນບ ສ້າງບາດລ້ຽວແຫ່ງການຫັນປ່ຽນສູ່ ທພບ

ທະ​ນາ​ຄານ​ນະ​ໂຍ​ບາຍ (ທນບ) ໄດ້ເປີດໃຫ້ບໍລິການຢ່າງເປັນທາງການໃນວັນທີ 29 ມັງກອນ 2007, ເປັນທະນາຄານສະເພາະກິດ, ສະໜອງແຫຼ່ງທຶນດອກເບ້ຍຕໍ່າ ຂອງລັດຖະບານເຂົ້າໃນການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ຢູ່ບັນດາເມືອງເປົ້າໝາຍທຸກຍາກ, ຈຸດສຸມພັດທະນາ ຂອງທ້ອງຖິ່ນ-ຂອງລັດຖະບານ ແລະ ບ້ານ 3 ສ້າງ
ເມືອງຕະໂອ້ຍ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ

ເມືອງຕະໂອ້ຍ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ

ທ່ານ ຄໍາສະໄຫວ ວິລະກອນ ເລຂາຄະນະບໍລິຫານງານພັກເມືອງຕະໂອ້ຍ ແຂວງສາລະວັນໃຫ້ສຳພາດຕໍ່ສື່ມວນຊົນ ເມືອບໍ່ດົນມານີ້ວ່າ: ພາຍຫຼັງໄດ້ສຳເລັດການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງອົງຄະນະພັກເມືອງຕະໂອ້ຍ ກໍໄດ້ສຸມໃສ່ໃນການຈັດຕັ້ງຜັນຂະຫຍາຍ, ເຊື່ອມຊຶມມະຕິ XIII ຂອງອົງຄະນະພັກເມືອງ ຫັນລົງສູ່ຮາກຖານບ້ານ, ບັນດາໜ່ວຍພັກຕ່າງໆອ້ອມຂ້າງເມືອງ ໃຫ້ທົ່ວເຖີງແຕ່ຫົວທີ
ເຜີຍແຜ່ສັນຍາໂຄງການສໍາຫລວດແຮ່ຄໍາ ແລະ ແຮ່ຕິດພັນ ຢູ່ເຂດເມືອງລະມາມ ແລະ ເມືອງດາກຈຶງ

ເຜີຍແຜ່ສັນຍາໂຄງການສໍາຫລວດແຮ່ຄໍາ ແລະ ແຮ່ຕິດພັນ ຢູ່ເຂດເມືອງລະມາມ ແລະ ເມືອງດາກຈຶງ

ພະແນກພະລັງງານ ແລະ ບໍ່ແຮ່ແຂວງເຊກອງ ຮ່ວມກັບ ບໍລິສັດ ກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ຈໍາກັດຜູ້ດຽວ ໄດ້ຈັດກອງປະຊຸມເຜີຍແຜ່ສັນຍາໂຄງການສໍາຫຼວດແຮ່ຄໍາ, ແຮ່ຕິດພັນ ແລະ ໂຄງການສໍາຫຼວດແຮ່ບົກຊິດ ແລະ ແຮ່ຄໍາ ຢູ່ເຂດເມືອງລະມາມ, ເມືອງດາກຈຶງ ແຂວງເຊກອງຂຶ້ນ ໃນວັນທີ 14 ພຶດສະພາຜ່ານມາ ທີ່ສະໂມສອນເມືອງດາກຈຶງ,
ເມືອງຫຼວງນໍ້າທາ ຫວນຄືນມູນເຊື້ອ 3 ວັນປະຫວັດສາດ

ເມືອງຫຼວງນໍ້າທາ ຫວນຄືນມູນເຊື້ອ 3 ວັນປະຫວັດສາດ

ວັນທີ 14 ພຶດສະພາຜ່ານມາ ຢູ່ສະໂມສອນຂອງເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີປາຖະກະຖາວັນປົດປ່ອຍຫຼວງນໍ້າທາ ຄົບຮອບ 63 ປີ (ວັນທີ 6 ພຶດສະພາ 1962-ວັນທີ 6 ພຶດສະພາ 2025), ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 66 ປີ (ວັນທີ 18 ພຶດສະພາ 1959–18 ພຶດສະພາ2025),
ປີ 2024 ແຂວງສະຫວັນນະເຂດປະຕິບັດວິໄນສະມາຊິກພັກ ແລະ ອາຍັດລົດໃຫຍ່ຫຼາຍຄັນ

ປີ 2024 ແຂວງສະຫວັນນະເຂດປະຕິບັດວິໄນສະມາຊິກພັກ ແລະ ອາຍັດລົດໃຫຍ່ຫຼາຍຄັນ

ໃນວັນທີ 14 ພຶດສະພານີ້ ທີ່ສະໂມສອນຫ້ອງວ່າການແຂວງສະຫວັນນະເຂດ, ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າຕ້ານການສໍ້ລາດບັງຫຼວງສູນກາງ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ເປັນປະທານຮ່ວມກອງປະຊຸມສະຫຼູບວຽກງານກວດກາ ທົ່ວແຂວງປະຈໍາປີ 2024.
ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ອກສລ ຄັ້ງທີ III

ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ອກສລ ຄັ້ງທີ III

ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ປະຊາຊົນປະຕິວັດລາວ ອົງການກວດສອບແຫ່ງລັດ (ອກສລ) ຄັ້ງທີ IIIໄດ້ຈັດຂຶ້ນໃນວັນທີ 14 ພຶດສະພານີ້ ທີ່ຫ້ອງປະຊຸມຂອງ ອກສລ ໂດຍການເຂົ້າຮ່ວມ ແລະ ໃຫ້ກຽດເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານ ອກສລ; ມີ ສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ,
ສ້າງຄວາມເຂັ້ມແຂງໃຫ້ຄະນະນໍາກະຊວງ ຮສສ ໃນການນຳໃຊ້ລະບົບດີຈີຕອນ

ສ້າງຄວາມເຂັ້ມແຂງໃຫ້ຄະນະນໍາກະຊວງ ຮສສ ໃນການນຳໃຊ້ລະບົບດີຈີຕອນ

ຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດກອງປະຊຸມສຳມະນາສ້າງຄວາມເຂັ້ມແຂງການຈັດເກັບ ແລະ ການນຳໃຊ້ເອກະສານຮ່ວມກັນຜ່ານລະບົບ G-Share, G-Drive ໃຫ້ກັບຄະນະກົມ ແລະ ຄະນະວິຊາການພາຍໃນ ແລະ ອ້ອມຂ້າງກະຊວງ ຮສສ ຂຶ້ນໃນວັນທີ 13 ພຶດສະພາຜ່ານມາ ທີ່ສຳນັກ ງານດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນຍອດ ຈັນທະວອນ ຫົວໜ້າຫ້ອງການກະຊວງ ຮສສ, ມີຮອງສູນບໍລິຫານລັດດີຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມວິທະຍາກອນຈາກກະຊວງດັ່ງກ່າວເຂົ້າຮ່ວມ.
ເມືອງພຽງ ເປີດໂຄງການຮ່ວມມືສູນຜະລິດພັນເຂົ້າລູກປະສົມ

ເມືອງພຽງ ເປີດໂຄງການຮ່ວມມືສູນຜະລິດພັນເຂົ້າລູກປະສົມ

ໃນວັນທີ 13 ພຶດສະພາຜ່ານມານີ້ ທີ່ທົ່ງນາບ້ານ ນາຕານ ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດພິທີເປີດໂຄງການຮ່ວມມືສູນຜະລິດພັນເຂົ້າລູກປະສົມ ລະຫວ່າງ ບໍລິສັດອາຊີ-ໂປຕາ ສາກົນ(ກວາງໂຈວ) ຈໍາກັດ ແລະ ບໍລິສັດ ຊີງຢວນ ພັດທະນາກະສິກໍາ ຈໍາກັດຂຶ້ນ, ເຂົ້າຮ່ວມມີທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ມີທ່ານ ຈົງກົວຟູ ຜູ້ຊ່ວຍບໍລິສັດ ອາຊີ-ໂປຕາ ສາກົນ(ກວາງໂຈວ) ຈໍາກັດ, ທ່ານ ນາງ ເຕີງຈົງ ປະທານບໍລິສັດ ບໍລິສັດ ຊີງຢວນ ພັດທະນາກະສິກໍາ ຈໍາກັດ.
ຄໍາມ່ວນ ເກັບກ່ຽວພຶດລະດູແລ້ງໄດ້ແລ້ວ 8,409 ເຮັກຕາ

ຄໍາມ່ວນ ເກັບກ່ຽວພຶດລະດູແລ້ງໄດ້ແລ້ວ 8,409 ເຮັກຕາ

ໃນລະດູການຜະລິດພືດລະດູແລ້ງສົກປີ 2024-2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 10,527 ເຮັກຕາ, ຄາດຄະເນຜົນຜະລິດ 56,914 ໂຕນ. ໃນນັ້ນ, ແຜນການປູກພືດເພື່ອເປັນສະບຽງອາຫານ 3,773 ເຮັກຕາ, ຄາດຄະເນຜົນຜະລິດ 19,906 ໂຕນ. ແຜນການປູກພືດເພື່ອເປັນສິນຄ້າ 6,754 ເຮັກຕາ, ຄາດຄະເນຜົນຜະລິດ 37,008 ໂຕນ
ກຊສ ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍ ເນື້ອໃນວຽກງານກໍ່ສ້າງພັກ-ພະນັກງານ

ກຊສ ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍ ເນື້ອໃນວຽກງານກໍ່ສ້າງພັກ-ພະນັກງານ

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມຈັດຕັ້ງຜັນ​ຂະ​ຫຍາຍ​ເນື້ອ​ໃນ​​ວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ​ ແລະ ວຽກງານກວດກາ ທົ່ວປະເທດປະຈໍາປີ 2024 ແລະ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກວດກາ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025
ເພີ່ມເຕີມ