ງານເທດສະການອາຫານລາວປີ 2026 ຈະຈັດຂຶ້ນທ້າຍເດືອນມັງກອນນີ້

ງານເທດສະການອາຫານລາວປີ 2026 ຈະຈັດຂຶ້ນທ້າຍເດືອນມັງກອນນີ້

ງານເທດສະການອາຫານລາວປີ 2026 ຈະຈັດຂຶ້ນທ້າຍເດືອນມັງກອນນີ້
ພິທີຖະແຫຼງຂ່າວງານເທດສະການອາຫານລາວ ປີ 2026 ພາຍໃຕ້ຄໍາຂັວນ: ສໍາພັດຄວາມເປັນລາວຜ່ານລົດຊາດອາຫານລາວ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນນີ້ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ແລະ ໃຫ້ກຽດຖະແຫຼງຂ່າວຂອງ ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ (ສທຍ) ປະທານຄະນະກໍາມະການຈັດງານເທດສະການອາຫານລາວປີ 2026, ມີທ່ານ ດາວວອນ ພະຈັນທະວົງ ຮອງປະທານຜູ້ປະຈໍາການສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ), ມີຄະນະປະທານ, ສື່ມວນຊົນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ງານເທດສະການອາຫານລາວປ 2026 ຈະຈດຂນທາຍເດອນມງກອນນ - image 1
 

 

ທ່ານ ນາງ ຈັນທະຈອນ ວົງໄຊ ກ່າວວ່າ: ງານໃນຄັ້ງນີ້, ຈັດຂຶ້ນເພື່ອເປັນການຂໍ່ານັບຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ພ້ອມທັງໂຄສະນາວັດທະນະທໍາດ້ານອາຫານລາວໃຫ້ເຊື່ອມສານກັບວິຖີຊີວິດຂອງປະຊາຄົມອາຊຽນ ໃນຖານະທີ່ ສທຍ ເປັນປະທານເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ (AWEN LAOS) ໃນປີ 2026-2027; ເພື່ອສືບຕໍ່ອະນຸລັກ, ສົ່ງເສີມອາຫານທີ່ເປັນເອກະລັກຂອງລາວໃນທ້ອງຖິ່ນຕ່າງໆ ໂດຍສະເພາະອາຫານປະເພດລາບລາວ (ເພາະໃນປີ 2025 ຜ່ານມາ ສທຍ ໄດ້ເປັນເຈົ້າການສະເໜີຂໍລາບລາວ ເປັນມໍຣະດົກໂລກທາງດ້ານອາຫານໂດຍຜ່ານກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ແລະ ໃຫ້ສາມາດເຜີຍແຜ່ເພື່ອການສົ່ງອອກສູ່ປະຊາຄົມອາຊຽນໄດ້; ເພື່ອເປັນບ່ອນໂຄສະນາ ແລະ ຈໍາໜ່າຍຜະລິດຕະພັນທາງດ້ານອາຫານຂອງຜູ້ປະກອບການຂະໜາດນ້ອຍ ແລະ ກາງ, ທັງເປັນການສະໜັບສະໜູນຊ່ວຍເຫຼືອຊຶ່ງກັນແລະກັນຢ່າງຕໍ່ເນື່ອງ; ໂຄສະນາ ແລະ ສົ່ງເສີມທຸລະກິດອາຫານລາວໃຫ້ເປັນທີ່ຍອມຮັບວ່າການບໍລິໂພກອາຫານລາວແມ່ນສະອາດ, ປອດໄພ. ງານເທດສະການອາຫານລາວ ເປັນຕະຫຼາດນັດລະດັບຊາດ ເພື່ອໃຫ້ຜູ້ປະກອບການແມ່ຍິງ ແລະ ຄອບຄົວ ໄດ້ຈໍາໜ່າຍຜົນຜະລິດກະສິກໍາ, ຫັດຖະກໍາ ແລະ ໂຄສະນາຍີ່ຫໍ້ ແລະ ຄຸນນະພາບຂອງຕົນ, ຜູ້ບໍລິໂພກສາມາດ ຈັບຈ່າຍຊື້ຂາຍດ້ວຍຄວາມໝັ້ນໃຈໄດ້.

