ງານວາງສະແດງຢາພື້ນເມືອງລາວ ຄັ້ງທີ II ຈະຈັດຂຶ້ນໃນໄວໆນີ້

ງານວາງສະແດງຢາພື້ນເມືອງລາວ ຄັ້ງທີ II ຈະຈັດຂຶ້ນໃນໄວໆນີ້

ງານວາງສະແດງຢາພື້ນເມືອງລາວ ຄັ້ງທີ II ຈະຈັດຂຶ້ນໃນໄວໆນີ້
ງານວາງສະແດງຢາພື້ນເມືອງລາວ ຄັ້ງທີ II ຈະຈັດຂຶ້ນໃນລະຫວ່າງວັນທີ 12-13 ທັນວານີ້ ທີ່ຫໍພິພິທະພັນໄກສອນ ພົມວິຫານ ນະຄອນຫຼວງວຽງຈັນເພື່ອສະເຫຼີມສະຫຼອງວັນສຳຄັນຂອງພັກ-ຂອງຊາດ ໂດຍມີຜູ້ປະ ກອບການຜະລິດຕະພັນຢາພື້ນເມືອງລາວເຂົ້າຮ່ວມຫຼາຍກວ່າ 30 ຫົວໜ່ວຍທຸລະກິດ.
ງານວາງສະແດງຢາພນເມອງລາວ ຄງທ II ຈະຈດຂນໃນໄວໆນ - image 1
 

      ທ່ານ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະ ນະສຸກ ທັງເປັນຮອງປະທານສະມາຄົມອະນຸລັກຢາພື້ນເມືອງລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 9 ທັນວາຜ່ານມາວ່າ: ສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກຮ່ວມກັບສະມາຄົມອະນຸລັກຢາພື້ນເມືອງລາວ ຈະຈັັດງານວາງສະແດງຢາພື້ນເມືອງລາວ ຄັ້ງທີ II ເພື່ອສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານຄົບຮອບ 105 ປີ (13/12/1920-13/12/2025); ຊົມເຊີຍວັນສະຖາປະນາສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ຜ່ານມາ, ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມອະນຸ ລັກຢາພື້ນເມືອງລາວ ຄົບຮອບ 3 ປີ (13/12/2022-13/12/2025) ທັງເປັນການສົ່ງເສີມ ແລະ ເປີດໂອກາດໃຫ້ຜູ້ປະກອບການຜະລິດຕະພັນຢາພື້ນເມືອງ ກໍຄືສະມາຊິກພາຍໃນສະມາຄົມອະນຸລັກຢາພື້ນເມືອງລາວໄດ້ນໍາເອົາຜະລິດຕະພັນຂອງຕົນມາວາງສະແດງ ແລະ ຈຳໜ່າຍໃຫ້ສັງຄົມ ກໍຄືປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້ ແລະ ນຳໃຊ້ຜະລິດຕະພັນຢາພື້ນເມືອງລາວຢ່າງທົ່ວເຖິງ. ພ້ອມນີ້, ຍັງເປັນການຊຸກຍູ້ສົ່ງເສີມໃຫ້ຄົນລາວຫັນມາຊົມໃຊ້ຜະລິດຕະພັນຢາພື້ນເມືອງລາວທີ່ຜະລິດໂດຍຄົນລາວ ທີ່ມີຄຸນນະພາບໄດ້ມາດຕະຖານ, ຜ່ານ ອຍ ແລະ ອື່ນໆ ຄວບຄູ່ກັບຢາຫຼວງ.

