ສາຍພົວພັນຮ່ວມມື ກັບ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ

ນ.ວ ສ້າງສາຍພົວພັນຮ່ວມມື ກັບ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ

ນ.ວ ສ້າງສາຍພົວພັນຮ່ວມມື ກັບ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ
ໂດຍ:ວັນໄຊ ຕະວິນຍານ ໃນໂອກາດງານພົບປະສົນທະນາເຈົ້າຄອງນະຄອນ ຊຶ່ງໄດ້ຈັດຂຶ້ນຢູ່ນະຄອນໜານໜິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປຈີນ ໃນກາງເດືອນມັງກອນນີ້, ໂດຍມີບັນດາເຈົ້າຄອງນະຄອນ ແລະ ຜູ້ຕາງໜ້າ ນະຄອນທີ່ມາຈາກ 12 ນະຄອນຂອງ 8 ປະເທດຄື:ຈີນ

 

,ລາວ,ກໍາປູເຈຍ,ອິນໂດເນເຊຍ,ມາເລເຊຍ,ມຽນມາ,ໄທ ແລະ ຫວຽດນາມເຂົ້າຮ່ວມ.ຈຸດປະສົງກກໍເພື່ອຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກໍາຈີນ-ອາຊຽນໃຫ້ແໜ້ນແຟ້ນກວ່າເກົ່າ.

ໃນໂອກາດນີ້, ສະຫາຍ ອາດສະພັງທອງ ສີພັນດອນ ຮອງເລຂາພັກນະຄອນຫຼວງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ພົບປະກັບ ສະຫາຍ ຫຼານ ທຽນລີ່ຮອງເລຂາຄະນະພັກປະທານເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີທ່ານໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ,ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດຊຶ່ງເຫັນໄດ້ຢ່າງຈະແຈ້ງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງຝ່າຍໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເກີດດອກອອກຜົນຕົວຈິງຫຼາຍດ້ານ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການເປັນຄູ່ຮ່ວມຊາຕາກຳ ລາວ ແລະ ຈີນ ສະບັບໃໝ່ ແລະ ບັນດາຄຳເຫັນເປັນເອກະພາບກັນຂອງສອງເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ແລະ ສປ ຈີນ.

ຕະຫຼອດໄລຍະຜ່ານມາ ສປປ ລາວ ກັບເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ໄດ້ມີການຮ່ວມມືກັນຢ່າງໃກ້ຊິດ, ຊ່ວຍເຫຼືອສະໜັບສະໜູນຊຶ່ງກັນ ແລະ ກັນ, ແລກປ່ຽນການຢ້ຽມຢາມ ຂອງການນຳຂັ້ນສູງສອງຝ່າຍ ຢ່າງເປັນປົກກະຕິ ແລະ ໄດ້ເສີມຂະຫຍາຍຂຶ້ນໃນແຕ່ລະປີ ລວມທັງການຊ່ວຍເຫຼືອພັດທະນາດ້ານຕ່າງໆ,

ສະເພາະນະຄອນຫຼວງວຽງຈັນ ໃນໄລຍະຜ່ານມາ ກໍໄດ້ຮັບການຊ່ວຍເຫຼືອ ຈາກນະຄອນໜານໜິງ ເປັນຕົ້ນແມ່ນທຶນການສຶກສາ,ທຶນຝຶກອົບຮົມ ໃຫ້ພະນັກງານ ຂອງນະຄອນຫຼວງວຽງຈັນ, ຊ່ວຍເຫຼືອຜ້າປິດປາກໃນໄລຍະເກີດພະຍາດໂຄວິດ-19 ແລະ ໄດ້ຮັບການເຊື້ອເຊີນເຂົ້າຮ່ວມງານໃຫຍ່ສຳຄັນຕ່າງໆ ຈາກນະຄອນໜານໜິງ.

