ນວເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

ນວເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

ນວເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້
ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບນະຄອນຫຼວງວຽງຈັນ(ນວ) ນໍາໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ

ພ້ອມດ້ວຍຂະແໜງການກ່ຽວຂ້ອງໄດ້ເຄື່ອນໄຫວຕິດຕາມສະຖານີສູບນໍ້າຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າແລະ ແກ້ໄຂບັນຫາການສະໜອງນໍ້າບໍ່ພຽງພໍໃນ ນວ ຂຶ້ນໃນວັນທີ 18 ມີນາຜ່ານມາ ຊຶ່ງຄະນະໄດ້ລົງຕິດຕາມຢູ່ສະຖານີສູບນໍ້າເຂດແຄມຂອງ ແລະ ຈຸດສະຖານທີ່ຫ້ອງການວິສະວະກຳ ແລະ ສິ່ງແວດລ້ອມ ລັດວິສາຫະກິດນໍ້າປະປານວ.

ການລົງເຄື່ອນໄຫວຄັ້ງນີ້ໄດ້ຮັບຟັງການລາຍງານຂອງທ່ານ ໄຊຍາ ໄຊມຸງຄຸນ ຜູ້ອຳນວຍການລັດວິສາຫະກິດນໍ້າປະປານວ ໂດຍຍົກໃຫ້ເຫັນສະພາບການຜະລິດ ແລະ ການສະໜອງນໍ້າໃຫ້ປະຊາຊົນວ່າ: ປັດຈຸບັນລັດວິສາຫະກິດນໍ້າປະປາ ນວ ສາມາດຜະລິດນໍ້າສູງສຸດໄດ້ 348,000 ແມັດກ້ອນຕໍ່ວັນ ຊຶ່ງມາຈາກ 6 ໂຮງງານຄື: ໂຮງງານດົງໝາກຄາຍກໍາລັງການຜະລິດ 120,000 ແມັດກ້ອນຕໍ່ວັນ, ໂຮງງານຈີ່ນາຍໂມ້ກໍາລັງການຜະລິດ 80,000 ແມັດກ່ອນຕໍ່ວັນ, ໂຮງງານເກົ້າລ້ຽວ ກໍາລັງການຜະລິດ 60,000 ແມັດກ້ອນຕໍ່ວັນ, ໂຮງງານດົງບັງກຳລັງການຜະລິດ 44,000 ແມັດກ້ອນຕໍ່ວັນ, ໂຮງງານແສນດິນ ກໍາລັງການຜະລິດ 24,000 ແມັດກ້ອນຕໍ່ວັນ, ໂຮງງານທ່າເດື່ອ ກໍາລັງການຜະລິດ 20,000 ແມັດກ້ອນຕໍ່ວັນ. ສໍາລັບໂຮງງານຢູ່ສາຂາເມືອງສັງທອງມີ 6 ໂຮງງານ ກໍາລັງການຜະລິດໄດ້ 2,110 ແມັດກ້ອນຕໍ່ວັນ, ເມືອງປາກງື່ມມີ 4 ໂຮງງານ ກຳລັງການຜະລິດໄດ້ 2,600 ແມັດກ້ອນຕໍ່ວັນ ຈຳນວນປະຊາກອນທີ່ໄດ້ຮັບການບໍລິການນໍ້າປະປາມີ 819,863 ຄົນຢູ່ 7 ຕົວເມືອງໃນ ຊຶ່ງມີຈໍານວນໝໍ້ແທກນໍ້າທັງໝົດ 202,274 ໜ່ວຍ, ບໍລິມາດນໍ້າຈໍາໜ່າຍປີຜ່ານມາ 89,244.747 ແມັດກ້ອນຕໍ່ປີ ເທົ່າກັບ 244,506 ແມັດກ້ອນຕໍ່ວັນ.

