ຍ່າງເພື່ອສຸຂະພາບ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ຍ່າງເພື່ອສຸຂະພາບ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ຍ່າງເພື່ອສຸຂະພາບ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ
ວັນທີ່ 25 ພະຈິກ 2025 ນີ້, ສະຫະພັນແມ່ນຍິງແຂວງຫຼວງພະບາງ ໄດ້ຈັດຂະບວນການຍ່າງເພື່ອສຸຂະພາບ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກຍິງວັນທີ 25 ພະຈິກ ໂດຍມີ ທ່ານ ຄໍາຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ມີເອື້ອຍນ້ອງແມ່ຍິງ ແລະຜູ້ຕາງໜ້າຈາກພະແນກການ-ກົມກອງອ້ອມຂ້າງແຂວງ ເຂົ້າຮ່ວມ.
ຍາງເພອສຂະພາບ ລະນກວນສາກນ ເພອລບລາງຄວາມຮນແຮງຕແມຍງ - image 1
 

ທ່ານ ຄໍາຫຼ້າ ລຽນປະດິດ ໄດ້ມີຄຳເຫັນກ່າວເປີດພິທີວ່າ: ການດໍາເນີນຂະບວນ ການລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງໃນປີນີ້ ພາຍໃຕ້ຫົວຂໍ້: ‘‘ຮ່ວມແຮງຮ່ວມໃຈກັນ ເພື່ອຢຸດຕິການໃຊ້ຄວາມຮຸນແຮງ ຜ່ານທາງດີຈີຕອນ ຕໍ່ແມ່ຍິງ ແລະເດັກຍິງທຸກຄົນ’’ຊຶ່ງຮຽກຮ້ອງບັນດາປະເທດໃນໂລກ ຕ້ອງໄດ້ ພ້ອມກັນທົບທວນຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດຖະແຫຼງການ ແລະແຜນປະຕິບັດງານປັກກິ່ງ ໂດຍສະເພາະ ບັນດາຄວາມໝາຍໝັ້ນ, ຄວາມຮັບຜິດຊອບ ແລະການຈັດສັນງົບປະມານ ເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ ການແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກຍິງໃນປະເທດຕົນ. ໃນປີ 2025, ອົງການປົກຄອງແຂວງຫຼວງພະບາງ ໂດຍສະເພາະຄະນະກໍາມະການຕ້ານການຄ້າມະນຸດຂັ້ນແຂວງຂັ້ນເມືອງ ໄດ້ລົງຕິດຕາມຊຸກຍູ້ ແລະເຜີຍແຜ່ບັນດາກົດໝາຍ-ນິຕິກໍາ ທີ່ກ່ຽວຂອງເປັນປົກກະຕິ, ທັງໄດ້ໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍທີ່ ຢູ່ໃນກຸ່ມສຽງຈາກການຄ້າມະນຸດຈໍານວນ 16 ຄົນ, ຍິງ 16 ຄົນ; ເຂົ້າຮ່ວມປົກປ້ອງການສືບສວນ-ສອບສວນເດັກ ທີ່ບໍ່ເຖິງກະສຽນອາຍຸ 18 ປີ ຮ່ວມກັບເຈົ້າໜ້າທີ່ພະແນກສະກັດກັ້ນ ແລະຕ້ານການຄ້າມະນຸດ ພ້ອມທັງສຶກສາອົບຮົມ ໄດ້ຈໍານວນ 33 ຄັ້ງ, ມີ 33 ຄົນ, ຍິງ 28 ຄົນ, ຊາຍ 5 ຄົນ; ໄດ້ຮັບການບໍລິການໃຫ້ຄໍາປຶກສາ 16 ຄັ້ງ, ມີ 3 ຄົນ, ຍິງ 3 ຄົນ, ຜ່ານທາງໂທລະສັບ 76 ຄັ້ງ; ໄດ້ຊ່ວຍເຫຼືອໃນການປະສານງານຫາພາກສ່ວນກ່ຽວຂ້ອງ ໃນການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ຈໍານວນ 650 ຄັ້ງ. ນອກຈາກນັ້ນ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມແມ່ຍິງຊາວກະສິກອນ ໃຫ້ໄດ້ຮັບການຝຶກອົບຮົມວິຊາຊີບ, ເຕັກນິກວິຊາການ, ພັດທະນາສີມືແຮງງານ ແລະຝຶກອົບຮົມເຄື່ອນທີ່ຕາມສາຂາອາຊີບ ພ້ອມທັງສົ່ງເສີມການຈັດຫາວຽກເຮັດງານທໍາເຂົ້າສູ່ຕະຫຼາດແຮງງານພາຍໃນ ແລະຕ່າງປະເທດ ໃຫ້ແກ່ແມ່ຍິງ ແລະ ໄວໜຸ່ມ ທີ່ຢູ່ເຂດຫ່າງໄກສອກຫຼີກ, ຜູ້ທຸກຍາກ ແລະ ຜູ້ດ້ອຍໂອກາດເພື່ອຮັບປະກັນໃຫ້ແມ່ຍິງມີລາຍຮັບສາມາດເພິ່ງພາຕົນເອງໄດ້ພັດທະນາຊີວິດການ ເປັນຢູ່ໃຫ້ດີຂຶ້ນເປັນກ້າວໆ ເຮັດໃຫ້ແມ່ຍິງປາສະຈາກການຖືກຄວາມຮຸນແຮງ, ຄອບຄົວມີຄວາມສະຫງົບສຸກ ແລະສັງຄົມມີຄວາມສີວິໄລ.