ງານວາງສະແດງຢາພນເມອງລາວ ຄງທ II ຈະຈດຂນໃນໄວໆນ - image 2
 

ທ່ານ ບຸນເລື່ອນ ດວງເດືອນ ໃຫ້ຮູ້ຕື່ມວ່າ: ງານວາງສະແດງໃນຄັ້ງນີ້ຈະຊ່ວຍຂັບເຄື່ອນການໃຊ້ຢາ ພື້ນເມືອງລາວໃນການຮັກສາສົມທົບຢາຫຼວງ ແລະ ການແພດທາງເລືອກໃນສະຖານທີ່ບໍລິການຂັ້ນຕ່າງໆ,  ການສົ່ງເສີມຜູ້ຜະລິດ-ທ່າແຮງຈາກຊັບພະຍາກອນທີ່ເປັນຢາ, ຮັກສາພູມປັນຍາຂອງທ້ອງຖິ່ນ, ການສືບສານພັນທຸກຳພືດທີ່ເປັນຢາ ແລະ ອົງຄວາມຮູ້ດັ້ງເດີມຂອງຊາວລາວ ທັງເປັນການຍົກລະດັບມາດຕະຖານການຜະລິດຢາພື້ນເມືອງລາວ ແລະ ພັດທະນາໃຫ້ສູງຂຶ້ນເປັນກ້າວໆ ສ້າງຄວາມເຊື່ອໝັ້ນຕໍ່ຜູ້ບໍລິໂພກທາງດ້ານຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພ.

ການຈັດງານວາງສະແດງຄັ້ງນີ້, ແມ່ນເຫດການທີ່ສໍາຄັນຂອງວຽກງານການແພດ ແລະ ການຢາພື້ນ ເມືອງຂອງກະຊວງສາທາລະນະສຸກທີ່ສະທ້ອນໃຫ້ເຫັນການເສີມຂະຫຍາຍແນວຄິດປະທານ ໄກສອນ ພົມວິຫານຕໍ່ວຽກງານການແພດ ແລະ ການຢາພື້ນເມືອງລາວ ໂດຍຕິດພັນມໍຣະດົກທາງວັດທະນະທຳ ແລະ ຄວາມຮັ່ງມີທາງທຳມະຊາດຂອງປະເທດລາວທີ່ຄວນອະນຸລັກ ແລະ ພັດທະນາໃຫ້ທັນສະໄໝ. 

ງານວາງສະແດງຢາພນເມອງລາວ ຄງທ II ຈະຈດຂນໃນໄວໆນ - image 3
 

ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ງານບຸນການສະແດງລະຄອນ ໄວໜຸ່ມ

ງານບຸນການສະແດງລະຄອນ ໄວໜຸ່ມ

ງານບຸນການສະແດງລະຄອນ ໄວໜຸ່ມນະຄອນຫຼວງວຽງຈັນ 2025 ໄດ້ຈັດຂຶ້ນໃນວັນທີ 8 ທັນວານີ້ ທີ່ວິທະຍາໄລ ສິນລະປະແຫ່ງຊາດ,​ໂດຍມີຂອງ ທ່ານ ລັດຕະນະກອນ ອິນສິຊຽງໃໝ່ ອໍານວຍການບໍລິສັດ ເຂົ້າໜຽວການສະແດງ ມີບັນດາແຂກຖືກເຊີນ ແລະ ນັກສະແດງເຂົ້າຮ່ວມ.
Vietjetຮັບເຮືອບິນ 22 ລຳ ພາຍໃນໜຶ່ງເດືອນ

Vietjetຮັບເຮືອບິນ 22 ລຳ ພາຍໃນໜຶ່ງເດືອນ

ສາຍການບິນ Vietjetໄດ້ຮັບເຮືອບິນ A321neo ACF ລຳໃໝ່, ທະບຽນ VN-A580, ຊຶ່ງເຮັດໃຫ້ສາຍການບິນນີ້ເຂົ້າໃກ້ສະຖິຕິການຮັບເຮືອບິນ 22 ລຳ ພາຍໃນໜຶ່ງເດືອນ. ນັ້ນສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ Vietjetໃນການເພີ່ມທະວີການຂະຫຍາຍຕົວໃນຕະຫຼາດເອເຊຍ ແລະ ຕະຫຼາດໂລກຢ່າງຕໍ່ເນື່ອງ, ລວມທັງ ສປປ ລາວ ທີ່ສາຍການບິນໄດ້ມີບົດບາດເພີ່ມຂຶ້ນໃນການປັບປຸງການເຊື່ອມຕໍ່ລະດັບພາກພື້ນ ແລະ ການຟື້ນຟູການທ່ອງທ່ຽວ.
ເມືອງບໍ່ແຕນ ປາຖະກະຖາວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ

