ການປະກວດນາງສາວງາມທິດາເຮືອຊ່ວງປະຈໍາປີ 2024

ງານປະກວດນາງສາວງາມທິດາເຮືອຊ່ວງປະຈຳປີ ພສ 2567 ຄສ 2024

ງານປະກວດນາງສາວງາມທິດາເຮືອຊ່ວງປະຈຳປີ ພສ 2567 ຄສ 2024
ການປະກວດນາງສາວງາມທິດາເຮືອຊ່ວງປະຈໍາປີ 2024 ໄດ້ຈັດຂຶ້ນໃນຄໍ່າຄືນຂອງວັນທີ 14 ຕຸລາຜ່ານມາ ທີ່ເດີນຜາມໄຊບ້ານປົ່ງ ເມືອງໄຊຍະບູລີ ແຂວງໄຊຍະບູລີ

ໂດຍການເຂົ້າຮ່ວມຂອງທ່ານ ຄໍາຫຼ້າ ຜິວວັນນາ ຫົວໜ້າຫ້ອງວ່າການແຂວງໄຊຍະບູລີ, ທ່ານ ເສນ ພັນລັກ ວ່າການເຈົ້າເມືອງໄຊຍະບູລີ, ມີແຂກຖືກເຊີນ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີ ທ່ານ ນາງ ວິລາວັນ ອົງແກ້ວ ຮອງເຈົ້າເມືອງ ປະທານຈັດງານບຸນ ໄດ້ກ່າວວ່າ: ການຈັດງານປະກວດນາງສາວງາມທິດາເຮືອຊ່ວງໃນຄັ້ງນີ້ ເປັນກິດຈະກຳໜຶ່ງໃນງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະຈຳປີ ພສ 2567 ຄສ 2024 ໃຫ້ມີບັນຍາກາດເບີກບານມ່ວນຊື່ນຢ່າງເປັນຂະບວນການຟົດຟື້ນ, ເປັນການຊຸກຍູ້ສົ່ງເສີມວັດທະນະທໍາ ຊຶ່ງສະແດງອອກໃນການນຸ່ງຖື, ວາຈາ, ກິລິຍາມາລະຍາດ, ຍິ້ມແຍ້ມແຈ່ມໃສ, ນໍ້າໃຈດີ ທີ່ເປັນເອກະລັກວັດທະນະທໍາອັນດີງາມຂອງຄົນລາວ.

ການປະກວດນາງສາວງາມທິດາເຮືອຊ່ວງປະຈໍາປີ ພສ 2567 ຄສ 2024 ນີ້, ມີຜູ້ເຂົ້າຮ່ວມປະກວດຈໍານວນ 20 ນ້ອງ ທີ່ເປັນຕົວແທນມາຈາກບ້ານຕ່າງໆພາຍໃນເມືອງດັ່ງກ່າວ. ຜ່ານການປະກວດທີ 1 ໄດ້ແກ່ ນາງສາວ ເພັດໄພລິນ ຄໍາມູນທາ ຕົວແທນຈາກບ້ານ ສີເມືອງ ໄດ້ຮັບມຸງກຸດປະຈໍາຕໍາແໜ່ງ ເງິນສົດ 6 ລ້ານກີບ ພ້ອມດ້ວຍສາຍສະພາຍ ແລະ ຍັງໄດ້ຮັບລາງວັນນາງສາວຂວັນໃຈຊ່າງພາບ, ທີ 2 ນາງສາວ ເພັດເກສອນ ເກດຕາໄຊ ຕົວແທນຈາກບ້ານປົ່ງ ໄດ້ຮັບມຸງກຸດປະຈໍາຕໍາແໜ່ງ ພ້ອມດ້ວຍສາຍສະພາ ແລະ ເງິນສົດ 5 ລ້ານກີບ, ທີ 3 ນາງສາວ ນໍ້າຝົນ ໂພທິລັກ ຕົວແທນຈາກບ້ານນາເລົາ ໄດ້ຮັບມຸງກຸດພ້ອມດ້ວຍສາຍສະພາຍ ແລະ ເງິນສົດ 4 ລ້ານກີບ. ໃຫ້ກຽດມອບມຸງກຸດ, ສາຍສະພາຍ ແລະ ເງິນສົດ ໂດຍແມ່ນທ່ານ ຄໍາຫຼ້າ ຜິວວັນນາ, ທ່ານ ເສນ ພັນລັກ ແລະ ບັນດາທ່ານຫົວໜ້າພະແນກການ, ອົງການ ກໍ່ໄດ້ຜັດປ່ຽນກັນມອບແຕ່ລະລາງວັນ