ການນໍາໃຊ້ນໍ້າໃນປັດຈຸບັນໂດຍສະເພາະແມ່ນໄລຍະລະດູແລ້ງແມ່ນສູງກວ່າລະດູຝົນ ໂດຍສະເພາະປະເພດເຂດບໍລິການເຊັ່ນ: ບັນດາໂຮງແຮມ, ເຂດສູນການຄ້າ Pakson,ເຂດວຽງຈັນເຊັນເຕີ, ເຂດດອນຈັນ, ເຂດແຄມຂອງ ແລະ ບັນດາໂຮງແຮມພັດຕະຄານຕ່າງໆ. ຕໍ່ບັນຫາດັ່ງກ່າວລັດວິສາຫະກິດນໍ້າປະປາ ນວ ຈຶ່ງໄດ້ກຳນົດວຽກງານທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດໃນໄລຍະລະດູແລ້ງປີນີ້ ແລະ ວຽກງານທີ່ຈະໄດ້ປະຕິບັດໃຫ້ສໍາເລັດໂດຍໄວເຊັ່ນ:ສູ້ຊົນຮັກສາກໍາລັງການຜະລິດ (ໃຫ້ຜະລິດສູງສຸດເຕັມອັດຕາ) ບໍ່ໃຫ້ຫຼຸດ 348,000 ແມັດກ້ອນຕໍ່ວັນໃນແຕ່ລະໂຮງງານຕ້ອງຜະລິດນໍ້າໃຫ້ໄດ້ຕາມກໍາລັງການຜະລິດຂອງແຕ່ລະໂຮງງານ, ປັບແຮງດັນນໍ້າເພື່ອໃຫ້ນໍ້າໄຫຼເຂົ້າໃນຕົວເມືອງແຕ່ຕ້ອງຮັບປະກັນໃຫ້ເຂດທີ່ຫຼຸດແຮງດັນມີນໍ້າໃຊ້ພຽງພໍ, ປັບແຮງດັນ ແລະ ບໍລິມາດນໍ້າໃຫ້ກະຈາຍມີລັກສະນະນໍ້າໃຊ້ທົ່ວເຖິງ ແລະ ດຸ່ນດ່ຽງກັນໃນແຕ່ລະພື້ນທີ່ ຕິດຕາມກວດກາລະບົບສາຍທໍ່ນໍ້າປະປາແຕ່ໂຮງງານຜະລິດນໍ້າປະປາ ຫາຄົວເຮືອນປະຊາຊົນ ຍົກສູງຄວາມອາດສາມາດໜ່ວຍງານສ້ອມແປງເພື່ອສ້ອມແປງນໍ້າແຕກ-ນໍ້າຮົ່ວໃຫ້ສ້ອມແປງໄວໃຫ້ສໍາເລັດພາຍໃນ 24 ຊົ່ວໂມງຫຼັງຈາກໄດ້ຮັບແຈ້ງຂໍ້ມູນຄົ້ນຄວ້າ ແລະ ກຳນົດເຂດຈຸດສຸມເພື່ອຈະແກ້ໄຂນໍ້າອອກຄ່ອຍ, ນໍ້າບໍ່ອອກ, ຄົ້ນຄວ້າ ແລະ ກຳນົດການບໍລິການນໍ້າປະປາທາງລົດຈາກພາກສ່ວນເອກະຊົນໃຫ້ລັດວິສາຫະກິດໄຟຟ້າ ນວ ຮັບປະກັນການສະໜອງກະແສໄຟຟ້າໃຫ້ມີແຮງດັນປົກກະຕິ ຖ້າກະແສໄຟຟ້າບໍ່ມາເປັນປົກກະຕິຈະບໍ່ສາມາດຜະລິດນໍ້າໄດ້.

ໂອກາດນີ້, ທ່ານລັດຖະມົນຕີກະຊວງ ຍທຂ ແລະ ທ່ານເຈົ້າຄອງ ນວ ໄດ້ຊີ້ນຳໃຫ້ລັດວິສາຫະກິດນໍ້າປະປາ ນວ ຈົ່ງສືບຕໍ່ຊອກຫາວິທີແກ້ໄຂສະເພາະໜ້າ ແລະ ຍາວນານໃຫ້ມີປະສິດທິພາບເພື່ອເຮັດແນວໃດໃຫ້ປະຊາຊົນມີນໍ້າໃຊ້ຢ່າງພຽງພໍ ໂດຍສະເພາະໃນໄລຍະລະດູຮ້ອນນີ້ ພ້ອມນັ້ນກໍໄດ້ແນະນຳໃຫ້ທວງຄືນບັນດາສັນຍາກ່ຽວກັບການກໍ່ສ້າງ ແລະ ພັດທະນາລະບົບນໍ້າປະປາທີ່ເຊັນໄປແລ້ວນັ້ນໃຫ້ຮີບຮ້ອນຈັດຕັ້ງປະຕິບັດໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.

ຂ່າວ:ນາງ ອົ້ນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່ານ ບົວຄົງ ນາມມະວົງ ພົບປະ ພະນັກງານລັດຖະກອນຫ້ອງວ່າການແຂວງສາລະວັນ

ທ່ານ ບົວຄົງ ນາມມະວົງ ພົບປະ ພະນັກງານລັດຖະກອນຫ້ອງວ່າການແຂວງສາລະວັນ

ໃນວັນທີ 17 ພະຈິກນີ້ ທີ່ຫ້ອງປະຊຸມສະໂມສອນແຂວງສາລະວັນ, ທ່ານ ບົວຄົງນາມມະວົງ ກຳມະການສູນກາງພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ພົບປະໂອລົມພະນັກງານການນຳ, ພະນັກງານລັດຖະກອນຫ້ອງວ່າການແຂວງ. ໂດຍມີ ທ່ານ ຈັນເພັງ ສາຍທຳມະວົງ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງສາລະວັນ ພ້ອມດ້ວຍຄະນະ ແລະ ພະນັກງານລັດຖະກອນພາຍໃນຫ້ອງວ່າການແຂວງເຂົ້າຮ່ວມ.
ການເຄື່ອນໄຫວວຽກງານຊາຍແດນຂອງ ທ່ານຮອງ ລມຕ ກະຊວງການຕ່າງປະເທດ ຢູ່2ແຂວງ

ການເຄື່ອນໄຫວວຽກງານຊາຍແດນຂອງ ທ່ານຮອງ ລມຕ ກະຊວງການຕ່າງປະເທດ ຢູ່2ແຂວງ

ໃນລະຫວ່າງວັນທີ12-17 ພະຈິກ 2025, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ພ້ອມດ້ວຍຄະນະ,ເຊິ່ງປະກອບດ້ວຍຕາງຫນ້າຈາກພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ໄດ້ລົງເຄື່ອນໄຫວວຽກງານຊາຍ​ແດນຢູ່ແຂວງອັດຕະປື ແລະ ແຂວງຈໍາປາສັກ.
5 ປີ ເມືອງທ່າແຕງ ຈະສູ້ຊົນຜະລິດເຂົ້າໃຫ້ໄດ້ 108,000 ກວ່າໂຕນ

5 ປີ ເມືອງທ່າແຕງ ຈະສູ້ຊົນຜະລິດເຂົ້າໃຫ້ໄດ້ 108,000 ກວ່າໂຕນ

ຕາມສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VI (2020-2024) ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງທ່າແຕງ 5 ປີ ຄັ້ງທີ VII (2025-2029) ໃຫ້ຮູ້ວ່າ: ໃນໄລຍະ 5 ປີ 2025-2029 ເມືອງທ່າແຕງ ແຂວງເຊກອງ ຈະສູ້ຊົນຜະລິດເຂົ້າໃຫ້ໄດ້ 108,482 ໂຕນ (ສະເລ່ຍປະມານ 21,696 ໂຕນ/ປີ) ໃນເນື້ອທີ່ 4,220 ເຮັກຕາ. ໃນນີ້, ເຂົ້ານາປີ 103,617 ໂຕນ ໃນເນື້ອທີ່ 4,000 ເຮັກຕາ; ເຂົ້ານາແຊງ 4,325 ໂຕນ ໃນເນື້ອທີ່ 170 ເຮັກຕາ ແລະ ເຂົ້າໄຮ່ 540 ໂຕນ ໃນເນື້ອທີ່ 50 ເຮັກຕາ. ພ້ອມນີ້, ກໍສຸມໃສ່ຜະລິດພືດສະບຽງອາຫານສໍາຮອງໃຫ້ໄດ້ 179,062 ໂຕນ ໃນເນື້ອທີ່ 4,209 ເຮັກຕາ.
ກອງປະຊຸມຄົ້ນຄວ້າກວດກາການສະເໜີຂໍອະໄພຍະໂທດຂອງນັກໂທດທີ່ມີອາຍຸ 70 ປີ ຂຶ້ນໄປ

ກອງປະຊຸມຄົ້ນຄວ້າກວດກາການສະເໜີຂໍອະໄພຍະໂທດຂອງນັກໂທດທີ່ມີອາຍຸ 70 ປີ ຂຶ້ນໄປ

ໃນວັນທີ 13 ພະຈິກ 2025 ທີ່ຜ່ານມາ ກອງເລຂາຄະນະກໍາມະການອະໄພຍະໂທດ ລະດັບຊາດ ໄດ້ຈັດກອງປະຊຸມຄົ້ນຄວ້າ, ກວດກາການສະເໜີຂໍອະໄພຍະໂທດຂອງນັກໂທດທີ່ມີອາຍຸ 70 ປີ ຂຶ້ນໄປ ເພີ່ມເຕີມ ໂດຍການເປັນປະທານຂອງ ທ່ານ ບົວລີ ເພັດມີໄຊ ຄະນະບໍລິຫານງານພັກຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ, ຮອງຫົວໜ້າກອງເລຂາຄະນະກໍາມະການອະໄພຍະໂທດ ລະດັບຊາດ ມີຜູ້ເຂົ້າຮ່ວມຈາກຫ້ອງວ່າການສໍານັກງານປະທານປະເທດ, ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງຍຸຕິທໍາ, ສານປະຊາຊົນສູງສຸດ ແລະ ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມ.
ເມືອງເງິນປິດການແຂ່ງຂັນຊ່ວງເຮືອປະຈຳປີ 2025

ເມືອງເງິນປິດການແຂ່ງຂັນຊ່ວງເຮືອປະຈຳປີ 2025

ວັນທີ 14 ພະຈິກຜ່ານມານີ້, ຢູ່ທີ່ຜາມໄຊອ່າງເກັບນໍ້າຫ້ວຍນານ້ອຍ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ໄດ້ປິດການແຂ່ງຂັນຊ່ວງເຮືອປະຈຳປີ 2025 ຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ເປັນກຽດເຂົ້າຮ່ວມຂອງ ທ່ານອາເມຊົງ ເຢ້ຍເລັງກໍາມະການປະຈໍາພັກແຂວງ ຫົວໜ້ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ຜູ້ຊີ້ນໍາອົງການປົກຄອງເມືອງເງິນ, ມີບັນດາການນຳຂັ້ນແຂວງ, ອົງການປົກຄອງເມືອງ, ເມືອງອ້ອມຂ້າງ, ອຳເພີສະເຫຼີມພະກຽດ, ອໍາເພີທຸງຊ້າງ,ອໍາເພີບໍ່ເກືອຈາກລາຊາອານາຈັກໄທ ຕະຫຼອດຮອດມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ໄຟຟ້າຫົງສາ ສະໜັບສະໜູນງານປະເພນີແຂ່ງເຮືອ ເມືອງເງິນ ປະຈໍາປີ 2025

ໄຟຟ້າຫົງສາ ສະໜັບສະໜູນງານປະເພນີແຂ່ງເຮືອ ເມືອງເງິນ ປະຈໍາປີ 2025

ບໍລິສັດໄຟຟ້າຫົງສາ ຈໍາກັດ ຮ່ວມເປັນສ່ວນໜຶ່ງໃນການສືບສານ ງານປະເພນີບຸນຊ່ວງເຮືອ ເມືອງເງິນ ແຂວງໄຊຍະບູລີ ເຊິ່ງເປັນວັດທະນະທໍາເກົ່າແກ່ ທີ່ສະທ້ອນເຖິງຄວາມຊັດທາ, ຄວາມສາມັກຄີ ແລະ ຄວາມຜູກພັນຂອງຊຸມຊົນ.
3 ອົງການຈັດຕັ້ງມະຫາຊົນ, ກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອຕ້ານໄພນໍ້າຖ້ວມໃຫ້ແກ່ແຂວງ ໄຊສົມບູນ.

3 ອົງການຈັດຕັ້ງມະຫາຊົນ, ກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອຕ້ານໄພນໍ້າຖ້ວມໃຫ້ແກ່ແຂວງ ໄຊສົມບູນ.