ເມືອງບໍ່ແຕນ ປາຖະກະຖາວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ

ໃນວັນທີ 8 ທັນວານີ້, ເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຂຶ້ນທີ່ສະໂມສອນຂອງເມືອງ, ເປັນກຽດເຂົ້າຮ່ວມປາຖະກະຖາຂອງທ່ານ ຄຳພັນ ພັນທະວົງ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດ.
5 ປີຕໍ່ໜ້າແຂວງເຊກອງ ຈະສ້າງສີມືແຮງງານໃຫ້ໄດ້ 1,500 ຄົນ

5 ປີຕໍ່ໜ້າແຂວງເຊກອງ ຈະສ້າງສີມືແຮງງານໃຫ້ໄດ້ 1,500 ຄົນ

ໃນ 5 ປີຕໍ່ໜ້າ (2026-2030) ແຂວງເຊກອງ ຈະສຸມໃສ່ສ້າງສີມືແຮງງານໃຫ້ໄດ້ 1,500 ຄົນ. ໃນນີ້, ຊ່າງດ້ານກໍ່ສ້າງໃຫ້ໄດ້ 400 ຄົນ, ສ້ອມແປງກົນຈັກ 400 ຄົນ, ເອເລັກໂຕຼນິກ 200 ຄົນ, ປູກຝັງ-ລ້ຽງສັດ 300 ຄົນ, ປຸງແຕ່ງ 100 ຄົນ ແລະ ຕັດຫຍິບໃຫ້ໄດ້ 100 ຄົນ.
ການລົງທຶນເພີ່ມໃໝ່ 1.88 ຕື້ໂດລາ!ກອງປະຊຸມສົ່ງເສີມການລົງທຶນທີ່ຍົກລະດັບຮອບດ້ານ ຂອງນິຄົມອຸດສາຫະກຳ ອາຊີໂປຕາສ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ!

ການລົງທຶນເພີ່ມໃໝ່ 1.88 ຕື້ໂດລາ!ກອງປະຊຸມສົ່ງເສີມການລົງທຶນທີ່ຍົກລະດັບຮອບດ້ານ ຂອງນິຄົມອຸດສາຫະກຳ ອາຊີໂປຕາສ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ!

ວັນທີ 6 ທັນວາ, “ກອງປະຊຸມປະຊາສໍາພັນສົ່ງເສີມການລົງທຶນທີ່ຍົກລະດັບຮອບດ້ານຂອງ ນິຄົມອຸດສາຫະກຳ ອາຊີໂປຕາສ” ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ທີ່ ນະຄອນເສິນເຈິນ ສປ ຈີນ. ງານຄັ້ງນີ້ຈັດຂຶ້ນເນື່ອງໃນໂອກາດການນຳສະເໜີແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີⅩແລະ ເປັນຄັ້ງທໍາອິດຂອງການຈັດກອງປະຊຸມສົ່ງເສີມການລົງທຶນ ຫຼັງຈາກການປະກາດ “ດໍາລັດວ່າດ້ວຍນິຄົມອຸດສາຫະກຳ ອາຊີໂປຕາສ” ຢ່າງເປັນທາງການ, ໂດຍນິຄົມອຸດສາຫະກຳໄດ້ກ້າວເຂົ້າສູ່ຍຸກໃໝ່ 2.0. ການສົ່ງເສີມການລົງທຶນໃນຄັ້ງນີ້ແນໃສ່ຄູ່ຮ່ວມມືທີ່ມີຄຸນນະພາບຈາກທົ່ວໂລກ, ໄດ້ມີການເຊັນສັນຍາໂຄງການອຸດສາຫະກຳ 16 ໂຄງການ, ຄາດວ່າຈໍານວນການລົງທຶນໃໝ່ ທັງໝົດ 1 ຕື້ 88 ລ້ານໂດລາ, ຄາດວ່າໃນອະນາຄົດຈະບັນລຸມູນຄ່າຜົນຜະລິດທັງໝົດ 1 ຕຶ້ 828 ລ້ານໂດລາ/ປີ, ເຊິ່ງກ່ຽວຂ້ອງກັບໂຄງການທ້າຍນ້ຳໃນລະບົບຕ່ອງໂສ້ອຸດສາຫະກຳເຄມີໂບຣມີນ, ໂຄງການວັດສະດຸໂລຫະລະດັບແຜ່ນຊິບ ໃນໂຄງການທ້າຍນ້ຳຂອງ ຄລໍ-ອັນຄາໄລ, ຊິລິຄອນ ອຸດສາຫະກຳ, ໂປຕາສຊຽມ ຊູນເຟດ, ຝຸ່ນປະສົມ ແລະ ຫຼາຍໂຄງການສໍາຄັນອື່ນໆ, ເຊິ່ງໄດ້ບັນລຸຜົນສຳເລັດທີ່ໂດດເດັ່ນໃນການຂະຫຍາຍຂະໜາດ, ການຟື້ນຟູອຸດສາຫະກຳ ແລະ ການຍົກລະດັບກໍາລັງການຜະລິດ ເປັນຂີດໝາຍຂອງຜົນສຳເລັດການຍົກລະດັບຄຸນນະພາບ ແລະ ປະສິດທິພາບຢ່າງຮອບດ້ານຂອງລະບົບນິເວດອຸດສາຫະກຳໃນນິຄົມອຸດສາຫະກຳ ອາຊີໂປຕາສ.
ອາຊີ-ໂປຕາສ ສາກົນ ສໍາເລັດການທົດລອງປ້ອນວັດສະດຸເຄື່ອງຈັກຜະລິດແບບຕໍ່ເນື່ອງຂອງໂຄງການຝຸ່ນໂປຕາສ 1 ລ້ານໂຕນ ແຫ່ງທີ 3 ! ກໍາລັງການຜະລິດຝຸ່ນໂປຕາສ ຂອງ ສປປ ລາວ ບັນລຸການຍົກລະດັບແບບກ້າວກະໂດດອີກເທື່ອໜຶ່ງ!