ງານເທດສະການອາຫານລາວປ 2026 ຈະຈດຂນທາຍເດອນມງກອນນ - image 2
 

ງານເທດສະການອາຫານລາວ ປີ 2026 ຈະເປີດຂຶ້ນໃນວັນທີ 26-30/1/2026 ທີ່ສວນເຈົ້າອານຸວົງ ແຄມຂອງ ຄືດັ່ງທຸກປີ. ງານໃນຄັ້ງນີ້, ຈັດແບບເປີດກວ້າງ ໂດຍອະນຸຍາດໃຫ້ມີອາຫານລາວແບບພື້ນບ້ານ, ອາຫານລາວປະຍຸກ ແລະ ອາຫານນາໆຊາດຈໍານວນໜຶ່ງມາວາງຂາຍເຖິງ 180 ຮ້ານ. ໃນນັ້ນ, ຈະມີ “ຈໍາລອງເຮືອນຄົວລາວບູຮານ” ຈາກປະສົບການຈິງຂອງຮ້ານອາຫານຄົວລາວ 33 ປີ. ແລະ “ ແຂວງແຫ່ງສະເໜ່ ” ໂດຍການເປັນເຈົ້າການຂອງສະມາຄົມນັກທຸລະກິດແມ່ຍິງ ແຂວງສະຫວັນນະເຂດ. ນອກນັ້ນ, ເນື່ອງຈາກວ່າທາງຜູ້ລ້ຽງໝູ ທີ່ຊາວບ້ານໂພນໂຮມ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ລ້ຽງໝູ ແລະ ມີອາຫານແປຮູບຈາກຜະລິດຕະພັນໝູເກີນຄວາມຕ້ອງການຂອງແຂວງ, ທາງຄະນະຈັດງານໄດ້ຮັບການຊີ້ນໍາຂອງທ່ານລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ສະເໜີພາກສ່ວນກ່ຽວຂ້ອງໃຫ້ນໍາມາຈໍາໜ່າຍຊີ້ນໝູແປຮູບໃນງານ. ດັ່ງນັ້ນ, ຂໍເຊີນປະຊາຊົນ ແລະ ທຸກພາກສ່ວນເຂົ້າມາອຸດໜູນໄດ້ທຸກມື້ ຢູ່ທີ່ງານ. ພ້ອມດຽວກັນນີ້, ຍັງມີອາຫານລາວທີ່ເປັນເອກະລັກຈາກນະຄອນຫຼວງ, ແຂວງຕ່າງໆ, ຮ້ານອາຫານພື້ນເມືອງລາວ ທີ່ໂຄສະນາໂດ່ງດັງໃນສື່ອອນລາຍ. ທີ່ຂາດບໍ່ໄດ້ກໍຄືບັນດາຮ້ານຂອງຄູ່ຮ່ວມຍຸດທະສາດ (ບໍລິສັດເບຍລາວຈໍາກັດ, ກຸ່ມບໍລິສັດດາວເຮືອງຈໍາກັດ ແລະ ຜູ້ສະໜັບສະໜູນງານ ແລະ ສະມາຊິກຂອງພວກເຮົາ). ພິເສດໃນໄລຍະດຽວກັນ ສທຍ ຍັງຈະຈັດກອງປະຊຸມ AWEN board meeting ຄັ້ງທໍາອິດ ທີ່ລາວເຮົາເປັນປະທານ AWEN (ເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ) ລະຫວ່າງວັນທີ 27-29/1/2026 ເພື່ອໃຫ້ແຂກກອງປະຊຸມໄດ້ມາທ່ຽວງານຫຼັງເລີກປະຊຸມໃນທຸກວັນ; ໃນປີ 2026 ຄາດຄະເນຈະມີເມັດເງິນໝູນວຽນປະມານ 10 ກວ່າຕື້ກີບ (ທຽບໃສ່ປີກາຍແມ່ນ 8 ຕື້ກີບ).