ການມາຢ້ຽມຢາມພົບປະຄັ້ງນີ້,ຖືວ່າເປັນການລິເລີ່ມເພີ່ມທະວີສ້າງສາຍພົວພັນການແລກປ່ຽນແລະ ຮ່ວມມື ກັບເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ,ເພີ່ມທະວີຄວາມເຂົ້າໃຈ ລະຫວ່າງສອງຝ່າຍ ໃຫ້ເລິກເຊິ່ງ ແລະ ຮ່ວມກັນຊຸກຍູ້ໃນການຮ່ວມມືກັນໃນຕໍ່ໜ້າ ໂດຍຖືເອົາການຕົກລົງເປັນເອກະພາບ ຂອງສອງເລຂາທິການໃຫຍ່ຂອງສອງພັກ ເພື່ອຜັນຂະຫຍາຍໃຫ້ເກີດດອກອອກຜົນເປັນຈິງແຕ່ລະດ້ານ ເຊັ່ນ:ຂຸດຄົ້ນທ່າແຮງບົ່ມຊ້ອນໂດຍນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ, ສາຍການບິນໆກົງ ນະຄອນໜານໜິງ-ວຽງຈັນ ເພື່ອຊຸກຍູ້ການໄປມາຫາສູ່ການເຊື່ອມໂຍງເຊື່ອມຈອດກັນ ໃນຫຼາຍຮູບແບບ ແລະ ຫຼາຍຊ່ອງທາງກວ່າເກົ່າ;ສືບຕໍ່ການໄປມາຫາສູ່ກັນໃນທຸກລະດັບ ຢ່າງເປັນປົກກະຕິ ເພື່ອເສີມສ້າງຄວາມເຂົ້າອົກເຂົ້າໃຈ, ໄວ້ເນື້ອເຊື່ອໃຈ ຊຶ່ງກັນ ແລະ ກັນ, ຍູ້ແຮງການຮ່ວມມືໃນລະດັບທ້ອງຖິ່ນຂອງສອງຝ່າຍ, ສົ່ງເສີມການແລກປ່ຽນທາງດ້ານການຄ້າ, ວັດທະນະທໍາ-ສັງຄົມ ໂດຍສະເພາະແມ່ນວຽກງານທ່ອງທ່ຽວ.ຮ່ວມມືໃນຂົງເຂດວຽກງານກໍ່ສ້າງຊັບພະຍາກອນມະນຸດ, ສ້າງເງື່ອນໄຂໃຫ້ພະນັກງານລາວກໍຄືນະຄອນຫຼວງວຽງຈັນ ໄດ້ມາແລກປ່ຽນຖອດຖອນບົດຮຽນຢູ່ກວາງຊີ ໃຫ້ຫຼາຍຂຶ້ນ.ສະເໜີໃຫ້ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ຊຸກຍູ້ພາກທຸລະກິດ ທີ່ມີຄວາມສົນໃຈ, ມີທ່າແຮງເພື່ອສົມທົບກັບພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ຮ່ວມກັນພັດທະນາ.

ສະຫາຍ ອາດສະພັງທອງ ສີພັນດອນ ຍັງໄດ້ແຈ້ງໃຫ້ ສະຫາຍ ຫຼານ ທຽນລີ່ ຮັບຊາບວ່າ:ໃນປີ 2024 ທີ່ຜ່ານມາມໍ່ໆນີ້,ຖືວ່າເປັນປີທີ່ສໍາຄັນ ຂອງນະຄອນຫຼວງວຽງຈັນພວກເຮົາ, ເນື່ອງຈາກ ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ເປັນເຈົ້າພາບຫຼາຍກອງປະຊຸມ ແລະ ປີທ່ອງທ່ຽວລາວ, ນະຄອນຫຼວງວຽງຈັນ ກໍໄດ້ຮັບກຽດເປັນປະທານກອງປະຊຸມບັນດາເຈົ້າຄອງນະຄອນຫຼວງອາຊຽນ ແລະ ກອງປະຊຸມປິ່ນອ້ອມອື່ນໆ, ອັນພົ້ນເດັ່ນແມ່ນເສດຖະກິດມະຫາພາກສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ລວມຍອດຜະລິດຕະພັນພາຍໃນ ຂະຫຍາຍຕົວ 5.85%, ໃນນັ້ນ ດ້ານອຸດສາຫະກໍາ ແມ່ນຂະຫຍາຍຕົວສູງກວ່າໝູ່ ເນື່ອງຈາກມີໂຮງງານອຸດສາຫະກໍາເກີດຂຶ້ນຫຼາຍ, ຕໍ່ມາແມ່ນ ຂົງເຂດບໍລິການ, ຍ້ອນມີຫຼາຍກອງປະຊຸມ ແລະ ເປັນປີທ່ອງທ່ຽວລາວ; ສໍາລັບຂົງເຂດກະສິກໍາ ກໍຍັງສືບຕໍ່ຂະຫຍາຍຕົວ; ດ້ານການເກັບລາຍຮັບງົບປະມານ ພວກເຮົາກໍສາມາດປະຕິບັດໄດ້ລື່ນແຜນການ. ປັດຈຸບັນ,ນະຄອນຫຼວງວຽງຈັນ ມີປະຊາກອນປະມານ 1 ລ້ານ ເຖິງ 1 ລ້ານ 3 ແສນຄົນ (ລວມທັງຄົນສັນຊາດລາວ ແລະ ຕ່າງປະເທດ), ມີ 9 ເມືອງ ແລະ 481 ບ້ານ, ມີເຂດເສດຖະກິດພິເສດ 5 ເຂດ. ໃນດ້ານການລົງທຶນ ຈາກ ສປ ຈີນ ແມ່ນເປັນອັນດັບ 1 ໃນນະຄອນຫຼວງວຽງຈັນ, ໃນນັ້ນ ລວມມີນັກທຸລະກິດ ຂອງແຂວງກວາງຊີ ແລະ ມີສະພາການຄ້າກວາງຊີ ປະຈໍາ ສປປ ລາວຊຶ່ງນະຄອນຫຼວງວຽງຈັນ ກໍໄດ້ມີການພົວພັນຮ່ວມມືກັນຢ່າງເປັນປົກກະຕິ.