(ຂ່າວ+ພາບ: ຄໍາໝັ້ນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ໂຟໄລທີງ ມີສະຫວັດດີການໃຫ້ກຳມະກອນຕາມກົດໝາຍແຮງງານ

ບໍລິສັດ ໂຟໄລທີງ ມີສະຫວັດດີການໃຫ້ກຳມະກອນຕາມກົດໝາຍແຮງງານ

ເນື່ອງໃນໂອກາດ ວັນກຳມະກອນສາກົນຄົບຮອບ 139 ປີ(1 ພຶດສະພາ 1886 – 1 ພຶດສະພາ 2025), ທ່ານ ດົວວ່າງ ວ່າງເຈົ້າ ຜູ້ຈັດການ ບໍລິສັດ ໂຟໄລທີງຂາຍເຄື່ອງອຸປະກອນໄຟຟ້າ,ເຄື່ອງກໍ່ສ້າງ ແລະ ເຄື່ອງສຸຂະພັນຄົບວົງຈອນໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ບໍລິສັດ ໂຟໄລທີງ ຂາຍເຄື່ອງໄຟຟ້າ, ເຄື່ອງກໍ່ສ້າງ, ເຄື່ອງສຸຂະພັນ ແລະ ເຄື່ອງອື່ນໆຫຼາຍກວ່າ 4 ພັນລາຍການ,
ການນຳກະຊວງ ຮສສ ເຄື່ອນໄຫວຢ້ຽມຢາມ ໂຮງງານ 2 ແຫ່ງ

ການນຳກະຊວງ ຮສສ ເຄື່ອນໄຫວຢ້ຽມຢາມ ໂຮງງານ 2 ແຫ່ງ

ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ໂຮງງານຕັດຍິບ ລາວຢາມາກິ ຈຳກັດ ແລະ ໂຮງງານໂກລິງລາວ ຈຳກັດ ໃນວັນທີ 28 ເມສາ ນີ້ ທີ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃນການລົງເຄື່ອນໄຫວໃນຄັ້ງນີ້ ກໍເພື່ອເປັນການພົບປະກັບຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ,
1 ພຶດສະພາ ວັນທີ່ມີຄວາມໝາຍ - ສໍາຄັນຂອງຊົນຊັ້ນກຳມະກອນ

1 ພຶດສະພາ ວັນທີ່ມີຄວາມໝາຍ - ສໍາຄັນຂອງຊົນຊັ້ນກຳມະກອນ

1 ພຶດສະພາ ແມ່ນວັນກໍາມະກອນສາກົນ. ປີນີ້, ພໍດີຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025) ຊຶ່ງເປັນວັນໜຶ່ງທີ່ມີຄວາມໝາຍ-ສໍາຄັນຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ ໂດຍສະເພາະໃນຂະບວນການຕໍ່ສູ້ ເພື່ອປົກປ້ອງສິດທິ ແລະ ຜົນປະ ໂຫຍດອັນຊອບທຳຂອງຕົນ.
ກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈຳກັດ ມອບໂດຼນ ໃຫ້ແຂວງຈຳປາສັກ

ກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈຳກັດ ມອບໂດຼນ ໃຫ້ແຂວງຈຳປາສັກ

ກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈຳກັດ ໄດ້ມອບໂດຼນ (Drone DJI Matrice) ພ້ອມດ້ວຍອຸປະກອນເສີມຈຳນວນ 3 ຊຸດ ລວມມູນຄ່າ 700 ລ້ານກວ່າກີບ ໃຫ້ແຂວງຈໍາປາສັກ ເພື່ອຮັບໃຊ້ເຂົ້າໃນວຽກງານການສຳຫຼວດ, ຕິດຕາມກວດກາ, ວາງແຜນແກ້ໄຂສະພາບໄພພິບັດໃຫ້ທັນການ ແລະ ວຽກງານອື່ນໆ ໄດ້ຕາມເວລາຈິງ (Real-time).
4 ເດືອນຕົ້ນປີ ສ່ວຍສາອາກອນແຂວງວຽງຈັນເກັບລາຍຮັບໄດ້ 138 ຕື້ກວ່າກີບ

