ໄດ້ລົງນາມໜັງສືແລກປ່ຽນການຊ່ວຍເຫຼືອເກັບກູ້ລະເບີດຢູ່ກຳປູເຈຍລວມມູນຄ່າ 10.4 ລ້ານໂດລາ ໃນວັນທີ 20 ມີນາ ຜ່ານມາ.
ລາຍງານລະບຸວ່າ: ສູນປະຕິບັດການເກັບກູ້ລະເບີດຂອງກໍາປູເຈຍຈະໄດ້ຮັບເງິນຊ່ວຍເຫຼືອ 2 ຄັ້ງ ຊຶ່ງຄັ້ງທີໜຶ່ງມີມູນຄ່າປະມານ 8,3 ລ້ານໂດລາຈະນຳໃຊ້ເພື່ອຍົກສູງຂີດຄວາມສາມາດຂອງສູນກາງ ໃນການຝຶກອົບຮົມຕາມການຮ່ວມມືໃຕ້-ໃຕ້ ແລະ ຄັ້ງທີ 2 ມູນຄ່າປະມານ 2.1 ລ້ານໂດລາ ຈະຖືກນໍາໃຊ້ໃນການກໍ່ສ້າງອາຄານສໍາລັບການຝຶກອົບຮົມແລະການດໍາເນີນງານພາກສະໜາມ.
ນອກຈາກນັ້ນ, ຄາດວ່າ ລະເບີດແລະ ວັດຖຸອື່ນໆ ທີ່ຕົກຄ້າງຈາກສົງຄາມສາມທົດສະວັດແລະຂໍ້ຂັດແຍ່ງພາຍໃນທີ່ໄດ້ສິ້ນສຸດລົງໃນປີ 1998 ທີ່ປະເທດກຳປູເຈຍ ປະມານ 4-6 ລ້ານໜ່ວຍ,ໂດຍລະເບີດ ແລະ ວັດຖຸລະເບີດຕົກຄ້າງໄດ້ສັງຫານຊີວິດຊາວກຳປູເຈຍ 19,834 ຄົນ ແລະ ໄດ້ຮັບບາດເຈັບ ຫຼືພິການ 45,252 ຄົນໃນລະຫວ່າງປີ 1979 ຫາ 2024.
ຄໍາເຫັນ