ສະຫາຍ ຫຼານ ທຽນລີ່ໄດ້ແຈ້ງຕໍ່ ສະຫາຍ ອາດສະພັງທອງ ສີພັນດອນ ວ່າ:ເຂດປົກຄອງຕົນເອງກວາງຊີ,ມີເນື້ອທີ່ 237,600 ກິໂລຕາແມັດ,ມີພົນລະເມືອງ 50 ລ້ານກວ່າຄົນ,ມີ 14 ນະຄອນຂຶ້ນກັບ ໃນນັ້ນ,ນະຄອນໜານໜິງ ແມ່ນ ເມືອງເອກຂອງເຂດປົກຄອງ.ສະເພາະ 6 ເດືອນ ຕົ້ນປີ 2024 ລວມຍອດຜະລິດຕະພັນ (GDP)1,311,557 ຕື້ຢວນທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 3.6%.

ໃນງານຄັ້ງນີ້, ຜູ້ຕາງໜ້ານະຄອນຂອງບັນດາປະເທດໄດ້ຮ່ວມກັນຖະແຫຼງ “ຂໍ້ລິເລີ່ມໜານໜິງ” ໂດຍສະເໜີວ່າ: ລົງເລິກການໄປມາຫາສູ່ກັນແບບໄມຕີຈິດມິດຕະພາບລະຫວ່າງນະຄອນ, ລົງເລິກການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງນະຄອນ, ລົງເລິກການເຊື່ອມສານຈິດໃຈລະຫວ່າງປະຊາຊົນບັນດານະຄອນ. ນອກນີ້, ຍັງໄດ້ຈັດພິທີເຊັນສັນຍາຮ່ວມມື 14 ໂຄງການກ່ຽວກັບເສດຖະກິດການຄ້າ, ການຈໍລະຈອນສິນຄ້າ, ການສຶກສາ ແລະການທ່ອງທ່ຽວເປັນຕົ້ນ.