4 ເດືອນຕົ້ນປີ ສ່ວຍສາອາກອນແຂວງວຽງຈັນເກັບລາຍຮັບໄດ້ 138 ຕື້ກວ່າກີບ

ໃນໄລຍະ 4 ເດືອນຕົ້ນປີ 2025 ນີ້, ສ່ວຍສາອາກອນແຂວງວຽງຈັນສາມາດເກັບລາຍຮັບໄດ້ແລ້ວ 138.54 ຕື້ກີບ, ການເກັບລາຍຮັບຂອງສ່ວຍສາອາກອນແຂວງວຽງຈັນປີນີ້ ຈະເພີ່ມຂຶ້ນຢ່າງກ້າວກະໂດດເນື່ອງຈາກວ່າສູນກາງໄດ້ມອບ 46 ຫົວໜ່ວຍວິສາຫະກິດທີ່ສູນກາງຄຸ້ມຄອງໃຫ້ແຂວງເປັນຜູ້ຈັດຕັ້ງປະຕິບັດ.
ເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

ເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

ສະຖາບັນພັດທະນາສີມືແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດພິທີເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV ພາຍໃຕ້ຄໍາຂັວນ “ສີມືແຮງງານລາວກ້າວສູ່ພາກພື້ນ ແລະ ສາກົນ” ຂຶ້ນໃນວັນທີ28 ເມສານີ້ທີ່ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ (ICTC)
ຍົກສູງປະສິດທິພາບການຄຸ້ມຄອງ ແລະ ພັດທະນາບຸກຄະລາກອນ ດ້ານການຕ່າງປະເທດ

ຍົກສູງປະສິດທິພາບການຄຸ້ມຄອງ ແລະ ພັດທະນາບຸກຄະລາກອນ ດ້ານການຕ່າງປະເທດ

ໃນລະຫວ່າງວັນທີ28-29 ເມສານີ້ທີ່ ເມືອງ ວັງວຽງ ແຂວງວຽງຈັນ, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດ (ຕປທ)ຮ່ວມກັບສະຖານບັນລາວ-ອົດສະຕຣາລີ ພາຍໃຕ້ການສະໜັບສະໜູນຈາກ ສະຖານເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ
ຫສນຍ ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ຫສນຍ ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ຜົນສໍາເລັດ ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ໃຫ້ແກ່ສະມາຊິກພັກ-ພະນັກງານ ຫສນຍ ຂື້ນໃນຕອນເຊົ້າວັນທີ 28 ເມສາຜ່ານມາ
ຜົ້ງສາລີ ປາຖະກະຖາວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 139 ປີ

ຜົ້ງສາລີ ປາຖະກະຖາວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 139 ປີ

ໃນວັນທີ 28 ເມສານີ້ ທີ່ຫ້ອງປະຊຸມອົງການປົກຄອງແຂວງຜົ້ງສາລີ ໄດ້ປາຖະກະຖາວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025) ໂດຍການເປັນປະທານ ທ່ານ ໄຊນະຄອນ ອິນທະວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ສະມາຊີກສະພາແຫ່ງຊາດ,
ຫຼວງນໍ້າທາ ເຊັນສັນຍາຮັບເໝົາສ້ອມແປງທາງຫຼວງແຂວງໂຄງການຟື້ນຟູໄພພິບັດ  ວຽກສ້ອມແປງທາງຫຼວງແຂວງ ເລກທີ 1502, 1503, 1504 ແລະ 2203

ຫຼວງນໍ້າທາ ເຊັນສັນຍາຮັບເໝົາສ້ອມແປງທາງຫຼວງແຂວງໂຄງການຟື້ນຟູໄພພິບັດ ວຽກສ້ອມແປງທາງຫຼວງແຂວງ ເລກທີ 1502, 1503, 1504 ແລະ 2203

ໃນວັນທີ 25 ເມສາຜ່ານມາ ຢູ່ທີໂຮງແຮມດອກຈໍາປາ ໄດ້ເຊັນສັນຍາຮັບເໝົາສ້ອມແປງທາງຫຼວງແຂວງໂຄງການຟື້ນຟູໄພພິບັດ ວຽກສ້ອມແປງທາງຫຼວງແຂວງ ເລກທີ 1502, 1503, 1504 ແລະ 2203 ລະຫວ່າງ ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຫຼວງນໍ້າທາ (ເຈົ້າຂອງໂຄງການ) ແລະ ບໍລິສັດ ໂຊກມຸງຄຸນການຄ້າ ແລະ ການລົງທຶນ ຈຳກັດຜູ້ດຽວ (ຜູ້ຮັບເໝົາ) ໄລຍະການກໍ່ສ້າງ 6 ເດືອນ ລວມ 9 ໂຄງການ ມຸນຄ່າ 144,079,989,000 ກີບ ໂດຍແມ່ນງົບປະມານລັດຖະບານ 100% (ບ້ວງຟື້ນຟູໄພພິບັດ).
ເພີ່ມເຕີມ