ສະມາຄົມການບິນ ແລະ ອາວະກາດຈີນໄດ້ຈັດນິທັດສະການຮູບວາດວິຊາການການບິນຂຶ້ນໃນວັນທີ 25 ເມສາ ຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ, ໂດຍມີທ່ານ ກົວເວີຍ ຜູ້ອຳນວຍການສູນສົ່ງເສີມ ແລະ ນໍາໃຊເຕັກໂນໂລຊີການຜະລິດຂັ້ນສູງສະມາຄົມການບິນ ແລະ ອາວະກາດຈີນ ແລະ ທ່ານ ທົງນະສັກ ດວງດາລາ ຫົວໜ້າຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ, ມີບັນດານັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ, ພາຍໃນງານໄດ້ມີການສາຍວີດີໂອປະຫວັດຄວາມເປັນມາຂອງສະມາຄົມການບິນ ແລະ ອາວະກາດຈີນ ແລະ ທ່ຽວຊົມຮູບວາດວິຊາການການບິນ.
ຈຸດປະສົງຂອງງານຈັດນິທັດສະການຮູບວາດວິຊາການການບິນໃນຄັ້ງນີ້ ເພື່ອເປັນການຊຸກຍູ້ສົ່ງເສີມການແລກປ່ຽນວັດທະນະທຳດ້ານການບິນລະຫວ່າງ ສປ ຈີນ ແລະ ສປປ ລາວ,
ສະມາຄົມການບິນ ແລະ ອະວະກາດຈີນ ໄດ້ຮ່ວມມືກັບ ມະຫາວິທະຍາໄລແຫ່ງຊາດລາວ ຈັດງານວາງສະແດງພາບຄວາມຮູ້ດ້ານການບິນ ໃນໂອກາດປີມິດຕະພາບ ຈີນ-ລາວ ແລະ ເພື່ອຍົກລະດັບຄວາມເຂົ້າໃຈຂອງປະຊາຊົນລາວ ກ່ຽວກັບ ວັດທະນະທຳ, ປະຫວັດສາດ ແລະ ເຕັກໂນໂລຊີດ້ານການບິນ ສປ ຈີນ.
ຂ່າວ-ພາບ: ບຸນອູ້ມ
ຄໍາເຫັນ