ຍາງເພອສຂະພາບ ລະນກວນສາກນ ເພອລບລາງຄວາມຮນແຮງຕແມຍງ - image 2
 

ຂະບວນການຍ່າງເພື່ອສຸຂະພາບ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກຍິງ ຄັ້ງນີ້ ໄດ້ເລີ່ມຈາກໜ້າຫ້ອງວ່າການແຂວງ ໄປຫາເສັ້ນທາງໄກສອນພົມວິຫານ ຮອດສີ່ແຍກບ້ານໂພນແະງ ແລ້ວລ້ຽວຊ້າຍ ກັບຄືນຫາໜ້າຫ້ອງວ່າການແຂວງ ດ້ວຍຄວາມເບີກບານມ່ວນຊື່ນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກະຊວງຍຸຕິທຳປາຖະກະຖາວັນສຳຄັນຂອງຊາດ

ກະຊວງຍຸຕິທຳປາຖະກະຖາວັນສຳຄັນຂອງຊາດ

ກະຊວງຍຸຕິທຳທຳ ໄດ້ຈັດພິທີປາຖະກະຖາວັນສຳຄັນຂອງຊາດຄື:ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025),ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ປະດັບຫຼຽນກາລະນິກ 50 ປີ ວັນສະຖາປານາ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 25 ພະຈິກນີ້ ທີ່ກະຊວງດັ່ງກ່າວໂດຍໃຫ້ກຽດປາຖະກະຖາຂອງສະຫາຍ ຄຳພັນ ບຸນພາຄົມ ຮອງລັດຖະມົນຕິກະຊວງຍຸຕິທຳ ມີບັນດາພະນັກງານພາຍໃນກະຊວງເຂົ້າຮ່ວມຮັບຟັງ.
ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສາຍໃຍສຳພັນໄດ້ຮັບລາງວັນນັກທຸລະກິດຊັ້ນນຳດີເດັ່ນ

ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສາຍໃຍສຳພັນໄດ້ຮັບລາງວັນນັກທຸລະກິດຊັ້ນນຳດີເດັ່ນ

ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສາຍໃຍສຳພັນ ດຳເນີນທຸລະກິດກ່ຽວກັບການໃຫ້ບໍລິການດ້ານການເງິນເປັນຕົ້ນ: ການປ່ອຍກູ້ຂະໜາດນ້ອຍ ແລະ ຮັບຝາກເງິນ ຊຶ່ງໄດ້ກໍ່ຕັ້ງຂຶ້ນໃນປີ 2007 ເປັນບໍລິສັດຖືຮຸ້ນໂດຍເອກະຊົນ ປ່ອຍກູ້ໃຫ້ແກ່ຜູ້ເຮັດທຸລະກິດຂະໜາດນ້ອຍ, ພະນັກງານ-ລັດຖະກອນ, ພະນັກງານລັດວິສາຫະກິດ ແລະ ເອກະຊົນ. ສຳລັບຜູ້ທີ່ເປັນພະນັກງານສາມາດນຳໃຊ້ເງິນເດືອນເປັນຫຼັກຊັບຄໍ້າປະກັນເພື່ອຂໍກູ້ຢືມເງິນໂດຍບໍ່ມີການຄໍ້າປະກັນດ້ວຍວັດຖຸ ຫຼື ອະສັງຫາລິມະຊັບ ແລະ ຜູ້ຝາກເງິນໄດ້ຮັບຝາກຈາກບຸກຄົນທົ່ວໄປໃນສະກຸນເງິນກີບ.
ນໍ້າໃຈວັນຊາດທີ 2 ທັນວາ ຄົບຮອບ 50 ປີ ໄດ້ເປັນສັນຍາລັກ ສະແດງເຖິງຄວາມສາມັກຄີເປັນປຶກແຜ່ນຂອງທົ່ວປວງຊົນລາວທັງຊາດ.

ນໍ້າໃຈວັນຊາດທີ 2 ທັນວາ ຄົບຮອບ 50 ປີ ໄດ້ເປັນສັນຍາລັກ ສະແດງເຖິງຄວາມສາມັກຄີເປັນປຶກແຜ່ນຂອງທົ່ວປວງຊົນລາວທັງຊາດ.

ເນື່ອງໃນໂອກາດ ຄົບຮອບ 50 ປີ ແຫ່ງ ການສະຖາປະນາ ສປປ ລາວ ແລະ ວັນຄ້າຍວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ. ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ວ່າ: ວັນທີ 2 ທັນວາ 1975 ແມ່ນວັນປະຫວັດສາດທີ່ຍິ່ງໃຫຍ່ທີ່ສຸດຂອງຊາດລາວ, ຊຶ່ງເປັນການສິ້ນສຸດການປົກຄອງຂອງພວກຈັກກະພັດ ແລະ ປະກາດສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ເປັນວັນທີ່ມີຄວາມໝາຍສຳຄັນຢ່າງເລິກເຊິ່ງ, ເປັນການຢືນຢັນເຖິງໄຊຊະນະອັນສະຫງ່າລາສີຂອງການຕໍ່ສູ້ອັນຍາວນານ, ເດັດດ່ຽວໜຽວແໜ້ນ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ, ເພື່ອປົດປ່ອຍປະເທດຊາດ, ນຳເອົາເອກະລາດ, ອິດສະຫຼະພາບ ແລະ ສັນຕິພາບມາສູ່ປະຊາຊົນລາວບັນດາເຜົ່າຢ່າງສົມບູນ.
ຄອບຄົວຕົວແບບປູກອ້ອຍ ຕາມກົນໄກ 2+3

ຄອບຄົວຕົວແບບປູກອ້ອຍ ຕາມກົນໄກ 2+3

ປັດຈຸບັນ ມີຫຼາຍໆຄອບຄົວທີ່ມີຄວາມສົນໃຈ ແລະຫັນສູ່ການຜະລິດກະສິກຳປູກຝັງ-ລ້ຽງສັດ ເພື່ອຮັບໃຊ້ພາຍໃນຄອບຄົວໃຫ້ພຽງພໍ, ຫຼຸດຜ່ອນການຊື້ຈາກພາຍນອກ ຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຄືດັ່ງຄອບຄົວຂອງລຸງ ຄໍາພັນ ວໍລະແສງໃນໄວ 54 ປີ, ອາຊີບຊາວສວນ, ປະຊາຊົນບ້ານຄໍາວົງສາ, ເມືອງພູວົງ, ແຂວງອັດຕະປື, ເພິ່ນເປັນຄອບຄົວຕົວແບບ ໃນການປູກອ້ອຍ ຕາມກົນໄກ 2+3 ການລົງທຶນແບບມີສ່ວນຮ່ວມ ສາມາດສ້າງລາຍຮັບໃຫ້ຄອບຄົວ 1 ຕື້ 146 ລ້ານກີບ/ປີ.
ກຸ່ມບໍລິສັດຕ້າຖັງຈີນ ສົ່ງຄວາມອົບອຸ່ນສູ່ນັກຮຽນຊົນນະບົດບ້ານຫ້ວຍເງີຍ

