ຍົກລະດັບການວິເຄາະ-ວິຈານຂ່າວໃຫ້ມີຄຸນນະພາບໃໝ່

ຍົກລະດັບການວິເຄາະ-ວິຈານຂ່າວໃຫ້ມີຄຸນນະພາບໃໝ່

ຍົກລະດັບການວິເຄາະ-ວິຈານຂ່າວໃຫ້ມີຄຸນນະພາບໃໝ່
ການຍົກລະດັບຄຸນນະພາບການວິເຄາະ-ວິຈານຂ່າວ ບໍ່ແມ່ນພຽງການປັບປຸງຮູບແບບການນຳສະເໜີເທົ່ານັ້ນ ແຕ່ເປັນການຍົກສູງຄຸນນະພາບທາງດ້ານແນວຄິດ, ຄວາມຮູ້, ຈັນຍາບັນ ແລະ ຄວາມສາມາດທາງວິຊາຊີບຂອງນັກຂ່າວ. ເພາະການວິເຄາະ-ວິຈານຂ່າວ ແມ່ນຂະບວນການກັ່ນຕອງ, ປະເມີນ ແລະ ຕີລາຄາຂໍ້ມູນຂ່າວ ສານຢ່າງມີເຫດ ມີຜົນ ເພື່ອຊ່ວຍໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈບັນຫາທີ່ເກີດຂຶ້ນໄດ້ຢ່າງຖືກຕ້ອງ ແລະ ເລິກເຊິ່ງ. ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານແຫ່ງປະເທດລາວ ໄດ້ປະກອບຄຳເຫັນ ໃນຫົວຂໍ້: ຍົກລະດັບການວິເຄາະ-ວິຈານຂ່າວ ໃຫ້ມີຄຸນນະພາບໃໝ່ ຕໍ່ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໃນວັນທີ 14 ກໍລະກົດນີ້ວ່າ: ໃນຍຸກທີ່ຂໍ້ມູນຂ່າວສານໄຫຼວຽນຢ່າງໄວວາ ແລະ ບໍ່ມີຂອບເຂດ, ການວິເຄາະ-ວິຈານຂ່າວ ໄດ້ກາຍເປັນພາລະກິດສຳຄັນຂອງສື່ມວນຊົນ ແລະ ຜູ້ເຮັດວຽກດ້ານຂ່າວສານ. ຖ້າການລາຍງານຂ່າວເປັນການບອກເລົ່າວ່າ "ເກີດຫຍັງຂຶ້ນ".

 

 

ທ່ານ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານແຫ່ງປະເທດລາວ ຍັງໄດ້ເວົ້າວ່າ: ຄວາມສຳຄັນຂອງການວິເຄາະຂ່າວ: ແມ່ນການຊ່ວຍກັ່ນຕອງຄວາມຖືກຕ້ອງ (Fact-Checking): ຊ່ວຍຈຳແນກລະຫວ່າງ "ຂ່າວແທ້" ແລະ "ຂ່າວປອມ" (Fake News) ເພື່ອບໍ່ໃຫ້ສັງຄົມຫຼົງເຊື່ອຂໍ້ມູນທີ່ຜິດພາດ, ປ້ອງກັນການຖືກຊັກຈູງ, ຊ່ວຍໃຫ້ພວກເຮົາຮູ້ທັນເຈດຕະນາຂອງຜູ້ຂຽນຂ່າວ ວ່າກຳລັງພະຍາຍາມຊີ້ນຳຄວາມຄິດ, ບິດເບືອນຄວາມຈິງ ຫຼື ໂຄສະນາຊວນເຊື່ອຫຼືບໍ່; ສ້າງຄວາມເຂົ້າໃຈທີ່ເລິກເຊິ່ງ: ການອ່ານຂ່າວແບບຜິວເຜີນ ອາດຈະເຮັດໃຫ້ໄດ້ຮັບຂໍ້ມູນບໍ່ຄົບຖ້ວນ. ແຕ່ການວິເຄາະຈະຊ່ວຍໃຫ້ເຫັນເຖິງ "ສາເຫດ", "ຜົນກະທົບ" ແລະ "ທ່າອ່ຽງ" ທີ່ຈະເກີດຂຶ້ນໃນອະນາຄົດ; ຍົກລະດັບສະຕິປັນຍາ ແລະ ການຄິດວິເຄາະ (Critical Thinking): ຝຶກໃຫ້ເປັນຄົນບໍ່ຫຼົງເຊື່ອອັນໃດງ່າຍໆ, ຮູ້ຈັກຕັ້ງຄຳຖາມ ແລະ ຊອກຫາຫຼັກຖານມາຮອງຮັບກ່ອນສະຫຼຸບ.

