ຍີ່ປຸ່ນ ຈະເພີ່ມລາຄາສິນຄ້າ 1,400 ກວ່າລາຍການ ໃນເດືອນກັນຍານີ້

ຍີ່ປຸ່ນ ຈະເພີ່ມລາຄາສິນຄ້າ 1,400 ກວ່າລາຍການ ໃນເດືອນກັນຍານີ້

ຍີ່ປຸ່ນ ຈະເພີ່ມລາຄາສິນຄ້າ 1,400 ກວ່າລາຍການ ໃນເດືອນກັນຍານີ້
ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ກັນຍາ ຜ່ານມາວ່າ: ຜູ້ຜະລິດອາຫານຍີ່ປຸ່ນຍັງສືບຕໍ່ຂຶ້ນລາຄາສິນຄ້າ ເພື່ອຮັບມືກັບຄ່າໃຊ້ຈ່າຍທີ່ເພີ່ມສູງຂຶ້ນ. ໂດຍລາຍການສິນຄ້າທີ່ຄາດວ່າຈະມີລາຄາເພີ່ມຂຶ້ນໃນເດືອນກັນຍານີ້ ມີຈຳນວນເພີ່ມຂຶ້ນເມື່ອທຽບກັບໄລຍະດຽວກັນຂອງປີກາຍ ແລະ ຖືວ່າເປັນການເພີ່ມຂຶ້ນຕິດຕໍ່ກັນເປັນເດືອນທີ 9.

 

ອີງໃສ່ຂໍ້ມູນທີ່ໄດ້ຈາກການສໍາຫຼວດບໍລິສັດຜູ້ຜະລິດອາຫານພາຍໃນປະເທດ 195 ແຫ່ງ, ໂດຍບໍລິສັດຄົ້ນຄວ້າ Teikoku Databank ພົບວ່າ: ຜູ້ຜະລິດກໍາລັງກະກຽມທີ່ຈະເພີ່ມລາຄາສິນຄ້າ 1,422 ລາຍການໃນເດືອນກັນຍານີ້ ຊຶ່ງ ເພີ່ມຂຶ້ນ 0.6% ຈາກປີກ່ອນ.

ສິນຄ້າໃນກຸ່ມເຄື່ອງປຸງ ເຊັ່ນ: ຊອດ ແລະ ມາຍອງເນສ ກວມເອົາອັດຕາສ່ວນຫຼາຍທີ່ສຸດ 427 ລາຍການ. ໂດຍຂໍ້ມູນຍັງຊີ້ໃຫ້ເຫັນວ່າ ບໍລິສັດ Kewpie ຈະຂຶ້ນລາຄາສິນຄ້າ 66 ລາຍການ ຊຶ່ງລວມທັງມາຍອງເນສ ແລະ ນໍ້າສະຫຼັດ.ຕິດຕາມມາດ້ວຍຜະລິດຕະພັນອາຫານປຸງແຕ່ງເຊັ່ນ: ອາຫານແຊ່ແຂງ ຈຳນວນ 338 ລາຍການ, ຂອງຫວານ ແລະ ອາຫານວ່າງເຊັ່ນ: ຊັອກໂກແລັດ ມີ 291 ລາຍການ. ອຸດສາຫະກໍານໍ້ານົມ Morinaga ຈະຂຶ້ນລາຄາຜະລິດຕະພັນທີ່ນິຍົມເຊັ່ນ: ກະແລັມເຄືອບຊັອກໂກແລັດ ແລະ ສິນຄ້າອື່ນໆອີກ 17 ລາຍການ.

Tekoku Databank ລະບຸວ່າ: ກ່ອນໜ້ານີ້ມີການຄາດຄະເນວ່າການຂຶ້ນລາຄາສິນຄ້າຈະເກີດຂຶ້ນຊົ່ວຄາວ, ໂດຍມີສາເຫດຕົ້ນຕໍແມ່ນຍ້ອນລາຄານໍ້າມັນດິບທີ່ສູງຂຶ້ນ ແລະ ຄ່າເງິນເຢນທີ່ອ່ອນຄ່າ, ແຕ່ປັດຈຸບັນການເພີ່ມຂຶ້ນເຫຼົ່ານີ້ໄດ້ກາຍເປັນເລື່ອງປົກກະຕິໄປແລ້ວ, ອີກທັງສາເຫດຂອງການຂຶ້ນລາຄາຍັງມາຈາກປັດໄຈພາຍໃນປະເທດ.