ຄໍາເຫັນ

ຂ່າວການຮ່ວມມື

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ຕ້ອນຮັບທ່ານ ນາງ ເມແກນ ຈອນສ໌(Megan Jones) ເອກອັກຄະລັດຖະທູດແຫ່ງປະເທດອົດສະຕຣາລີປະຈຳ ສປປ ລາວ ພ້ອມຄະນະ ໃນຕອນເຊົ້າວັນທີ 15 ທັນວານີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ, ໃນໂອກາດທີ່ມາເຄື່ອນໄຫວວຽກງານທີ່ແຂວງສະຫວັນນະເຂດ.
ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ນັກຂ່າວລາວ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກ ສສ ຫວຽດນາມ ຄື: ສຳນັກຂ່າວສານ, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສື່້ໜັງສືພິມອອນລາຍ ຫວຽດນາມ ພຣັດ, ໄດ້ສະໜອງຂໍ້ມູນຂ່າວສານ ຢ່າງມີຄຸນນະພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິພາບ. ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມ ຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖີງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 10-11 ທັນວານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສື່ມວນຊົນລາວ ຊຶ່ງນຳພາໂດຍທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການແກມຊິວ ອົງການແຄຣນານາຊາດ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ພົບປະແລກ ປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກຂອງ ສສ ຫວຽດນາມຄື: ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ໜັງສືພິມອອນລາຍຫວຽດນາມ ພຣັດ ທີ່ໄດ້ສະໜອງຂໍ້ມູນຂ່າວສານຢ່າງມີຄຸນນະ ພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິ ພາບ ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ນຳໂດຍທ່ານ ພົນເອກ ເຊກເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃນລະຫວ່າງວັນທີ 10-12 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ; ໃນວັນທີ 11 ທັນວານີ້ ທີ່ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ມີພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ຢ່າງເປັນທາງການ ແລະ ສົມກຽດ, ໃຫ້ກຽດຕ້ອນຮັບໂດຍທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ແຫ່ງ ສປປລາວ ພ້ອມດ້ວຍຄະນະ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ  (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ບໍ່ພຽງແຕ່ເປັນຜູ້ນຳຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນທ່ານຍັງເປັນບຸກຄົນຜູ້ໂດດເດັ່ນຂອງຂະບວນການປະຕິວັດອິນດູຈີນ ແລະ ເປັນມິດສະຫາຍຜູ້ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ. ຊີວິດ ແລະ ພາລະກິດການປະຕິວັດຂອງທ່ານໄດ້ຜູກພັນກັບການຕໍ່ສູ້ເພື່ອປົດປ່ອຍຊາດ, ການສ້າງຕັ້ງພັກປະຊາຊົນປະຕິວັດລາວ, ການສ້າງແນວທາງສາມັກຄີເປັນປຶກແຜ່ນຂອງປວງຊົນທັງຊາດ ແລະ ໂດຍສະເພາະຢ່າງຍິ່ງ ແມ່ນການວາງຮາກຖານ ແລະ ພັດທະນາສາຍພົວພັນພິເສດລະຫວ່າງ ລາວ-ຫວຽດນາມ.
ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ວັນທີ 10 ທັນວາຜ່ານມາ, ທ່ານ ພັທ ຮວາງຮຸຍແທັງ ຫົວໜ້າຄະນະຊ່ຽວຊານວິທະຍາຄານການເມືອງ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ນໍາປຶ້ມແບບຮຽນ ແລະ ເອກະສານເພື່ອຄົ້ນຄວ້າໃນການຮຽນ-ການສອນມາມອບໃຫ້ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ (ວກປສ) ສປປ ລາວ, ກ່າວຮັບໂດຍທ່ານ ພັອ ສີເພົ້າ ບຸນບາລິດ ຮອງຫົວໜ້າອໍານວຍການວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ໃນວັນທີ 10 ທັນວານີ້, ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຊຶ່ງນຳໂດຍ ສະຫາຍ ອວງ ຈູ ລິວ ອະດີດກຳມະການສູນກາງພັກກອມມູນິດຫວຽດນາມ ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບຫວຽດນາມ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຂົ້າພົບປະກັບການນຳແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ພູວົງ ບຸນຊູ ຮອງເລຂາພັກແຂວງ, ພ້ອມດ້ວຍຄະນະນຳຂອງແຂວງ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງຮັບຮອງຂອງແຂວງ.
ສະຖານທູດລາວ  ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດລາວ ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ປະຈຳ ສາທາລະນະລັດປະຊາຊົນຈີນ(ສປ ຈີນ) ໄດ້ຈັດງານພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ 2025, ທີ່ໂຮງແຮມ Kerry, ນະຄອນຫຼວງປັກກິ່ງ, ສປ ຈີນ ຊຶ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ທ່ານ ເພິງ ຊິງຮວາ(Peng Qinghua), ຮອງປະທານສະພາປະຊາຊົນຈີນ, ທ່ານ ນາງ ຊຸນ ຮາຍແຢນ(Sun Haiyan)ຮອງຫົວໜ້າຄະພົວພັນການຕ່າງປະເທດຈີນ, ທ່ານ ສາຍ ເວີຍ (Cai Wei) ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ພົນຕີ ຮວາງ ເວິນທາວ(Huang Wentao)ຫົວໜ້າສະຖາບັນການເມືອງ, ກະຊວງປ້ອງກັນປະເທດຈີນ, ຮອງເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ (SCO), ເລຂາທິການໃຫຍ່ ສູນອາຊຽນ-ຈີນ, ບັນດາທູຕານຸທູດອາຊຽນ ແລະ ອົງການຮ່ວມມືຊຽງໄຮ້, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ເຈົ້າໜ້າທີ່ອາວຸໂສຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຂອງຈີນ, ອະດີິດທູດຈີນປະຈໍາລາວ, ອະດີດທະຫານອາສາສະໝັກທີ່ເຄີຍໄປຊ່ວຍລາວ, ນັກທຸລະກິດ, ນັກສຶກສາລາວ ແລະ ພາກສວນອື່ນໆເຂົ້າຮ່ວມລວມທັງໝົດ 400 ກວ່າທ່ານ.
ເພີ່ມເຕີມ