ສຳລັບຜົນສໍາເລັດໃນໄລຍະຜ່ານມາ, ດ້ານດີ ບົດວິເຄາະ-ວິຈານຂ່າວຢູ່ ສປປ ລາວ ມີບົດບາດສຳຄັນໃນການຊີ້ນຳທັດສະນະສັງຄົມ, ໂຄສະນານະໂຍບາຍຂອງພັກ-ລັດ ແລະ ສະທ້ອນບັນຫາການພັດທະນາປະເທດ. ແຕ່ຖ້າພິຈາລະນາໃນດ້ານວິຊາການ ກໍມີຈຸດແຂງຫຼາຍດ້ານ ຄື: ດ້ານທີໜຶ່ງ: ຮັກສາທິດທາງ ທາງການເມືອງໄດ້ດີ, ບົດວິເຄາະສ່ວນໃຫຍ່ສອດຄ່ອງກັບແນວທາງ ແລະ ນະໂຍບາຍຂອງພັກ-ລັດ, ຊ່ວຍສ້າງຄວາມເຂົ້າໃຈຮ່ວມໃນສັງຄົມ ແລະ ສົ່ງເສີມການປະຕິບັດແນວທາງພັດທະນາປະເທດ; ດ້ານທີສອງ: ມຸ່ງເນັ້ນການສຶກສາອົບຮົມ, ບົດວິເຄາະຈຳນວນຫຼາຍມີລັກສະນະອະທິບາຍ, ຊີ້ແຈງ ແລະ ສ້າງຄວາມຮັບຮູ້ໃຫ້ປະຊາຊົນກ່ຽວກັບນະໂຍບາຍ, ກົດໝາຍ ແລະ ບັນຫາສັງຄົມຕ່າງໆ. ດ້ານທີສາມ: ມີບົດບາດໃນການຕໍ່ສູ້ຂ່າວປອມ ໂດຍສະເພາະໃນຍຸກສື່ສັງຄົມ, ບົດວິເຄາະ-ວິຈານໄດ້ຊ່ວຍຊີ້ແຈງ ແລະ ແກ້ໄຂຄວາມເຂົ້າໃຈຜິດທີ່ເກີດຈາກຂ່າວບິດເບືອນ ຫຼື ຂ່າວທີ່ຂາດການກວດສອບ.

ສື່ມວນຊົນລາວ ມີຈຸດພິເສດທີ່ແຕກຕ່າງຈາກສື່ໃນບາງປະເທດ ຄືບໍ່ພຽງແຕ່ເປັນຜູ້ລາຍງານເຫດການ ແຕ່ຍັງເປັນຜູ້ຊີ້ນຳທາງດ້ານຄວາມຄິດ, ສ້າງຄວາມເຂົ້າໃຈທີ່ຖືກຕ້ອງໃຫ້ສັງຄົມ ແລະ ຮັບໃຊ້ຜົນປະໂຫຍດຂອງປະເທດຊາດ. ດັ່ງນັ້ນ, ການວິເຄາະ-ວິຈານຂ່າວ ຈຶ່ງຕ້ອງອີງໃສ່ຂໍ້ເທັດຈິງ, ຫຼັກວິຊາການ ແລະ ຜົນປະໂຫຍດສ່ວນລວມ ເພື່ອສ້າງທັດສະນະທີ່ຖືກຕ້ອງໃຫ້ປະຊາຊົນ. ແລະ ຂໍ້ຄົງຄ້າງການວິເຄາະ-ວິຈານຂ່າວໃນຂົງເຂດສື່ມວນຊົນເຮົາໃນໄລຍະຜ່ານມາ, ຖືໄດ້ວ່າຍັງມີໜ້ອຍຫຼາຍ ແລະ ຍັງບໍ່ທັນຕໍ່ເນື່ອງເທົ່າທີ່ຄວນ ເຮັດໃຫ້ສັງຄົມ ຫຼື ຜູ້ບໍລິໂພກຂໍ້ມູນຂ່າວສານຍັງບໍ່ທັນຈຳແນກໄດ້ອັນໃດຂ່າວປອມ, ຂ່າວຈິງ, ຂ່າວບິດເບືອນ ບາງຄົນກໍຕົກເປັນເຫຍື່ອ, ຫຼົງເຊື່ອຂ່າວປອມ, ເກີດຄວາມສັບສົນວຸ້ນວາຍໃນສັງຄົມ ຊຶ່ງສ່ວນໃຫຍ່ກໍຍ້ອນວ່າຜູ້ບໍລິໂພກ, ຜູ້ໄດ້ຮັບຂໍ້ມູນຂາດການວິເຄາະວິໄຈຢ່າງລະອຽດຂໍ້ມູນທີ່ຕົນເອງໄດ້ຮັບກ່ອນເຊື່ອ, ກ່ອນສົ່ງຕໍ່ຂໍ້ມູນດັ່ງກ່າວ ບໍ່ວ່າຈະເປັນຂໍ້ເທັດຈິງ ແລະ ຜົນກະທົບທີ່ຈະຕາມມາ. ຂະນະດຽວກັນ, ການຕອບໂຕ້ຂອງອົງການສື່ມວນຊົນ ກໍຄືພາກສ່ວນກ່ຽວຂ້ອງ ກໍຍັງບໍ່ທັນວ່ອງໄວເທົ່າທີ່ຄວນ, ຂາດການປະສານງານທີ່ໂລ່ງລ່ຽນລະຫວ່າງພາກສ່ວນກ່ຽວຂ້ອງ ແລະ ອົງການສື່ມວນຊົນ ຈຶ່ງເຮັດໃຫ້ການແກ້ໄຂບັນຫາຂ່າວປອມ, ຂ່າວບິດເບືອນຍັງບໍ່ທັນໄດ້ດີເທົ່າທີ່ຄວນ.

ສຳລັບທິດທາງໃນຕໍ່ໜ້າ, ເພື່ອຍົກສູງຄວາມອາດສາມາດໃນການວິເຄາະ-ວິຈານຂ່າວຂອງບັນດາອົງການສື່ມວນຊົນໃນ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ ເຫັນວ່າຄວນມີການພັດທະນາໃນຫຼາຍໆດ້ານຢ່າງເປັນລະບົບເຊັ່ນ:1) ຍົກລະດັບຄຸນນະພາບບຸກຄະລາກອນ ເປັນຕົ້ນ ແມ່ນການຈັດຝຶກອົບຮົມດ້ານການກັ່ນຕອງຄວາມຖືກຕ້ອງ "Fact-Checking": ສົ່ງເສີມໃຫ້ນັກຂ່າວມີທັກສະໃນການນຳໃຊ້ຕົວເລກ, ສະຖິຕິ ແລະ ຂໍ້ມູນມາອ້າງອີງ ເພື່ອໃຫ້ບົດວິເຄາະມີນ້ຳໜັກ ທັງມີວິທີການກວດສອບຂ່າວປອມຢ່າງເປັນລະບົບ; ສ້າງຄວາມຊ່ຽວຊານສະເພາະດ້ານ, ສ້າງນັກຂ່າວທີ່ມີຄວາມຮູ້ເລິກເຊິ່ງໃນຂະແໜງການໃດໜຶ່ງ ເພາະຄວາມຮູ້ທີ່ເລິກເຊິ່ງຈະເຮັດໃຫ້ບົດວິເຄາະມີຄວາມໜ້າເຊື່ອຖື; ແລກປ່ຽນບົດຮຽນກັບຕ່າງປະເທດ ໂດຍສົ່ງນັກຂ່າວ, ບັນນາທິການໄປທັດສະນະສຶກສາ ຫຼື ຝຶກວຽກກັບສຳນັກຂ່າວຕ່າງປະເທດທີ່ມີຊື່ສຽງ ເພື່ອຖອດຖອນບົດຮຽນແບບມືອາຊີບ. ສິ່ງສໍາຄັນຕ້ອງເຂົ້າໃຈຄວາມໝາຍຂອງ ບົດວິເຄາະ ແລະ ບົດວິຈານ ເພາະມີຄວາມໃກ້ຄຽງກັນ ແຕ່ບໍ່ແມ່ນສິ່ງດຽວກັນ. ໃນວຽກສື່ມວນຊົນລາວ, ບົດວິເຄາະ ມັກໃຊ້ເພື່ອອະທິບາຍນະໂຍບາຍ, ບັນຫາເສດຖະກິດ, ສັງຄົມ, ການພັດທະນາ. ບົດວິຈານ ມັກໃຊ້ເພື່ອປະເມີນປະກົດການ ຫຼື ຊີ້ໃຫ້ເຫັນຂໍ້ດີ-ຂໍ້ບົກພ່ອງຂອງບັນຫາໃດໜຶ່ງ. 2) ປັບປຸງຮູບແບບ ແລະ ເຕັກນິກການນຳສະເໜີ ໂດຍຫັນປ່ຽນຈາກ "ຂ່າວລາຍງານ" ເປັນ "ຂ່າວເຈາະເລິກ": ຫຼຸດຜ່ອນການລາຍງານຂ່າວແບບພຽງແຕ່ບອກວ່າ "ໃຜ, ເຮັດຫຍັງ, ຢູ່ໃສ" ແລ້ວເພີ່ມເນື້ອຫາປະເພດ "ເປັນຫຍັງ (Why)" ແລະ "ຈະສົ່ງຜົນກະທົບແນວໃດ (How)" ໃຫ້ຫຼາຍຂຶ້ນ; ສ້າງເວທີ ຫຼື ລາຍການວິເຄາະສະເພາະ ເຊັ່ນ: ຄໍລຳວິເຄາະໃນໜັງສືພິມ, ລາຍການສົນທະນາທາງໂທລະພາບ ຫຼື ຜ່ານສື່ອອນລາຍ ທີ່ເນັ້ນການເອົາປະເດັນສັງຄົມມາຖົກຖຽງ ແລະ ວິເຄາະຫາທາງອອກຢ່າງສ້າງສັນ. 3) ຫັນສູ່ດີຈີຕອນ ແລະ ນໍາໃຊ້ AI ຢ່າງເໝາະສົມ ໃນການນຳໃຊ້ເຄື່ອງມືທີ່ທັນສະໄໝ AI, Big Data, Data Journalism ແລະ ເຄື່ອງມືດີຈີຕອນເພື່ອຊ່ວຍວິເຄາະຂໍ້ມູນ, ກວດສອບຂ່າວ ແລະ ນຳສະເໜີເນື້ອຫາໃນຮູບແບບທີ່ເຂົ້າໃຈງ່າຍ ແຕ່ຕ້ອງໃຫ້ມະນຸດເປັນຜູ້ກວດແກ້-ຕັດສິນຂັ້ນສຸດທ້າຍ. 4) ການສ້າງເຄືອຂ່າຍ ແລະ ການເຂົ້າເຖິງຂໍ້ມູນ ແມ່ນສ້າງເຄືອຂ່າຍ ລະຫວ່າງ ອົງການສື່ມວນຊົນ ກັບໜ່ວຍງານລັດ, ສະຖາບັນການສຶກສາ ແລະ ຜູ້ຊ່ຽວຊານເພື່ອມາເປັນ "ທີ່ປຶກສາ" ຫຼື "ແຫຼ່ງຂໍ້ມູນ" ໃນການໃຫ້ທັດສະນະ, ຕອບໂຕ້ຂ່າວປອມ ແລະ ວິເຄາະຢ່າງມີປະສິດທິຜົນ; ຊຸກຍູ້ໃຫ້ໜ່ວຍງານກ່ຽວຂ້ອງສະໜອງຂໍ້ມູນ, ສະຖິຕິ ແລະ ບົດລາຍງານຕ່າງໆ ທີ່ເປັນປະໂຫຍດຢ່າງວ່ອງໄວ ແລະ ໂປ່ງໃສ ເພື່ອໃຫ້ນັກຂ່າວມີ "ວັດຖຸດິບ" ທີ່ຖືກຕ້ອງເພື່ອນຳມາວິເຄາະ. 5) ສົ່ງເສີມຈັນຍາບັນ ແລະ ຄວາມຮັບຜິດຊອບຕໍ່ວິຊາຊີບ, ການວິເຄາະ-ວິຈານຕ້ອງຕັ້ງຢູ່ບົນພື້ນຖານຂອງຄວາມຈິງ, ເປັນທຳ, ບໍ່ລຳອຽງ ແລະ ບໍ່ເອົາອາລົມສ່ວນຕົວ ຫຼື ຜົນປະໂຫຍດແອບແຝງມາຊີ້ນຳສັງຄົມ; ເປີດກວ້າງການວິຈານຢ່າງສ້າງສັນ: ສົ່ງເສີມໃຫ້ມີການວິເຄາະ-ວິຈານທີ່ແນໃສ່ການ "ຕິເພື່ອສ້າງ" ໂດຍນໍາສະເໜີແນວທາງແກ້ໄຂ. 6) ສ້າງສັງຄົມທີ່ຮູ້ເທົ່າທັນສື່ ແລະ ຂໍ້ມູນ, ການແກ້ໄຂຂ່າວປອມບໍ່ແມ່ນໜ້າທີ່ຂອງສື່ມວນຊົນພຽງຝ່າຍດຽວ. ຕ້ອງຊ່ວຍໃຫ້ປະຊາຊົນຮູ້ຈັກກວດສອບຂ່າວ, ວິເຄາະແຫຼ່ງຂໍ້ມູນ ແລະ ບໍ່ສົ່ງຕໍ່ຂ່າວ ທີ່ຍັງບໍ່ຜ່ານການຢືນຢັນ.