ສໍາລັບກິດຈະກໍາໃນງານຄັ້ງນີ້, ໄດ້ຕົບແຕ່ງ “ເຮືອນຄົວລາວບູຮານ” ເປັນບ່ອນອະນຸລັກ ແລະ ເຜີຍແຜ່ວັດທະນະທໍາ, ວິຖີຊີວິດ, ການຕົບແຕ່ງເຮືອນຄົວ, ອາຫານເອກະລັກ ທີ່ສາມາດແຕ່ງກິນແບບລາວໆ ເພື່ອໃຫ້ແຂກທ່ຽວຊົມ; ຕົບແຕ່ງ “ແຂວງແຫ່ງສະເໜ່” ຂອງງານ (ຈາກແຂວງສະຫວັນນະເຂດ) ກ່ຽວກັບອະນຸລັກ ແລະ ເຜີຍແຜ່ວິຖີຊີວິດຂອງເຜົ່າຕ່າງໆໃນພາກກາງຂອງລາວສູ່ສາຍຕາຊາວອາຊຽນທີ່ມາທ່ຽວປະເທດລາວ; ສາທິດການຕໍາໝາກຫຸ່ງ ຈາກແມ່ຄົວຕົວຈີວ (ຫຼານນ້ອຍເຍົາວະຊົນໂຮງຮຽນຕ່າງໆ); ສາທິດການປຸງແຕ່ງ “ໝໍ້າຊີ້ນ” ຈາກແຂວງສະຫວັນນະເຂດ; ສະແດງສິລະປະຫຼານນ້ອຍໃນມື້ເປີດງານ, ເດີນແບບໃນຊຸດລາວຈາກຫຼານນ້ອຍເຍົາວະຊົນ ແລະ ສິລະປິນນັກຮ້ອງຈາກຄ່າຍເພງ ສະຫຼັບກັນໃນແຕ່ລະຄໍ່າຄືນ; ວາງສະແດງ ແລະ ຂາຍອາຫານລາວເອກະລັກ 18 ແຂວງ ແລະ ອາຫານລາວປະຍຸກທົ່ວໄປ; ມີການບໍລິການຂອງທະນາຄານ ແລະ ໃຫ້ຄວາມຮູ້ທາງດ້ານການເງິນການຕະຫຼາດ ໃນການເຂົ້າຫາແຫຼ່ງທຶນດອກເບັ້ຍຕໍ່າ ເພື່ອຊ່ວຍເຫຼືອທຸລະກິດຂະໜາດນ້ອຍ, ກາງ ແລະ ຈຸນລະວິຫາຫະກິດ ແລະ ມີການໄລ້ສົດທຸກວັນເປັນປົກກະຕິ.

ງານເທດສະການອາຫານລາວປ 2026 ຈະຈດຂນທາຍເດອນມງກອນນ - image 3
 

ທ່ານ ນາງ ຈັນທະຈອນ ວົງໄຊ ຍັງໄດ້ເຊີນຊວນມວນຊົນທຸກຖ້ວນໜ້າໂດຍຜ່ານສື່ຕ່າງໆ ຈົ່ງໄດ້ເຂົ້າຮ່ວມທ່ຽວ ແລະ ເກັບພາບພາຍໃນງານເມືອຝາກທາງບ້ານ ແລະ ເລືອກຊິມເລືອກຊື້ອາຫານ, ເຄື່ອງດື່ມ, ເຄື່ອງຫັດຖະກຳລາວໃນງານຄັ້ງນີ້ຊຶ່ງຈັດຂຶ້ນເປັນເວລາ 5 ວັນ ເລີ່ມແຕ່ວັນທີ 26-30/1/2026 ເວລາ 10:00 ໂມງເຊົ້າ - 22:00 ໂມງ.

ຂ່າວ-ພາບ: ວັນເພັງ+ພູວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງໂຂງ ເລັ່ງສະກັດກັ້ນການລະບາດຂອງພະຍາດປາກເປື່ອຍລົງເລັບ ໃນງົວ