ອາຊີ-ໂປຕາສ ສາກົນ ສໍາເລັດການທົດລອງປ້ອນວັດສະດຸເຄື່ອງຈັກຜະລິດແບບຕໍ່ເນື່ອງຂອງໂຄງການຝຸ່ນໂປຕາສ 1 ລ້ານໂຕນ ແຫ່ງທີ 3 ! ກໍາລັງການຜະລິດຝຸ່ນໂປຕາສ ຂອງ ສປປ ລາວ ບັນລຸການຍົກລະດັບແບບກ້າວກະໂດດອີກເທື່ອໜຶ່ງ!

ວັນທີ 6 ທັນວາ ໄດ້ມີຂ່າວດີຈາກຖານຜະລິດຝຸ່ນໂປຕາສຢູ່ລາວ ຂອງ ອາຊີ-ໂປຕາສ ສາກົນ ວ່າ: ຄຽງຄູ່ກັບຜະລິດຕະພັນຝຸ່ນໂປຕາສ 60% ຊຸດທໍາອິດໄດ້ຖືກຂົນສົ່ງອອກຈາກສາຍພານລໍາລຽງ, ເປັນການປະກາດວ່າ ລະບົບລຳລຽງຂົນສົ່ງຫຼັກເຂດແຫຼ່ງແຮ່ດົງບູນນ້ອຍໄດ້ເປີດນຳໃຊ້ຢ່າງເປັນທາງການ, ໂຄງການເປີດທົດລອງເດີນເຄື່ອງຈັກຜະລິດຝຸ່ນໂປຕາສແບບຕໍ່ເນື່ອງ 1 ລ້ານໂຕນ ແຫ່ງທີ 3 ຂອງ ອາຊີ-ໂປຕາສ ສາກົນ ໄດ້ຮັບຜົນສໍາເລັດຜົນຢ່າງຈົບງາມ.
ເຜີຍແຜ່ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸ່ນແຮງທາງເພດຜ່ານທາງອອນລາຍ

ເຜີຍແຜ່ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸ່ນແຮງທາງເພດຜ່ານທາງອອນລາຍ

