ງານວາງສະແດງສິນຄ້າກະສິກຳ ປະຈໍາປີ 2024 (AgriExpo Laos2024)

ງານວາງສະແດງສິນຄ້າກະສິກຳ ປະຈຳປີ2024ຈະເປີດຂຶ້ນໄວໆນີ້

ງານວາງສະແດງສິນຄ້າກະສິກຳ ປະຈຳປີ2024ຈະເປີດຂຶ້ນໄວໆນີ້
ທ່ານລິນຄໍາ ດວງສະຫວັນລັດຖະມົນຕີກະຊວງກະສີກໍາແລະ ປ່າໄມ້ໄດ້ຖະແຫຼງຕໍ່ສື່ມວນຊົນໃນວັນທີ10ທັນວານີ້ວ່າ:ຂ້າພະເຈົ້າ ໃນນາມຕາງໜ້າໃຫ້ຄະນະຮັບຜິດຊອບຈັດງານວາງສະແດງສິນຄ້າກະສິກຳ ປະຈໍາປີ 2024 (AgriExpo Laos2024)

 

ກໍຄືຕາງໜ້າ ກະຊວງກະສິກໍາ ແລະ ປ່າໄມ້ ມີຄວາມຮູ້ສຶກພາກພູມໃຈ ແລະ ເປັນກຽດຢ່າງສູງ ຂໍແຈ້ງມາຍັງ ພະນັກງານ, ທະຫານ, ຕຳຫຼວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ພໍ່ແມ່ປະຊາຊົນບັນດາເຜົ່າໃນນະຄອນຫຼວງວຽງຈັນ ກໍຄືໃນຂອບເຂດທົ່ວປະເທດ ຕະຫຼອດຮອດແຂກຕ່າງປະເທດຮັບຊາບກ່ຽວກັບການຈັດງານວາງສະແດງສິນຄ້າກະສິກຳ ປະຈໍາປີ 2024 (AgriExpo Laos2024) ດັ່ງນີ້:

ການຈັດງານວາງສະແດງສິນຄ້າກະສິກຳປີ 2024 ຫຼືLao Agri Expo 2024 ແມ່ນເປັນໂອກາດທີ່ສຳຄັນຢ່າງຍິ່ງສໍາລັບການຍົກລະດັບວຽກງານການຜະລິດກະສິກຳໃນປະເທດລາວຊຶ່ງກະຊວງກະສິກໍາແລະປ່າໄມ້ ມີໜ້າທີ່ໃນການຄຸ້ມຄອງມະຫາພາກກ່ຽວກັບວຽກງານກະສິກຳ, ປ່າໄມ້, ການປຸງແຕ່ງກະສິກຳຂັ້ນຕົ້ນ, ຄົ້ນຄວ້າວິທະຍາສາດເຕັກນິກ, ຊີວະເຕັກໂນໂລຊີແລະລະບົບນິເວດກະສິກຳແລະປ່າໄມ້ ແລະເປັນໃຈກາງໃນການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດໃນຂອບເຂດທົ່ວປະເທດໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມ, ຕິດຕາມກວດກາແລະພັດທະນາວຽກງານການຜະລິດກະສິກໍາໃຫ້ກາຍເປັນກະສິກຳອຸດສາຫະກຳໂດຍນຳໃຊ້ ເຕັກນິກ-ເຕັກໂນໂລຊີທີ່ທັນສະໄໝ ແລະກ້າວໜ້າຕິດພັນກັບການຜະລິດກະສິກຳແບບຄົບວົງຈອນແລະຍືນຍົງເພື່ອຄ້ຳປະກັນສະບຽງອາຫານແລະເປັນສິນຄ້າສົ່ງອອກສູ່ຕະຫຼາດພາກພື້ນແລະສາກົນໃຫ້ນັບມື້ນັບສູງຂຶ້ນ.

ຈຸດປະສົງຂອງງານວາງສະແດງສິນຄ້າກະສິກຳປີ 2024 ນີ້ ແມ່ນເພື່ອເປັນການໂຄສະນາເຜີຍແຜ່ບັນດາຜົນຜະລິດກະສິກຳ, ກົນຈັກ, ເຄື່ອງມືແລະນະວັດຕະກຳ, ເຕັກນິກ-ເຕັກໂນໂລຊີດ້ານການຜະລິດກະສິກໍາທີ່ທັນສະໄໝ; ສົ່ງເສີມການແບ່ງປັນຄວາມຮູ້ແລະການສ້າງຄວາມອາດສາມາດ ໃນຂົງເຂດການຜະລິດກະສິກຳ-ປ່າໄມ້; ຍົກສູງຄວາມຮັບຮູ້ກ່ຽວກັບຄວາມປອດໄພ ແລະ ການຄ້ຳປະກັນ ດ້ານສະບຽງອາຫານ ແລະ ໂພຊະນາການ ຕິດພັນກັບການປັບຕົວເຂົ້າກັບການປ່ຽນແປງຂອງສະພາບດິນຟ້າອາກາດ; ແລະ ຍົກສູງການພົວພັນລະຫວ່າງພາກລັດ ແລະ ເອກະຊົນ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ, ອົງການຈັດຕັ້ງທາງສັງຄົມແລະ ທຸກພາກສ່ວນທີ່ກ່ຽວຂ້ອງ.