ເມືອງໂຂງ ເລັ່ງສະກັດກັ້ນການລະບາດຂອງພະຍາດປາກເປື່ອຍລົງເລັບ ໃນງົວ

ໃນລະຫວ່າງວັນທີ 2 ທັນວາ 2025 ຫາ 12 ມັງກອນ 2026, ໄດ້ມີລາຍງານການລະບາດຂອງ ພະຍາດປາກເປື່ອຍລົງເລັບ (FMD) ໃນຫຼາຍບ້ານຂອງເມືອງໂຂງ ແຂວງຈຳປາສັກ, ຊຶ່ງສົ່ງຜົນກະທົບຕໍ່ສັດລ້ຽງ (ງົວ) ຂອງພໍ່ແມ່ປະຊາຊົນເປັນຈຳນວນຫຼາຍ. ດ່ັງນັ້ນ, ໃນວັນທີ 15 ມັງກອນ 2026 ນີ້, ທ່ານ ພອນໄຊ ວິຣິຍະວົງສາ ຫົວໜ້າກຸ່ມວຽກສັດຕະວະແພດ ຈາກຂະແໜງລ້ຽງສັດ ແລະ ການປະສົງ (ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ) ພ້ອມວິຊາການໄດ້ລົງເຄື່ອນໄຫວສັກຢາປ້ອງກັນພະຍາດສັດຢູ່ກຸ່ມຫາດຊາຍຄູນ ແລະ ກຸ່ມກະດັນ. ໃນນີ້, ມີບ້ານ ຫາດຊາຍຄູນ, ສາມຄ້າງ, ເວີນຂາວ, ພຽງດີ, ຊົນລະວຽງ ແລະ ບ້ານຂີ້ນາກ.
ສສຊ ແລະ ສສຂ ລົງເຄືີ່ອນໄຫວພົບປະຜູ້ມີສິດເລືອກຕັັ້ງ ຢູ່ເມືອງໄຊພູທອງ

ສສຊ ແລະ ສສຂ ລົງເຄືີ່ອນໄຫວພົບປະຜູ້ມີສິດເລືອກຕັັ້ງ ຢູ່ເມືອງໄຊພູທອງ

ໃນວັນທິ 14 ມັງກອນ 2026, ຄະນະສະມາຊິກສະພາແຫ່ງຊາດ ຊຶ່ງນໍາໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນເຂດ, ມີທ່ານ ຄໍາຜັນ ຄູນສະຫວັນ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ຮອງປະທານສະພາປະຊາຊົນແຂວງ ໄດ້ລົງເຄືີ່ອນໄຫວພົບປະຜູ້ມີສິດເລືອກຕັັ້ງ ແລະ ໂຄສະນາເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທືີ່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ IV ຢູ່ເມືອງໄຊພູທອງ, ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ວັນແສງ ແກ້ວບຸນພັນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໄຊພູທອງ, ມີບັນດາຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ອຳນາດການປົກຄອງບ້ານ, ຄູ-ອາຈານ ໃຫ້ການຕ້ອນຮັບ.
ມອບຜ້າຫົ່ມ ໃຫ້ 4 ບ້ານຂອງເມືອງໄຊບົວທອງ ເພື່ອແກ້ໄຂຜົນກະທົບຈາກໄພໜາວ

ມອບຜ້າຫົ່ມ ໃຫ້ 4 ບ້ານຂອງເມືອງໄຊບົວທອງ ເພື່ອແກ້ໄຂຜົນກະທົບຈາກໄພໜາວ

ວັນທີ 14 ມັງກອນ 2026, ຢູ່ທີ່ບ້ານນາຫຼວງ ເມືອງໄຊບົວທອງ ແຂວງຄໍາມ່ວນ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ມອບຜ້າຫົ່ມ ໃຫ້ແກ່ຄອບຄົວທີ່ທຸກຍາກ ຈໍານວນ 40 ຄອບຄົວ ໃນ 4 ບ້ານ ຂອງເມືອງໄຊບົວທອງ ປະກອບມີ: ບ້ານນາຫຼວງ, ຕໍເຮືອ, ຜາສອງ ແລະ ບ້ານນາກະດອມ, ໂດຍມີທ່ານ ແກ້ວອຸດອນ ບຸດສິງຂອນ ປະທານຄະນະກຳມະການຄຸ້ມຄອງໄພພິບັດແຂວງຄໍາມ່ວນ, ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກຳມາທິການ ຕ່າງປະເທດ ກຳມະການອະນຸກຳມະການເລືອກຕັ້ງລະດັບຊາດ, ພ້ອມດ້ວຍການນໍາຂອງແຂວງ, ການນໍາເມືອງໄຊບົວທອງ, ຂະແໜງການກ່ຽວຂ້ອງ, ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.
ສະຫຼຸບ ການປະຕິບັດກິດຈະກໍາສົ່ງເສີມສຸຂະພາບບ້ານຍົກຍ້າຍຈັດສັນ