ກອງປະຊຸມເຜີຍແຜ່ລະດັບຊາດ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸ່ນແຮງທາງເພດຜ່ານທາງອອນລາຍ ໄດ້ຈັດຂຶ້ນໃນວັນທີ 8 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ ຮ່ວມແຮງຮ່ວມໃຈກັນເພື່ອຢຸດຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງທຸກຄົນຜ່ານທາງດິຈິຕອນ(UNITIE TO END DIGITAL VIOLENCE AGAINST ALL WOMEN AND GIRLS); ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານສູນກາງຄະນະບໍລິຫານງານສະຫະພັນແມ່ຍິງລາວ(ສສຍລ), ຮອງປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ,ແມ່ແລະເດັກ(ຄຊກມດ); ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ; ທ່ານ ບັກຕີຍໍ ກາດິຣບ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ປະຈໍາ ສປປ ລາວ, ມີບັນດາຜູ້ຕາງໜ້າຈາກກະຊວງ, ອົງການ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນພ້ອມດ້ວຍພາກສ່ວນກ່ຽວຂ້ອງ ທັງແບບເຊິ່ງໜ້າ ແລະ ອອນລາຍ ເຂົ້າຮ່ວມ.
ມອບ-ຮັບທາງເຂົ້າບ້ານຊຳກ້ວາງ

ມອບ-ຮັບທາງເຂົ້າບ້ານຊຳກ້ວາງ

ໃນວັນທີ5ທັນວາຜ່ານມາ ຢູ່ທີ່ເຂດງານ ໄດ້ມີພິທີມອບ-ຮັບເສັ້ນທາງເຂົ້າບ້ານຊຳກ້ວາງ ເມືອງຄູນ ແຂວງຊຽງຂວາງ ໂດຍການເປັນປະທານຂອງທ່ານ ບຸນມີ ຄູນມາລາ ຮອງເລຂາພັກເມືອງ ປະທານກຳມະການປົກຄອງເມືອງ, ທ່ານນາງ ສົມພອນ ບູ່ພະລາ ຮອງຫົວໜ້າຫ້ອງວ່າການແຂວງ, ມີອາດີດການນຳເມືອງຄູນ, ພະນັກງານຈາກແຂວງ, ເມືອງ, ບໍລິສັດ ແລະ ປະຊາຊົນບ້ານຊຳກ້ວາງເຂົ້າຮ່ວມ.
ຄະນະຜູ້ແທນສຳພັນຄົນລາວຢູ່ປະເທດຝຣັ່ງ ມອບເງິນສົມທົບທຶນສ້າງຫໍພັກຄູ-ນັກຮຽນ ບ້ານຂີ້ນາກ

ຄະນະຜູ້ແທນສຳພັນຄົນລາວຢູ່ປະເທດຝຣັ່ງ ມອບເງິນສົມທົບທຶນສ້າງຫໍພັກຄູ-ນັກຮຽນ ບ້ານຂີ້ນາກ

ວັນທີ 7 ທັນວາຜ່ານມານີ້,ຄະນະຜູ້ແທນສຳພັນຄົນລາວຢູ່ປະເທດຝຣັ່ງໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງໂຂງແຂວງຈຳປາສັກພ້ອມທັງມອບເງິນສົມທົບທຶນເຂົ້າໃນການກໍ່ສ້າງຫໍພັກຄູ ແລະ ນັກຮຽນ.
ສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ

ສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ

ອົງການກວດກາແຫ່ງລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ໄດ້ຈັດພິທີສະເຫຼີມສະ ຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ (9/12/2003-9/12/2025) ປະຈຳປີ 2025, ພາຍໃຕ້ຄໍາຂັວນ “ຮ່ວມແຮງ ຮ່ວມໃຈ ກັບໄວໜຸ່ມ ໃນການຕ້ານການສໍ້ລາດບັງຫຼວງ ເພື່ອສ້າງອະນາຄົດອັນສົດໃສ”,ຂຶ້ນໃນວັນທີ 8 ທັນວານີ້,ທີ່ສະໂມສອນຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດ,ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ UNODC, ທະນາຄານອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ ICBC, ຕາງໜ້າທູຕານຸທູດ, ແຂກຖືກເຊີນຈາກບັນດາກະຊວງ-ອົງການ, ລັດວິສາຫະກິດ ແລະ ຄູ-ອາຈານ, ນັກຮຽນ-ນັກສຶກສາເຂົ້າຮ່ວມ.
ເພີ່ມເຕີມ