ງານເທດ​ສະ​ການວັດ​ທະ​ນະ​ທຳ​ມິດ​ຕະ​ພາບ

ງານເທດ​ສະ​ການວັດ​ທະ​ນະ​ທຳ​ມິດ​ຕະ​ພາບ “ສີ​ສັນ​ອາ​ຊຽນ”

ງານເທດ​ສະ​ການວັດ​ທະ​ນະ​ທຳ​ມິດ​ຕະ​ພາບ “ສີ​ສັນ​ອາ​ຊຽນ”
ງານເທດ​ສະ​ການວັດ​ທະ​ນະ​ທຳ​ມິດ​ຕະ​ພາບ “ສີ​ສັນ​ອາ​ຊຽນ” ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ ຮ່າ​ໂນ້ຍ ສ​ສ ຫວຽດ​ນາມ ນັບ​ແຕ່​ວັນ​ທີ 29/8-1/9/2024 ໂດຍ​ແມ່ນສະ​ຖານ​ທູດ​ລາວ ປະ​ຈຳ ສ​ສ ຫວຽດ​ນາມ ແລະ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນ​ະ​ຄອນຫຼວງ ຮ່າ​ໂນ້ຍ

ຮ່ວມກັນຈັດຕັ້ງຂຶ້ນ. ການຈັດງານຄັ້ງນີ້ແມ່ນເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງ ປະຊາຄົມບັນດາປະຊາຊາດອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ ຄົບຮອບ 57 ປີ, ວັນຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 79 ປີ, ວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ ຄົບຮອບ 70 ປີ ແລະ ວັນທີ່ອົງການ UNESCO ຮັບຮອງນະຄອນຫຼວງ ຮ່າໂນ້ຍ ເປັນເມືອງ ເພື່ອສັນຕິພາບ ຄົບຮອບ 25 ປີ. ເປັນໂອກາດໃຫ້ບັນດາເພື່ອນມິດສາກົນທີ່ກຳລັງປະຕິບັດໜ້າທີ່ຢູ່ຫວຽດນາມ ໄດ້ມີໂອກາດພົບປະ, ແລກປ່ຽນມິດຕະພາບກັບຊາວນະຄອນຫຼວງ ຮ່າໂນ້ຍ. ເປັນການເພີ່ມທະວີການຮ່ວມມືຮອບດ້ານຂອງບັນດາປະເທດໃນກຸ່ມອາຊຽນ, ມຸ່ງສູ່ສ້າງໂລກແຫ່ງສັນຕິພາບ ແລະ ມິດຕະພາບ.

ທ່ານ ນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ກ່າວໃນພິທີເປີດງານຢ່າງເປັນທາງການໃນຄ່ຳຄືນຂອງວັນທີ 30 ສິງຫາ 2024 ວ່າ: ອາຊຽນແມ່ນອົງການຈັດຕັ້ງລະຫວ່າງລັດຖະບານໃນພາກພື້ນ, ມີຄວາມຫຼາກຫຼາຍ ແຕ່ເປັນເອກະພາບກັນໂດຍມີຈຸດໝາຍລວມໃນການຮັກສາ ແລະ ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື. ກວ່າເຄິ່ງສັດຕະວັດແຫ່ງການພັດທະນາເປັນຕົ້ນມາ, ປັດຈຸບັນ ອາຊຽນ ໄດ້ກາຍເປັນບ້ານລວມຂອງປະຊາກອນເກືອບ 700 ລ້ານຄົນ, ມີເສດຖະກິດໃຫຍ່ອັນດັບສາມຂອງອາຊີ ແລະ ອັນດັບ 5 ຂອງໂລກ. ດ້ວຍທ່າແຮງບົ່ມຊ້ອນໃນດ້ານການພັດທະນາອັນໃຫຍ່ຫຼວງ, ຄາດວ່າ ອາຊຽນ ຈະກາຍເປັນເສດຖະກິດໃຫຍ່ອັນດັບ 4 ໃນໂລກໃນປີ 2030. ທ່ານທູດໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນດີງາມຂອງ ຫວຽດນາມ ໃນການສ້າງອະນາຄົດຂອງພາກພື້ນ, ຊຸກຍູ້ບັນດາສະມາຊິກໃນກຸ່ມອາຊຽນ. ນະຄອນຫຼວງ ຮ່າໂນ້ຍ “ນະຄອນເພື່ອສັນຕິພາບ” ແມ່ນສັນຍາລັກຂອງບັນດາຄຸນຄ່າແຫ່ງຄວາມສາມັກຄີ, ຄວາມຫຼາກຫຼາຍ ແລະ ການລວມຕົວ ກໍຄືຄຸນຄ່າຫຼັກຂອງອາຊຽນ.

ໃນພິທີເປີດຢ່າງເປັນທາງການ ແມ່ນໄດ້ມີການສະແດງສິລະປະແບບພື້ນເມືອງຂອງບັນດາປະເທດອາຊຽນ ຊຶ່ງໃນນັ້ນສະຖານທູດລາວປະຈຳ ສສ ຫວຽດນາມ ກໍໄດ້ມີການສະແດງຫຼາຍລາຍການ ຄື: ການຟ້ອນນາງ ຈັນສຸດາ, ການເດີນແບບໃສ່ຊຸດອາພອນຊົນເຜົ່າລາວ, ການຟ້ອນລຳວົງສາມັກຄີ ໂດຍແມ່ນພະນັກງານສະຖານທູດ ແລະ ນ້ອງນັກສຶກສາລາວທີ່ກຳລັງຮ່ຳຮຽນຢູ່ ສສ ຫວຽດນາມ ໃຫ້ການສະແດງ ແລະ ໃຫ້ກຽດເຂົ້າຮ່ວມງານມີຜູ້ຕາງໜ້າຈາກ 10 ປະເທດອາຊຽນ, ຕີມໍ-ແລັສະເຕ ແລະ ອີກກວ່າ 20 ປະເທດນອກອາຊຽນ.

ນອກຈາກພິທີທາງການແລ້ວ, ໃນງານຍັງມີການວາງສະແດງຮູບພາບກ່ຽວກັບຄວາມຫຼາກຫຼາຍທາງດ້ານວັດທະນະທຳຂອງບັນດາປະເທດສະມາຊິກອາຊຽນ ທີ່ບັນດາສະຖານທູດຕ່າງປະເທດໃນນະຄອນຫຼວງ ຮ່າໂນ້ຍ ສົ່ງເຂົ້າຮ່ວມວາງສະແດງ; ຮ້ານວາງສະແດງກ່ຽວກັບຜະລິດຕະພັນວັດທະນະທຳ ແລະ ຮ້ານຂາຍສິນຄ້າຕ່າງໆກວ່າ 200 ຮ້ານ.

(ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ເພີ່ມເຕີມ