ສະຫຼຸບ ການປະຕິບັດກິດຈະກໍາສົ່ງເສີມສຸຂະພາບບ້ານຍົກຍ້າຍຈັດສັນ

ວັນທີ14 ມັງກອນ 2026 ນີ້ ຢູທີ່ ໂຮງໝໍຊຸມຊົນ ເມືອງເງິນ ແຂວງ ໄຊຍະບູລີ . ທາງພະແນກສາທາລະນະສຸກແຂວງ ໄດ້ສົມທົບກັບຫ້ອງການສາທາລະນະສຸກເມືອງ ໄດ້ຈັດກອງປະຊຸມສະຫຼຸບຜົນງານ ໃນການຈັດຕັ້ງປະຕິບັດບັນດາກິດຈະກຳຮ່ວມກັນ ໃນການເຝົ້າລະວັງຜົນກະທົບທາງດ້ານສຸຂະພາບເຂດບ້ານຍົກຍ້າຍຈັດສັນ (ບ້ານກີ່ວງີ້ວ), ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ໄກຍະສອນ ສີດາ ກຳມະການປະຈຳພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງໄຊຍະບູລີ, ທ່ານ ນາງ ວຽງຂັນ ພິໄຊ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບກະຊວງສາທາລະນະສຸກ ແລະ ທ່ານ ຍຸດທະນາ ຈຸນພານທອງ ຜູ້ອຳນວຍການຝ່າຍກິດຈະການອົງກອນ ບໍລິສັດໄຟຟ້າຫົງສາຈຳກັດ ໃນນາມຕາງໜ້າຜູ້ສະໜັບສະໜູນງົບປະມານໃນການຈັດຕັ້ງປະຕິບັດບັນດາກິດຈະກຳ.
ກອງບັນຊາການທະຫານ ແຂວງຫຼວງພະບາງ ສະຫຼຸບວຽກງານຮອບດ້ານປະຈຳປີ 2025

ກອງບັນຊາການທະຫານ ແຂວງຫຼວງພະບາງ ສະຫຼຸບວຽກງານຮອບດ້ານປະຈຳປີ 2025

ກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026 ຂອງກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ມັງກອນຜ່ານມານີ້, ໂດຍເປັນປະທານຂອງສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີ ຄະນະບັນຊາ, ອົງການ, ກົມກອງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ຄໍາມ່ວນ ຊຸກຍູ້ວຽກງານເລືອກຕັ້ງ ສສຊ ແລະ ສສຂ ຢູ່ເມືອງໄຊບົວທອງ

ຄໍາມ່ວນ ຊຸກຍູ້ວຽກງານເລືອກຕັ້ງ ສສຊ ແລະ ສສຂ ຢູ່ເມືອງໄຊບົວທອງ

ຄະນະກຳມະການເລືອກຕັ້ງລະດັບຊາດ, ຄະນະກຳມະການເລືອກຕັ້ງຂັ້ນແຂວງຄໍາມ່ວນ ໄດ້ລົງຕິດຕາມ, ຊຸກຍູ້ວຽກງານເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V, ໂດຍມີທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກຳມາທິການ ຕ່າງປະເທດ ກຳມະການອະນຸກຳມະການເລືອກຕັ້ງລະດັບຊາດ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ ການເລືອກຕັ້ງຢູ່ເມືອງໄຊບົວທອງ ໃນວັນທີ 14 ມັງກອນ 2026ນີ້.
ເລຂາຄະນະບໍລິຫານງານພັກແຂວງຈຳປາສັກ ລົງເບິ່ງພະພຸດທະຮູບທີ່ຄົ້ນພົບຢູ່ບ້ານເວີນຂາວ