"ເຫດຜົນຂອງການເພີ່ມຂຶ້ນຂອງລາຄາໄດ້ປ່ຽນຈາກເງິນເຢນທີ່ອ່ອນຄ່າລົງໄປສູ່ປັດໃຈພາຍໃນປະເທດ," ຂໍ້ມູນລະບຸວ່າ: ຈໍານວນບໍລິສັດທີ່ອ້າງເຖິງຄ່າໃຊ້ຈ່າຍໃນການຂົນສົ່ງ ແລະ ຄ່າແຮງງານທີ່ສູງຂຶ້ນມີຈຳນວນເພີ່ມຂຶ້ນຢ່າງຫຼວງຫຼາຍທ່າມກາງການຂາດແຄນພະນັກງານຂັບລົດບັນທຸກ.

ບົດລາຍງານຍັງໄດ້ຍົກໃຫ້ເຫັນວ່າ, ຈຳນວນສິນຄ້າທີ່ມີລາຄາເພີ່ມຂຶ້ນໃນປີນີ້ມີເຖິງ 20.034 ລາຍການ ຊຶ່ງເປັນຄັ້ງທຳອິດໃນຮອບ 2 ປີທີ່ຈຳນວນສິນຄ້າທີ່ມີລາຄາເພີ່ມຂຶ້ນໄດ້ລື່ນກາຍ 20.000 ລາຍການ ແລະ ອາດເພີ່ມຂຶ້ນທຽບເທົ່າກັບປີ 2022 ທີ່ມີຈຳນວນ 25.768 ລາຍການ.

ຄໍາເຫັນ

ຂ່າວຕ່າງປະເທດ

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຖະແຫຼງການຈາກສະຖາບັນວິທະຍາສາດ Weizmann (WIS) ຂອງອິດສະຣາເອນ ລະບຸວ່າ: ທີມນັກຄົ້ນຄວ້າສາກົນໄດ້ຄົ້ນພົບວ່າການເຄື່ອນໄຫວຂອງມະນຸດໂດຍລວມນັ້ນຫຼາຍກວ່າ ສັດລ້ຽງລູກດ້ວຍນົມເທິງບົກ, ສັດປີກ ແລະ ແມງໄມ້ ໃນທຳມະຊາດທັງໝົດລວມກັນປະມານ 40 ເທົ່າ.
WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ຕຸລາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງານລະດັບໂລກປະຈຳປີ 2025 ກ່ຽວກັບສຸຂະພາບ ແລະ ການປ່ຽນແປງສະພາບອາກາດ ຊຶ່ງເຮັດຮ່ວມກັບໜັງສືພິມ The Lancet ລະບຸວ່າ: ການເພິ່ງພາອາໄສເຊື້ອໄຟຟອດຊິວຫຼາຍເກີນໄປ ແລະ ຄວາມລົ້ມເຫຼວໃນການປັບຕົວເຂົ້າກັບໂລກທີ່ຮ້ອນຂຶ້ນຢ່າງຕໍ່ເນື່ອງ ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ.
ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 31 ຕຸລາ ຜ່ານມາ, ກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 32 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນຈອງຈູ ປະເທດ ສ ເກົາຫຼີ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນຕໍ່ກອງປະຊຸມຄັ້ງນີ້.
ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການປະຕິບັດງານຢູ່ ສ ເກົາຫຼີ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2025, ໃນຕອນບ່າຍວັນທີ 30 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Gyeongju ສ ເກົາຫຼີ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ.
ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ຕຸລາ ຜ່ານມາວ່າ: ທ່ານ ຢູລິອອດ ຕັນຈຸງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍຄາດວ່າຈະເລີ່ມດໍາເນີນງານໂຮງໄຟຟ້ານິວເຄລຍແຫ່ງທຳອິດຂອງປະເທດພາຍໃນປີ 2032 ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການບັນລຸເປົ້າໝາຍການປ່ອຍອາຍແກ໊ສເຮືອນແກ້ວສຸດທິເປັນສູນພາຍໃນປີ 2060.
ເພີ່ມເຕີມ