ກຸ່ມບໍລິສັດຕ້າຖັງຈີນ ສົ່ງຄວາມອົບອຸ່ນສູ່ນັກຮຽນຊົນນະບົດບ້ານຫ້ວຍເງີຍ

ທ່ານຢູບົວ ຮອງອຳນວຍການອາວຸໂສຄົນທຳອິດຂອງກຸ່ມບໍລິສັດຕ້າຖັງຈີນພ້ອມ​ຄະ​ນະໄດ້ລົງ​ຢ້ຽມ​ຢາມ-ຖາມຂ່າວສະພາບນັກຮຽນທີ່ໂຮງຮຽນປະຖົມບ້ານຫ້ວຍເງີຍ ເມືອງເງິນ ແຂວງໄຊຍະບູລີ ພ້ອມທັງໄດ້ມອບເຄື່ອງນຸ່ງຫົ່ມ (ຊຸດກັນໜາວ) ແລະ ອຸປະກອນການຮຽນໃຫ້ແກ່ນ້ອງໆນັກຮຽນໃນ​ວັນ​ທີ 25 ພະ​ຈິກ 2025 ນີ້.
ປກສ ນວ ມີຄວາມພ້ອມຮອບດ້ານປ້ອງກັນໃນງານສະຫຼອງວັນຊາດທີ 2 ທັນວາ

ປກສ ນວ ມີຄວາມພ້ອມຮອບດ້ານປ້ອງກັນໃນງານສະຫຼອງວັນຊາດທີ 2 ທັນວາ

ປັດຈຸບັນກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ (ປກສ ນວ) ໄດ້ກຽມຄວາມພ້ອມຮອບດ້ານການປ້ອງກັນໃນງານສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີທີ່ໃກ້ຈະມາເຖິງນີ້, ໂດຍສະເພາະໄດ້ກຽມຄວາມພ້ອມດ້ານກໍາລັງພົນ 900 ກວ່າຄົນເພື່ອປະຈໍາຢູ່ແຕ່ລະຈຸດຮັກສາຄວາມສະຫງົບປອດໄພເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ດໍາເນີນໄປຢ່າງໂລ່ງລ່ຽນ ແລະ ສໍາເລັດຕາມເປົ້າໝາຍ.
ນວ ປະດັບປະດາຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາຄົບຮອບ 50 ປີ

ນວ ປະດັບປະດາຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາຄົບຮອບ 50 ປີ

ວັນຊາດທີ 2 ທັນວາ ປີນີ້ພໍດີຄົບຮອບ 50 ປີ ຊຶ່ງເປັນອີກໜຶ່ງວັນທີ່ມີຄວາມໝາຍ-ຄວາມສຳຄັນທີ່ສຸດ ແລະ ເປັນວັນເອກອ້າງທະນົງໃຈຂອງປວງຊົນລາວທັງຊາດ. ເພື່ອເຮັດໃຫ້ວັນດັ່ງກ່າວມີຄວາມໝາຍ-ຄວາມສຳຄັນເລິກເຊິ່ງ ໃນໂອກາດວັນສຳຄັນດັ່ງກ່າວ ຈະເຫັນໄດ້ວ່າຢູ່ຕາມສະຖານທີ່ຕ່າງໆທົ່ວປະເທດ ກໍຄືໃນນະຄອນຫຼວງວຽງຈັນ (ນວ) ກໍຈະມີການປະດັບປະດາເອຍ້ອງຫຼາຍສີສັນສວຍງາມ, ສ້າງຂະບວນການຕ່າງໆ, ມີຫຼາກຫຼາຍກິດຈະກຳ ເພື່ອຂໍ່ານັບຮັບຕ້ອນ, ກະກຽມການສະເຫຼີມສະຫຼອງວັນດັ່ງກ່າວໃກ້ມາເຖິງນີ້ໃຫ້ເປັນຂະບວນຟົດຟື້ນ.
ທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ນຳໃຊ້ ແລະ ອານຸລັກຊ້າງບ້ານ

ທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ນຳໃຊ້ ແລະ ອານຸລັກຊ້າງບ້ານ

ກອງປະຊຸມທາບທາມຮ່າງຂໍຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ວ່າດ້ວຍການຄຸ້ມຄອງ ນໍາໃຊ້ ແລະ ອານຸລັກຊ້າງບ້ານ, ເຜີຍແຜ່ກົດໝາຍວ່າດ້ວຍສະຫະກອນ ແລະ ເຜີຍແຜ່ດຳລັດ ວ່າດ້ວຍກະສິກຳແບບມີສັນຍາ ໄດ້ຈັດຂຶ້ນໃນວັນທີ 25 ພະຈິກນີ້ ຢູ່ທີ່ສະໂມສອນ ເມືອງເງິນ ແຂວງໄຊຍະບູລີ ໂດຍການເປັນປະທານຂອງທ່ານ ອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ແສງຈັນ ພານຸເດດ ຫົວໜ້າຂະແໜງກວດກາ ພະແນກກະສິກຳ ແລະ ສິ່ງແວດ ລ້ອມແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຍທຂ ປາຖະກະຖາວັນສະຖາປະນາ ສປປ ລາວ ແລະ ວັນເກີດປະທານໄກສອນ ພົມວິຫານ

ຍທຂ ປາຖະກະຖາວັນສະຖາປະນາ ສປປ ລາວ ແລະ ວັນເກີດປະທານໄກສອນ ພົມວິຫານ

ກະຊວງໂຍທາທິການ ແລະຂົນສົ່ງ (ຍທຂ) ໄດ້ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີຂຶ້ນໃນວັນທີ 25 ພະຈິກນີ້ ທີ່ກະຊວງດັ່ງກ່າວໂດຍໃຫ້ກຽດປາຖະກະຖາຂອງສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກໍາມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ ທີ່ປຶກສາສະພາທິດສະດີສູນກາງພັກ, ໂດຍມີ ສະຫາຍ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງ ຍທຂ, ມີຄະນະປະຈໍາພັກ, ຄະນະໜ່ວຍພັກຮາກຖານ, ສະມາຊິກພັກ, ພະນັກງານກະຊວງ ຍທຂ ເຂົ້າຮ່ວມຮັບຟັງ.
ຮັບປະກັນການບິນຮັບໃຊ້ຕາມຄຳສັ່ງຂອງຂັ້ນເທິງ ດ້ວຍຄວາມຮັບຜິດຊອບສູງ

ຮັບປະກັນການບິນຮັບໃຊ້ຕາມຄຳສັ່ງຂອງຂັ້ນເທິງ ດ້ວຍຄວາມຮັບຜິດຊອບສູງ

ເນື່ອງໃນໂອກາດຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ສະຫາຍ ພັນເອກ ຄຳຫຼ້າ ສິມມະວົງ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານອາກາດ ໄດ້ສະແດງຄວາມປິຕິຍິນດີ ແລະ ເອກອ້າງທະນົງໃຈເປັນຢ່າງຍິ່ງ ຕໍ່ວັນໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດຂອງຊາດລາວເຮົາ. ວັນດັ່ງກ່າວ, ເປັນວັນສໍາຄັນຍິ່ງ ເພາະປວງຊົນລາວທັງຊາດໄດ້ມີອິດສະຫຼະພາບອອກຈາກແອກປົກຄອງຂອງຈັກກະພັດ ແລະ ເປັນເຈົ້າຂອງປະເທດຊາດຢ່າງສົມບູນ, ນັບແຕ່ມື້ສະຖາປະນາ ຈົນມາເຖິງປະຈຸບັນ ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປວງຊົນລາວທັງຊາດ ດໍາເນີນພາລະກິດປ່ຽນແປງໃໝ່ຢ່າງຮອບ
ເພີ່ມເຕີມ