ເລຂາຄະນະບໍລິຫານງານພັກແຂວງຈຳປາສັກ ລົງເບິ່ງພະພຸດທະຮູບທີ່ຄົ້ນພົບຢູ່ບ້ານເວີນຂາວ

ວັນທີ 13 ມັງກອນຜ່ານມານີ້, ທ່ານ ອາລຸນໄຊ​ ສູນນະລາດ​ ກຳມະການ​ສູນກາງ​ພັກ​ ເລຂາຄະນະບໍລິຫານ​ງານ​ພັກ​ແຂວງຈໍາປາສັກ​ ພ້ອມຄະນະ ໄດ້ເຂົ້າຮ່ວມພິທີທໍາບຸນໃສ່ບາດໃນໂອກາດເມືອງໂຂງ ຈັດງານບຸນຕົ້ນໄມ້ມະນີໂຄດ ປະຈໍາປີ​ 2026​ ຂຶ້ນຢູ່ບໍລິເວນຫໍປະດິດສະຖານຕົ້ນໄມ້ມະນີໂຄດ ສະຖານທີ່ແຫຼ່ງທ່ອງທ່ຽວ ນໍ້າຕົກຕາດຄອນພະເພັງ ພາຍຫຼັງສຳເລັດພິທີກໍໄດ້ເດີນທາງມາເບິ່ງພະພຸດທະຮູບທີ່ຖືກຄົ້ນພົບໃນວັນທີ 11 ມັງກອນທີ່ຜ່ານມານີ້ ທີ່ບ້ານເວີນຂາວ ກຸ່ມຫາດຊາຍຄູນ.
5 ປີ ຕໍ່ໜ້າ ຈະພັດທະນາຂະແໜງວັດທະນາທຳ ແລະ ການທ່ອງທ່ຽວໃຫ້ມີປະສິດທິຜົນ

5 ປີ ຕໍ່ໜ້າ ຈະພັດທະນາຂະແໜງວັດທະນາທຳ ແລະ ການທ່ອງທ່ຽວໃຫ້ມີປະສິດທິຜົນ

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປະຈຳປີ 2025 ໃນລະຫວ່າງວັນທີ 12-13 ມັງກອນນີ້ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນາທຳ ແລະ ການທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບຜົນງານອັນພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານ 6 ເດືອນທ້າຍປີ 2025 ແລະ ທິດທາງແຜນການ ໃນ 6 ເດືອນຕົ້ນປີ 2026 ວ່າ: ໃນໄລຍະ 6 ເດືອນທ້າຍປີ 2025 ທີ່ຜ່ານມາ
ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ I ປະຈໍາປີ 2026

ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ I ປະຈໍາປີ 2026

ກອງປະຊຸມສະພາບໍລິຫານ ທະນາຄານແຫ່ງ ສປປ ລາວ (ທຫລ) ຄັ້ງທີ I ປະຈໍາປີ 2026 ຈັດຂຶ້ນໃນວັນທີ 14 ມັງກອນນີ້ ທີ່ ທຫລ ໂດຍການເປັນປະທານຂອງທ່ານ ນາງ ບຸນຄໍາ ວໍລະຈິດ ປະທານສະພາບໍລິຫານ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີບັນດາຮອງປະທານສະພາບໍລິຫານ ທຫລ, ບັນດາກຳມະການສະພາບໍລິຫານ, ຮອງຜູ້ວ່າການ ທຫລ ເຂົ້າຮ່ວມ.
ແຕ່ງຕັ້ງຄະນະຮັບຜິດຊອບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ 3 ປະເທດ

ແຕ່ງຕັ້ງຄະນະຮັບຜິດຊອບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ 3 ປະເທດ

ກອງປະຊຸມປຶກສາຫາລື ຄົ້ນຄວ້າ ແລະ ປະກາດການແຕ່ງຕັ້ງຄະນະຮັບຜິດຊອບວຽກງານພົບປະແລກ ປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນລະຫວ່າງລາວ-ຫວຽດນາມ-ຈີນ ຄັ້ງທີ I ປະຈຳປີ 2026 ຈັດຂຶ້ນວັນທີ 13 ມັງກອນຜ່ານມາ ທີ່ຫ້ອງປະຊຸມກົມໃຫຍ່ເສນາທິການກອງທັບ ໂດຍການເປັນປະທານຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາສະຫາຍຕາງໜ້າ 4 ກົມໃຫຍ່ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