ທ່ານ ວາຊານທາ ສາມາຣາຊີງເຮ ລັດຖະມົນຕີກະຊວງການຄ້າ, ທຸລະກິດ, ຄວາມປອດໄພດ້ານອາຫານ ແລະ ການຮ່ວມມືພັດທະນາສີລັງກາ ຊຶ່ງເປັນປະເທດກິຕິມະສັກຂອງງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງນີ້ ກ່າວວ່າ: ສີລັງກາ ຈະໃຊ້ໂອກາດໃນງານເທື່ອນີ້ຢ່າງເຕັມທີ່, ເປີດກວ້າງການແລກປ່ຽນ ແລະ ການຮ່ວມມືກັບຈີນໃນດ້ານການຄ້າແລະ ການລົງທຶນ.
ປະຊາຊົນຫຼາຍກວ່າ 14,000 ຄົນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມໃນເຂດພິເສດອາເຈະ
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 25 ພະຈິກ ຜ່ານມາ, ອົງການຕ້ານໄພພິບັດແຫ່ງຊາດອິນໂດເນເຊຍແຈ້ງໃຫ້ຮູ້ວ່າ, ຍ້ອນຝົນຕົກໜັກຢ່າງຕໍ່ເນື່ອງ, ຢູ່ເຂດພິເສດອາເຈະເມື່ອບໍ່ດົນມານີ້ ໄດ້ເຮັດໃຫ້ເກີດໄພນ້ຳຖ້ວມ, ສົ່ງຜົນກະທົບຕໍ່ປະຊາຊົນຫຼາຍກວ່າ 14,000 ຄົນ.
ຄໍາເຫັນ