ສັງລວມແລ້ວ, ການຍົກລະດັບການວິເຄາະ-ວິຈານຂ່າວໃຫ້ມີຄຸນນະພາບໃໝ່ ແມ່ນພາລະກິດທີ່ຈຳເປັນໃນສະພາບການພັດທະນາຂອງສື່ມວນຊົນສະໄໝໃໝ່. ການວິເຄາະທີ່ມີຄຸນນະພາບ ຕ້ອງອາໄສຄວາມຮູ້, ຂໍ້ມູນ, ວິທີຄິດແບບວິທະຍາສາດ, ການນຳໃຊ້ເຕັກໂນໂລຊີ ແລະ ຈັນຍາບັນວິຊາຊີບ. ຖ້າສື່ມວນຊົນສາມາດພັດທະນາວຽກງານດ້ານນີ້ໄດ້ຢ່າງຕໍ່ເນື່ອງ ການວິເຄາະ-ວິຈານຂ່າວ ຈະບໍ່ພຽງແຕ່ເປັນຜະລິດຕະພັນຂ່າວຊະນິດໜຶ່ງ ແຕ່ຈະກາຍເປັນ "ພະລັງປັນຍາ" ທີ່ຊ່ວຍຊີ້ນຳສັງຄົມ, ສ້າງຄວາມເຂົ້າໃຈຮ່ວມ ແລະ ສົ່ງເສີມການພັດທະນາປະເທດຊາດໃນຍຸກດີຈິຕອນຢ່າງຍືນຍົງ. ພ້ອມກັນນັ້ນ, ການວິເຄາະ-ວິຈານຂ່າວ ຕ້ອງສະທ້ອນເອກະລັກ ແລະ ຄຸນຄ່າວັດທະ ນະທຳລາວ ໂດຍໃຫ້ຄວາມສຳຄັນກັບຄວາມສາມັກຄີ, ຈາລິຍະທຳ, ການເຄົາລົບຜູ້ອື່ນ ແລະ ການຫາທາງອອກດ້ວຍສັນຕິວິທີ. ດັ່ງນັ້ນ, ການວິຈານຂ່າວຄວນຢູ່ເທິງພື້ນຖານຂອງການສ້າງສັນ, ນຳສະເໜີທາງອອກ ແລະ ສົ່ງ ເສີມຄວາມສາມັກຄີປອງດອງຫຼາຍກວ່າການສ້າງຄວາມຂັດແຍ່ງ ຫຼື ການປຸກລະດົມອາລົມສັງຄົມ. ເພື່ອໃຫ້ວຽກງານວິເຄາະ-ວິຈານຂ່າວ ພັດທະນາໄປໃນທິດທາງທີ່ມີຄຸນນະພາບ ແລະ ທັນສະໄໝ ຈຳເປັນຕ້ອງມີການຊີ້ນຳຢ່າງໃກ້ຊິດຈາກພັກ-ລັດ, ການລົງທຶນພັດທະນາບຸກຄະລາກອນ, ການສະໜອງງົບປະມານ ແລະ ອຸປະກອນທາງເຕັກໂນໂລຊີທີ່ຈຳເປັນ ຄວບຄູ່ກັບການສ້າງກົນໄກປະສານງານລະຫວ່າງອົງການສື່ມວນຊົນ, ພາກລັດ ແລະ ສະຖາບັນວິຊາການ ເພື່ອສາມາດຮ່ວມກັນຜະລິດບົດວິເຄາະ-ວິຈານຂ່າວທີ່ມີມາດຕະຖານ, ມີຄວາມໜ້າເຊື່ອຖື. “ການຍົກລະດັບການວິເຄາະ-ວິຈານຂ່າວ ຈຶ່ງບໍ່ແມ່ນພາລະກິດຂອງອົງການສື່ມວນຊົນໃດໜຶ່ງເທົ່ານັ້ນ ແຕ່ເປັນຄວາມຮັບ ຜິດຊອບຮ່ວມຂອງທຸກພາກສ່ວນ ເພື່ອສ້າງລະບົບນິເວດຂ່າວສານ (Information Ecosystem) ທີ່ມີຄຸນນະພາບໂປ່ງໃສ, ໜ້າເຊື່ອຖື ແລະ ຮັບໃຊ້ການພັດທະນາປະເທດຊາດໃນໄລຍະຍາວ”.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ອີງຕາມຂໍ້ມູນທີ່ລັດວິສະຫາກິດກໍ່ສ້າງທາງເລກ 8 ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ມາຮອດປັດຈຸບັນ, ທາງໂຄງການຜູ້ຮັບເໝົາກໍ່ສ້າງ ກໍຄື ລັດວິສະຫະກິດກໍ່ສ້າງທາງເລກ 8 ກຳລັງຂຸ້ນຂ້ຽວລົງຢາງຂົ້ວ (ອັສຟານຊັ້ນ 1) ນັບແຕ່ກິໂລແມັດທີ 24 ຫາກິໂລແມັດທີ 28 ແລະ ອີກຈຸດໄລຍະທາງແຕ່ກິໂລແມັດທີ 28 ເມືອງໄຊທານີ ຫາກິໂລແມັດທີ 50.2 ເມືອງປາກງື່ມ ນະຄອນຫຼວງວຽງຈັນ
ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ວັນທີ 2 ພະຈິກຜ່ານມານີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ວຽກງານຢູ່ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມຄະນະນຳ ຂອງນະຄອນຫຼວງວຽງຈັນ, ເມືອງ ແລະ ຄະນະພັກ ຄະນະກຳມະການປົກຄອງຕາແສງ ຕະຫຼອດຮອດພະນັກງານ-ລັດຖະກອນ ຕາແສງຊ້າງມີໄຊ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນໍາອົງການກວດສອບປະຈຳພາກ ແລະ ພະນັກງານເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ຈັດພິທີປະກາດເລື່ອນຊັ້ນຜູ້ພິພາກສາ ຈາກຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກ ສາຊັ້ນສອງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີ ຫ້ອງການ, ກົມ, ຄະນະສານ ພ້ອມດ້ວຍສະຖາບັນ, ພະນັກງານ ແລະ ຜູ້ພິພາກສາ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

ທ່ານ ໄພວັນ ສໍຄົງສິນ ຫົວໜ້າໜ້າຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດກ່ຽວກັບວຽກງານການທ່ອງທ່ຽວຢູ່ ເມືອງໂຂງ ຕໍ່ນັກຂ່າວໜັງສືພິມປະຊາຊົນ ໂອກາດທີ່ຄະນະຊ່ຽວຊານທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍສື່ມວນຊົນຈາກສູນກາງ ເຄື່ອນໄຫວຢ້ຽມຢາມໂຄງການດັ່ງກ່າວ ລະຫວ່າງວັນທີ 29-31 ຕຸລາ ທີ່ຜ່ານມາ ວ່າ: ເມືອງໂຂງ ເປັນເມືອງໜຶ່ງ ທີ່ມີທ່າແຮງທາງດ້ານການທ່ອງທ່ຽວ ເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຊຶ່ງປັດຈຸບັນ ຄະນະນໍາແຂວງ ກໍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນປາຍແຫຼມ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືເມືອງ.
ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເພີ່ມເຕີມ