ໃນວັນທີ 12-13 ພະຈິກ 2025, ທ່ານ ນ. ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະ ແລະ 3 ອົງການຈັດຕັ້ງມະຫາຊົນ ໄປເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ແຂວງໄຊສົມບູນ. ໃນພິທີມອບ-ຮັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 12 ພະຈິກ 2025 ທີ່ ຫ້ອງວ່າການປົກຄອງແຂວງ ໄຊສົມບູນ, ເຊິ່ງຕາງໜ້າກ່າວມອບໂດຍ ທ່ານ ນ. ຟອງສະໝຸດ ອັ່ນລາວັນ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ແລະ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນຈາກກະຊວງການຕ່າງປະເທດ ແລະ ແຂວງໄຊສົມບູນ ເຂົ້າຮ່ວມ ເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນການປະກອບສ່ວນຂອງພະນັກງານກະຊວງການຕ່າງປະເທດທີ່ຢູ່ພາຍໃນ ແລະ ຕ່າງປະເທດ ແລະ ການລະດົມຂົນຂວາຍຈາກພີ່ນ້ອງຄົນເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດ. ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ປະກອບມີ ເງິນສົດຈຳນວນ 300 ລ້ານກີບ, ເຂົ້າສານ 900 ກວ່າກິໂລ, ເຄື່ອງນຸ່ງຮົ່ມ 20 ແກັດ ພ້ອມດ້ວຍເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງ ເພື່ອນໍາໄປຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ແລະ ຟື້ນຟູເຂດທີ່ໄດ້ຮັບຜົນເສຍຫາຍ ຢູ່ແຂວງໄຊສົມບູນໃນທ້າຍປີ 2024 ແລະ ເດືອນກັນຍາ 2025 ຜ່ານມາ.
ເມືອງຫຼວງນໍ້າທາ ສະຫຼອງວັນຜູ້ອາຍຸສູງສາກົນ, ວັນຄົນພິການແຫ່ງຊາດ ແລະ ວັນສາກົນລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ເມືອງຫຼວງນໍ້າທາ ສະຫຼອງວັນຜູ້ອາຍຸສູງສາກົນ, ວັນຄົນພິການແຫ່ງຊາດ ແລະ ວັນສາກົນລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ໃນວັນທີ 14 ພະຈິກນີ້ ຢູ່ທີ່ເດີນໜ້າຫ້ອງວ່າການເມືອງຫຼວງນໍ້າທາ, ຫ້ອງການແຮງງານ ແລະ ສະຫວັດດີການສົງຄົມເມືອງ ສົມທົບກັບ ອົງການຈັດຕັ້ງສະຫະພັນແມ່ຍິງເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຜູ້ອາຍຸສູງສາກົນ, ວັນຄົນພິການແຫ່ງຊາດ ແລະ ວັນສາກົນລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຄົງ ພິມມະສອນ ເລຂາພັກເມືອງ ສະມາຊິກສະພາປະຊາຊົນແຂວງ, ມີພາກສ່ວນກ່ຽວຂ້ອງ ອ້ອມຂ້າງເມືອງເຂົ້າຮ່ວມ.
ພິທີເຊັນສັນຍາ ໂຄງການປັບເດີ່ນ ແລະ ກໍ່ສ້າງກຳແພງ ຫ້ອງການສະພາປະຊາຊົນແຂວງວຽງຈັນ ຫຼັງໃໝ່.

ພິທີເຊັນສັນຍາ ໂຄງການປັບເດີ່ນ ແລະ ກໍ່ສ້າງກຳແພງ ຫ້ອງການສະພາປະຊາຊົນແຂວງວຽງຈັນ ຫຼັງໃໝ່.

ວັນທີ 15 ພະຈິກ 2025 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງວຽງຈັນ ໄດ້ຈັດພິທີເຊັນສັນຍາ ໂຄງການປັບເດີ່ນ ແລະ ກໍ່ສ້າງກຳແພງ ຫ້ອງການສະພາປະຊາຊົນແຂວງວຽງຈັນ ຫຼັງໃໝ່ ລະຫວ່າງ ທ່ານ ຄຳຫຼ້າ ສີສຸວົງ ເລຂາທິການ ສະພາປະຊາຊົນແຂວງ ຕາງໜ້າໃຫ້ ສະພາປະຊາຊົນແຂວງວຽງຈັນ ແລະ ທ່ານ ນົບພະຈອນ ບຸນວິໄລ ປະທານບໍລິສັດ ວິໄລໂຊກ ພັດທະນາຄົບວົງຈອນ ຈຳກັດຜູ້ດຽວ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ, ມີພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ທ່ານ ນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດກ່ຽວກັບຜົນສໍາເລັດການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຜ່ານມາ ຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ປະລິມານຂີ້ເຫຍື້່ອໃນງານບຸນປີນີ້ ຖືວ່າຫຼຸດລົງຈາກປີກາຍ ເນື່ອງຈາກປະເພດຂີ້ເຫຍື້ອສ່ວນຫຼາຍເປັນກ່ອງໂຟມ, ໄມ້ສຽບລູກຊີ້ນ, ໃບປິວ, ຈອກນໍ້າ ແລະ ຖົງເສດອາຫານເປັນຕົ້ນ ຊຶ່ງສາມາດເກັບມ້ຽນຂີ້ເຫຍື້ອໄດ້ທັງໝົດ 633,731 ກິໂລກຼາມໂດຍນໍາໃຊ້ລົດຂະ ໜາດໃຫຍ່ຂະໜາດ 12 ແມັດກ້ອນ ຂົນສົ່ງຂີ້ເຫຍື້ອ ຈຶ່ງເຮັດໃຫ້ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອກໍຫຼຸດລົງໄດ້ພຽງ 186 ຖ້ຽວ ທຽບເທົ່າ 558 ຖ້ຽວ (ຄູນສາມ) ໃນປີກາຍ.
ເພີ່ມເຕີມ