ເພື່ອເຮັດໃຫ້ການຈັດງານວາງສະແດງສິນຄ້າກະສິກຳ ປະຈໍາປີ 2024 (AgriExpo Laos2024)ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມໝາຍ ຄວາມສໍາຄັນ,ກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງໄດ້ເປັນໃຈກາງປະສານສົມທົບ ກັບທຸກພາກສ່ວນທີ່ກ່ຽວຂ້ອງ ຂອງພາກລັດ ແລະ ເອກະຊົນ ເປັນຕົ້ນແມ່ນອົງການອາຫານ ແລະ ການກະເສດ, ສະມາຄົມນັກທຸລະກິດກະສິກໍາລາວແລະທຸກພາກສ່ວນທີ່ກ່ຽວຂ້ອງ ໃນການຫ້າງຫາກະກຽມຈັດງານດັ່ງກ່າວນັບແຕ່ເດືອນກັນຍາ ປີ 2024 ເປັນຕົ້ນມາ.

ງານວາງສະແດງສິນຄ້າກະສິກຳລາວປີ 2024 ຫຼືLao Agri Expo 2024 ນີ້ມີຄວາມສໍາຄັນຢ່າງຍິ່ງເພາະຈະໄດ້ລວບລວມເອົາບັນດາຜູ້ປະກອບການກະສິກໍາ, ຜູ້ໃຫ້ທຶນ, ນັກທຸລະກິດກະສິກໍາທັງພາຍໃນແລະຕ່າງປະເທດແລະຊາວກະສິກອນຂອງລາວເພື່ອເປັນແຮງກະຕຸ້ນສໍາຄັນທີ່ຈະນໍາພາການຜະລິດກະສິກໍາຂອງສປປລາວເຮົາກ້າວໄປສູ່ການກະສິກຳອຸດສາຫະກຳແລະຄວາມຍືນຍົງໃນອະນາຄົດ. ສຳລັບກິດຈະກໍາພົ້ນເດັ່ນໃນງານLao Agri Expo 2024 ນີ້ຈະມີການສະແດງຜົນງານການຜະລິດກະສິກຳແບບຍືນຍົງ, ການສຶກສາເຕັກໂນໂລຊີທີ່ທັນສະໄໝໃນການກະສິກຳ, ການວາງສະແດງອຸປະກອນ ແລະ ສິນຄ້າກະສິກຳ, ການສຳມະນາ ແລະ ກອງປະຊຸມຕ່າງໆ.

ສໍາລັບການສຳມະນາ ແລະ ກອງປະຊຸມແມ່ນຈະມີຜູ້ຊ່ຽວຊານນຳສະເໜີໃນຫົວຂໍ້ຕ່າງໆເຊັ່ນ: ເຕັກນິກການຜະລິດກະສິກຳ, ການປັບຕົວຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ, ການຄຸ້ມຄອງນໍ້າ, ການເງິນກະສິກໍາແລະການເຂົ້າເຖິງຕະຫຼາດ ແລະ ກອງປະຊຸມເຄືອຂ່າຍ ເພື່ອເປັນໂອກາດສໍາລັບຜູ້ເຂົ້າຮ່ວມໃນການສ້າງຄວາມສໍາພັນກັບນັກລົງທຶນ, ນັກທຸລະກິດກະສິກໍາແລະພາກລັດເພື່ອເສີມຂະຫຍາຍການຮ່ວມມືແລະການລົງທຶນ.

ໃນນາມຕາງໜ້າໃຫ້ຄະນະຮັບຜິດຊອບຈັດງານ ກໍຄືຕາງໜ້າ ກະຊວງ ກະສິກໍາ ແລະ ປ່າໄມ້ ຂໍເຊີນຊວນບັນດາທ່ານ,ພະນັກງານ, ທະຫານ, ຕຳຫຼວດ ນັກທຸລະກິດ, ພໍ່ຄ້າຊາວຂາຍ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າໃນທົ່ວປະເທດແລະແຂກຕ່າງປະເທດເຂົ້າຮ່ວມແລະ ທ່ຽວຊົມ ງານວາງສະແດງສິນຄ້າກະສິກຳ ປີ 2024 ໃນຄັ້ງນີ້ ຊຶ່ງຈະໄດ້ຈັດຂຶ້ນທີ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ ໃນລະຫວ່າງ ວັນທີ 16-20 ທັນວາ 2024 ນີ້.

ຂ່າວ-ພາບ:ພູວຽງຄຳ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